ຂປລ
ສະມາຊິກລັດຖະສະພາ ເຢຍລະມັນ ໄດ້ອະນຸມັດ ງົບປະມານ ຢ່່າງຫລວງຫລາຍ ເພື່ອເພີ່ມຄ່າໃຊ້ຈ່າຍ ດ້ານປ້ອງກັນ ປະເທດ ແລະ ພື້ນຖານໂຄງລ່າງ
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ແບ໋ກແລ໋ງ ປະເທດເຢຍລະມັນ ເມື່ອວັນທີ 19 ມີນາ, ສະມາຊິກລັດຖະສະພາ ເຢຍລະມັນ ໄດ້ອະນຸມັດ ງົບປະມານ ຢ່່າງຫລວງຫລາຍ ເພື່ອເພີ່ມຄ່າໃຊ້ຈ່າຍ ດ້ານປ້ອງກັນ ປະເທດ ແລະ ພື້ນຖານໂຄງລ່າງ ໂດຍ ທ່ານ ຟຣີຄິຮ ເມີຣ ວ່າທີ ນາຍົກລັດຖະມົນຕີ ເຢຍລະມັນ ທ່າມກາງ ມີຄວາມກັງວົນ ຢ່າງຫລາຍໃນເອີຣົບ ກ່ຽວກັບ ຄວາມເຂັ້ມແຂງ ໃນອະນາຄົດ ຂອງ ພັນທະມິດ ຂ້າມມະຫາສະໝຸດ ອັດລັງຕິກ. ງົບປະມານຊຸດໃຫຍ່ ຄັ້ງປະຫວັດສາດ ຂອງ ເຢຍລະມັນ ອາດຈະນຳໄປສູ່ ການໃຊ້ຈ່າຍເງິນ ຫລາຍກວ່າ 1 ພັນຕື້ເອີໂຣ ໃນໄລຍະ 10 ປີຕໍ່ໜ້າ.
ການລົງມະຕິ ຄັ້ງປະຫວັດສາດ ຂອງ ລັດຖະສະພາ ເຢຍລະມັນນີ້ ເປັນ ສັນຍານ ຂອງ ການປ່ຽນແປງ ຄັ້ງໃຫຍ່ຈາກເດີມ ເປັນປະເທດ ທີ່ມີ ຄວາມກັງວົນ ກ່ຽວກັບ ການຮັບພາລະ ໜີ້ສິນ ສາທາລະນະກ້ອນໃຫຍ່ ຫລື ການ ໃຊ້ຈ່າຍຢ່າງໜັກ ໄປກັບກອງກຳລັງທະຫານ ເນື່ອງຈາກ ປະຫວັດສາດ ຂອງ ສົງຄາມໂລກ ຄັ້ງທີສອງ. ໃນຂະນະທີ່ ແຜນງົບປະມານ ດັ່ງກ່າວ ຈະຍົກເວັ້ນ ການໃຊ້ຈ່າຍ ດ້ານປ້ອງກັນ ປະເທດ ທີ່ເກີນ 1% ຂອງ ລວມຍອດ ຜະລິດຕະພັນ ພາຍໃນປະເທດ (ຈີດີພີ) ຈາກກົດລະບຽບໜີ້ສິນ ທີ່ເຂັ້ມງວດຂອງ ເຢຍລະມັນ ແລະ ການຈັດຕັ້ງ ກອງທຶນ ທີ່ມີ ມູນຄ່າເຖິງ 500.000 ລ້ານເອີໂຣ ສຳລັບ ການລົງທຶນ ໃນພື້ນຖານໂຄງລ່າງ ເປັນເວລາ 12 ປີ. /
KPL