ສະໜອງທຶນໃຫ້ວຽກງານໂພຊະນາການ ອີງໃສ່ຂໍ້ມູນເພື່ອຈັດຕັ້ງປະຕິບັດຢ່າງເລັ່ງລັດ

18/03/2025 17:24
Email Print 161
ຂປລ ຂປລ. ຄະນະກໍາມະການໂພຊະນາການແຫ່ງຊາດ ແລະ ຄູ່ຮ່ວມພັດທະນາສາກົນ ເປັນຕົ້ນ ສະຫະພາບເອີລົບ, ທະນາຄານໂລກ, ທະນາຄານພັດທະນາອາຊີ, ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມ ເພື່ອສົ່ງເສີມໂພຊະນາການ, ອົງການສະຫະປະຊາຊາດສໍາລັບເດັກ, ອັງການແຄຣ, ອົງການອາດຣາ, ອົງການອາຫານໂລກ, ກະຊວງກ່ຽວຂ້ອງ, ອົງການຈັດຕັ້ງມະຫາຊົນ, ສະຖາບັນການສຶກສາ ແລະ ຕົວແທນເຄືອ ຂ່າຍພາກເອກະຊົນ ຈັດກອງປະຊຸມແຫ່ງຊາດ ດ້ານໂພຊະນາການຄັ້ງທີ X ໃນວັນທິ 18 ມີນາ 2025 ຢູ່ນະຄອນຫລວງວຽງຈັນ.



ຂປລ. ຄະນະກໍາມະການໂພຊະນາການແຫ່ງຊາດ ແລະ ຄູ່ຮ່ວມພັດທະນາສາກົນ ເປັນຕົ້ນ ສະຫະພາບເອີລົບ
, ທະນາຄານໂລກ, ທະນາຄານພັດທະນາອາຊີ, ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມ ເພື່ອສົ່ງເສີມໂພຊະນາການ, ອົງການສະຫະປະຊາຊາດສໍາລັບເດັກ, ອັງການແຄຣ, ອົງການອາດຣາ, ອົງການອາຫານໂລກ, ກະຊວງກ່ຽວຂ້ອງ, ອົງການຈັດຕັ້ງມະຫາຊົນ, ສະຖາບັນການສຶກສາ ແລະ ຕົວແທນເຄືອ ຂ່າຍພາກເອກະຊົນ ຈັດກອງປະຊຸມແຫ່ງຊາດ ດ້ານໂພຊະນາການຄັ້ງທີ X ໃນວັນທິ 18 ມີນາ 2025 ຢູ່ນະຄອນຫລວງວຽງຈັນ. ພາຍໃຕ້ຫົວຂໍ້ ສະໜອງທຶນໃຫ້ວຽກງານໂພຊະນາການ ໂດຍອີງໃສ່ຂໍ້ມູນເພື່ອຈັດຕັ້ງປະຕິບັດຢ່າງເລັ່ງລັດ ພາຍ​ໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ປະທານຄະນະກໍາມະການແຫ່ງຊາດ ດ້ານໂພຊະນາການ ​ເຊິ່ງກອງປະຊຸມໄດ້ເນັ້ນໜັກເຖິງຄວາມສໍາຄັນ ຂອງການລົງທຶນສໍາລັບໂພຊະນາການ ແລະ ການຮ່ວມມື ເພື່ອແກ້ໄຂບັນຫາໂພຊະນາການໃນປະເທດ.




ໂອກາດນີ້
, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ມີຄຳເຫັນ ແລະ ເນັ້ນໃຫ້ເອົາໃຈໃສ່ບາງວຽກງານທີ່ສຳຄັນ ໃນກອງປະຊຸມດ້ານໂພຊະນາການແຫ່ງຊາດ ຄັ້ງທີ 10 ແລະ ກອງປະຊຸມຄະນະກໍາມະການແຫ່ງຊາດ ດ້ານໂພຊະນາການ ປະຈໍາປີ 2024 ເລັງໃສ່ການສະໜອງທຶນ ໃສ່ວຽກງານໂພຊະນາການ ເພື່ອຮີບຮ້ອນໃຫ້ມີ ການຈັດຕັ້ງປະຕິບັດແບບເລັ່ງລັດ ໃນ​ໄລຍະສຸດທ້າຍ ຂອງການປະຕິບັດ ແຜນພັດທະນາ​ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ກໍຄື ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ 2020-2025 ແນໃສ່ໃຫ້ບັນລຸຄາດໝາຍດ້ານໂພຊະນາການ ໂດຍສະເພາະ ໃຫ້ອັດຕາເດັກຂາດອາຫານປະເພດລວງສູງບໍ່ໄດ້ມາດຕະຖານ ຫລຸດລົງ ເປັນ 1 ໃນ 4 ໃນປີ 2030 ຄື: ສືບຕໍ່ເອົາວຽກໂພຊະນາການ ເຊື່ອມເຂົ້າໃນແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 ແລະ ລະບົບລາຍງານຕິດຕາມປະເມີນຜົນຂອງຊາດ;  ໃຫ້ແຕ່ລະຂະແໜງການ ນຳເອົາບັນດາກຸ່ມກິດຈະກຳ ທີ່ນອນຢູ່ໃນແຜນປະຕິບັດງານແຫ່ງຊາດ ດ້ານໂພຊະນາການເຊື່ອມເຂົ້າໃນ ແຜນພັດທະນາ 5 ປີ ແລະ ຈັດເຂົ້າເປັນແຜນບຸລິມະ ສິດ ປະຈໍາປີ 2025 ແລະ ເຊື່ອມເຂົ້າໃນກອບລະບົບລາຍງານ ຂອງແຕ່ລະຂະແໜງການ ແຕ່ສູນກາງ ຮອດທ້ອງຖິ່ນ; ສູ້ຊົນເພີ່ມທະວີການສະໜອງ ດ້ານງົບປະມານ ເພື່ອໃຫ້ໄດ້ຈັດຕັ້ງປະຕິບັດ ແລະ ການສັງຮວມລາຍງານດ້ານການເງິນ ທີ່ສະໜອງໃນວຽກໂພຊະນາການ ໃນແຕ່ລະຂະແໜງການ; ເພີ່ມທະວີ ການຮ່ວມມື ປະສານງານກັບຄູ່ຮ່ວມພັດທະນາ, ຜູ້ໃຫ້ທຶນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງ ຄົມ ແລະ ການມີສ່ວນຮ່ວມຂອງພາກເອກະຊົນ  ເພື່ອລະດົມທຶນ ໃນການສະໜັບສະໜູນວຽກງານໂພ ຊະນາການ; ສືບຕໍ່ປັບປຸງຄະນະກຳມະການ ໂພຊະນາການຂັ້ນແຂວງ ແລະ ເມືອງ ຕາມຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ສະບັບປັບ ເລກທີ 155 ແລະ ປັບປຸງຈຸດປະສານງານແຕ່ລະຂະແໜງການ ເພື່ອໃຫ້ມີຄວາມຄ່ອງໂຕ ແລະ ຟົດຟຶ້ນຢ່າງຕໍ່ເນື່ອງ ພ້ອມທັງໃຫ້ມີການເຄື່ອນ​ໄຫວຢ່າງເປັນປົກກະຕິ; ສ້າງຄວາມເຂັ້ມແຂງໃຫ້ລະບົບການຜະລິດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານເພື່ອສຸຂະພາບ ແບບຍືນຍົງ, ພ້ອມທັງສ້າງຄວາມເຂັ້ມແຂງ ລະບົບບໍລິການດ້ານໂພຊະນາການ; ເຮັດການເຝົ້າລະວັງ ທາງດ້ານໂພຊະນາການຢ່າງເປັນປົກກະຕິ ໄປຄຽງຄູ່ກັບການຄົ້ນຄວ້າ ແລະ ນຳໃຊ້ບັນດາຂໍ້ມູນຫລັກຖານໃໝ່ເຂົ້າໃນການວາງແຜນແກ້ໄຂບັນຫາໃຫ້ຖຶກຈຸດ ແນໃສ່ເຮັດໃຫ້ການລົງທຶນ ໄດ້ຮັບປະສິດທິຜົນສູງສຸດ; ທຸກພາກສ່ວນ ໃຫ້ການສະໜັບສະໜຸນການສະໜອງ ແລະ ຈັດສັນທຶນໃສ່ໃນການຮີບຮ້ອນ ເລັ່ງລັດຈັດຕັ້ງປະຕິບັດ ວຽກງານໂພຊະນາການ ພ້ອມທັງມີການຕິດຕາມ, ຊຸກຍູ້, ປະເມີນຜົນຢ່າງເປັນລະບົບ ແລະ ຕໍ່ເນື່ອງ, ພ້ອມທັງມີການສະຫລຸບລາຍງານເປັນແຕ່ລະໄລຍະ.




ທ່ານ ອາເລັກຊານເດີ ເຄຣເມີ
ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ​ໄດ້ກ່າວວ່າ: ໂພຊະນາການທີ່ພຽງພໍ ແມ່ນມີຄວາມຈຳເປັນຕໍ່ການຈະເລີນເຕີບໂຕ, ຄວາມສະຫລາດ ແລະ ລະດັບລາຍຮັບໃນອະນາຄົດຂອງເດັກ. ແຕ່ໜ້າເສຍດາຍ, ປະເທດລາວຍັງຜະເຊີນກັບ ອັດຕາການຂາດສານອາຫານ ໃນໄວເດັກທີ່ສູງຫລາຍ ແລະ ກັບມາມີອັດຕາທີ່ສູງກວ່າແຕ່ກ່ອນ. ເພື່ອໃຫ້ສາມາດກັບມາສືບຕໍ່ຫລຸດຜ່ອນ ອັດຕາການຂາດໂພຊະນາການໄດ້ ມັນຈໍາເປັນຕ້ອງມີບຸກຄະລາກອນ ດ້ານສາທາລະນະສຸກ ທີ່ໄດ້ຮັບການຝຶກອົບຮົມຫລາຍຂຶ້ນ, ມີການສະໜອງເງິນສົດໂດຍມີເງື່ອນໄຂ ເພື່ອໃຫ້ເດັກໄດ້ຮັບສານອາຫານ ແລະ ໂພຊະນາການທີ່ພຽງພໍ, ພ້ອມທັງມີການລົງທຶນໃສ່ການສະໜອງນໍ້າສະອາດ. ທະນາຄານໂລກ ແລະ ບັນດາຄູ່ຮ່ວມງານຈະສືບຕໍ່ສະໜັບສະໜູນລັດຖະບານລາວ ໃນການລົງທຶນໃສ່ວຽກງານທີ່ຕິດພັນກັບໂພຊະນາການ ເຊິ່ງຮຽກໃຫ້ໃຫ້ລັດຖະບານຕ້ອງໄດ້ເພີ່ມການຈັດສັນງົບປະມານ ພາກລັດເຂົ້າໃນວຽກງານດັ່ງກ່າວ ຢ່າງຮີບດ່ວນ ເພື່ອຮັດແຄບຊ່ອງຫວ່າງ ໃນການສະໜອງທຶນ.




ທ່ານ ບິລາລ ໂອແຣັງ ເຊັບ ດູຣານິ
, ຜູ້ຕາງໜ້າ ອົງການສະຫະປະຊາດສໍາລັບເດັກ ປະຈໍາ ສປປ ລາວ ​ໄດ້​ກ່າວ​ວ່າ: ຕ້ອງມີຍຸດທະສາດການລົງທຶນ ແລະ ສະໜັບສະໜູນ ດ້ານງົບປະມານທີ່ຍືນຍົງ ຈຶ່ງຈະຮັບປະກັນໄດ້ວ່າ ເດັກນ້ອຍທຸກໆຄົນ ຈະໄດ້ຮັບໂພຊະນາການທີ່ພຽງພໍ ຕາມຄວາມຕ້ອງການຂອງພວກເຂົາ ໂດຍສະເພາະ ແມ່ນໄລຍະ 1.000 ວັນທໍາອິດຂອງຊີວິດ ແລະ ແມ່ເອງກໍຕ້ອງໄດ້ຮັບການສະໜັບສະໜູນ ໃນການຊ່ວຍເບິ່ງແຍງດູແລ ລູກຂອງພວກເຂົາ.

KPL

ຂ່າວອື່ນໆ

    • ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານການເມືອງ

      ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານ

      3/18/2025 5:42:08 PM

      ຂປລ. ພັກເຮົາຖືເອົາວຽກງານກໍ່ສ້າງພື້ນຖານໂຄງລ່າງ ເປັນຂະແໜງເສດຖະກິດ ໂດຍສະເພາະ ການຂະຫຍາຍເສັ້ນທາງຄົມມະນາຄົມ ລົງສູ່ຊົນນະບົດເປັນບູລິມະສິດທີ່ໜຶ່ງ ໂດຍເຫັນໄດ້ການປັບປຸງ ບັນດາເສັ້ນທາງຫລວງແຫ່ງຊາດ, ຂະຫຍາຍ ແລະ ປັບປຸງເສັ້ນທາງລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ຂະຫຍາຍຄົມມະນາຄົມ ລະຫວ່າງ ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ຂະຫຍາຍການຄົມ ມະນາຄົມຢູ່ຊົນນະບົດ.

    • ກະຊວງພາຍໃນ ຍ້ອງຍໍພະນັກງານດີເດັ່ນ ປີ 2024ການເມືອງ

      ກະຊວງພາຍໃນ ຍ້ອງຍໍພະນັກງານດີເດັ່ນ ປີ 2024

      3/18/2025 5:34:24 PM

      ຂປລ. ກະຊວງພາຍໃນ ຈັດພິທີມອບຫລຽນກາລະນຶກ 70 ປີ, ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມອບໃບຍ້ອງຍໍ ໃຫ້ພະນັກງານດີເດັ່ນ ປະຈຳປີ 2024 ໃນວັນທີ 17 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄໍາ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງພາຍໃນ, ມີຄະນະພັກ, ຄະນະນຳ, ພະນັກງານອາວຸໂສບໍານານ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສະຖາບັນ ແລະ ສູນ ພ້ອມດ້ວຍພະນັກງານທົ່ວກະຊວງພາຍໃນ ເຂົ້າຮ່ວມ.

    • ກະຊວງການເງິນ ອອກພັນທະບັດລັດຖະບານ ຊຸດໃໝ່ ປີ 2025ການເມືອງ

      ກະຊວງການເງິນ ອອກພັນທະບັດລັດຖະບານ ຊຸດໃໝ່ ປີ 2025

      3/18/2025 5:12:13 PM

      ຂປລ. ກະຊວງການເງິນ ອອກພັນທະບັດລັດຖະບານ ຊຸດໃໝ່ ປີ 2025 ຕະຫລາດຫລັກຊັບລາວ ປະກອບມີ ສະກຸນເງິນກີບ ຈໍານວນ 2.700 ຕື້ກີບ, ສະກຸນເງິນໂດລາສະຫະລັດ 100 ລ້ານໂດລາ, ສະກຸນເງິນບາດ 6.500 ລ້ານບາດ ແລະ ສະກຸນເງິນຢວນ ຈໍານວນ 200 ລ້ານຢວນ ໂດຍມີຕົວແທນຈຳໜ່າຍພັນລະບັດ ປະກອບມີ ບໍລິສັດຫລັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫລັກຊັບລາວ-ຈີນມະຫາຊົນ, ບໍລິສັດຫລັກຊັບ LDB-S.

    • ສສຊ ສະເໜີ ຫລາຍບັນຫາ ເພື່ອໃຫ້ ກົດໝາຍການປົກຄອງທ້ອງຖິ່ນ ມີຄວາມຮັດກຸມການເມືອງ

      ສສຊ ສະເໜີ ຫລາຍບັນຫາ ເພື່ອໃຫ້ ກົດໝາຍການປົກຄອງທ້ອງຖິ່ນ ມີຄວາມຮັດກຸມ

      3/18/2025 5:05:34 PM

      ຂປລ. ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ມີນາ 2025 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ​ແຕ່ລະ​ເຂດເລືອກຕັ້ງ ໄດ້ສຸມໃສ່ປະກອບຄິດຄຳເຫັນ ຢ່າງກົງໄປກົງມາ ​ໃສ່​ຮ່າງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ທີ່ສະ​ເໜີ​ໂດຍ ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ເຊິ່ງໂດຍລວມແລ້ວ ສສຊ ໄດ້ສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບ ຕໍ່ຄະນະຮັບຜິດຊອບປັບປຸງກົດໝາຍ ທີ່ໄດ້ສຸມໃສ່ກະກຽມ-ປັບປຸງກົດໝາຍສະບັບນີ້ ໃຫ້ມີເນື້ອໃນສອດຄ່ອງ, ຄົບຖ້ວນ, ສົມບູນຂຶ້ນກວ່າເກົ່າ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິຜົນ.

    • ພາຍໃຕ້ການນໍາພາຂອງພັກ ແຂວງໄຊສົມບູນ ໄດ້ຮັບການພັດທະນາ  ແລະ ເຕີບໃຫຍ່ເຂັ້ມແຂງການເມືອງ

      ພາຍໃຕ້ການນໍາພາຂອງພັກ ແຂວງໄຊສົມບູນ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງ

      3/18/2025 4:51:58 PM

      ຂປລ. ນັບ​ແຕ່​ມື້​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ໃນ​ວັນທີ 22 ມີນາ 1955 ​ເຖິງ​ປັດຈຸບັນ, ພັກປະຊາຊົນປະຕິວັດລາວ ມີການເຕີບໃຫຍ່ເຂັ້ມແຂງຮອບດ້ານ, ​ໄດ້​ນໍາພາ-ຊີ້​ນໍາ​ທຸກ​ຂົງ​ເຂດ​ວຽກ​ງານ ນັບ​ແຕ່​ສູນ​ກາງຮອດ​ທ້ອງ​ຖິ່ນ​ຮາກ​ ການເຮັດໃຫ້ປະເທດຊາດ ຂອງພວກເຮົາ ໄດ້ຮັບການພັດທະນາ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ​ແລະ ກ້າວຂຶ້ນໄປຢ່າງໜັກແໜ້ນ.

ads
ads

Top