ຂປລ
ຂປລ. ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈຳປີ 2024 ຈັດຂຶ້ນໃນວັນທີ 13 ມີນາ 2025 ຢູ່ແຂວງຄຳມ່ວນ ພາຍໃຕການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາ ຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ວັດທະນະທຳ-ສັງຄົມ, ປະທານຄະນະກໍາມະການແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ຮອງເຈົ້າແຂວງ, ຫົວໜ້າກົມ ແລະ ຕາງໜ້າຄະນະກໍາມະການ ດ້ານຄວາມປອດໄພທາງຫລວງ ຈາກບັນດາແຂວງ-ນະຄອນຫລວງວຽງຈັນ ແລະ ຜູ້ຕາງໜ້າຈາກທະນາຄານໂລກ ເຂົ້າຮ່ວມ.

ຂປລ. ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈຳປີ 2024 ຈັດຂຶ້ນໃນວັນທີ 13 ມີນາ 2025 ຢູ່ແຂວງຄຳມ່ວນ ພາຍໃຕການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາ ຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ວັດທະນະທຳ-ສັງຄົມ, ປະທານຄະນະກໍາມະການແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ຮອງເຈົ້າແຂວງ, ຫົວໜ້າກົມ ແລະ ຕາງໜ້າຄະນະກໍາມະການ ດ້ານຄວາມປອດໄພທາງຫລວງ ຈາກບັນດາແຂວງ-ນະຄອນຫລວງວຽງຈັນ ແລະ ຜູ້ຕາງໜ້າຈາກທະນາຄານໂລກ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດ ຍຸດທະສາດແຫ່ງຊາດ ດ້ານຄວາມປອດ ໄພທາງຫລວງ ໄລຍະປີ 2021-2030 ແລະ ແຜນດໍາເນີນງານໄລຍະປີ 2021-2025, ພ້ອມທັງ ຕີລາຄາສະພາບຄວາມ ເປັນຈິງ ແລະ ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບວຽກງານຄວາມປອດໄພທາງຫລວງ ເພື່ອຮ່ວມກັນຫາວິທີ ທາງແກ້ໄຂ, ປັບປຸງກົນໄກເຮັດວຽກ, ກົນໄກການປະສານງານ ເພື່ອປ້ອງກັນ ແລະ ຫລຸດຜ່ອນອຸບັດເຫດທາງຫລວງ.
ໃນກອງປະຊຸມ, ທ່ານລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານກ່ຽວກັບ ຄວາມໝາຍ ຄວາມສຳຄັນຂອງວຽກງານ ຄວາມປອດໄພທາງຫລວງ ຊຶ່ງເປັນວຽກງານທີ່ຕິດພັນກັບຊີວິດ ແລະ ຊັບສິນ ຂອງປະຊາ ຊົນ, ມີຜົນເສຍຫາຍຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ປັດຈຸບັນອຸບັດເຫດທາງຫລວງ ຍັງສືບຕໍ່ເປັນໄພຂົ່ມຂູ່ ແລະ ເປັນບັນຫາຫຍໍ້ທໍ້ຢູ່ພາຍໃນສັງຄົມ ເນື່ອງຈາກເສດຖະກິດຂອງ ສປປ ລາວ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງມີຄວາມຕ້ອງການເດີນທາງ ດ້ວຍການນໍາໃຊ້ພາຫະນະເພີ່ມຂຶ້ນ, ການຈະລາຈອນແອອັດ ແລະ ເກີດອຸບັດເຫດ. ບັນຫາອຸບັດເຫດຕາມທ້ອງຖະໜົນ, ອັດຕາການເສຍຊີວິດ ແລະ ຜູ້ທີ່ໄດ້ຮັບບາດເຈັບ ແມ່ນຍັງມີຕົວເລກສູງ ໂດຍ ສະເພາະ ຜູ້ເສຍຊີວິດ ຈໍານວນ 80% ແມ່ນໄວໜຸ່ມ, ນັກຮຽນ-ນັກສຶກສາ ລ້ວນແຕ່ແມ່ນຜູ້ສາມາດອອກແຮງງານ ໄດ້. ຜ່ານການເກັບກຳຂໍ້ມູນ ແລະ ປະເມີນຜົນ, ປັດໃຈຫລັກທີ່ພາໃຫ້ເກີດອຸບັດເຫດຕາມທາງຫລວງ ແມ່ນເກີດ ຈາກຜູ້ຂັບຂີ່ບໍ່ປະຕິບັດ ຕາມກົດລະບຽບຈະລາຈອນ, ສະພາບແວດລ້ອມ, ເສັ້ນທາງ ແລະ ຍານພາຫະນະ.
ຄຽງຄູ່ກັບການລາຍງານດັ່ງກ່າວ, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ບາງບົດຮຽນຈາກທີ່ປຶກສາທະນາ ຄານໂລກ, ຜູ້ຊ່ຽວຊານດ້ານຄວາມປອດໄພທາງຫລວງ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານຄວາມ ປອດໄພທາງລວງ; ຄວາມສຳຄັນດ້ານຄວາມປອດໄພທາງຫລວງ ໃນມູມມອງຂອງອົງການ ການຈັດຕັ້ງສາກົນ ແລະ ການສະໜັບສະໜູນຂອງທະນາຄານໂລກ ແລະ ການສະໜັບສະໜູນຂອງ AIIB; ທົບທວນຄືນການຈັດຕັ້ງປະຕິບັດ ຍຸດທະສາດແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ໄລຍະປີ 2021-2030 ແລະ ແຜນດໍາເນີນງານ ໄລຍະປີ 2021-2025; ແຜນດໍາເນີນງານການຈັດຕັ້ງປະຕິບັດ ຄວາມປອດໄພທາງຫລວງ ຢູ່ປະເທດອົດສະຕຣາລີ; ການຈັດຕັ້ງປະ ຕິບັດ ການກວດສອບຄວາມປອດໄພທາງຫລວງ ທີ່ພົບເຫັນຄວາມສ່ຽງ, ບັນຫາ ແລະ ການແກ້ໄຂຢູ່ໃນ ສປປ ລາວ; ການບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບ ການຈະລາຈອນທາງບົກ ໃນໄລຍະປີ 2021-2024; ການບັນຈຸເອ ກະສານຄວາມຮູ້ກ່ຽວກັບ ຄວາມປອດໄພທາງຫລວງ ແລະ ກົດຈະລາຈອນທາງບົກ ເຂົ້າໃນຫລັກສູດການຮຽນ-ການສອນ ແຕ່ລະຊັ້ນຮຽນ; ການຮັບມືກັບການປີ່ນປົວສຸກເສີນ, ເບິ່ງແຍງຄົນເຈັບພາຍຫລັງເກີດອຸບັດເຫດ; ການສະເໜີປັບປຸງແຜນ ປະຕິບັດງານ ເພື່ອບັນລຸເປົ້າໝາຍຂອງຍຸດທະສາດແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປີ 2030. ນອກນັ້ນ, ຜູ້ເຂົ້າ ຮ່ວມຍັງໄດ້ສຸມໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ດ້ວຍຄວາມຮັບຜິດຊອບສູງ.

ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ເນັ້ນໃຫ້ເອົາໃຈໃສ່ບາງວຽກງານ ເປັນຕົ້ນ ພາກລັດ ແລະ ອໍານາດການປົກຄອງທຸກຂັ້ນ ຕ້ອງໄດ້ຖືສໍາຄັນ ແລະ ເຫັນແຈ້ງຄວາມຈໍາເປັນຮີບດ່ວນ ຂອງການເພີ່ມທະວີການນໍາ ພາ-ຊີ້ນໍາ, ຕິດຕາມຊຸກຍູ້ວຽກງານຄວາມປອດໄພທາງຫລວງຢ່າງເປັນປົກກະຕິ, ແທດເຖິງ ແລະ ທັນການ ເຮັດໃຫ້ ວຽກງານດັ່ງກ່າວ ເປັນພັນທະ, ໜ້າທີ່, ຄວາມຮັບຜິດຊອບຂອງທົ່ວສັງຄົມ, ປຸກລະດົມການເຂົ້າຮ່ວມ ຂອງທຸກພາກ ສ່ວນເສດຖະກິດ-ສັງຄົມ ແລະ ປະຊາຊົນທຸກຊັ້ນຄົນ; ໃຫ້ແຕ່ລະພາກສ່ວນຮີບຮ້ອນຈັດຕັ້ງຜັນຂະຫຍາຍບັນດາມະ ຕິ, ຄໍາສັ່ງ ໂດຍສະເພາະຍຸດທະສາດແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ໄລຍະປີ 2021-2030 ແລະ ແຜນດໍາເນີນງານ ໄລຍະປີ 2021-2025 ອອກເປັນແຜນລະອຽດ, ຫັນເຂົ້າສູ່ລວງເລິກ ແລະ ສຸມໃສ່ຈັດຕັ້ງປະຕິ ບັດໃຫ້ປະກົດຜົນເປັນຈິງ; ການນໍາພັກ-ລັດ ທຸກຂັ້ນ, ພະນັກງານ-ລັດຖະກອນຫລັກແຫລ່ງ ຕ້ອງເປັນແບບຢ່າງ ໃນການ ປະຕິບັດບັນດານິຕິກຳ, ລະບຽບກົດໝາຍ ໂດຍສະເພາະ ກົດໝາຍວ່າດ້ວຍການຈະລາຈອນທາງບົກ ຢ່າງເຂັ້ມງວດ ເດັດຂາດ, ສຳລັບຕໍາຫລວດຈະລາຈອນ ກໍຕ້ອງເດັດດ່ຽວບັງຄັບໃຊ້ ກົດໝາຍຢ່າງຖືກຕ້ອງ ແລະ ເປັນທໍາ ພ້ອມທັງ ຈັດຕັ້ງປະຕິບັດວຽກງານໃຫ້ມີຈຸດສຸມ ແທດເໜາະກັບຕົວຈິງ; ໃຫ້ຄົ້ນຄວ້າ ແລະ ນໍາໃຊ້ເຄື່ອງມືອຸປະກອນເຕັກໂນ ໂລຊີທີ່ທັນສະໄໝຫລາຍຂຶ້ນ ເຂົ້າໃນວຽກງານການບັງຄັບໃຊ້ກົດໝາຍ ກ່ຽວກັບການຈະລາຈອນທາງບົກ; ເອົາໃຈໃສ່ ວຽກງານໂຄສະນາ-ປູກຈິດສໍານຶກ ຕິດພັນກັບວຽກງານອື່ນໆ ເປັນຕົ້ນ ປະສານສົມທົບກັບຂະແໜງການສຶກສາ ສືບຕໍ່ບັນຈຸເອກະສານຄວາມຮູ້ ກ່ຽວກັບຄວາມປອດໄພຕາມທາງຫລວງ ແລະ ກົດຈະລາຈອນທາງບົກ ເຂົ້າໃນຫລັກ ສູດການຮຽນ-ການສອນ ແຕ່ລະຊັ້ນຮຽນໃນຂອບເຂດທົ່ວປະເທດ, ພ້ອມນັ້ນ ກໍຈັດຕັ້ງກິດຈະກໍາກ່ຽວກັບການ ຮຽນຮູ້ວຽກງານຄວາມປອດໄພທາງຫລວງ ເປັນປະຈໍາ; ເພີ່ມທະວີການໂຄສະນາຂໍ້ມູນຂ່າວສານ ກ່ຽວກັບຄວາມ ປອດໄພທາງຫລວງ ຜ່ານສື່ສັງຄົມອອນລາຍ ໃຫ້ຫລາຍຂຶ້ນ ໂດຍສະເພາະ ບັນດາຄໍາຂວັນ “ດື່ມເມົາ ແລ້ວບໍ່ຂັບ, ບໍ່ນໍາໃຊ້ໂທລະສັບໃນເວລາຂັບລົດ, ໃສ່ໝວກກັນກະທົບ, ຮັດສາຍນິລະໄພ ແລະ ອື່ນໆ”; ຕ້ອງມີວິທີການໂຄສະນາ ຂົນຂວາຍ ໃຫ້ທົ່ວສັງຄົມມີສ່ວນຮ່ວມໃນ ວຽກງານຄວາມປອດໄພທາງຫລວງ ໂດຍສະເພາະ ສະຖາບັນຄອບຄົວ ທີ່ ມີບົດບາດສໍາຄັນ ໃນການອົບຮົມບົ່ມສອນລູກຫລານປະຊາຊົນລາວໃນຮູບແບບຕ່າງໆ; ເອົາໃຈໃສ່ຄົ້ນຄວ້າ, ວິເຄາະ, ວິໄຈ ແລະ ແກ້ໄຂຈຸດດໍາ (Blackspots), ຈຸດທີ່ເກີດອຸບັດເຫດເລື້ອຍໆ; ປັບປຸງໂຄງລ່າງພື້ນຖານ ແລະ ຕິດຕັ້ງສິ່ງປ້ອງກັນ ຕາມຖະໜົນຫົນທາງຢ່າງຄົບຊຸດ ແລະ ໃຫ້ໄດ້ມາດຕະຖານ; ໃຫ້ຂະແໜງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ກຽມພ້ອມ ແລະ ມີວິທີການຮັບມືກັບ

ການປິ່ນປົວສຸກເສີນ, ເບິ່ງແຍງຄົນເຈັບພາຍຫລັງເກີດ ອຸບັດເຫດ ໂດຍໃຫ້ມີການປະສານງານຢ່າງກົມກຽວ ກັບບັນດາໜ່ວຍກູ້ໄພ; ໃຫ້ແຕ່ລະແຂວງ ເອົາໃຈໃສ່ຄົ້ນຄວ້າ ແລະ ຈັດສັນງົບປະມານເຂົ້າໃນການຈັດຕັ້ງປະຕິບັດ ວຽກງານຄວາມປອດໄພທາງຫລວງ, ພ້ອມທັງ ກວດກາຄືນ ກົນໄກການປະສານງານ ລະຫວ່າງ ບັນດາຂະແໜງການພາຍໃນແຂວງ ກໍຄື ການປະສານກັບສູນກາງ ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີປະສິດທິພາບສູງຂຶ້ນ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
KPL