ກະຊວງການເງິນ ອອກພັນທະບັດລັດຖະບານ ຊຸດໃໝ່ ປີ 2025

18/03/2025 17:12
Email Print 279
ຂປລ ຂປລ. ກະຊວງການເງິນ ອອກພັນທະບັດລັດຖະບານ ຊຸດໃໝ່ ປີ 2025 ຕະຫລາດຫລັກຊັບລາວ ປະກອບມີ ສະກຸນເງິນກີບ ຈໍານວນ 2.700 ຕື້ກີບ, ສະກຸນເງິນໂດລາສະຫະລັດ 100 ລ້ານໂດລາ, ສະກຸນເງິນບາດ 6.500 ລ້ານບາດ ແລະ ສະກຸນເງິນຢວນ ຈໍານວນ 200 ລ້ານຢວນ ໂດຍມີຕົວແທນຈຳໜ່າຍພັນລະບັດ ປະກອບມີ ບໍລິສັດຫລັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫລັກຊັບລາວ-ຈີນມະຫາຊົນ, ບໍລິສັດຫລັກຊັບ LDB-S.



ຂປລ. ກະຊວງການເງິນ ອອກພັນທະບັດລັດຖະບານ ຊຸດໃໝ່ ປີ
2025 ຕະຫລາດຫລັກຊັບລາວ ປະກອບມີ ສະກຸນເງິນກີບ ຈໍານວນ 2.700 ຕື້ກີບ, ສະກຸນເງິນໂດລາສະຫະລັດ 100 ລ້ານໂດລາ, ສະກຸນເງິນບາດ 6.500 ລ້ານບາດ ແລະ ສະກຸນເງິນຢວນ ຈໍານວນ 200 ລ້ານຢວນ ໂດຍມີຕົວແທນຈຳໜ່າຍພັນລະບັດ ປະກອບມີ ບໍລິສັດຫລັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫລັກຊັບລາວ-ຈີນມະຫາຊົນ, ບໍລິສັດຫລັກຊັບ LDB-S. ນອກນີ້, ຍັງມີ 7 ທະນາຄານທຸລະກິດຕົວແທນຈຳໜ່າຍຍ່ອຍຄື: ທະນາຄານການຄ້າຕ່າງປະເທດມະຫາຊົນ, ທະນາຄານສົ່ງເສີມກະສິກຳຈຳກັດ, ທະນາຄານພັດທະນາລາວ ຈໍາກັດ, ທະນາຄານເອັສທີ ຈໍາກັດ, ທະນາຄານພົງສະຫວັນ ຈຳກັດ, ທະນາຄານ ມາຣູຮານ​ເຈແປນລາວ ຈໍາກັດ, ທະນາຄານແຫ່ງປະເທດຈີນ (ຮົງກົງ) ຈຳກັດ.




ທ່ານ ວິເລດ ກິນນາວົງ ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ ໄດ້​ໃຫ້​ຮູ້​ໃນ​ໂອກາດ​ຖະ​ແຫລ​ງຂ່າວ ໃນວັນທີ
14 ມີນາ 2025 ຜ່ານ​ມາ​ນີ້ວ່າ: ກະຊວງການເງິນໄດ້ອອກພັນທະບັດ ລັດຖະບານ ຜ່ານຕະຫລາດຫລັກຊັບລາວ ປີນີ້​ເປັນປີທີ 8 ເຊິ່ງເຫັນວ່າການຈໍາໜ່າຍ ພັນທະບັດລັດຖະບານ ຜ່ານຕະຫລາດ ຫລັກຊັບລາວ ແມ່ນໄດ້ຮັບການຕອບຮັບເປັນຢ່າງດີ ຈາກຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ, ທັງບຸກຄົນ ແລະ ນິຕິບຸກຄົນ. ໃນເບື້ອງຕົ້ນການຈໍາໜ່າຍພັນທະບັດ ລັດຖະບານມີພຽງສະກຸນເງິນກີບເທົ່ານັ້ນ, ຕໍ່ມາຈຶ່ງມີການອອກຈໍາໜ່າຍສະກຸນເງິນໂດລາໃນປີ 2020, ສະກຸນເງິນບາດ ໃນປີ 2023 ແລະ ສະກຸນເງິນຢວນ ໃນປີ 2024 ຕາມລໍາດັບ.




ການອອກຈຳໜ່າຍພັນທະບັດດັ່ງກ່າວ
, ເຫັນວ່າທຸກພາກສ່ວນໄດ້ມີການຮ່ວມມື ເອົາໃຈໃສ່ໃນການຈໍາໜ່າຍຈົນປະສົບຜົນສໍາເລັດ ແລະ ໄດ້ປະຕິບັດພັນທະໃນການຈ່າຍຕົ້ນທຶນ ແລະ ດອກເບ້ຍໃຫ້ຜູ້ລົງທຶນຢ່າງເຄັ່ງຄັດ ແລະ ຄົບຕາມຈໍານວນຖືກຕ້ອງຕາມເວລາທີ່ກຳນົດໄວ້, ນີ້ແມ່ນຂີດໝາຍສໍາຄັນອັນໜຶ່ງ ທີ່ເຮັດໃຫ້ຜູ້ລົງທຶນ ເຊື່ອໝັ້ນ ແລະ ເລືອກລົງທຶນໃນພັນທະບັດລັດຖະບານ. ຈາກຜົນງານອັນໂດດເດັ່ນຜ່ານມາ, ກະຊວງການເງິນ ຈຶ່ງເຫັນດີ​ໃຫ້ສືບຕໍ່ໃຫ້ມີການຈໍາໜ່າຍພັນທະບັດລັດຖະບານ ປີ 2025 ຜ່ານຕະຫລາດຫລັກຊັບລາວ.

KPL

ຂ່າວອື່ນໆ

    • ສສຊ ສະເໜີໃຫ້ພິຈາລະນາຄືນ ການລາພັກ ອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງການເມືອງ

      ສສຊ ສະເໜີໃຫ້ພິຈາລະນາຄືນ ການລາພັກ ອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ

      3/19/2025 6:31:46 PM

      ຂປລ. ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນ 19 ມີນາ 2025, ບັນດາສະມາຊິກສະພາແຫ່ງຊາດ ​ແຕ່ລະ​ເຂດ​ເລືອກ​ຕັ້ງ ໄດ້ພ້ອມກັນປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງໃນບາງໜວດ, ບາງມາດຕາ ເປັນຕົ້ນ ມາດຕາ 29 ປັບເວລາພັກອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ ເພື່ອໃຫ້ສອດຄ່ອງກັບຫລັກການສາກົນ ທີ່ ສປປ ລາວ ເຂົ້າເປັນພາຄີນັ້ນ, ສສຊ ຫລາຍທ່ານ ໄດ້ສະແດງຄວາມບໍ່ເຫັນດີ, ພ້ອມທັງ, ສະເໜີໃຫ້ກະຊວງພາຍໃນ ພິຈາລະນາຄືນຕໍ່ກັບມາດຕາດັ່ງກ່າວ.

    • ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປາຖະກະຖາວັນສ້າງ ຕັ້ງພັກ ຄົບຮອບ 70 ປີການເມືອງ

      ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປາຖະກະຖາວັນສ້າງ ຕັ້ງພັກ ຄົບຮອບ 70 ປີ

      3/19/2025 6:27:28 PM

      ຂປລ. ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະພັກ, ປະທານສະຫະພັນ ນັກຮົບເກົ່າແຫ່ງຊາດ, ມີຄະນະນໍາສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຄະນະນຳກະຊວງປ້ອງກັນປະເທດ, ຄະນະນໍາສະຫະພັນນັກຮົບເກົ່ານະຄອນຫລວງວຽງຈັນ, ຄະນະກົມ, ຫ້ອງການ, ພະນັກງານປະຕິວັດອາວຸໂສ, ສະມາຊິກສະຫະພັນນັກຮົບເກົ່າ 9 ເມືອງ ​ໃນນະຄອນຫລວງວຽງຈັນ

    • ຍທຂ ຫວນຄືນມູນເຊື້ອວັນສໍາຄັນຂອງພັກຄົບຮອບ 70 ປີການເມືອງ

      ຍທຂ ຫວນຄືນມູນເຊື້ອວັນສໍາຄັນຂອງພັກຄົບຮອບ 70 ປີ

      3/19/2025 1:46:13 PM

      ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດ​ປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ​ໃນ​ວັນ​ທີ 19 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນ ກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາຄະນະພັກ, ຄະນະນຳ, ສະມາຊີກພັກ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ສະພາແຫ່ງຊາດ ພິຈາລະນາກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດ ພິຈາລະນາກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ

      3/19/2025 1:23:35 PM

      ຂປລ. ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ​ໃນວັນ 19 ມີນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານ ສະພາແຫ່ງຊາດ, ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ສະບັບປັບປຸງ

    • ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານການເມືອງ

      ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານ

      3/18/2025 5:42:08 PM

      ຂປລ. ພັກເຮົາຖືເອົາວຽກງານກໍ່ສ້າງພື້ນຖານໂຄງລ່າງ ເປັນຂະແໜງເສດຖະກິດ ໂດຍສະເພາະ ການຂະຫຍາຍເສັ້ນທາງຄົມມະນາຄົມ ລົງສູ່ຊົນນະບົດເປັນບູລິມະສິດທີ່ໜຶ່ງ ໂດຍເຫັນໄດ້ການປັບປຸງ ບັນດາເສັ້ນທາງຫລວງແຫ່ງຊາດ, ຂະຫຍາຍ ແລະ ປັບປຸງເສັ້ນທາງລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ຂະຫຍາຍຄົມມະນາຄົມ ລະຫວ່າງ ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ຂະຫຍາຍການຄົມ ມະນາຄົມຢູ່ຊົນນະບົດ.

ads
ads

Top