ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານ

18/03/2025 17:42
Email Print 556
ຂປລ ຂປລ. ພັກເຮົາຖືເອົາວຽກງານກໍ່ສ້າງພື້ນຖານໂຄງລ່າງ ເປັນຂະແໜງເສດຖະກິດ ໂດຍສະເພາະ ການຂະຫຍາຍເສັ້ນທາງຄົມມະນາຄົມ ລົງສູ່ຊົນນະບົດເປັນບູລິມະສິດທີ່ໜຶ່ງ ໂດຍເຫັນໄດ້ການປັບປຸງ ບັນດາເສັ້ນທາງຫລວງແຫ່ງຊາດ, ຂະຫຍາຍ ແລະ ປັບປຸງເສັ້ນທາງລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ຂະຫຍາຍຄົມມະນາຄົມ ລະຫວ່າງ ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ຂະຫຍາຍການຄົມ ມະນາຄົມຢູ່ຊົນນະບົດ.

ຂປລ. ພັກເຮົາຖືເອົາວຽກງານກໍ່ສ້າງພື້ນຖານໂຄງລ່າງ ເປັນຂະແໜງເສດຖະກິດ ໂດຍສະເພາະ ການຂະຫຍາຍເສັ້ນທາງຄົມມະນາຄົມ ລົງສູ່ຊົນນະບົດເປັນບູລິມະສິດທີ່ໜຶ່ງ ໂດຍເຫັນໄດ້ການປັບປຸງ ບັນດາເສັ້ນທາງຫລວງແຫ່ງຊາດ, ຂະຫຍາຍ ແລະ ປັບປຸງເສັ້ນທາງລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ຂະຫຍາຍຄົມມະນາຄົມ ລະຫວ່າງ ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ຂະຫຍາຍການຄົມ ມະນາຄົມຢູ່ຊົນນະບົດ. ແຕ່ໃນການພັດທະນາພື້ນຖານໂຄງລ່າງນັ້ນ, ໄດ້ເນັ້ນເຖິງການພັດທະນາເສັ້ນ ທາງຕ້ອງມີແຜນການ ​ແລະ ມີການແບ່ງງານໃຫ້ແຕ່ລະພາກສ່ວນຢ່າງຈະແຈ້ງ.

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 18 ມີນາ 2025 ນີ້ວ່າ: ການກຳເນີດຂອງ ພັກປະຊາຊົນປະຕິວັດລາວ ພ້ອມກັບໂຄງການການເມືອງ ຊຶ່ງເປັນຄັນທຸງເພື່ອກຳນົດແນວທາງ ແລະ ບາດກ້າວເດີນຂອງການປະຕິວັດ ໃນແຕ່ລະໄລຍະຂອງການປະຕິວັດລາວນັ້ນ ແມ່ນເປັນຂີດໝາຍ ແຫ່ງການຂະຫຍາຍຕົວຢ່າງກຂປລ. ພັກເຮົາຖືເອົາວຽກງານກໍ່ສ້າງພື້ນຖານໂຄງລ່າງ ເປັນຂະແໜງເສດຖະກິດ ໂດຍສະເພາະ ການຂະຫຍາຍເສັ້ນທາງຄົມມະນາຄົມ ລົງສູ່ຊົນນະບົດເປັນບູລິມະສິດທີ່ໜຶ່ງ ໂດຍເຫັນໄດ້ການປັບປຸງ ບັນດາເສັ້ນທາງຫລວງແຫ່ງຊາດ, ຂະຫຍາຍ ແລະ ປັບປຸງເສັ້ນທາງລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ຂະຫຍາຍຄົມມະນາຄົມ ລະຫວ່າງ ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ຂະຫຍາຍການຄົມ ມະນາຄົມຢູ່ຊົນນະບົດ. ະໂດດຂັ້ນ ແລະ ເປັນບາດລ້ຽວອັນຍິ່ງໃຫຍ່ ໃນປະຫວັດສາດ ຂອງການປະຕິວັດລາວ, ດ້ານແນວທາງການ ເມືອງ ແລະ ການຈັດຕັ້ງນໍາພາ. ພັກເຮົາຖືເອົາວຽກງານກໍ່ສ້າງພື້ນຖານ ໂຄງລ່າງ ເປັນຂະແໜງເສດຖະກິດ ໂດຍສະເພາະ ການຂະຫຍາຍເສັ້ນທາງຄົມມະນາຄົມ ລົງສູ່ຊົນນະບົດເປັນບູລິມະສິດທີ່ໜຶ່ງ, ພັກໄດ້ຊີ້ນໍາ, ແຜນການແບ່ງງານໃຫ້ທ້ອງຖິ່ນ ແລະ ຮາກຖານສົມທົບກັບສູນກາງ, ສູ້ຊົນກໍ່ສ້າງລະບົບເສັ້ນ ທາງທາງບົກປະເພດຕ່າງໆ, ເຮັດໃຫ້ການຄົມມະນາຄົມ ລະຫວ່າງ ບ້ານຕໍ່ບ້ານ, ເມືອງຕໍ່ເມືອງ, ແຂວງຕໍ່ແຂວງ ເຊື່ອມຈອດກັນ ແລະ ທະລຸໂລ່ງໃນທົ່ວປະເທດ.

ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຍັງໃຫ້ຮູ້ອີກວ່າ: ໃນສະພາບການໃໝ່ ພັກເຮົາໄດ້ເສີມຂະຫຍາຍມູນເຊື້ອອັນດີງາມ ແຫ່ງການນໍາພາອັນສະຫລາດສ່ອງໃສ, ເປັນເຈົ້າຕົນເອງ ແລະ ປະດິດສ້າງຂອງຕົນ ເພື່ອນໍາພາພະລະກິດປົກປັກຮັກສາ ແລະ ສ້າງສ້າງປະເທດຊາດ, ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງໆຂຶ້ນ ແລະ ກ້າວສູ່ຈຸດໝາຍສັງຄົມນິຍົມ ເທື່ອລະກ້າວຢ່າງໜັກແໜ້ນ, ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະ ຂອງການປະຕິວັດລາວ ໄດ້ນໍາພາວຽກງານຂອງ ຍທຂ ແລະ ຜົນງານອັນພົ້ນເດັ່ນ ໂດຍສະເພາະໃນໄລ ຍະຜັນຂະຫຍາຍມະຕິ XI ຂອງພັກ, ພັກເຮົາຖືເອົາ ການຄົມມະນາຄົມຂົນສົ່ງເປັນປາຍແຫລມ ເພື່ອຊຸກຍູ້ການຜະລິດໃຫ້ຂະຫຍາຍຕົວ, ບົນພື້ນຖານດັ່ງກ່າວນັ້ນລັດຖະບານ ກໍຄື ກະຊວງ ຍທຂ ໄດ້ສຸມໃສ່ພັດທະນາໂຄງລ່າງພື້ນຖານຕ່າງໆ ໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ມີບາດກ້າວຂະຫຍາຍ ຕົວກ້າວກະໂດດເຊັ່ນ: ການສ້າງທາງດ່ວນ, ທາງລົດໄຟ ແລະ ອື່ນໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ ການເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ, ສ້າງເງື່ອນໄຂໃຫ້ແກ່ການເຂົ້າເຖິງຕະຫລາດພາກພື້ນ ແລະ ສາກົນ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດຂອງປະຊາຊົນ. ໃນນັ້ນ, ມີທາງປູເບຕົງ, ທາງປູອັດສະຟານ, ທາງປູຢາງ, ທາງປູແຮ່ ແລະ ທາງປູດິນທຳມະຊາດ, ມີຂົວທັງໝົດ 12.723 ຂົວ, ທຽບໃສ່ປີ 1986 ເພີ່ມຂຶ້ນ 12.624 ຂົວ. ໃນນີ້, ມີທາງປູຢາງທີ່ໄປເຖິງທຸກເທສະບານແຂວງ, ມີເສັ້ນທາງປູຢາງ ແລະ ເສັ້ນທາງດິນແດງທຽວ ໄດ້ສອງລະດູເຂົ້າເຖິງ 148 ເມືອງໃນຂອບເຂດທົ່ວປະເທດ, ຕາໜ່າງເສັ້ນທາງສາມາດ ໄປເຖິງທຸກແຂວງ, ທຸກເມືອງໃນທົ່ວປະເທດໃນນັ້ນມີ 147 ເມືອງ, ທີ່ມີເສັ້ນທາງປູຢາງເຂົ້າເຖິງ, ຈາກທັງໝົດ 148 ເມືອງ. ນອກ ຈາກນັ້ນ, ຍັງໄດ້ເອົາໃຈໃສ່ພັດທະນາບັນດາຕາໜ່າງຄົມມະນາຄົມຂົນສົ່ງ ເຊື່ອມໂຍງເສັ້ນທາງພາຍໃນປະເທດ ກັບບັນດາປະເທດໃກ້ຄຽງ ຕາມແລວເສດຖະກິດ ໃນອະນຸພາກພື້ນ ໃຫ້ໄດ້ມາດຕະຖານສາກົນ, ໂດຍສາມາດ ຍົກລະດັບຕາໜ່າງເສັ້ນທາງຫລວງແຫ່ງຊາດ ທີ່ເປັນທາງຫລວງອາຊຽນ ເປັນຕົ້ນທາງ R3, ທາງ 2W, ທາງ 2E, ທາງ 13 ເໜືອ, ທາງ 13 ໃຕ້, ທາງເລກ 8, ທາງເລກ 9, ທາງເລກ 12, ທາງເລກ 18B, ອັນພົ້ນເດັ່ນໄດ້ສໍາເລັດການກໍ່ສ້າງ ແລະ ເປີດການນໍາໃຊ້ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ, ເປີດການນໍາໃຊ້ເສັ້ນ ທາງລົດໄຟລາວ-ຈີນ. ສະເພາະການບໍລິການດ້ານຄົມມະນາຄົມຂົນສົ່ງທັງໂດຍສານ ແລະ ສິນຄ້າ ເຫັນວ່າມີການຂະຫຍາຍຕົວຢ່າງແຂງແຮງ ພາຍຫລັງທີ່ໄດ້ເປີດນໍາໃຊ້ທາງລົດ ໄຟລາວ-ຈີນ ຢ່າງເປັນທາງການ, ສະເພາະທາງລົດໄຟ ລາວ-ຈີນ ການຂົນສົ່ງຜູ້ໂດຍສານ ນັບແຕ່ມື້ເປີດ-ເດືອນມັງກອນ 2025 ໄດ້ 8,2 ກວ່າລ້ານເທື່ອຄົນ, ການຂົນສົ່ງສິນຄ້າໄດ້ 11,62 ກວ່າລ້ານໂຕນ. ນອກນັ້ນ, ສາມາດສ້າງລາຍຮັບໄດ້ຈາກການເກັບຄ່າບິນຜ່ານນ່ານຟ້າ ມີເຮືອບິນຜ່ານຈໍານວນ 2,8 ລ້ານກວ່າຖ້ຽວບິນ, ສາມາດສ້າງລາຍຮັບໃຫ້ປະເທດຊາດໄດ້ທັງໝົດ 723,59 ກວ່າລ້ານໂດລາ.


ຂ່າວ-ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2025ການເມືອງ

      ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2025

      4/25/2025 9:13:40 PM

      ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 24 ແລະ ອັດລົງດ້ວຍຜົນສຳເລັດ ໃນຕອນເຊົ້າວັນທີ 25 ເມສາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ

    • ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍການເມືອງ

      ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ

      4/25/2025 9:06:11 PM

      ຂປລ. ໃນລະຫວ່າງວັນທີ 21-23 ເມສາ 2025, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

    • ປະທານສະພາແຫ່ງຊາດລາວ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມການເມືອງ

      ປະທານສະພາແຫ່ງຊາດລາວ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

      4/25/2025 8:59:10 PM

      ຂປລ. ຕອນເຊົ້າວັນທີ 25 ເມສາ 2025 ນີ້, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະ​ຫາຍ ເລືອງ ເກືອງ ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະ​ນະຜູ້​ແທນ​ຂັ້ນ​ສູງ ໃນໂອກາດ​ເດີນ​ທາງ​ມາ​ຢ້ຽມ​ຢາມລັດຖະກິດ ຢູ່ ​ສປປ ລາວ ແຕ່​ວັນ​ທີ 24-25 ເມສາ 2025.

    • ປະທານປະເທດ ຫວຽດນາມ ຢ້ຽມຢາມອະດີດການນໍາລາວການເມືອງ

      ປະທານປະເທດ ຫວຽດນາມ ຢ້ຽມຢາມອະດີດການນໍາລາວ

      4/25/2025 8:57:42 PM

      ຂປລ. ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ວັນທີ 24-25 ເມສາ 2025 ນີ້, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເຄື່ອນໄຫວຢ້ຽມຢາມອະດີດການນໍາ ສປປ ລາວ ຄື: ສະຫາຍ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດ ແລະ ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມການເມືອງ

      ນາຍົກລັດຖະມົນຕີພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

      4/25/2025 8:55:17 PM

      ຂປລ. ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 24-25 ເມສາ 2025.

ads
ads

Top