78r xtdkfrtoa d'ko vvdra ddko{Ia [v5 f|6 o[eoko ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 31.03.2026 ປີທີ 25 ສະບັບທີ 6.407ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u pzq oleg]a f dv'xt-5 ,7A 'xt4q ,,t]n d 0v'ltrkcsj '-kf -5 fmu X 1j k'l5 f.9K vq 'dkovksko3]dxt9e]k; rq [xt c]dxj Po0= h ,6 o0j k;lkoda [lnj ,;o-q o]k; lts]v';a o/ia '3d32ou lkdq o 20 ,u ok xt9exu 2026 7tot]a f4t[ko -5 fmu X fegou odv'xt-5 ,7A 'xt4q ,,t]n d le,tokdko[a '7a [.-h dq f\kp -a [ly omk'xa opk 16 j lxx ]k; gxu f3I''koda j os]v, ;a f45 ,u 7j k ]k;{lkdq o ສະຫາຍ ບຸນເຫລືອ ພັນດານຸວົງ (ຂວາ) c0j '0a ox5 'c8j 'vksko ]k;{gdq ks]u 7A 'mu 2 lh k'lkprq ;ra omk';a fmtotme dkooe l-x] ,v[g7n j v'-j ;pgs]n v dv'ra o.spj 9= 11 c]t 7v[7q ;mu j 4n drkp5 \kdgsa [ ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳແລະການຄ້າ (ອຄ) ຮ່ວມກັບ ບໍລິສັດ ທິລລິກິ ແອນ ກິບບິນສ໌ລາວ ຈຳກັດ ຈັດສຳ ມະນາ ກ່ຽວກັບ “ການບັງຄັບໃຊ້ ກົດໝາຍຊັບສິນທາງປັນຍາ ແລະ ການແຈ້ງຂໍ້ມູນການເປັນເຈົ້າຂອງ ສິດ” ໃນວັນທີ 30-31 ມີນາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມ ຊັບສິນທາງປັນຍາ, ມີຕາງໜ້າ ຈາກ ບໍລິສັດ ທິລລິກິ ແອນ ກິບບິນ ສ໌ລາວ ຈຳກັດ, ຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນຂອງ ກະຊວງ ອຄ, ຜູ້ຕາງໜ້າຈາກ ກະ ຊວງທີ່ກ່ຽວຂ້ອງ ແລະ ຜູ້ປະກອບ ການ ເຂົ້າຮ່ວມ. ຂປລ. ເມື່ອບໍ່ດົນມານີ້, ຄະນະ ພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີປະກາດ ພະນັກ ງານຂັ້ນສູນກາງຄຸ້ມຄອງ ອອກພັກ ການ-ຮັບອຸດໜູນບຳນານ ໂດຍ ການເປັນປະທານຂອງ ສະຫາຍ ບຸນເຫລືອ ພັນດານຸວົງ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກ, ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ, ມີຄະນະພັກຄະນະນຳ,ຄະນະກົມຕະຫລອດຮອດ ພະນັກງານຂອງ ຄຕພ ເຂົ້າຮ່ວມ. ໃນພິທີ ສະຫາຍ ເກີລໍ່ ຢ່າງກໍ່ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ ຜ່ານມະຕິຕົກລົງຂອງ ຄະນະເລຂາ ທິການສູນກາງພັກວ່າດ້ວຍການອະ ນຸມັດໃຫ້ ສະຫາຍ ຄຳພັນ ອັ່ນລາວັນ ຫົວໜ້າຫ້ອງການ ຄະນະພົວພັນ ຂປລ. ເມື່ອບໍ່ດົນມານີ້, ໂກຕາ (KOTRA) ວຽງຈັນ ຮ່ວມກັບ ສະໂມສອນເຊັບລາວ ຈັດການ ແຂ່ງຂັນປຸງອາຫານແບບປະສົມ ປະສານ ລາວ-ເກົາຫລີ ຄັ້ງທີ 2 ຢູ່ສູນການຄ້າວຽງຈັນເຊັນເຕີ ນະ ຂປລ. ພິທິເປີດໂຮງງານ ກັ່ນ ຫລອມ ວັດຖຸມີຄ່າ ລາວ-ສາກົນ ຈັດຂຶ້ນໃນຕອນແລງວັນທີ 27 ມີນາ 2026, ທີ່ບ້ານຊຽງດາ ເມືອງໄຊ ເສດຖາ ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີທ່ານພົນເອກ ຈັນ ສະໝອນ ຈັນຍາລາດ ອະດີດຮອງ ນາຍົກລັດຖະມົນຕີ, ມີບັນດາລັດຖະ ມົນຕີ, ເລຂາພັກແຂວງ, ຮອງລັດຖະ ມົນຕີ, ແຂກຖືກເຊີນ ແລະ ຕາງໜ້າ ຂປລ. ກະຊວງການຕ່າງປະ ເທດ ຮ່ວມກັບພາກສ່ວນຕ່າງໆທີ່ ກ່ຽວຂ້ອງ ຈັດພິທີສະເຫລີມສະ ຫລອງວັນ ຝຣັງໂກໂຟນີສາກົນ 20 ມີນາ ປະຈຳປີ 2026 ໃນວັນທີ 27 ມີນາ 2026 ຢູ່ແຂວງຫລວງ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມຄັ້ງປະຖົມມະລືກ ຂອງສະພາ ແຫ່ງຊາດ ຊຸດທີ X ວ່າດ້ວຍການ ຮັບຮອງເອົາການເລືອກຕັ້ງນາຍົກ ລັດຖະມົນຕີ, ໂຄງປະກອບກົງຈັກ ລັດຖະບານ, ການແຕ່ງຕັ້ງຮອງ ນາຍົກລັດຖະມົນຕີ ແລະ ສະມາຊິກ ລັດຖະບານ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລື, ປະກອບຄຳ ເຫັນແລະ ພິຈາລະນາຕໍ່ບັນດາຫົວຂໍ້ ທີ່ສໍາຄັນ ຄື: ຮ່າງແຜນດໍາເນີນງານ ຂອງລັດຖະບານ ຊຸດທີX(20262030); ຮ່າງລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະ ບານ ຊຸດທີ X; ຮ່າງຂໍ້ຕົກລົງວ່າ ດ້ວຍການແບ່ງຄວາມຮັບຜິດຊອບ ຂປລ. ກອງປະຊຸມຄັ້ງປະຖົມມະ ລືກ ຂອງຄະນະລັດຖະບານ ຊຸດທີ X ຈັດຂຶ້ນໃນວັນທີ 30 ມີນາ 2026 ຢູ່ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ພາຍໃຕ້ການເປັນປະ ທານຂອງທ່ານສອນໄຊສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງ ນາຍົກລັດຖະມົນຕີ ແລະ ສະມາຊິກ ລັດຖະບານ ເຂົ້າຮ່ວມ. ທັງນີ້, ກໍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການເປີດໂຮງງານກັ່ນຫລອມ ວັດຖຸມີຄ່າ ລາວ-ສາກົນ ຖືເປັນຂີດ ໝາຍທາງປະຫວັດສາດ ທີ່ສຳຄັນ ຂອງ ສປປ ລາວ ໃນການກ້າວເຂົ້າ ຕ່າງປະເທດສູນກາງພັກ, ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດ ເຕັມ ແຫ່ງ ສປປ ລາວ ປະຈຳ ລາ ຊະອານາຈັກໄທ ອອກພັກການຮັບອຸດໜູນບຳນານ ຕາມກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຊຶ່ງ ສະຫາຍ ຄຳພັນ ອັ່ນລາວັນ ແມ່ນພະນັກງານຫລັກແຫລ່ງ ຜູ້ໜຶ່ງທີ່ມີຄຸນງາມຄວາມດີ ແລະ ທ່ານ ໄຊສົມເພັດ ນໍລະສິງ ໄດ້ ໃຫ້ຮູ້ວ່າ: ການຈັດສຳມະນາໃນຄັ້ງ ນີ້, ເປັນຄັ້ງທີ 3 ແລະ ຈະດຳເນີນໃນ ໄລຍະ 2 ວັນ, ໂດຍມີເປົ້າໝາຍ ເພື່ອ ຍົກລະດັບຄວາມຮັບຮູ້ ແລະ ຄວາມ ເຂົ້າໃຈໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ ໃນການຈຳແນກສິນຄ້າຂອງແທ້- ປອມ, ຂັ້ນຕອນການແກ້ໄຂຂໍ້ຂັດ ແຍ່ງ, ການປົກປ້ອງສິດທາງດ້ານ ເຄື່ອງໝາຍການຄ້າ, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ການແຂ່ງຂັນທີ່ບໍ່ເປັນທຳ. ພ້ອມ ກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ການນຳສະເໜີຈາກຜູ້ຊ່ຽວຊານ ແລະ ເຈົ້າໜ້າທີ່ທີ່ມາຈາກຫລາຍ ພາກສ່ວນ ເຊັ່ນ: ຕໍາຫລວດເສດ ຖະກິດ, ພາສີ, ເຈົ້າໜ້າທີ່ການຄ້າ ພະບາງ ພາຍໃຕ້ຫົວຂໍ້: “ການປະ ກອບສ່ວນຂອງຄົນຮຸ່ນໃໝ່ ເພື່ອ ສົ່ງເສີມສັນຕິພາບ” ຕາມທີ່ທາງ ອົງການຝຣັງໂກໂຟນີສາກົນ ຫລື ອົງການ OIF ວາງອອກ ໂດຍ oa dIPo,a fmtpq , ]k;{9u o ln [8+ rq [xtc]dxj Po[q fIPoIj ;,da o F ອ່ານຕໍ່ໜ້າ 3່ າໍ່ ໜ້າ ຄອນຫລວງວຽງຈັນ ເພື່ອສະເຫລີມ ສະຫລອງການແລກປ່ຽນຄວາມ ຄິດສ້າງສັນດ້ານອາຫານລະຫວ່າງ ລາວ ແລະ ສ ເກົາຫລີ, ທັງເປັນ ການຍົກລະດັບການຮັບຮູ້ຂອງຜູ້ F ອ່ານຕໍ່ໜ້າ 6່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ສອນໄຊ ສີພັນດອນ (ປະທານ) ທ່ານ ສອນໄຊ ສີພັນດອນ (ຜູ້ທີ 4 ນັບຈາກຊ້າຍຫາຂວາ ແຖວໜ້າ) ທ່ານ ອານຸພາບ ວົງໜໍ່ແກ້ວ (ຜູ້ທີ 3 ນັບຈາກຊ້າຍຫາຂວາ)
@ 0j k; c]t gsfdko j 31/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຄະນະລັດຖະບານ...ັ ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລີ ສີສຸລິດ ກຳມະການສູນ ກາງພັກ, ເລຂາຄະນະບໍລິຫານ ງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ພ້ອມດ້ວຍ ຄະນະໄພພິບັດ ໄດ້ລົງພື້ນທີ່ມອບ ເຄື່ອງຊ່ວຍເຫລືອໃຫ້ກອງພັນໃຫຍ່ ຈໍ11 ໃຫ້ກຽດຕ້ອນຮັບໂດຍ ທ່ານ ພັນເອກ ຄຳສາຍ ມຸນດວງສິງ ເລ ຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ ຈໍ 11 ພ້ອມດ້ວຍ ຂອງທ່ານນາຍົກ-ຮອງນາຍົກລັດ ຖະມົນຕີ; ຮ່າງຂໍ້ຕົກລົງແບ່ງຄວາມ ຮັບຜິດຊອບ ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ລົງ ຊ່ວຍນະຄອນຫລວງວຽງຈັນ ແລະ ບັນດາແຂວງ ທົ່ວປະເທດ; ບັນຊີ ໂຄງການລະດັບຊາດ ໄລຍະ 5 ປີ (2026-2030) ທີ່ດຶງດູດການ ລົງທຶນຈາກພາກເອກະຊົນ; ແຜນ ຜັນຂະຫຍາຍການປະຕິບັດນະໂຍ ບາຍ ແລະ ມາດຕະການສົ່ງເສີມ ລົດໄຟຟ້າ (EV) ກໍຄື ການນໍາໃຊ້ ພະລັງງານທາງເລືອກອື່ນ ຢູ່ ສປປ ລາວ ແລະ ບັນຊີໂຄງການລະດັບ ຊາດ ທີ່ເປັນການລົງທຶນຂອງລັດ. ກອງປະຊຸມໄດ້ໄຂຂຶ້ນໃນທ່າມ ກາງບັນຍາກາດ ທີ່ສະພາບແວດ ລ້ອມພາກພື້ນ ແລະ ສາກົນ ຍັງສືບ ຕໍ່ຜັນແປຢ່າງສັບສົນ ໂດຍສະເພາະ ຂໍ້ຂັດແຍ່ງຂອງບັນດາປະເທດໃຫຍ່ ແລະ ບັນດາປະເທດຕາເວັນອອກ ກາງ ເຮັດໃຫ້ມີຜົນກະທົບໂດຍກົງ ຕໍ່ການສະໜອງ ແລະ ລາຄານໍ້າ ມັນເຊື້ອໄຟຂອງປະເທດເຮົາ ຊຶ່ງ ໝາຍຄວາມວ່າ ລັດຖະບານ ຊຸດທີ X ໄດ້ເລີ່ມຕົ້ນການປະຕິບັດໜ້າທີ່ ໃນສະພາບແວດລ້ອມທີ່ເຄັ່ງຮ້ອນ ແລະ ສິ່ງທ້າທາຍຫລາຍດ້ານ ເປັນ ຕົ້ນ ຄວາມໝັ້ນຄົງທາງດ້ານພະລັງ ງານ; ການຫັນເປັນດີຈິຕອນ ແລະ ຊັບພະຍາກອນມະນຸດ; ການບໍລິ ຫານແລະກົນໄກຈຳນວນໜຶ່ງທີ່ຍັງ ອຸດຕັນການຈັດຕັ້ງປະຕິບັດແນວ ທາງຂອງພັກ-ລັດ ກໍຄື ບັນດາມະ ຕິ, ຄໍາສັ່ງ ແລະ ແຈ້ງການຂອງລັດ ຖະບານ ບໍ່ມີປະສິດທິຜົນເທົ່າທີ່ ຄວນ; ໄພພິບັດທໍາມະຊາດ ແລະ ການປ່ຽນແປງຂອງສະພາບດິນ ຟ້າອາກາດ ແລະ ອື່ນໆ. ດ້ວຍເຫດ ນັ້ນ ສະມາຊິກລັດຖະບານ ຊຸດທີ X ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ປະຕິບັດໜ້າທີ່ ໃນພາລະກິດທີ່ຖືກ ມອບໝາຍຈາກປະຊາຊົນລາວ ບັນດາເຜົ່າ ໂດຍປະຕິບັດຕາມທິດຊີ້ ນໍາຂອງສະຫາຍເລຂາທິການໃຫຍ່ ຄື: ສ້າງລັດຖະບານ ຊຸດທີ X ຫັນ ເຂົ້າສູ່ “ການເວົ້າ ໃຫ້ໄປສູ່ການກະ ທໍາຕົວຈິງ”, ຕ້ອງເດັດດ່ຽວແກ້ໄຂ ສະພາບ “ເວົ້າຫລາຍເຮັດໜ້ອຍຫລື ບໍ່ເຮັດ, ເວົ້າມີວາທະສິນຈົບງາມ, ເປັນຕາຟັງ ແຕ່ເຮັດຫຍັງບໍ່ໄດ້ ຫລື ບໍ່ໄດ້ເຮັດຫຍັງອອກມາໃຫ້ເປັນຜົນ ໄດ້ຮັບ ຫລື ເກີດຜົນທີ່ສາມາດຈັບ ຕ້ອງໄດ້”; ເປັນເຈົ້າການຕັ້ງໜ້າຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີXແລະ ບັນດາ ມະຕິຂອງສະພາແຫ່ງຊາດ ວາງ ອອກດ້ວຍຄວາມຮັບຜິດຊອບສູງ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ຮຽກຮ້ອງມາຍັງ ບັນດາທ່ານສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ແທດກັບສະພາບຄວາມເປັນຈິງ ຂອງແຕ່ລະບັນຫາ ດ້ວຍການສະເໜີ ທັດສະນະ ຢ່າງກົງໄປກົງມາ, ກະ ທັດຮັດ, ມີຈຸດສຸມ ເພື່ອເຮັດໃຫ້ກອງ ປະຊຸມຄັ້ງນີ້ ບັນລຸຕາມຄາດໝາຍທີ່ ວາງໄວ້. ພິເສດ ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການໂອ້ລົມ ຈາກ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ແຫ່ງ ສປປລາວ ເພື່ອເປັນເຂັມຊີ້ທິດເຍືອງ ທາງ, ເປັນກໍາລັງໃຈ ໃຫ້ແກ່ລັດຖະ ບານຊຸດໃໝ່. ຂ່າວ: ຫສນຍ; ພາບ: ອ່າຍຄຳ ເປີດໂຮງງານ...ີ ສູ່ຕະຫລາດ ແລະ ອຸດສາຫະກຳຄໍາ ລະດັບໂລກ, ເປັນບາດກ້າວ ແລະ ຄວາມມຸ່ງໝັ້ນ ຕໍ່ການປະກອບສ່ວນ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ ນັບມື້ໄດ້ຮັບໝາກຜົນຫລາຍຂຶ້ນ, ເຮັດໃຫ້ປະເທດລາວ ມີໂຮງງານ ກັ່ນຫລອມຄໍາ ທີ່ໄດ້ມາດຕະຖານ ສາກົນ, ທັງເປັນການປະກາດ ຄວາມພ້ອມ ທີ່ປະເທດລາວຈະກ້າວ ຂຶ້ນມີບົດບາດສໍາຄັນໃນຕະຫລາດ ຄໍາ ຊຶ່ງຄຳລາວ ຈະກາຍເປັນຫລັກ ຊັບຄໍ້າປະກັນຄ່າເງິນກີບ ສ້າງ ຄວາມເຊື່ອໝັ້ນໃຫ້ແກ່ລະບົບເສດ ຖະກິດມະຫາພາກຂອງຊາດ ໃຫ້ມີ ຄວາມໝັ້ນຄົງ; ພ້ອມກັນນັ້ນ ໂຮງ ງານແຫ່ງນີ້ ຈະເປັນຕົວແທນໃຫ້ ແກ່ອຸດສາຫະກໍາຍຸກໃໝ່ ທີ່ເນັ້ນໃສ່ ຄວາມທັນສະໄໝ ແລະ ໄປຕາມ ທິດທີ່ຍືນຍົງ. ສະນັ້ນ, ຈຶ່ງຖືໄດ້ວ່າ ນີ້ຄືຕົວແບບທີ່ຢັ້ງຢືນມາດຕະຖານ ອຸດສາຫະກໍາຂອງລາວ ກ້າວໄປ ສູ່ລະດັບສາກົນແບບສະຫງ່າງາມ. ໃນຕອນທ້າຍພິທີ, ທ່ານ ນາຍົກ ລັດຖະມົນຕີ ພ້ອມດ້ວຍການນຳ ຂັ້ນສູງ ແລະ ປະທານບໍລິສັດ ພີພີ ແອວ ໂຮນດິ້ງ ຈຳກັດ ໄດ້ພ້ອມກັນ ຕັດແຖບຜ້າ ເພື່ອເປີດການນຳໃຊ້ ໂຮງງານຢ່າງເປັນທາງ ແລະ ໄດ້ ໃຫ້ກຽດລັ່ນຄ້ອງ 9 ບາດ ເພື່ອເປັນ ສິລິມຸງຄຸນແກ່ການເປີດໂຮງງານ, ພ້ອມທັງສືບຕໍ່ຢ້ຽມຊົມອາຄານ ໂຮງງານດັ່ງກ່າວ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ແລະ ສານ, ລວມທັງການແລກ ປ່ຽນບົດຮຽນກັບວິທະຍາກອນ ຈາກປະເທດໄທ ໃນການຕ້ານ ແລະ ສຳມະນາ... ສະກັດກັ້ນການລະເມີດສິດ. ການຈັດສຳມະນາໃນຄັ້ງນີ້, ຖື ເປັນການສືບຕໍ່ໃນການເສີມສ້າງ ຂີດຄວາມສາມາດ ໃຫ້ແກ່ເຈົ້າໜ້າ ທີ່, ຍົກສູງຄວາມຮັບຮູ້ໃນສັງຄົມ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກ ລົງທຶນ ໃນການຈົດທະບຽນ ແລະ ປົກປ້ອງສິດຊັບສິນທາງປັນຍາ ໃນ ສປປ ລາວ. ຂ່າວ-ພາບ: ຂ່າວສານ ອຄ ການເປັນປະທານຂອງ ທ່ານ ອານຸ ພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີ ທ່ານ ນາງ ວຽນວິໄລ ດີລະພັນ ຮອງ ປະທານຄະນະກໍາມະການປົກຄອງ ແຂວງຫລວງພະບາງ, ທ່ານ ນາງ Bénédicte DESCHAMPS ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ບັນດາທູຕານຸທູດທີ່ ໃຊ້ພາສາຝຣັ່ງ, ຜູ້ຕາງໜ້າຈາກ ຫ້ອງການພາກພື້ນອາຊີ-ປາຊີຟິກ ຂອງອົງການຝຣັງໂກໂຟນີສາກົນ, ຜູ້ຕາງໜ້າຫ້ອງການ ມະຫາວິທະ ຍາໄລຝຣັງໂກໂຟນີ (AUF), ຜູ້ ຕາງໜ້າຈາກກະຊວງຂະແໜງ ການ ແລະ ພະແນກການຕ່າງໆທີ່ ກ່ຽວຂ້ອງ, ບັນດາຄູ-ອາຈານ, ນັກ ຮຽນ ແລະ ນັກສຶກສາ ພາຍໃນ ແຂວງຫລວງພະບາງ ເຂົ້າຮ່ວມ. ໂອກາດນີ້, ທ່ານຮອງລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ ຍົກໃຫ້ເຫັນເຖິງຄວາມໝາຍສຳຄັນ ຂອງ ວັນຝຣັງໂກໂຟນີສາກົນ ກໍຄື ເນື້ອໃນຫົວຂໍ້ທີ່ສຳຄັນ ສຳລັບການ ສະເຫລີມສະຫລອງວັນດັ່ງກ່າວ ປະ ຈໍາປີ 2026. ພ້ອມກັນນັ້ນ, ກໍໄດ້ ສະເໜີໃຫ້ຊາບກ່ຽວກັບການພົວພັນ ຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການຝຣັງໂກໂຟນີ ສາກົນ ໂດຍ ສະເພາະການເຄື່ອນໄຫວວຽກງານ ໂດຍສັງເຂບ ຂອງ ສປປ ລາວ ໃນ ຂອບວຽກຝຣັງໂກໂຟນີ, ການສົ່ງ ເສີມພາສາຝຣັ່ງ ແລະ ຄຸນຄ່າຂອງ ຝຣັງໂກໂຟນີ, ພ້ອມທັງ ໄດ້ຕີລາຄາ ກ່ຽວກັບສະພາບການນໍາໃຊ້ພາສາ ຝຣັ່ງ ໃນພາກພື້ນ ແລະ ສາກົນ, ຄວາມເອົາໃຈໃສ່ຂອງ ສປປ ລາວ ໃນການສົ່ງເສີມການຮ່ວມມື ໃນ ຂອບການຮຽນ-ການສອນພາສາ ຝຣັ່ງ ຢູ່ໃນພາກພື້ນອາຊີ-ປາຊີຟິກ ກໍຄື ຢູ່ ສປປ ລາວ, ລວມທັງຄວາມ ສຳຄັນໃນການສົ່ງເສີມ ການສ້າງ ວຽກເຮັດງານທຳໃຫ້ແກ່ຊາວໝຸ່ມ ຍິງ-ຊາຍ ທີ່ເວົ້າພາສາຝຣັ່ງ. ນອກຈາກນີ້, ທ່ານຮອງລັດຖະ ມົນຕີກະຊວງການຕ່າງປະເທດ ຍັງ ໄດ້ຍົກໃຫ້ເຫັນວ່າ ປີ 2026 ແມ່ນ ມີຄວາໝາຍສໍາຄັນຫລາຍສໍາລັບ ສປປ ລາວ ໃນການຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາ ແລະ ເປັນປີແຫ່ງການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ 10, ພ້ອມ ທັງແມ່ນການຄົບຮອບ 35 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກຂອງ ອົງການຝຣັງໂກໂຟນີສາກົນ ແລະ ໃນມໍ່ໆມານີ້ ສປປ ລາວ ກໍໄດ້ຕ້ອນ ຮັບການມາຢ້ຽມຢາມຢ່າງເປັນທາງ ການຂອງ ທ່ານ ນາງ ລຸ່ຍ ມູຊີກິ ວາໂລ(LouiseMushikiwabo), ເລຂາທິການໃຫຍ່ອົງການຝຣັງ ໂກໂຟນີສາກົນ ໃນລະຫວ່າງວັນທີ 4-5 ມີນາ 2026 ທີ່ຜ່ານມາ, ການ ຢ້ຽມຢາມດັ່ງກ່າວ ຖືເປັນໂອກາດ ດີໃນຊຸກຍູ້ການເສີມຂະຫຍາຍການ ພົວພັນຮ່ວມມື ລະຫວ່າງ ອົງການ OIF ແລະ ສປປ ລາວ ພ້ອມທັງ ເປັນການຊຸກຍຸ້ ແລະ ສົ່ງເສີມການ ຮຽນ-ການສອນພາສາຝຣັ່ງ. ໃນໂອກາດດຽວກັນ, ທ່ານເອກ ອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ກໍໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງການສະ ເຫລີມສະຫລອງວັນສຳຄັນດັ່ງ ກ່າວ, ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ຝຣັ່ງ ໃນການ ສົ່ງເສີມການຮຽນການ-ການສອນ ພາສາຝຣັ່ງ ແລະ ການເຄື່ອນໄຫວ ວຽກງານຝຣັງໂກໂຟນີ. ຈາກນັ້ນ, ທ່ານຜູ້ຕາງໜ້າຈາກຫ້ອງການ ພາກພື້ນອາຊີ-ປາຊີຟິກ ຂອງອົງ ການ OIF ກໍໄດ້ປະກອບຄໍາເຫັນ ແລະ ໄດ້ອ່ານບົດຄໍາເຫັນຂອງ ເລຂາທິການໃຫຍ່ ອົງການ OIF ຊຶ່ງໄດ້ຍົກໃຫ້ເຫັນການເຄື່ອນໄຫວ ວຽກງານຂອງອົງການ OIF ໃນ ລະດັບພາກພື້ນ ແລະ ສາກົນ, ຕະ ຫລອດເຖິງການພົວພັນຮ່ວມມືກັບ ສປປ ລາວ ໃນຂອບວຽກງານຝຣັງ ໂກໂຟນີ ໂດຍສະເພາະການຮ່ວມ ໃນຂອບການສົ່ງເສີມເສີມການ ຮຽນ-ການສອນພາສາຝຣັ່ງ ແລະ ໃນວຽກງານຕ່າງໆທີ່ກ່ຽວຂ້ອງ. ອົງການຝຣັງໂກໂຟນີສາກົນ (OIF) ແມ່ນອົງການຈັດຕັ້ງສາ ກົນ ສຳລັບບັນດາປະເທດທີ່ໃຊ້ ພາສາຝຣັ່ງ, ໄດ້ສ້າງຕັ້ງຂຶ້ນໃນວັນ ທີ 20 ມີນາ 1970 ຊຶ່ງໃນເບື້ອງ ຕົ້ນມີຊື່ວ່າ ອົງການຮ່ວມມືທາງ ດ້ານວັດທະນະທໍາ ແລະ ເຕັກນິກ (ACCT), ມາຮອດປີ 2005 ຈຶ່ງໄດ້ປ່ຽນຊື່ມາເປັນອົງການຝຣັງ ໂກໂຟນີສາກົນ (OIF). ປັດຈຸບັນ, ມີສະມາຊິກທັງໝົດ 90 ປະເທດ ທີ່ຢູ່ໃນ 5 ທະວີບຂອງໂລກ, ມີສຳ ນັກງານໃຫຍ່ຕັ້ງຢູ່ນະຄອນຫລວງ ປາຣີ, ປະເທດຝຣັ່ງ. ສປປ ລາວ ໄດ້ເຂົ້າເປັນສະມາ ຊິກສົມບູນຂອງອົງການຝຣັງໂກ ໂຟນີສາກົນ ໃນປີ 1991 ແລະ ກໍ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນ ການເຄື່ອນໄຫວວຽກງານຕ່າງໆ ຂອງອົງການດັ່ງກ່າວ, ລວມທັງ ການຮ່ວມມື ໃນການສົ່ງເສີມພາ ສາຝຣັ່ງ, ຄວາມຫລາກຫລາຍ ທາງດ້ານວັດທະນະທຳ, ການ ຮ່ວມມືດ້ານເສດຖະກິດ ແລະ ດີຈິ ຕອນ. ສປປ ລາວ ໄດ້ດຳເນີນການ ຮຽນ-ການສອນພາສາຝຣັ່ງ ຢູ່ ນະຄອນຫລວງວຽງຈັນ ແລະ ຢູ່ 3 ແຂວງ ຄື: ຫລວງພະບາງ, ສະຫວັນ ນະເຂດ ແລະ ຈຳປາສັກ. ພາສາ ຝຣັ່ງ ແມ່ນໄດ້ຮັບການສົ່ງເສີມ ແລະ ນຳໃຊ້ ຢູ່ໃນຂະແໜງການສຶກສາ ແລະ ສາທາລະນະສຸກ ໂດຍສະ ເພາະແມ່ນໄດ້ມີການສົ່ງເສີມການ ຮຽນ-ການສອນພາສາຝຣັ່ງ, ການ ຝຶກອົບຮົມຄູ-ອາຈານ ແລະ ການ ພັດທະນາຫ້ອງຮຽນສອງພາສາ ລາວ-ຝຣັ່ງ ໃນລະດັບປະຖົມ ແລະ ມັດທະຍົມ, ລວມທັງໃນສະຖາບັນ ການສຶກສາລະດັບສູງ. ນອກຈາກ ນີ້, ຍັງໄດ້ມີການຮ່ວມມືໃນຂົງ ເຂດອື່ນໆ ເຊັ່ນ: ສາທາລະນະສຸກ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ສື່ມວນຊົນ, ການ ພັດທະນາ, ເຕັກໂນໂລຊີຂໍ້ມູນຂ່າວ ສານ ແລະ ອື່ນໆ. ຄະນະ. ການລົງຊຸກຍູ້ ແລະ ມອບເຄື່ອງ ຊ່ວຍເຫລືອ ໃນຄັ້ງນີ້, ເປັນການໃຫ້ ກໍາລັງໃຈ ນາຍ ແລະ ພົນທະຫານ ທີ່ຖືກຜົນກະທົບຈາກພາຍຸໝາກ ເຫັບ ໃນວັນທີ 22 ມີນາ 2026 ທີ່ ຜ່ານມາ, ສົ່ງຜົນກະທົບທາງດ້ານ ຊັບສິນຢ່າງມະຫາສານ ຊຶ່ງການ ຊ່ວຍເຫລືອດັ່ງກ່າວ, ປະກອບມີ: ນ້ຳດື່ມ ແລະ ເງິນ ລວມມູນຄ່າທັງ ໝົດ 52 ລ້ານກີບ. ພ້ອມນີ້, ຍັງໄດ້ ມອບກະເບື້ອງມຸງຫລັງຄາ ໃຫ້ຫ້ອງ ການຊາວໜຸ່ມກອງທັບ ກະຊວງ ປ້ອງກັນປະເທດ ລວມມູນຄ່າ 25 ລ້ານກີບ. ພິເສດ, ການລົງຊຸກຍູ້ ມອບເຄື່ອງຊ່ວຍເຫລືອໃນຄັ້ງນີ້, ຍັງໄດ້ມອບກະເບື້ອງໃຫ້4 ຄອບຄົວ ຂອງພະນັກງານສູນກາງຊາວໜຸ່ມ ທີ່ຖືກໄພພິບັດຈາກພາຍຸໃນຄັ້ງນີ້, ລວມມູນຄ່າ ການຊ່ວຍເຫລືອທັງ ໝົດ 78 ລ້ານກີບ ໃຫ້ກຽດມອບ ໂດຍ ທ່ານ ທອງລີ ສີສຸລິດ ກໍາມະ ການສູນກາງພັກ, ເລຂາຄະນະ ບໍລິຫານງານ ສຊປລ. ຂ່າວ: ນິງນ໋ອງ ສຽງສະຫວັນ ການນຳ ສຊປລ... ສະຫລອງ... ທ່ານ ສອນໄຊ ສີພັນດອນ (ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນແກ່ການເປີດໂຮງງານ) ທ່ານ ສອນໄຊ ສີພັນດອນ
31/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ lv'-kf ]k;{9u o \kdzq odkoIj ;,,n 65 xu ,u 7;k,lera ova oc|h oc2h o ll- g0fg]n vd8A 'mu 7 ltg|u .sh deoq f]tvPf fh kozq odtmq [37'dkomk']q fw2 ]k;{s;Pfok, ໂດຍ: ມາລີດາີ ຂປລ. ໂຄງການກໍ່ສ້າງທາງ ລົດໄຟ ລາວ-ຫວຽດນາມ ເປັນ ອີກໂຄງການໜຶ່ງທີ່ຈະສ້າງຜົນ ປະໂຫຍດໃຫ້ປະເທດຊາດ. ທ່ານ ຄໍາແສນ ສີສະວົງ ສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີໄດ້ປະກອບຄໍາເຫັນ ໃສ່ບົດລາຍງານໂຄງການກໍ່ສ້າງ ທາງລົດໄຟ ລາວ-ຫວຽດນາມ ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ວ່າ: ໂດຍມີຄວາມເປັນເອກະພາບ ແລະ ຍ້ອງຍໍຊົມເຊີຍລັດຖະບານຕໍ່ ໂຄງການດັ່ງກ່າວ, ຂ້າພະເຈົ້າຂໍປະ ກອບຄໍາເຫັນແລກປ່ຽນ ເພື່ອເຮັດ ໃຫ້ໂຄງການດັ່ງກ່າວ ໄດ້ດໍາເນີນ ໄປຢ່າງລາບລື່ນມີປະສິດທິພາບ ແລະ ປະສິດທິຜົນສູງໃຫ້ທຸກຝ່າຍ ໄດ້ມີປະໂຫຍດ ໂດຍສະເພາະແມ່ນຜູ້ ລົງທຶນ, ລັດຖະບານ ແລະ ປະຊາຊົນ ທີ່ຖືກຜົນກະທົບໄດ້ມີຜົນປະໂຫຍດ ຮ່ວມກັນ ແລະ ມີຄວາມເປັນເອກະ ພາບກັບບັນດາສະມາຊິກສະພາ ຂປລ. ອົງການອາຫານໂລກ ປະຈຳ ສປປ ລາວ (WFP) ຈັດ ກິດຈະກຳພົບປະແລກປ່ຽນຂໍ້ມູນ ຂ່າວສານດ້ານການຈັດຕັ້ງປະຕິບັດ ວຽກງານຂອງອົງການອາຫານ ໂລກໃນໄລຍະຜ່ານມາ ໃຫ້ບັນດາ ສື່ມວນຊົນລາວ ໃນວັນທີ 26 ມີນາ 2026 ຢູ່ນະຄອນຫລວງວຽງຈັນ ເພື່ອໃຫ້ສື່ມວນຊົນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການຈັດຕັ້ງປະຕິ ບັດວຽກງານແຕ່ລະກິດຈະກຳ ຂອງໂຄງການທີ່ອົງການອາຫານ ໂລກ ໄດ້ລົງໄປຈັດຕັ້ງປະຕິບັດໃນ 15 ແຂວງທົ່ວປະເທດ (ຍົກເວັ້ນ ນະຄອນຫລວງວຽງຈັນ, ບໍລິຄຳ ໄຊ ແລະ ແຂວງໄຊສົມບູນ) ເພື່ອ ນຳໄປໂຄສະນາເຜີຍແຜ່ໃຫ້ສັງຄົມ ໄດ້ຮັບຮູ້. ທ່ານ ມາກ ອານເດຣ ໂປຣສ (Marc-Andre Prost) ຜູ້ ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການພົບປະຄັ້ງນີ້ ກໍເພື່ອຮັບຟັງ ບົດສະຫລຸບການຈັດຕັ້ງປະຕິບັດ ບັນດາກິດຈະກຳຕ່າງໆຢູ່ ສປປ ລາວ ຂອງອົງການອາຫານໂລກ ໃນໄລຍະໜຶ່ງປີຜ່ານມາ, ທັງເປັນ ການແລກປ່ຽນຂໍ້ມູນຕ່າງໆຂອງ ໂຄງການ ແລະ ເພື່ອເປັນການແລກ ປ່ຽນບົດຮຽນລະຫວ່າງ WFP ແລະ ສື່ມວນຊົນ ເພື່ອສ້າງຄວາມ ເຂົ້າໃຈຕໍ່ວຽກງານດັ່ງກ່າວ ຊຶ່ງ WFP ໄດ້ຈັດຕັ້ງປະຕິບັດກິດຈະກຳ ຫລັກຢູ່ ສປປ ລາວ ເປັນຕົ້ນ ຂະຫຍາຍ ແລະ ເສີມສ້າງຄວາມ ເຂັ້ມແຂງໃຫ້ແຜນງານອາຫານ ທ່ຽງແຫ່ງຊາດ; ສະໜັບສະໜູນ ການປ້ອງກັນການຂາດສານອາ ຫານ; ສ້າງຄວາມເຂັ້ມແຂງໃຫ້ ຊຸມຊົນຮັບມືກັບການປ່ຽນແປງ ດິນຟ້າອາກາດ, ການຄຸ້ມຄອງໄພ ພິບັດ ແລະ ວຽກງານປ້ອງກັນ ສັງຄົມ; ຊ່ວຍເຫລືອລັດຖະບານໃນ ການຕອບໂຕ້ໄພພິບັດ ແລະ ສະໜັບ ສະໜູນລັດຖະບານໃນວຽກງານພາ ລາທິການ. ທ່ານ ມາກ ອານເດຣ ໂປຣສ ໄດ້ກ່າວຕື່ມວ່າ: ໃນປີ 2025 ຜ່ານ ມາ, ອົງການອາຫານໂລກ ໄດ້ ຈັດຕັ້ງປະຕິບັດກິດຈະກໍາໃນ 15 ແຂວງ, ມີ 59 ເມືອງໃນ 148 ເມືອງໃນທົ່ວປະເທດ, ມີຜູ້ໄດ້ຮັບ ການຊ່ວຍເຫລືອ 332.086 ຄົນ, ລວມທັງ 6.882 ຄົນ ທີ່ເປັນຄົນເສຍ ອົງຄະ. ສຳລັບວຽກງານອາຫານ ທ່ຽງ ໃນໂຮງຮຽນປະຈຳປີ 2025, WFP ໄດ້ໃຫ້ການຊ່ວຍເຫລືອ ເດັກນ້ອຍ 198.800 ຄົນ ໃນໂຮງ ຮຽນ 1.609 ແຫ່ງ ເທົ່າກັບ 35% ຂອງໂຮງຮຽນປະຖົມທົ່ວປະເທດ. ຂປລ. ລາວ ແລະ ຈີນ ເປັນ ປະເທດສັງຄົມນິຍົມທີ່ເປັນບ້ານໃກ້ ເຮືອນຄຽງທີ່ມີສາຍພູ ແລະ ສາຍ ນ້ຳຕິດຈອດກັນ; ການຍຶດໝັ້ນການ ນຳພາຂອງພັກ ແລະ ຍຶດໝັ້ນເດີນ ຕາມທິດສັງຄົມນິຍົມແມ່ນຈຸດພິເສດ ທາດແທ້ຂອງສາຍພົວພັນ ລາວຈີນ. ບໍ່ວ່າຈະເປັນສະໄໝການປະ ຕິວັດຕໍ່ສູ້ກູ້ຊາດ ຫລື ສະໄໝການ ສ້າງສາພັດທະນາປະເທດຊາດ, ສອງພັກ, ສອງລັດ ລາວ-ຈີນ ໄດ້ ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ໃນການເຄົາລົບເຊິ່ງກັນ ແລະ ກັນ, ຈິງໃຈຕໍ່ກັນ, ສະໜັບສະໜູນເຊິ່ງ ກັນ ແລະ ກັນ, ໄດ້ຜູກມິດໄມຕີອັນ ເລິກເຊິ່ງ ແລະ ສ້າງສາຍພົວພັນທີ່ ແໜ້ນແຟ້ນນຳກັນ. ກ້າວເຂົ້າສູ່ຍຸກ ສະໄໝໃໝ່, ໂດຍພາຍໃຕ້ຄວາມ ພະຍາຍາມຮ່ວມກັນຂອງທັງສອງ ຝ່າຍ, ການພົວພັນ ລາວ-ຈີນ ໄດ້ ຮັບການເສີມຂະຫຍາຍຢ່າງມີໝາກ ຜົນທີ່ອຸດົມສົມບູນ ແລະ ເປັນໄລຍະ ທີ່ດີທີ່ສຸດຂອງປະຫວັດສາດ. ການ ມີຜົນສຳເລັດອັນດີງາມດັ່ງກ່າວ ຕະຫລອດໄລຍະ 65 ປີຜ່ານມາ ແມ່ນໄດ້ມາຈາກຄວາມເຊື່ອໝັ້ນເຊິ່ງ ກັນ ແລະ ກັນຢ່າງສູງ ແລະ ການ ນຳພາທາງດ້ານການເມືອງຂອງ ສອງພັກ, ສອງລັດ ລາວ-ຈີນ ໄດ້ ມາຈາກມູນເຊື້ອມິດຕະພາບ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນ ປະໂຫຍດຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ໄດ້ ມາຈາກການທີ່ສອງຝ່າຍ ລາວ-ຈີນ ໄດ້ມີຄວາມເຂົ້າອົກເຂົ້າໃຈ ແລະ ຍຶດໝັ້ນສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນຫາທີ່ກ່ຽວພັນເຖິງຜົນ ປະໂຫຍດທີ່ເປັນໃຈກາງຂອງທັງ ສອງຝ່າຍ. ນັບຕັ້ງແຕ່ ລາວ-ຈີນ ໄດ້ລົງນາມ “ແຜນແມ່ບົດວ່າດ້ວຍການສ້າງຄູ່ ແຫ່ງຊາດ ທີ່ປະກອບຄໍາເຫັນໄປ ແລ້ວນັ້ນ ໂດຍສະເພາະແມ່ນການ ຊົດເຊີຍຕໍ່ປະຊາຊົນທີ່ຖືກໂຄງການ ເພື່ອເຮັດໃຫ້ການຊົດເຊີຍນັ້ນ ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງໂລ່ງລ່ຽນ, ຂ້າພະເຈົ້າສະເໜີໃຫ້ລັດຖະບານ ເຮັດບົດວິພາກ, ບົດວິເຄາະລົງເລິກ ຜົນກະທົບຕໍ່ສັງຄົມຢ່າງລະອຽດ ເປັນຕົ້ນແມ່ນດິນທີ່ຖືກຜົນກະທົບ, ປະເພດດິນກະສິກໍາ, ດິນໃນເຂດ ກໍ່ສ້າງ, ຄົວເຮືອນທີ່ຖືກຜົນກະທົບ, ບ້ານທີ່ຖືກຜົນກະທົບການຍົກ ຍ້າຍມີເທົ່າໃດ? ເພາະເຮົາຈະໄດ້ ຄິດໄລ່ລະອຽດເປັນໂຕເລກທາງ ດ້ານເສດຖະກິດໄດ້, ນອກນັ້ນ ຜົນ ກະທົບຕໍ່ສັງຄົມ, ຮີດຄອງປະເພນີ, ໂຮງຮຽນ, ໂຮງໝໍ ຖ້າຍົກຍ້າຍໄປ ແລ້ວຈະມີຄວາມສະດວກສະບາຍ ແນວໃດ? ອີກປະການໜຶ່ງໃນບົດ ວິເຄາະຢາກໃຫ້ມີມາດຕະການແກ້ ໄຂ ເພາະເຮົາມີບົດຮຽນແລ້ວໃນ ຫລາຍໂຄງການທີ່ຜ່ານມາ ເຮົາ ຄວນຈະຖອດຖອນບົດຮຽນດັ່ງກ່າວ ແລ້ວເອົາເຂົ້າໃນສັນຍາແມ່ແບບ ຫລື ຕົ້ນສະບັບເລີຍ. ຕໍ່ກັບໄລຍະສໍາ ປະທານກັບໄລຍະຄືນທຶນຕ້ອງໃຫ້ ສອດຄ່ອງ ແລະ ຕິດພັນກັນໃນຈຸດ ນີ້ເຫັນວ່າໄລຍະຄືນທຶນໄວ 14 ປີ ໄລຍະສໍາປະທານຄວນຈະຢູ່ໃນ 35-40 ປີ. ໂຄງການພັດທະນາເສັ້ນທາງ ລົດໄຟ ລາວ-ຫວຽດນາມ (ນະຄອນ ຫລວງວຽງຈັນ ຫາ ທ່າເຮືອຫວຸ່ງ ອ່າງ ສສ ຫວຽດນາມ) ທີ່ຈະເລີ່ມ ຈັດຕັ້ງປະຕິບັດຖືເປັນໂຄງການ ຍຸດທະສາດທີ່ສໍາຄັນທາງດ້ານ ການເຊື່ອມໂຍງ-ເຊື່ອມຈອດຂອງ ປະເທດທີ່ນອນໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 2026-2030 ຊຶ່ງເປັນໂຄງການທີ່ລັດຖະບານ ລາວ ແລະ ຫວຽດນາມ ໃຫ້ການ ສະໜັບສະໜູນ. ໂຄງການກໍ່ສ້າງ ທາງລົດໄຟແຕ່ຕົວເມືອງທ່າແຂກ ແຂວງຄຳມ່ວນ ຫາ ມູຢາ ຊາຍແດນ ລາວ-ຫວຽດນາມ ໄລຍະທາງ 147 ກິໂລແມັດ ກວມເອົາ 4 ຕົວ ເມືອງ (ເມືອງທ່າແຂກ ໄລຍະ 26 ກິໂລແມັດ, ເມືອງມະຫາໄຊ 36 ກິໂລແມັດ, ເມືອງຍົມມະລາດ 63 ກິໂລແມັດ ແລະ ເມືອງບົວລະພາ 22 ກິໄລແມັດ), ກວມເນື້ອທີ່ທັງໝົດ 1.628,40 ເຮັກຕາ, ກວມ 48 ບ້ານ 2.210 ຄອບຄົວ ແລະ ມີຕອນ ດິນ 3.148 ຕອນ. ໂຄງການດັ່ງ ກ່າວ, ໄດ້ຮັບຮອງມູນຄ່າການຊົດເຊີຍ ແລ້ວຕາມມະຕິຄະນະປະຈຳສະພາ ປະຊາຊົນແຂວງຄໍາມ່ວນ ແລະ ຂໍ້ ຕົກລົງຂອງເຈົ້າແຂວງວ່າດ້ວຍການ ນໍາໃຊ້ນະໂຍບາຍວ່າດ້ວຍການທົດ ແທນຄ່າເສຍຫາຍເນື້ອທີ່ດິນ, ສິ່ງປຸກ ສ້າງ ແລະ ຜົນລະປູກຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການ, ຄາດຄະເນມູນຄ່າການລົງທຶນທັງໝົດ 1.339ລ້ານໂດລາສະຫະລັດແລະມີ ອາຍຸສຳປະທານ 50 ປີ. ພ້ອມນີ້, ໄດ້ສ້າງລະບົບນ້ຳປະປາ 181 ແຫ່ງ ແລະ ໂຮງຄົວ187 ແຫ່ງ ໃນ 13 ແຂວງ, ເຊື່ອມໂຍງກະສິ ກອນກັບໂຮງຮຽນ ໂດຍສະເພາະ ກະສິກອນທ້ອງຖິ່ນໄດ້ສະໜອງ ອາຫານໃຫ້ແກ່ໂຮງຮຽນໃນ 24 ເມືອງ ໃນ 5 ແຂວງ. ພ້ອມນີ້, ກະ ສິກອນລາຍຍ່ອຍ 2.990 ຄົນ ໄດ້ ຮັບການຊ່ວຍເຫລືອດ້ານການຝຶກ ອົບຮົມ, ປັດໄຈການຜະລິດ, ອຸປະ ກອນ ແລະ ພື້ນຖານໂຄງລ່າງ. ນອກຈາກນີ້, ລັດຖະບານໄດ້ເພີ່ມ ງົບປະມານເຂົ້າໃນຄາບອາຫານ ທ່ຽງໃນໂຮງຮຽນຂຶ້ນເຖິງ 400% ຊຶ່ງເຮັດໃຫ້ອັດຕາການເຂົ້າຮຽນ ໃນໂຮງຮຽນເປົ້າໝາຍເພີ່ມຂຶ້ນຈາກ 4% ຈາກປີ 2024 ເປັນ 97% ໃນ ປີ 2025. ສຳລັບຮ່າງແຜນຍຸດທະສາດ ລະດັບຊາດຂອງ WFP (20272031) ເປົ້າໝາຍທີ1 ຄື: ປະຊາຊົນ ໄດ້ຮັບໂພຊະນາການຕະຫລອດປີ ຜ່ານຕ່ອງໂສ້ມູນຄ່າອາຫານທ້ອງ ຖິ່ນທີ່ເຂັ້ມແຂງ; ເປົ້າໝາຍທີ 2 ແມ່ນລະບົບຂອງລັດຖະບານມີ ຄວາມສາມາດໃນການແກ້ໄຂບັນ ຫາຄວາມບໍ່ໝັ້ນຄົງທາງດ້ານອາ ຫານ ແລະ ການຂາດໂພຊະນາການ ແລະ ເປົ້າໝາຍທີ 3 ແມ່ນປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກວິກິດການ ສາມາດຕອນສະໜອງຄວາມຕ້ອງ ການຂອງຕົນເອງຜ່ານລະບົບແຫ່ງ ຊາດ ທີ່ເຂັ້ມແຂງກວ່າເກົ່າ. ໂດຍ: ມະນີທອນ; ພາບ: ຂັນໄຊ vq 'dkovksko3]d xt9e]k; rq [xtc]dxj Po0= ,6 o0j k;lkoda [lnj ,;o-q o]k; h ໂດຍ: ວັນໄຊ ຕະວິນຍານັິ ຮ່ວມຊາຕາກຳ ລາວ-ຈີນ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກ ກອມມູນິດຈີນ” ໃນເດືອນເມສາ 2019 ເປັນຕົ້ນມາ, ສອງຝ່າຍ ໄດ້ຮ່ວມແຮງຮ່ວມໃຈກັນ, ຈັບມື ຄຽງບ່າຄຽງໄຫລ່ກັນ, ພ້ອມກັນ ໄຂສັງກາດໃໝ່ ແຫ່ງການພົວພັນ ສອງພັກ, ສອງລັດ ໂດຍສະເພາະ ແມ່ນຖືເອົາເສັ້ນທາງລົດໄຟ ລາວຈີນ ເປັນເສັ້ນທາງແຫ່ງຄວາມຜາ ສຸກ, ພັດທະນາ ແລະ ເສັ້ນທາງ ມິດຕະພາບຂອງປະຊາຊົນສອງ ຊາດ ລາວ-ຈີນ; ການຊຸກຍູ້ໃຫ້ການ ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ປະກົດຜົນເປັນຈິງບໍ່ພຽງແຕ່ນຳ ເອົາຄວາມຈະເລີນສີວິໄລມາສູ່ສອງ ປະເທດ ແລະ ປະຊາຊົນສອງຊາດ, ຍັງໄດ້ເປັນແຮງຂັບເຄື່ອນທີ່ເຂັ້ມ ແຂງໃຫ້ແກ່ສັນຕິພາບທີ່ໝັ້ນທ່ຽງ ແລະ ການພັດທະນາທີ່ຈະເລີນຮຸ່ງ ເຮືອງຂອງພາກພື້ນ ແລະ ສາກົນ. ການສ້າງຄູ່ຮ່ວມຊາຕາກຳ ລາວຈີນ ໄດ້ເປັນການຢັ້ງຢືນທາງພຶດຕິ ກຳວ່າ, ມວນມະນຸດມີຊາຕາກຳ ຮ່ວມກັນ, ທຸກປະເທດມີຜົນປະ ໂຫຍດເຊື່ອມຕໍ່ເຂົ້າກັນ, ການສ້າງ ປະຊາຄົມຮ່ວມຊາຕາກຳຂອງມວນ ມະນຸດແມ່ນອະນາຄົດຂອງປະຊາ ຊົນທຸກປະເທດໃນໂລກ. ຕະຫລອດ 65 ປີ ແຫ່ງການ ສ້າງສາຍພົວພັນການທູດ ລາວຈີນ ເຕັມໄປດ້ວຍໄມຕີຈິດຖານ ບ້ານໃກ້ເຮືອນຄຽງ, ຄວາມໄວ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນ, ຮ່ວມມື ຮອບດ້ານ” ແລະ ບົນຈິດໃຈ “ບ້ານ ໃກ້ເຮືອນຄຽງທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ຍຶດໝັ້ນເຄົາລົບ ແລະ ໄວ້ເນື້ອ ເຊື່ອໃຈກັນທາງດ້ານການເມືອງ, ຮ່ວມມືກັນແບບຕ່າງຝ່າຍຕ່າງມີ ຜົນປະໂຫຍດທາງດ້ານເສດຖະກິດ, ພ້ອມກັນປົກປ້ອງ ແລະ ຊ່ວຍເຫລືອ ກັນທາງດ້ານຄວາມສະຫງົບປອດ ໄພ, ຮັບຮູ້ເຂົ້າໃຈ ແລະ ໃກ້ຊິດ ເຊື່ອມໂຍງກັນທາງດ້ານວັດທະ ນະທຳ-ສັງຄົມ, ຢູ່ຮ່ວມກັນ ແລະ ພ້ອມກັນແກ້ໄຂບັນຫາທາງດ້ານ ລະບົບນິເວດ; ຈັບມືກັນກໍ່ສ້າງຄູ່ ຮ່ວມຊາຕາກຳ ລາວ-ຈີນ ໃຫ້ມີ ມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ ເພື່ອເປັນຕົວແບບ ແລະ ການປະກອບສ່ວນຢ່າງຕັ້ງໜ້າ ໃນການສ້າງປະຊາຄົມຮ່ວມຊາຕາ ກຳຂອງມວນມະນຸດ. ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==