ຂປລ
ຕາມການໃຫ້ຮູ້ຂອງທ່ານ ບຸນຖາວອນ ລາດສະຫວັດ ອາຈານສອນ ພາກວິຊາສື່ສານມວນຊົນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ສະແດງທັດສະນະວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈ ແລະ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຕະ ຫອດໄລຍະເວລາທີ່ຜ່ານມາ, ພັກໄດ້ນຳພາປະເທດຊາດຜ່ານຜ່າອຸປະສັກນາໆປະການ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າໃນທຸກດ້ານ.
*ຕາມການໃຫ້ຮູ້ຂອງທ່ານ ບຸນຖາວອນ ລາດສະຫວັດ ອາຈານສອນ ພາກວິຊາສື່ສານມວນຊົນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ສະແດງທັດສະນະວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈ ແລະ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຕະລຫອດໄລຍະເວລາທີ່ຜ່ານມາ, ພັກໄດ້ນຳພາປະເທດຊາດຜ່ານຜ່າອຸປະສັກນາໆປະການ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າໃນທຸກດ້ານ. ໃນຖານະຜູ້ເຮັດວຽກດ້ານການສຶກສາ ເຫັນວ່າພາຍໃຕ້ການນຳພາຂອງພັກ, ລະບົບການສຶກສາຂອງປະເທດເຮົາ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ.

ສຳລັບຫລັກສູດການຮຽນ-ການສອນ ໄດ້ຮັບການປັບປຸງໃຫ້ມີຄຸນນະພາບ ແລະ ທັນສະໄໝ, ບຸກຄະລາກອນດ້ານການສຶກສາ ໄດ້ຮັບການຍົກລະດັບນັບມື້ນັບຫລາຍຂຶ້ນ ສິ່ງເຫລົ່ານີ້ໄດ້ປະກອບສ່ວນສຳຄັນໃນການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບໃຫ້ແກ່ປະເທດຊາດ. ພາຍໃຕ້ການນຳພາຂອງພັກ, ປະເທດຊາດໄດ້ມີການພັດທະນາດ້ານເສດຖະກິດຢ່າງຕໍ່ເນື່ອງ ເຖິງຈະພົບຄວາມຫຍຸ້ງຍາກນາໆປະການ ພັກກໍໄດ້ນໍາພາຊອກທຸກວິທີແກ້ໄຂສາມາດຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ, ດ້ານການເມືອງມີຄວາມສະຫງົບ ແລະ ໝັ້ນຄົງ, ດ້ານວັດທະນະທຳ-ສັງຄົມ ໄດ້ມີການພັດທະນາຢ່າງກວ້າງຂວາງ ແລະ ເຊື່ອໝັ້ນວ່າພາຍໃຕ້ການນຳພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ປະເທດຊາດຂອງພວກເຮົາຈະສືບຕໍ່ພັດທະນາ ແລະ ເຕີບໃຫຍ່ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງສາມາດ ນຳເອົາຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງມາສູ່ປວງຊົນລາວທັງຊາດ.

ໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີນີ້, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ຕໍ່ການນຳພາອັນສະຫລາດສ່ອງໃສຂອງພັກ ທີ່ໄດ້ນຳພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກນານາປະການ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າໃນທຸກດ້ານ, ຂໍອວຍພອນໃຫ້ການນຳພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ມີກຳລັງກາຍກຳລັງໃຈທີ່ເຂັ້ມແຂງ, ສືບຕໍ່ນຳພາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ, ຂໍໃຫ້ພັກປະຊາຊົນ ປະຕິວັດລາວ ເປັນແກນນຳນໍາພາ ປວງຊົນລາວທັງຊາດສ້າງສາພັດ ທະນາປະເທດຊາດໃຫ້ມີຄວາມສີວິໄລ ເຮັດໃຫ້ປະຊາຊົນມີຄວາມຮັ່ງມີຜາສຸກ.
ໂດຍ: ອານຸສອນ
ພາບ: ສຸກສົງການ
KPL