ຂປລ
ລັດຖະມົນຕີ 4 ປະເທດ ລວມມີ ຕວັກກີ, ເອຢິບ, ປາກິດສະຖານ ແລະ ອາຣັບບິ ຊາອຸດິ ໄດ້ຈັດ ກອງປະຊຸມ ເປັນກຸ່ມ ຢູ່ນະຄອນຫລວງ ອິດສະລາມາບັດ ຂອງ ປາກິດສະຖານ ເປັນ 2 ວັນ ເພື່ອປຶກສາຫາລື ບັນດາ ມາດຕະການ ຢຸດຕິ ການປະທະກັນ ຢູ່ ເຂດຕາເວັນອອກກາງ
ຂປລ.ວິທະຍຸ ກະຈາຍສຽງຫວຽດນາມ: ວັນທີ 29 ມີນາ, ລັດຖະມົນຕີ 4 ປະເທດ ລວມມີ ຕວັກກີ, ເອຢິບ, ປາກິດສະຖານ ແລະ ອາຣັບບິ ຊາອຸດິ ໄດ້ຈັດ ກອງປະຊຸມ ເປັນກຸ່ມ ຢູ່ນະຄອນຫລວງ ອິດສະລາມາບັດ ຂອງ ປາກິດສະຖານ ເປັນ 2 ວັນ ເພື່ອປຶກສາຫາລື ບັນດາ ມາດຕະການ ຢຸດຕິ ການປະທະກັນ ຢູ່ ເຂດຕາເວັນອອກກາງ ແລະ ຟື້ນຟູການເຄື່ອນໄຫວ ຂົນສົ່ງ ຜ່ານຊ່ອງແຄບ ທະເລຮໍມຸດ.
ກອງປະຊຸມ ດັ່ງກ່າວ ໄດ້ສຸມໃສ່ ບັນດາ ຂໍ້ສະເໜີ ເພື່ອແນໃສ່ ເປີດເສັ້ນທາງ ແລ່ນກຳປັ່ນ ຍຸດທະສາດນີ້, ລວມມີຄວາມ ສາມາດ ໃນການສ້າງ ກົນໄກຄຸ້ມຄອງລວມ ຕໍ່ສະແສນ້ຳມັນ ອາຍແກັສ, ກໍ່ຄື ການນຳໃຊ້ ກົນໄກ ຈ່າຍເງິນ ຄ້າຍຄືກັນກັບ ຄອງຊູແອດ. ບັນດາ ຂໍ້ສະເໜີນີ້ ໄດ້ສົ່ງໄປຍັງ ຝ່າຍ ສ.ອາເມລິກາ ແລະ ກໍ່ໄດ້ແລກປ່ຽນກັບ ຝ່າຍ ອີຣານ. ກອງປະຊຸມນີ້ ບໍ່ມີຜູ້ຕາງໜ້າຂອງ ອີຣານ, ສ.ອາເມລິກາ ແລະ ອິດສະຣາແອນ ເຂົ້າຮ່ວມ. ຄາດວ່າ, ຖະແຫລງການຮ່ວມ ຈະໄດ້ປະກາດ ພາຍຫລັງ ສິ້ນສຸດ ໂຄງການ ປຶກສາຫາລື./
KPL