ຄວາມສຳຄັນການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ

19/03/2025 20:29
Email Print 695
ຂປລ ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດ ທີ IX ເຊິ່ງຜ່ານການຕີລາຄາການຈັດຕ້ັງປະຕິບັດກົດໝາຍເຫັນວ່າ: ມີບາງບັນຫາທີ່ຄ້າງຄາ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນ.

     *ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດ ທີ IX ເຊິ່ງຜ່ານການຕີລາຄາການຈັດຕ້ັງປະຕິບັດກົດໝາຍເຫັນວ່າ: ມີບາງບັນຫາທີ່ຄ້າງຄາ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນເປັນ ຕົ້ນແມ່ນ: 1) ເທສະບານ ທີ່ກຳນົດໄວ້ເປັນຫົວໜ່ວຍການປົກຄອງໜຶ່ງໃນຂັ້ນເມືອງ, ມາຮອດປັດຈຸບັນບໍ່ທັນສາມາດຈັດຕັ້ງປະຕິບັດໄດ້; 2) ນະຄອນຂັ້ນເມືອງ ທີ່ໄດ້ສ້າງຕັ້ງຂຶ້ນ 3 ແຫ່ງໃນປີ 2018, ຜ່ານການຈັດຕັ້ງປະຕິບັດເຫັນວ່າ ຍັງບໍ່ທັນສາມາດປະຕິບັດພາລະບົດບາດຂອງຕົນໄດ້ຢ່າງເຕັມສ່ວນ ຍັງຂາດນິຕິກຳທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນນິຕິກຳດ້ານການເງິນ, ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດບໍ່ໄດ້ຕ່າງຈາກ ເມືອງທົ່ວໄປພໍເທົ່າໃດ; 3) ອົງການປົກຄອງຂັ້ນບ້ານໃນທົ່ວປະເທດ ເຖິງແມ່ນວ່າຈະມີການຈັດຕັ້ງໃຫ້ມີ 5 ໜ່ວຍງານຕາມທີ່ກົດໝາຍກຳນົດກໍຕາມ, ແຕ່ການຈັດຕັ້ງປະຕິບັດຕົວຈິງຢູ່ບາງທ້ອງຖິ່ນ ແມ່ນຍັງບໍ່ສອດຄ່ອງກັບເງື່ອນໄຂຕົວຈິງຂອງທ້ອງຖິ່ນ; ນອກນັ້ນ, ຍັງມີກຸ່ມບ້ານເຊິ່ງຖືກ 4)ນອກນັ້ນ, ຍັງມີກຸ່ມບ້ານເຊິ່ງຖືກສ້າງຕັ້ງຂຶ້ນຕາມມະຕິ 09/ກມສພ ເປັນຂອດລະຫວ່າງກາງ ລະຫວ່າງເມືອງກັບບ້ານເຮັດວຽກຄ້າຍຄືຂັ້ນການປົກຄອງ, ແຕ່ບໍ່ແມ່ນຂັ້ນຂອງການປົກຄອງ; 5) ພ້ອມດຽວກັນນັ້ນ, ເນື້ອໃນຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນມີບາງມາດຕາຍັງບໍ່ທັນສອດຄ່ອງກັບກົດໝາຍອື່ນທີ່ກ່ຽວຂ້ອງ.

     ທ່ານ ວິໄລວົງ ບຸດດາຄຳ ກ່າວຕື່ມວ່າ: ການຈັດຕັ້ງປະຕິບັດຕົວຈິງໃນການນຳພາ, ຄຸ້ມຄອງບໍລິຫານໃນຂັ້ນຮາກຖານ (ຂັ້ນບ້ານ) ເຖິງແມ່ນພັກ ແລະ ລັດຖະບານມີຄວາມພະຍາຍາມສຸມໃສ່ພັດທະນາຮາກຖານຫລາຍເທົ່າໃດ, ແຕ່ປະສິດທິພາບຂອງວຽກງານ ກໍບໍ່ທັນໄດ້ມີຜົນສຳເລັດດີເທົ່າທີ່ຄວນ, ບັນຫາຕົ້ນຕໍທີ່ສັງເກດເຫັນ ແມ່ນການປົກຄອງຂັ້ນລຸ່ມສຸດຕາມກົດໝາຍກໍານົດ ແມ່ນອົງການປົກຄອງບ້ານເປັນຂັ້ນການບໍລິຫານປົກຄອງ, ແຕ່ຜູ້ທີ່ເປັນຫົວໜ້າບໍລິຫານ ບໍ່ແມ່ນລັດຖະກອນທີ່ປະຕິບັດອຳນາດບໍລິຫານລັດ, ບາງບ່ອນກໍບໍ່ຮູ້ໜັງສື, ການສ້າງພະນັກງານສືບທອດຂັ້ນບ້ານບໍ່ຕ່ໍເນື່ອງ, ການເຝິກອົບຮົມໃຫ້ພະນັກງານບ້ານ ຍັງບໍ່ທົ່ວເຖິງອັນສຳຄັນແມ່ນບັນດາແນວທາງນະໂຍບາຍ, ລະບຽບກົດໝາຍທີ່ຂັ້ນເທິງວາງອອກອົງການປົກຄອງຂັ້ນຮາກຖານບໍ່ສາມາດຈັດຕັ້ງຜັນຂະຫຍາຍໄດ້ຢ່າງມີປະສິດທິພາບ ແລະ ບໍ່ໄດ້ຮັບຜົນດີເທົ່າທີ່ຄວນ, ຍັງຂາດຄວາມເປັນມືອາຊີບໃນການປະຕິບັດວຽກງານ, ໃນບາງເຂດບໍ່ມີໃຜຢາກເປັນນາຍບ້ານຈຳເປັນຕ້ອງໄດ້ມີການລະດົມປະຊາຊົນ ໂດຍສະເພາະເຂດຊົນນະບົດຫ່າງໄກສອກຫລີກຍ້ອນກະທົບຕໍ່ການທຳມາຫາກິນ ແລະ ທໍາການຜະລິດຂອງເຂົາເຈົ້າ, ການປະຕິບັດວຽກງານກໍບໍ່ເຕັມເມັດເຕັມໜ່ວຍ; ແຕ່ກົງກັນຂ້າມ, ບ້ານ ໂດຍສະເພາະໃນເຂດຕົວເມືອງຊໍ້າພັດຍາດກັນເປັນນາຍບ້ານ ເພື່ອຫວັງຜົນປະໂຫຍດ ແລະ ບາງບ່ອນກໍເຮັດບົດບາດເກີນ, ສວຍໃຊ້ໜ້າທີ່ພາໃຫ້ເກີດການລ່ວງລະເມີດສິດເປັນເຈົ້າຂອງປະຊາຊົນ. ສັງລວມແລ້ວການບໍລິຫານຂັ້ນຮາກຖານຍັງບໍ່ທັນເຂັ້ມແຂງດີເທົ່າທ່ີ ຄວນ, ການບໍລິຫານລັດຂັ້ນຮາກຖານຍັງມີລັກສະນະເຄິ່ງໆກາງໆ, ຊອດກະຈາລະຫວ່າງອົງການບໍລິຫານລັດຂັ້ນລຸ່ມສຸດກັບການຈັດຕັ້ງຊຸມຊົນ.

    ເພື່ອໃຫ້ສອດຄ່ອງນິຕິກຳຈຳນວນ ໜຶ່ງທີ່ສູນກາງວາງອອກນັ້ນ ເປັນຕົ້ນແມ່ນມະຕິວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກສະບັບ ເລກທີ 05/ຄບສພ; ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຄາດຄະເນແບ່ງຄວາມຮັບຜິດຊອບຂອງຄະນະປະຈຳພັກແຕ່ລະຂັ້ນ ສະບັບເລກທີ 173/ຄລສພ; ແຈ້ງການກ່ຽວກັບການແບ່ງງານໃຫ້ສະຫາຍ ຮອງເລຂາຄະນະບໍລິຫານງານພັກເມືອງ-ນະຄອນ ສະບັບເລກທີ 56/ ຄຈສພ; ແຈ້ງການກ່ຽວກັບທິດຊີ້ນຳກ່ຽວກັບການສ້າງຕາແສງໃນຂອບເຂດທົ່ວປະເທດ ສະບັບເລກທີ 04/ ຫສພ ແລະ ຮ່າງລັດຖະທຳມະນູນສະບັບປັບປຸງ ຂອງຄະນະປັບປຸງລະດັບຊາດ. ໂດຍອີງໃສ່ທິດນຳດັ່ງກ່າວ ລັດຖະບານໄດ້ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບ ປີ 2025 ຕື່ມ ເປັນຕົ້ນແມ່ນການຄົ້ນຄວ້າອົງການປົກຄອງຕາແສງ ເປັນກົງຈັກການປົກຄອງຂັ້ນລຸ່ມສຸດຢູ່ຮາກຖານ, ຫັນບ້ານໃຫ້ເປັນການຈັດຕັ້ງຂອງຊຸມຊົນ ພ້ອມນັ້ນ, ກໍໄດ້ຄົ້ນຄວ້າຊື່ເອີ້ນຕຳແໜ່ງບໍລິຫານເຊິ່ງໄດ້ລະບຸຊື່ເອີ້ນ ຂອງຫົວໜ້າອົງການປົກຄອງຂັ້ນແຂວງຈະແຈ້ງວ່າແມ່ນປະທານຄະນະກຳມະການປົກຄອງແຂວງ, ນະຄອນຫລວງວຽງຈັນ; ຂັ້ນເມືອງ ແມ່ນປະທານຄະນະກຳມະການປົກຄອງເມືອງ, ນະຄອນ; ຂັ້ນຕາແສງ ແມ່ນປະທານຄະນະກຳມະການປົກຄອງຕາແສງ.

    ທ່ານ ວິໄລວົງ ບຸດດາຄຳ ຍັງກ່າວຕື່ມອີກວ່າ: ພາຍຫລັງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບ ປັບປຸງປີ 2025 ຖືກຮັບຮອງ ແລະ ປະກາດໃຊ້ຈະເປັນບ່ອນອີງອັນສຳຄັນ ໃຫ້ແກ່ອົງການປົກຄອງທ້ອງຖິ່ນ ໃນການປັບປຸງຂັ້ນການປົກຄອງໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະ ກັບສະພາບເງື່ອນໄຂຕົວຈິງໃນແຕ່ລະທ້ອງຖິ່ນ ໂດຍສະເພາະການສ້າງຕາແສງເປັນການປົກຄອງຂັ້ນລຸ່ມສຸດ ເພື່ອເອື້ອອຳນວຍໃຫ້ບ້ານເປັນຫົວໜ່ວຍບໍລິຫານຊຸມຊົນຢ່າງແທ້ຈິງ; ເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການທີ່ກ່ຽວຂ້ອງໃນການປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍໃຫ້ ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ແລະ ເປັນການ ແບ່ງຄວາມຮັບຜິດຊອບ, ແບ່ງຂັ້ນຄຸ້ມຄອງໃຫ້ອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນໃຫ້ແທດເຖິງທັງຮັບປະກັນ ບົດບາດການນຳພາຂອງພັກຢ່າງໜັກແໜ້ນ ເຮັດໃຫ້ການນຳພາຂອງພັກຢາງເລິກ ເຖິງຫົວໜ່ວຍຮາກຖານຂອງປະເທດ; ສ້າງໃຫ້ເປັນກົງຈັກການປົກຄອງທີ່ຕິດແທດກິ້ງເກືອກລີເລືອ, ເປັນທ່ີເພ່ິງຂອງປະຊາຊົນບັນດາເຜ່ົາ; ສາມາດນຳເອົາແນວທາງນະໂຍບາຍ, ການບໍລິການຂອງລັດຫຍັບເຂົ້າເຖິງ ປະຊາຊົນໄດ້ຢ່າງທົ່ວເຖິງ; ພ້ອມກັນນັ້ນ, ຍັງເປັນການຍົກລະດັບການປົກຄອງລັດດ້ວຍກົດໝາຍໃຫ້ໜັກແໜ້ນຍິ່ງຂຶ້ນຕາມຈຸດພິເສດ ແລະ ເງື່ອນໄຂ ຂອງ ສປປ ລາວ ເພື່ອສ້າງເງື່ອນໄຂໃຫ້ທ້ອງຖິ່ນນັບມື້ມີຄວາມເຂັ້ມແຂງ, ມີການພັດທະນາ ເຊິ່ງເປັນປັດໄຈສຳຄັນຕົ້ນຕໍໃຫ້ກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ກໍຄືການສ້າງຄວາມຢູ່ດີກິນດີແຕ່ຮາກຖານຂຶ້ນມາ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ. 

ໂດຍ: ຢາຕົ່ງ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top