ຣັດເຊຍ-ສ. ອາເມລິກາ ບັນລຸໄດ້ຂໍ້ຕົກລົງຢຸດຍິງ 30 ວັນ ດ້ານພື້ນຖານໂຄງລ່າງພະລັງງານ

19/03/2025 20:36
Email Print 106
ຂປລ ທ່ານ ໂດນັນ ທຣຳ(Donald Trump), ປະທານາທິບໍດີ ສ.ອາເມລິກາ ແລະ ທ່ານ ວາລາດີເມຍ ປູຕິນ(Vladimir Putin),ປະທານາທິບໍດີ ຣັດເຊຍ ໄດ້ມີການໂອ້ລົມ ທາງໂທລະສັບ ເຊິ່ງຫລາຍຄົນລໍຄອຍ. ໂດຍການນຳ ສອງຝ່າຍ ໄດ້ເຫັນດີ ຢຸດຍິງ ເລັ່ງໃສ່ ບັນດາ ພື້ນຖານ ໂຄງລ່າງ ພະລັງງານ ພາຍໃນ 30 ວັນໃນທັນທີ ລະຫວ່າງ ຣັດເຊຍ ແລະ ອູແກຣນ ແຕ່ຍັງບໍ່ທັນ ປະຕິບັດ ການຢຸດຍິງ ຢ່າງເຕັມຮູບແບບ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 18 ມີນາ, ທ່ານ ໂດນັນ ທຣຳ(Donald Trump), ປະທານາທິບໍດີ ສ.ອາເມລິກາ ແລະ ທ່ານ ວາລາດີເມຍ ປູຕິນ(Vladimir Putin),ປະທານາທິບໍດີ ຣັດເຊຍ ໄດ້ມີການໂອ້ລົມ ທາງໂທລະສັບ ເຊິ່ງຫລາຍຄົນລໍຄອຍ. ໂດຍການນຳ ສອງຝ່າຍ ໄດ້ເຫັນດີ ຢຸດຍິງ ເລັ່ງໃສ່ ບັນດາ ພື້ນຖານ ໂຄງລ່າງ ພະລັງງານ ພາຍໃນ 30 ວັນໃນທັນທີ ລະຫວ່າງ ຣັດເຊຍ ແລະ ອູແກຣນ ແຕ່ຍັງບໍ່ທັນ ປະຕິບັດ ການຢຸດຍິງ ຢ່າງເຕັມຮູບແບບ ພາຍຫລັງ ການໂອ້ລົມ ຜ່ານທາງໂທລະສັບ ໃຫ້ຮູ້ວ່າ ທ່ານ ວາລາດີເມຍ ປູຕິນ ຖະແຫລງກຽມ ພ້ອມຮ່ວມມືກັບ ສ.ອາເມລິກາ ເພື່ອຊອກຮູ້ ແບບວິທີ ທີ່ມີຄວາມເປັນໄປໄດ້ ຢ່າງລະອຽດ ແນໃສ່ ບັນລຸໄດ້ ມາດຕະການ ຮອບດ້ານ, ຍືນຍົງ ແລະ ຍາວນານ. ທ່ານ ປະທານາທິບໍດີ ຣັດເຊຍ ເຫັນດີຕໍ່ ຂໍ້ລິເລີ່ມຂອງ ທ່ານ ປະທານາທິບໍດີ ສ.ອາເມລິກາ ກ່ຽວກັບ ຂໍ້ຕົກລົງຢຸດຍິງ ເລັ່ງໃສ່ ບັນດາພື້ນຖານ ໂຄງລ່າງ ພະລັງງານພາຍໃນ 30 ວັນ ແລະ ໄດ້ອອກຄຳສັ່ງໃຫ້ກອງທັບປະເທດນີ້ປະຕິບັດໃນທັນທີ. ການນຳ ຣັດເຊຍ ກໍແຈ້ງໃຫ້ຊາບ ກ່ຽວກັບເລື່ອງ ຣັດເຊຍ ແລະ ອູແກຣນ ຈະປະຕິບັດ ການແລກປ່ຽນ ນັກໂທດ 175 ຄົນ ຂອງແຕ່ລະຝ່າຍ. ເພື່ອປະຕິບັດ ເຈດຕະນາດີ, ມົດສະກູ ຈະມອບສົ່ງ ນາຍທະຫານ 23 ຄົນ ທີ່ຣັດເຊຍ ພວມປິ່ນປົ່ວ ໃຫ້ແກ່ ອູແກຣນ. ນອກຈາກນັ້ນ, ທ່ານ ວາລາດີເມຍ ປູຕິນ ໄດ້ກ່າວເນັ້ນໜັກວ່າ: ເງື່ອນໄຂຕົ້ນຕໍ ເພື່ອແກ້ໄຂ ການປະທະກັນ ແມ່ນເລື່ອງຢຸດຕິ ບັນດາບ້ວງເງິນ ໜູນຊ່ວຍ ດ້ານການທະຫານ ຂອງຕ່າງປະເທດ ແລະ ແບ່ງປັນ ຂໍ້ມູນຂ່າວລັບ ໃຫ້ແກ່ ກີແອັບ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top