ຂປລ
ຂປລ. ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນ 19 ມີນາ 2025, ບັນດາສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງ ໄດ້ພ້ອມກັນປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງໃນບາງໜວດ, ບາງມາດຕາ ເປັນຕົ້ນ ມາດຕາ 29 ປັບເວລາພັກອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ ເພື່ອໃຫ້ສອດຄ່ອງກັບຫລັກການສາກົນ ທີ່ ສປປ ລາວ ເຂົ້າເປັນພາຄີນັ້ນ, ສສຊ ຫລາຍທ່ານ ໄດ້ສະແດງຄວາມບໍ່ເຫັນດີ, ພ້ອມທັງ, ສະເໜີໃຫ້ກະຊວງພາຍໃນ ພິຈາລະນາຄືນຕໍ່ກັບມາດຕາດັ່ງກ່າວ.

ຂປລ. ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນ 19 ມີນາ 2025, ບັນດາສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງ ໄດ້ພ້ອມກັນປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງໃນບາງໜວດ, ບາງມາດຕາ ເປັນຕົ້ນ ມາດຕາ 29 ປັບເວລາພັກອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ ເພື່ອໃຫ້ສອດຄ່ອງກັບຫລັກການສາກົນ ທີ່ ສປປ ລາວ ເຂົ້າເປັນພາຄີນັ້ນ, ສສຊ ຫລາຍທ່ານ ໄດ້ສະແດງຄວາມບໍ່ເຫັນດີ, ພ້ອມທັງ, ສະເໜີໃຫ້ກະຊວງພາຍໃນ ພິຈາລະນາຄືນຕໍ່ກັບມາດຕາດັ່ງກ່າວ. ຂະນະດຽວກັນ, ສສຊ ຫລາຍທ່ານຍັງໄດ້ປະກອບຄໍາເຫັນໃສ່ ມາດຕາ 18 ປັບປຸງເງື່ອນໄຂການເຂົ້າເປັນລັດຖະກອນໃໝ່ ຈາກ 35 ປີ ມາເປັນບໍ່ໃຫ້ເກີນ 40 ປີ ເພື່ອເປີດໂອກາດ ໃຫ້ຜູ້ທີ່ມີຄວາມຮູ້ຄວາມສາມາດ ເຂົ້າໄປປະກອບສ່ວນນຳອົງການຈັດຕັ້ງພັກ-ລັດ, ມາດຕາ 71 ປັບອາຍຸກະສຽນຮັບອຸດໜູນບຳນານ ຂອງພັກນັກງານ-ລັດຖະກອນ ໃຫ້ສາມາດສືບຕໍ່ຮອດ 65 ປີ, ມາດຕາ 58 ພັນທະຂອງພະນັກງານ-ລັດຖະກອນ, ການປັບປຸງບັນຈຸ ແລະ ການເລື່ອນຊັ້ນ-ຂັ້ນ ຂອງພະນັກງານລັດຖະກອນ ແລະ ອື່ນໆ.

ໂອກາດນີ້, ທ່ານ ນາງ ສົມພຽນ ວົງໄຊ ສສຊ ປະຈຳເລືອກຕັ້ງ 1 ນະຄອນຫລວງວຽງຈັນ ໄດ້ປະກອບຄຳເຫັນກ່ຽວກັບ ມາດຕາ 29 ກ່ຽວກັບການຫລຸດເວລາພັກອອກລູກ ໂດຍໄດ້ສະເໜີຖາມໃຫ້ພາກສ່ວນກ່ຽວຂ້ອງ ຕໍ່ກັບເຫດຜົນໃນການປັບວັນພັກອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ ເຊິ່ງຖ້າຈະອີງໃສ່ວ່າ ບໍ່ສອດຄ່ອງກັບສາກົນນັ້ນ ເຫັນວ່າເຫດຜົນດັ່ງກ່າວ ຍັງບໍ່ທັນພຽງພໍ່ຄວນອີງໃສ່ສະ ພາບຄວາມເປັນຈິງຂອງບ້ານເຮົາ, ອີງໃສ່ສະພາບຂອງເອື້ອຍນ້ອງແມ່ຍິງ ໂດຍສະເພາະແມ່ນດ້ານອາຫານການກິນ, ດ້ານສຸຂະພາບຂອງເອື້ອຍນ້ອງແມ່ຍິງ ເຫັນວ່າຍັງບໍ່ທັນເທົ່າທຽມກັບສາກົນ. ສະນັ້ນ, ອີງໃສ່ການຟື້ນຟູສຸຂະພາບ ຂອງແມ່ແຮງແຂງ ແລະ ພ້ອມຈະກັບມາເຮັດວຽກແລ້ວຫລືຍັງ?. ນອກຈາກນີ້, ຍັງໄດ້ສະເໝີໃຫ້ກຳນົດຈະແຈ້ງ ກ່ຽວກັບໄລຍະການຝຶກງານ ຄວນຈະກຳນົດເວລາໃຫ້ເປັນເອກະພາບ ທັງຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ ເນື່ອງຈາກວ່າເຮົາໃຊ້ເວລາຮຽນຫລາຍແລ້ວ, ຈົບມາຍັງຈະໃຊ້ເວລາຝຶກງານຫລາຍອີກ.

ທ່ານ ນາງ ເກສອນ ແສງຍະວົງ ສສຊ ປະຈຳເຂດເລືອກຕັ້ງ 3 ແຂວງຫລວງນໍ້າທາ ໄດ້ສະແດງຄຳຄິດເຫັນຕໍ່ກັບການບັນຈຸ ເຂົ້າເປັນລັດຖະກອນໃໝ່ ແມ່ນເຫັນດີໃຫ້ເອົາອາຍຸ 35 ປີຄືຜ່ານມາ ທັງນີ້, ກໍເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ມີອາຍຸການເຮັດວຽກງານຫລາຍຂຶ້ນ. ສຳລັບນະໂຍບາຍການລາພັກການເຈັບເປັນ ສະເໜີໃຫ້ລະບຸ ລະອຽດວ່າ ການເຈັບປ່ວຍຍາວນານ, ການບາດເຈັບໜັກ, ການບາດເຈັບປານກາງ, ການພັກຜ່າຕັດ ຄວນລະບຸວັນພັກໃຫ້ຈະແຈ້ງ ວ່າຈະໃຫ້ພັກຈັກມື້, ຈັກທິດ, ຈັກເດືອນ ເພື່ອຄວາມເປັນເອະພາບ ຂອງພະນັກງານ-ລັດຖະກອນ ໃນຈັດຕັ້ງປະຕິບັດ.

ທ່ານ ນາງ ສວຍເພັດ ທອງສົມບັດ ສສຊ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ໄດ້ສະແດງຄວາມເຫັນດີເປັນເອກະພາບ ຕໍ່ມາດຕາ 21 ການຍົກຍ້າຍສັບປ່ຽນໜ້າທີ່ ແລະ ບ່ອນປະຈໍາການ ເຫັນວ່າມີເນື້ອໃນຖືກຕ້ອງເໝາະສົມ ກັບການຍົກຍ້າຍສັບປ່ຽນໜ້າທີ່ ຕາມການສັບຊ້ອນຈັດວາງຈາກການຈັດຕັ້ງ ແຕ່ຍັງບໍ່ກວມເອົາ ການຍົກຍ້າຍຕາມການຮ້ອງຂໍ. ສະນັ້ນ, ສະເໜີໃຫ້ເພີ່ມເປັນມາດຕາໃໝ່ ກ່ຽວກັບການຍົກຍ້າຍຕາມການຮ້ອງຂໍ ໂດຍການກຳນົດເງື່ອນໄຂມີຄືແນວໃດ, ກໍານົດອາຍຸການຈັກປີ ຈຶ່ງສາມາດຍົກຍ້າຍໄດ້ ເນື່ອງຈາກໃນປັດຈຸບັນມີຜູ້ຂໍຍົກຍ້າຍ ຈຳນວນຫລາຍ ໂດຍສະເພາະຈາກເມືອງຫາແຂວງ, ສຳລັບມາດຕາ 30 ການໄປຈໍາການຢູ່ບ່ອນອື່ນຊົ່ວຄາວ ແລ້ວເງິນເດືອນ, ເງິນອຸດໜູນຂອງຜູ້ກ່ຽວຈະປະຕິບັດແນວໃດ, ຈະເອົາເບື້ອງໃດ ແລະ ອີງໃສ່ກົດໝາຍ ຫລື ນິຕິກໍາໃດ ສະເໜີໃຫ້ພາກສ່ວນກ່ຽວ ຂ້ອງ ລະບຸລະອຽດຕື່ມໃນກົດໝາຍສະບັບນີ້ ຈຶ່ງຈະປະຕິບັດໄດ້ງ່າຍ.
ຂ່າວ: ກິດຕາ
ພາບ: ເກດສະໜາ
KPL