ຍທຂ ຫວນຄືນມູນເຊື້ອວັນສໍາຄັນຂອງພັກຄົບຮອບ 70 ປີ

19/03/2025 13:46
Email Print 452
ຂປລ ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດ​ປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ​ໃນ​ວັນ​ທີ 19 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນ ກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາຄະນະພັກ, ຄະນະນຳ, ສະມາຊີກພັກ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດ​ປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ​ໃນ​ວັນ​ທີ 19 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນ ກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາຄະນະພັກ, ຄະນະນຳ, ສະມາຊີກພັກ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທັງ​ນີ້, ກໍເພື່ອເຮັດໃຫ້ ພະນັກງານ-ສະມາ ຊິກພັກພາຍໃນກະຊວງ ຍທຂ ​ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບປະຫວັດສາດການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະຫລາຍປີຜ່ານມາ ທີ່ໄດ້ເສຍສະລະເລືອດເນື້ອ ຂອງນັກຮົບປະຕິວັດ, ທັງເປັນການຍົກສູງຄວາມສາມາດການນໍາພາ ແລະ ລັກສະນະນຳໜ້າຂອງພັກ, ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງພັກໃຫ້ຍືນຍົງຕະຫລອດໄປ.

ໃນພິທີ ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ຍົກໃຫ້ເຫັນເຖິງປະຫວັດສາດ ແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 70 ປີຜ່ານມາ, ພັກເຮົາໄດ້ນຳພາການ ປະຕິວັດຊາດ ປະຊາທິປະໄຕ, ນຳພາປົກປັກຮັກສາ ແລະ ສ້າງສາລະບອບໃໝ່. ພັກເຮົາເວລາໃດກໍຍຶດໝັ້ນລັດທິມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ເປັນແນວຄິດຊີ້ນຳຂອງພັກ ສປປ ລາວ, ສົມທົບແໝ້ນລະຫວ່າງລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາ ເຜົ່າ; ຮູ້ເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດ ການເມືອງຄຸນສົມບັດ ສິນທຳປະຕິວັດ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນລາວບັນ ດາເຜົ່າຕະຫລອດມາ. ດັ່ງນັ້ນ, ພັກເຮົາສົມແລ້ວທີ່ເປັນກອງ ເສນາທິການທາງການເມືອງ ທີ່ສະຫລາດສ່ອງໃສ, ເປັນກອງນຳໜ້າທີ່ແໜ້ນແກ່ນ, ເປັນຕົວແທນທີ່ ຈົງຮັກພັກດີ ຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານທີ່ຮັກຊາດ, ເປັນແກນນຳໃນລະບົບການເມືອງແຫ່ງລະບອບປະຊາທິ ປະໄຕປະຊາຊົນ ອັນເຂັ້ມແຂງ ແລະ ສ້າງໃຫ້ປະເທດມີຄວາມສະຖຽນລະພາບ ທາງດ້ານການເມືອງ ໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ເສດຖະກິດວັດທະນະທຳ-ສັງຄົມ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາເປັນກ້າວໆ.

ສໍາລັບ ວຽກງານໂຍທາທິການ ແລະ ຂົນສົ່ງ ກໍໄດ້ມີການປັບປຸງ ແລະ ຂະຫຍາຍເສັ້ນທາງຄົມ ມະນາຄົມຢ່າງຕໍ່ເນື່ອງ ທັງສາມາດເຊື່ອມຕໍ່ກັບອະນຸພາກພື້ນ, ເສັ້ນທາງແລວເສດຖະກິດ ມີເສັ້ນທາງໄປຮອດ ເຂດຈຸດສຸມທຸກແຂວງ, ທຸກເມືອງ, ກຸ່ມບ້ານ ແລະ ບ້ານ. ອັນພົ້ນເດັ່ນສໍາເລັດໂຄງການທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ, ສໍາເລັດໂຄງການທາງລົດໄຟ ລາວ-ຈີນ, ສໍາເລັດໂຄງການສ້າງທາງລົດ ໄຟ ລາວ-ໄທ ໄລຍະ 2 ທ່ານາແລ້ງ-ຄໍາສະຫວາດ ແລະ ປັບປຸງສະຖານີວຽງຈັນ (ຄໍາສະຫວາດ) ເປັນສະຖານີດ່ານສາກົນ; ໄດ້ບໍລິການບັນຊີເຮືອບິນຂຶ້ນລົງ ແລະ ເຂົ້າອອກທັງໝົດ 12 ສະໜາມບິນໃນຂອບເຂດທົ່ວປະເທດ ແລະ 6 ເສັ້ນທາງບິນພາຍໃນໄດ້ທັງໝົດ 51.067 ຖ້ຽວ, ບໍລິການບິນຜ່ານນ່ານຟ້າ ສປປ ລາວ ໄດ້ 222.141 ຖ້ຽວ.

KPL

ຂ່າວອື່ນໆ

ads
ads

Top