ສ.ອາເມລິກາ ຕັດງົບປະມານດ້ານສາທາລະນະສຸກທົ່ວໂລກ ເປັນໄພຂົ່ມຂູ່ຕໍ່ຊີວິດ

19/03/2025 20:36
Email Print 128
ຂປລ ສ.ອາ​ເມ​ລິກາ ​ຕັດ​ງົບ​ປະ​ມານ​ ດ້ານສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ ອາດ​ຈະ​ເປັ​ນ​ໄພ​ຂົ່ມ​ຂູ່​ຕໍ່​ຊີ​ວິດ ​ຂອງຫລາຍ​ລ້ານ​ຄົນ ​ໃນ​ທົ່ວ​ໂລກ. ພ້ອມທັງ ​ເຕືອນ​ໃຫ້​ ສ.ອາ​ເມ​ລິກາ ແລະ ປະ​ເທດ ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ ດຳ​ເນີນ​ການ​ເຈ​ລະ​ຈາ ເພື່ອ​ວາງ​ແຜນ​ການ​ແກ້​ໄຂ ​ທີ່​ມີ​ຄວາມ​ຍືນ​ຍົງ ​ກວ່າ​ເກົ່າ ແລະ ຫລີກ​ລ່ຽງ ​ບໍ່​ໃຫ້​ມີຜົນ​ເສຍ​ຫາຍ​ ທາງດ້ານ​ຊີ​ວິດ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈິນ,ເມື່ອບໍ່ດົນມານີ້,  ທ່ານ ​ເຕ​ໂດ​ຣ​ສ ແອັດ​ຮາ​ນອ​ມ ເກ​ເບ​ຣ​ເຢ​ຊຸ​ສ, ຜູ້​ອຳ​ນວຍ​ການ​ໃຫຍ່ ​ອົງ​ການ​ ອະ​ນາ​ໄມ​ໂລກ​ ກ່າວວ່າ:  ສ.ອາ​ເມ​ລິກາ ​ຕັດ​ງົບ​ປະ​ມານ​ ດ້ານສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ ອາດ​ຈະ​ເປັ​ນ​ໄພ​ຂົ່ມ​ຂູ່​ຕໍ່​ຊີ​ວິດ ​ຂອງຫລາຍ​ລ້ານ​ຄົນ ​ໃນ​ທົ່ວ​ໂລກ. ພ້ອມທັງ ​ເຕືອນ​ໃຫ້​ ສ.ອາ​ເມ​ລິກາ ແລະ ປະ​ເທດ ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ ດຳ​ເນີນ​ການ​ເຈ​ລະ​ຈາ ເພື່ອ​ວາງ​ແຜນ​ການ​ແກ້​ໄຂ ​ທີ່​ມີ​ຄວາມ​ຍືນ​ຍົງ ​ກວ່າ​ເກົ່າ ແລະ ຫລີກ​ລ່ຽງ ​ບໍ່​ໃຫ້​ມີຜົນ​ເສຍ​ຫາຍ​ ທາງດ້ານ​ຊີ​ວິດ.ພາຍຫລັງ ສ.ອາ​ເມ​ລິ​ກາ​ ໄດ້​ຕັດ​​ງົບ​ປະ​ມານ​ດ້ ານ​ສາ​ທາ​ລະ​ນະ​ສຸ​ກ​​ທີ່ ​ສະ​ໜອງ​ ໃຫ້​ແກ່​ ປະ​ເທດ​ອື່ນ​ ໂດຍ​ຜ່າ​ນ​ອົງ​ການ​ພັດ​ທະ​ນາ​ສາ​ກົນ ​ອາ​ເມ​ລິກາ, ສູນ​ປ້ອງ​ກັນ ແລະ ຄວບ​ຄຸ​ມ​ພະ​ຍາດ ​ອາ​ເມ​ລິ​ກາ ແລະ ອົງ​ການ​ອື່ນໆ ​ຢ່າ​ງ​ທະ​ທັນ​ຫັນ, ອາ​ດ​ ຈະ​ສົ່ງ​ຜົນ​ກະ​ທົບ​ ຕໍ່ຄວາມ​ຄືບ​ໜ້າ ​ຂອງ​ທົ່ວ​ໂລກ​ ໃນ​ການ​ປ້ອງ​ກັນ ແລະ ປິ່ນ​ປົວ ມາ​ເລ​ເຣຍ, ພະ​ຍາດ​ເອດ, ພະ​ຍາດ​ວັນ​ນະ​ໂລກ ແລະ ພະ​ຍາດ​ອື່ນໆອີກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top