ຂປລ
ການແພ່ລະບາດ ຂອງ ພະຍາດໄຂ້ຫວັດສັດປິກ ໃນສ.ອາເມລິກາ ໄດ້ສົ່ງຜົນໃຫ້ ເກີດພາວະ ການຂາດແຄນໄຂ່ໄກ່ ແລະ ເຮັດໃຫ້ລາຄາໄຂ່ໄກ່ ແພງຂຶ້ນເກືອບ 60% ເມື່ອທຽບໃສ່ ປີກາຍ.
ຂປລ. ອ້າງຕາມຂ່າວ ວໍຊິງຕັນ ຂອງ ສ.ອາເມລິກາ ເມື່ອວັນທີ 19 ມີນາ, ການແພ່ລະບາດ ຂອງ ພະຍາດໄຂ້ຫວັດສັດປິກ ໃນສ.ອາເມລິກາ ໄດ້ສົ່ງຜົນໃຫ້ ເກີດພາວະ ການຂາດແຄນໄຂ່ໄກ່ ແລະ ເຮັດໃຫ້ລາຄາໄຂ່ໄກ່ ແພງຂຶ້ນເກືອບ 60% ເມື່ອທຽບໃສ່ ປີກາຍ. ບັນຫາ ດັ່ງກ່າວ ເຮັດໃຫ້ ສ.ອາເມລິກາ ພວມເຈລະຈາ ຂໍຊື້ໄຂ່ໄກ່ ຈາກ ຫລາຍປະເທດ ໃນເອີຣົບ ເຊັ່ນ: ດານມາກ, ສະວິດ, ແຟງລັງ, ນອກແວ ແລະ ຝຣັ່ງ ແຕ່ບໍ່ມີຄວາມຄືບໜ້າ ເພາະວ່າ ຫລາຍປະເທດ ຕ້ອງປະເມີນ ຄວາມຕ້ອງການ ໄຂ່ໄກ່ ພາຍໃນ ປະເທດ ຂອງ ຕົນ . ປັັດຈຸບັນ ໃນເອີຣົບ ກໍ່ພວມຜະເຊີນກັບ ພາວະຂາດແຄນ ໄຂ່ໄກ່ເຊັ່ນກັນ. ບັນດາ ຜູ້ສົ່ງອອກ ສ່ວນໃຫຍ່ ຢາກສົ່ງອອກໄຂ່ໄກ່ ໄປຍັງປະເທດ ເພື່ອນບ້ານ ເນື່ອງຈາກເສຍຄ່າໃຊ້ຈ່າຍບໍ່ຫລາຍ. ນອກຈາກນີ້ ຍັງມີລາຍງານວ່າ ຜູ້ສົ່ງອອກ ໃນຕວັກກີ ມີແຜນຈະສົ່ງອອກໄຂ່ໄກ່ ເຈຳນວນ 420 ລ້ານໜ່ວຍ ໄປຍັງ ສ.ອາເມລິກາ ໃນປີນີ້. /
KPL