ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

28/04/2025 09:27
Email Print 4172
ຂປລ ຂປລ. ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33



ຂປລ. ໃນລະຫວ່າງວັນທີ
22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33 ພາຍໃຕ້ຫົວຂໍ້: “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ໂດຍການເປັນປະທານຂອງ ທ່ານ ດາໂຕະ ສຣິ ຕິຢອງ ຄິງ ຊິງ ລັດຖະມົນຕີກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳ ແຫ່ງ ມາເລເຊຍ.

ຈຸດປະສົງຂອງກອງປະຊຸມ ເພື່ອທົບທວນຄືນຜົນສຳເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ, ລວມທັງການປະເມີນຜົນທ້າຍສະໄໝ ແຜນແມ່ບົດປະຊາຄົມ ວັດທະນະທຳ-ສັງຄົມ ອາຊຽນ 2025, ປະກອບຄໍາຄິດຄວາມເຫັນຕໍ່ ຮ່າງແຜນຍຸດທະສາດປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຫລັງປີ 2025 ແລະ ປຶກສາຫາລືບັນຫາສຳຄັນອື່ນໆ ຈໍານວນໜຶ່ງ ທີ່ເປັນວຽກຈຸດສຸມຂອງວຽກງານ ວັດທະນະທຳ-ສັງຄົມອາຊຽນ ເປັນຕົ້ນ ການສ້າງຄຸນຄ່າດ້ານມໍລະດົກ ແລະ ວັດທະນະທໍາ; ການສົ່ງເສີມວຽກງານປັນຍາປະດິດ, ການຫັນເປັນດີຈິຕອນ ແລະ ວຽກງານສີຂຽວ ເພື່ອເສີມສ້າງທັກສະ ແລະ ຄວາມສາມາດໃຫ້ແກ່ອາຊຽນໃນອະນາຄົດ; ຂໍ້ລິເລີ່ມດ້ານສາທາລະນະສຸກ ເພື່ອຄວາມສົມບູນພູນສຸກຂອງອາຊຽນ; ການສົ່ງເສີມທ່າແຮງ ຂອງຊາວໜຸ່ມ ແລະ ກິລາ ເພື່ອສົ່ງເສີມການເຕີບໂຕ, ຄວາມສາມັກຄີ ແລະ ຄວາມເປັນເລີດ; ການສົ່ງເສີມມາດຕະການ ດ້ານສະພາບອາກາດ ເພື່ອການຄຸ້ມຄອງ, ການເປັນຄູ່ຮ່ວມ ແລະ ການເປັນເຈົ້າການ. ຫລັງຈາກນັ້ນ, ກອງປະຊຸມໄດ້ພ້ອມກັນຕົກລົງ ເຫັນດີຮັບຮອງເອົາ ເອກະສານສໍາຄັນ ຈຳນວນ 4 ສະບັບ ຂອງເສົາຄ້ຳວັດທະນະທໍາ-ສັງຄົມອາຊຽນ ເພື່ອນໍາສະເໜີ ຕໍ່ຜູ້ນຳອາຊຽນ ພິຈາລະນາຮັບຮອງ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46.




ໃນກອງປະຊຸມຄັ້ງນີ້
, ທ່ານ ວັນສີ ກົວມົວ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງການເພີ່ມທະວີບັນດາຂໍ້ລິເລີ່ມຕ່າງໆ ໃນການເປັນປະທານອາຊຽນຂອງມາເລເຊຍ ປີ 2025 ແນໃສ່ ຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ 2025 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ກໍຄື ການສ້າງແຜນຍຸດທະສາດ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫລັງປີ 2025 ໃຫ້ມີຄວາມຮັດກຸມຄົບຖ້ວນ ແລະ ການປະເມີນຜົນທ້າຍສະໄໝແຜນ ແມ່ບົດປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ 2025 ໃຫ້ໄດ້ຮັບຜົນດີຢ່າງຈົບງາມ ເພື່ອປະກອບສ່ວນສ້າງປະຊາຄົມອາຊຽນ ໃຫ້ມີລັກສະນະກວມລວມ, ເຂັ້ມແຂງ ແລະ ເບິ່ງກວ້າງເຫັນໄກຫລາຍ ຍິ່ງໆຂຶ້ນ. ພ້ອມນີ້, ທ່ານຍັງໄດ້ຢໍ້າຄືນຄຳ ໝາຍໝັ້ນທີ່ແຂງແຮງ ໃນການເພີ່ມທະວີການຮ່ວມມື ດ້ານວັດທະນະທຳ-ສັງຄົມອາຊຽນ ຢ່າງໜັກແໜ້ນ ແລະ ເຫັນດີສະໜັບສະໜູນ ບັນດາບຸລິມະສິດ ຂອງມາເລເຊຍ ໃນການຍົກສູງ ຄຸນນະພາບຊີວິດ ກໍຄື ການພັດທະນາແບບກວມລວມ ແລະ ຍືນຍົງ ພາຍໃຕ້ການເປັນປະທານ ກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນປີນີ້ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ພ້ອມທັງ ສະ ແດງຄວາມເຫັນດີເປັນເອກະພາບ ຕໍ່ບັນດາເອກະສານ ທີ່ປຶກສາຫາລືໃນກອງປະຊຸມ ເພື່ອສະເໜີໃຫ້ຜູ້ນຳອາຊຽນພິ ຈາລະນາຮັບຮອງ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46. ນັບແຕ່ກອງປະຊຸມຄັ້ງຫລ້າສຸດ ທີ່ ນະຄອນຫລວງວຽງຈັນ ໃນເດືອນກັນຍາ 2024, ສປປ ລາວ ໄດ້ສືບຕໍ່ຈັດຕັ້ງປະຕິບັດບັນດາຍຸດທະສາດ ຂອງພາກພື້ນຢ່າງຕັ້ງໜ້າຫລາຍດ້ານ ເປັນຕົ້ນ ດ້ານວັດທະນະທໍາ, ການສຶກສາ, ສາທາລະນະສຸກ, ຄວາມຍືນຍົງດ້ານສິ່ງແວດ ລ້ອມ, ການຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ, ບົດບາດຍິງ-ຊາຍ ແລະ ການປົກປ້ອງທາງສັງຄົມ ສຳລັບແຮງງານເຄື່ອນຍ້າຍ ຄຽງຄູ່ກັບການຊຸກຍູ້ສົ່ງເສີມ ສ້າງກາລະໂອກາດໃຫ້ແກ່ ຊາວໜຸ່ມ ແລະ ກຸ່ມຄົນອ່ອນແອ ໂດຍສະເພາະກຸ່ມຄົນພິການ, ດ້ວຍການພັດທະນາທັກສະ ແລະ ການສ້າງວຽກເຮັດງານທຳ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງ ຕ້ອງການຂອງວຽກງານ ໃນອະນາຄົດ. ສປປ ລາວ ຍັງສືບຕໍ່ຢຶດໝັ້ນຢ່າງໜັກແໜ້ນ ຕໍ່ເປົ້າໝາຍລວມໃນຂະບວນການ ພັດທະນາຂອງອາຊຽນ ທີ່ຈະບໍ່ປ່ອຍປະໃຜໄວ້ທາງຫລັງ.

ໂອກາດດຽວກັນນີ້, ທ່ານຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຍັງໄດ້ຕີລາຄາສູງການຮັບຮອງ ຂອບວຽກການພັດທະນາແບບຍືນຍົງ ຂອງເສດ ຖະກິດສ້າງສັນອາຊຽນ ແລະ ບົດລາຍງານການປະເມີນຜົນກາງສະໄໝ ຂອງແຜນແມ່ບົດອາຊຽນ 2025: ການເຊື່ອມສານສິດທິຂອງຄົນພິການ, 2ເອກະສານນີ້ ແມ່ນມີບົດບາດສໍາຄັນ ຫລາຍໃນການຂັບເຄື່ອນ ແລະ ຍູ້ດັນອາຊຽນ ໃຫ້ກ້າວໄປສູ່ປະຊາຄົມ ທີ່ມີຄວາມກວມ ລວມ ແລະ ປະຊາຊົນເປັນທິດ  ແລະ ສະແດງຄວາມເຫັນດີ ສະໜັບສະໜູນການຮັບຮອງ ເອກະສານພາລະບົດ ບາດ ແລະ ໜ້າທີ່ ຂອງພະນັກງານຂອງເສົາຄ້ຳ ວັດທະນະທຳ-ສັງຄົມ ທີ່ປະຈຳການຢູ່ສຳນັກງານ ຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ແລະ ການປັບປຸງຊື່ເອີ້ນ ຂອງຕົນຄືນໃໝ່ ໂດຍຮັບຮູ້ ແລະ ເຂົ້າໃຈເຖິງບົດບາດສໍາຄັນ ໃນການປະຕິບັດໜ້າທີ່ ເພື່ອກ້າວໄປສູ່ເປົ້າໝາຍຂອງອາຊຽນ ໃນລະດັບພາກພື້ນ ແລະ ສາກົນ.

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top