ຂປລ
ວັນທີ 13-17 ສິງຫາ 1950 ຢູ່ເຂດທີ່ໝັ້ນປະຕິວັດ ກອງປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດ ໄດ້ໄຂຂ້ຶນຢ່າງເປັນທາງການ.
*ວັນທີ 13-17 ສິງຫາ 1950 ຢູ່ເຂດທີ່ໝັ້ນປະຕິວັດ ກອງປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດ ໄດ້ໄຂຂ້ຶນຢ່າງເປັນທາງການ. ກອງປະຊຸມໄດ້ຕົກລົງສ້າງຕັ້ງແນວລາວອິດສະຫລະ ແລະ ສ້າງຕັ້ງລັດຖະບານລາວຕໍ່ຕ້ານຂຶ້ນ ຊຶ່ງປະກອບກົງຈັກການຈັດຕັ້ງ 5 ກະຊວງ, ໃນນັ້້ນມີກະຊວງພາຍໃນ ໂດຍແມ່ນ ທ່ານ ພູມີ ວົງວິຈິດ ເປັນລັດຖະເສນາ (ລັດຖະມົນຕີວ່າການ). ເວລານ້ັນ ມີພຽງແຕ່ຊື່ກະຊວງ ເພື່ອຕໍ່ລອງກັບຝ່າຍກົງກັນຂ້າມສ່ວນກຳລັງຕົວຈິງແມ່ນບ່ໍທັນມີ.ປີ 1945 ໄດ້ເຕົ້າໂຮມ 2 ແຂວງ: ຫົວພັນ ແລະ ຜົ້ງສາລີ, ເພື່ອປົກປັກຮັກສາອົງການນຳຂອງພັກ, ອຳນາດການປົກຄອງປະຕິວັດຢູ່ 2 ແຂວງເຕົ້າໂຮມໄດ້ຕົກລົງຈັດຕັ້ງ “ກຳລັງປ້ອງກັນ” ຂຶ້້ນ.
ວັນທີ 10 ຕຸລາ 1954 ເນື່ອງໃນໂອກາດສະເຫລີມສະຫລອງວັນປະກາດເອກະລາດ 12 ຕຸລາ ຄົບຮອບ 9 ປີ, ສະເຫລີມສະຫລອງໄຊຊະນະໃຫຍ່ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ຊົມເຊີຍຜົນສຳເລັດໃນການເຕົ້າໂຮມ 2 ແຂວງ ທ່ານປະທານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ “ຄະນະສັນຕິລາດສູນກາງ” ຢ່າງເປັນທາງການຢູ່ບ້ານເລີຍ, ຕາແສງເມືອງໂສຍ, ແຂວງ ຫົວພັນ ຊຶ່ງມີກຳລັງພົນ 35 ສະຫາຍ ໂດຍພາຍໃຕ້ການຊີ້ນຳ-ບັນຊາໂດຍກົງຂອງທ່ານ ພູມີ ວົງວິຈິດ ຊຶ່ງເຮັດໜ້າທີ່ຕົ້ນຕໍຄື: ປ້ອງກັນ ຄະນະກຳມະການກວດກາສາກົນ (ອິນເດຍ, ການາດາ ແລະ ໂປໂລຍ) ໃຫ້ມີຄວາມປອດໄພ, ປົກປັກຮັກສາອົງການນຳຂອງພັກ- ລັດ, ສືບ ແລະ ກຳສະພາບເປົ້າໝາຍສັດຕູ, ພວກຕ້ອງໂທດຄະດີອາຍາ, ປຸກລຸກຂົນຂວາຍ ແລະ ກໍ່ສ້າງຮາກຖານຢູ່ໃນຕົວເມືອງ.
ປີ 1957 ເພື່ອກຽມໃຫ້ແກ່ການປ້ອງກັນຜູ້ນຳທີ່ເຂົ້າຮວມລາວຄັ້ງ ທີ I ສູນກາງພັກໄດ້ຕົກລົງປ່ຽນຊື່ຈາກ “ຄະນະສັນຕິລາດສູນກາງ” ມາເປັນ “ຄະນະປ້ອງກັນພາຍໃນ” ເພື່ອເຮັດໜ້າທີ່ປ້ອງກັນລັດຖະບານປະສົມ ຄັ້ງທີ I. ວັນທີ 5 -12 ເມສາ 1961 ຄະນະຊີ້ນຳສູນກາງພັກປະຊາຊົນລາວ ໄດ້ເປີດກອງປະຊຸມຄົບຄະນະຂ້ຶນທ່ີຄັງໄຂ ແຂວງຊຽງຂວາງ. ກອງປະຊຸມໄດ້ຕົກລົງປ່ຽນຊື່ “ຄະນະປ້ອງກັນພາຍໃນ” ມາເປັນ “ຫ້ອງການປ້ອງກັນຄວາມສະຫງົບສູນກາງ” ຊີ້ນຳ ໂດຍທ່ານ ສີສົມພອນ ລໍວັນໄຊ ແລະ ມອບໃຫ້ທ່ານ ຊົມຊື່ນ ຄຳພິທູນ ເປັນຜູ້ນຳພາ-ບັນຊາຕົວຈິງ. ທ້າຍປີ 1961 ແມ່ນ ທ່ານ ຊົມຊື່ນ ຄຳພິທູນ ເປັນຫົວໜ້າ ແລະ ທ່ານ ບຸນມາ ມີທອງ ເປັນຮອງ. ວັນທີ 1 ກັນຍາ 2005 ລັດຖະບານໄດ້ຕົກລົງ ແລະ ອອກດຳລັດສະບັບເລກທີ 277/ນຍ ຮັບຮອງເອົາວັນທີ 5 ເມສາ 1961 ເປັນມື້ສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຢ່າງເປັນທາງການ.
(ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ(ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຄົບຮອບ 64 ປີ 5 ເມສາ 1961- 5 ເມສາ 2025)ປະຊາຊົນລາວ ຄົບຮອບ 64 ປີ 5 ເມສາ 1961- 5 ເມສາ 2025)
KPL