ອິນໂດເນເຊຍ ເລີ່ມມາດຕະການ ຫ້າມເດັກນ້ອຍອາຍຸຕໍ່າກວ່າ 16 ປີ ໃຊ້ໂຊຊຽວ

31/03/2026 19:43
ຂປລ ອິນໂດເນເຊຍ ເລີ່ມບັງຄັບໃຊ້ ມາດຕະການ ຫ້າມເດັກນ້ອຍ ທີ່ມີ ອາຍຸ ຕໍ່າກວ່າ 16 ປີ ໃຊ້ງານ ໂຊຊຽວມິເດຍ ເລີ່ມແຕ່ວັນທີ 28 ມີນາ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ອິນໂດເນເຊຍ ເລີ່ມບັງຄັບໃຊ້ ມາດຕະການ ຫ້າມເດັກນ້ອຍ ທີ່ມີ ອາຍຸ ຕໍ່າກວ່າ 16 ປີ ໃຊ້ງານ ໂຊຊຽວມິເດຍ ເລີ່ມແຕ່ວັນທີ 28 ມີນາ. ໂດຍບໍ່ອະນຸຍາດ ໃຫ້ສ້າງ ຫລື ມີບັນຊີ ເທິງແພລດຟອມ ອອນລາຍ ເພື່ອປ້ອງກັນ ບັນຫາ ການແກ້ງແຍ່ງ ທາງໄຊເບີຣ, ການເສບຕິດ ດີຈິຕອນ ແລະ ສື່ລາມົກອານາຈານ.

ມາດຕະການດັ່ງກ່າວ ເຮັດໃຫ້ ອິນໂດເນເຊຍ ເປັນປະເທດ ທຳອິດ ໃນອາຊີ ທີ່ ດຳເນີນ ນະໂຍບາຍ ໃນລັກສະນະນີ້ ຊຶ່ງຄວບຄຸມ ແພລດຟອມເຊັ່ນ: ຢູ່ທູບ, ຕິກຕ໋ອກ, ອິນສຕາແກຣມ ແລະ ອື່ນໆ. ຢ່າງໃດກໍ່ຕາມ ນະໂຍບາຍ ດັ່ງກ່າວ ກໍ່ໃຫ້ເກີດ ຄວາມກັງວົນ ກ່ຽວກັບ ຜົນກະທົບ ຕໍ່ລາຍໄດ້ ຂອງ ຄຣີເອເຕີຣລຸ້ນນ້ອຍ ຊຶ່ງໃນຫລາຍກໍລະນີ ຖືເປັນ ແຫລ່ງລາຍໄດ້ ສຳຄັນຂອງຄອບຄົວ./

 

 

KPL

ຂ່າວອື່ນໆ

ads
ads

Top