ຂປລ
ສະພາແຫ່ງຊາດ (ສພຊ) ໄດ້ຮັບຮອງເອົານະໂຍບາຍສົ່ງເສີມພິເສດ ສະເພາະໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກຳອະມະຕະຂອງລັດຖະບານທີ່ສະເໜີໂດຍທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດຊຸດທີ IX ໃນວັນທີ 20 ມີນາ 2025 .
*ສະພາແຫ່ງຊາດ (ສພຊ) ໄດ້ຮັບຮອງເອົານະໂຍບາຍສົ່ງເສີມພິເສດ ສະເພາະໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກຳອະມະຕະຂອງລັດຖະບານທີ່ສະເໜີໂດຍທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດຊຸດທີ IX ໃນວັນທີ 20 ມີນາ 2025 ໂດຍຜ່ານການຄົ້ນຄວ້າພິຈາລະນາ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ແລະ ຖ່ຖ້ວນຂອງບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບຄວາມຕ້ອງການໃນການດຶງດູດການລົງທຶນຈາກຕ່າງປະເທດມາລົງທຶນໃນເຂດທຸລະກັນດານ, ພື້ນຖານໂຄງລ່າງບໍ່ທັນມີການຂະຫຍາຍຕົວຈຶ່ງມີຄວາມຈໍາເປັນຕ້ອງສ້າງບັນດາເງື່ອນໄຂ ແລະ ນະໂຍບາຍສົ່ງເສີມພິເສດຈໍານວນໜຶ່ງ.

ທ່ານ ນາງ ອຳໄພວອນ ລ້ອມ ບຸນແພງ ເລຂາທິການສະພາແຫ່ງຊາດ, ຫົວໜ້າກອງເລຂານຸການກອງປະຊຸມໄດ້ຜ່ານມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົານະໂຍບາຍສົ່ງເສີມພິເສດສະເພາະໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກຳອະມະຕະ ເຊິ່ງກອງປະຊຸມໄດ້ຕົກລົງຮັບຮອງເອົານະໂຍບາຍສົ່ງເສີມພິເສດສະເພາະໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກຳອະມະຕະຄື: ຍົກເວັ້ນອາກອນກຳໄລ ໄລຍະເວລາ 30 ປີ ນັບແຕ່ມື້ອອກໃບຢັ້ງຢືນດໍາເນີນກິດຈະການໂຮງງານສໍາລັບຜູ້ທີ່ມາລົງທຶນພາຍໃນ 7 ປີ ທໍາອິດພາຍຫລັງທີ່ດຳລັດວ່າດ້ວຍນິຄົມອຸດສາຫະກຳອະມະຕະມີຜົນສັກສິດ ແລະ ລົງທຶນໃນຂະແໜງການສົ່ງເສີມພິເສດ 4 ກຸ່ມ ກິດຈະການ ຄື: ອຸດສາຫະກຳປຸງແຕ່ງກະສິກຳ ທ່ີນໍາໃຊ້ວັດຖຸດິບພາຍໃນເປັນຕົ້ນຕໍເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ; ອຸດສາຫະກຳຜະລິດອຸປະກອນຂອງພະລັງງານທົດແທນລວມທັງແຜງ, ຊິ້ນສ່ວນພະລັງງານແສງອາທິດ; ອຸດສາຫະກຳຜະລິດລົດ ແລະ ອາໄຫລ່ ແລະ ອຸດສາຫະກຳຜະລິດອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ.
ເພື່ອຮັບປະກັນການພັດທະນານິຄົມອຸດສາຫະກຳອະມະຕະໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີ, ກອງປະຊຸມມອບໃຫ້ລັດຖະບານເອົາໃຈໃສ່ຜັນຂະຫຍາຍມະຕິສະບັບນີ້ ໃຫ້ເປັນອັນລະອຽດມີຄວາມຊັດເຈນ, ຮັດກຸມ ແລະ ແທດເໝາະກັບຈຸດພິເສດຂອງນິຄົມອຸດສາຫະກຳບົນພື້ນຖານຄວາມສອດຄ່ອງກັບນະໂຍບາຍສົ່ງເສີມພິເສດ ແລະ ນິຕິກຳທ່ີກ່ຽວຂ້ອງ; ມີກົນໄກຄຸ້ມຄອງ, ໄລ່ລຽງ ແລະ ຈັດເກັບພາສີ, ອາກອນ, ຄ່າທໍານຽມ ແລະ ຄ່າບໍລິການຈາກຜູ້ພັດທະນາ ແລະ ຜູ້ລົງທຶນໃນນິຄົມອຸດສາຫະກຳໃຫ້ຄົບຖ້ວນ, ຖືກຕ້ອງ, ຮັບປະກັນຄວາມໂປ່ງໃສ ແລະ ສອດຄ່ອງກັບນິຕິກຳກ່ຽວຂ້ອງ; ໃຫ້ຜູ້ລົງທຶນເຂົ້າໃນນິຄົມອຸດສາຫະກຳອະມະຕະນໍາທຶນເຂົ້າມາລົງທຶນໃຫ້ບັນລຸຕາມຕົວເລກຄາດໝາ ຍດຶງດູດການລົງທຶນ 5 ຕື້ໂດລາສະຫະລັດ; ໃຫ້ຜູ້ລົງທຶນປະກອບສ່ວນໃນການພັດທະນາຂະແໜງອຸດສາຫະກຳເປັນຕ້ົນອຸດສາຫະກຳປຸງແຕ່ງຢ່ພາຍໃນດ້ວຍການສ້າງສູນຄົ້ນຄວ້າ, ຖ່າຍທອດຄວາມຮູ້, ເຕັກໂນໂລ ຊີ ແລະ ນະວັດຕະກຳໃໝ່ ເພື່ອພັດ ທະນາສິນຄ້າທີ່ຜະລິດຢູ່ໃນນິຄົມ ອຸດສາຫະກຳໃຫ້ເປັນຜະລິດຕະພັນ ລາວ (Made in Laos) ທີ່ໄດ້ຮັບ ມາດຕະຖານສາກົນ; ໃຫ້ຜູ້ພັດທະນາຈັດຕັ້ງປະຕິບັດການຊົດເຊີຍ, ຈັດສັນທີ່ດິນປຸກສ້າງ, ທີ່ດິນທຳການຜະລິດ ແລະ ອາຊີບຄົງທີ່ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການພັດທະນາໂຄງການ, ປະກອບສ່ວນໃນການພັດທະນາຊຸມຊົນ ແລະ ທ້ອງຖິ່ນ ລວມທັງສ້າງເງື່ອນໄຂ ໃຫ້ປະຊາຊົນອ້ອມຂ້າງມີລາຍໄດ້ ທີ່ໝັ້ນຄົງຈາກການພັດທະນານິຄົມ ອຸດສາຫະກຳ; ໃຫ້ຜູ້ພັດທະນາ ແລະ ຜູ້ລົງທຶນໃຫ້ບຸລິມະສິດ ແລະ ນໍາໃຊ້ແຮງງານພາຍໃນ, ຍົກລະດັບ ແລະ ພັດທະນາສີມືແຮງງານພ້ອມທັງຖ່າຍທອດບົດຮຽນ, ເຕັກນິກວິຊາການໃນການນໍາໃຊ້ເຕັກໂນໂລຊີໃຫ້ແຮງງານດັ່ງກ່າວ ກາຍເປັນແຮງງານທີ່ມີຄຸນນະພາບຕອບສະໜອງຕາມຄວາມຕ້ອງການຂອງຕະຫລາດແຮງງານພາຍໃນ; ມີກົນໄກການບໍລິການປະຕູດຽວຮັບປະກັນໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ກວດສອບໄດ້; ມີກົນໄກການປະສານງານໃນການຄຸ້ມຄອງນິຄົມອຸດສາຫະກຳລະຫວ່າງສູນກາງ ແລະ ທ້ອງຖິ່ນ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ດ້ວຍກັນໃຫ້ມີຄວາມໂລ່ງລ່ຽນ, ມີປະສິດທິພາບ ແລະ ມີປະສິດທິ ຜົນ; ມີກົນໄກຕິດຕາມ, ກວດກາ ແລະ ປະເມີນຜົນການເຄື່ອນໄຫວລົງທຶນພັດທະນານິຄົມອຸດສາຫະກຳໃນທຸກໆປີ ແລະ ໄລຍະ 7 ປີ ທໍາອິດແລ້ວສະຫລຸບລາຍງານຜົນການປະເມີນການດ່ັງກ່າວ ຕ່ຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາ; ໃຫ້ຜູ້ພັດທະນາ ແລະ ຜູ້ລົງທຶນເປັນເຈົ້າການ, ໃຫ້ການຮ່ວມມື ແລະ ປະກອບສ່ວນເຂົ້າໃນ ວຽກງານປ້ອງກັນຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນນິຄົມ ອຸດສາຫະກຳ. ພ້ອມນີ້, ຍັງໄດ້ມອບໃຫ້ລັດຖະບານຊີ້ນໍາບັນດາກະຊວງ, ອົງການລັດທຽບເທົ່າ ກະຊວງ ແລະ ອົງການປົກຄອງທ້ອງຖິ່ນຈັດຕັ້ງຜັນຂະຫຍາຍມະຕິສະບັບນີ້ ຢ່າງເຂັ້ມງວດ; ມອບໃຫ້ຄະນະປະຈຳສະພາແຫ່ງຊາດ, ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ບັນດາກຳມາທິການຂອງສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະ ພາປະຊາຊົນຂັ້ນແຂວງທ່ີນິຄົມອຸດສາຫະກຳຕັ້ງຢູ່ຕິດຕາມກວດກາການຈັດຕັ້ງປະຕິບັດມະຕິສະບັບນີ້, ຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນຢ່າງເຂັ້ມງວດ.
ໃນໂອກາດດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍ ສະບັບປັບປຸງ 2 ສະບັບ ທີ່ສະເໜີໂດຍທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ຄື: ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ.
ໂດຍ: ທະນູທອງ; ພາບ: ຂັນໄຊ
KPL