ສສຊ ສະເໜີ ຫລາຍບັນຫາ ເພື່ອໃຫ້ ກົດໝາຍການປົກຄອງທ້ອງຖິ່ນ ມີຄວາມຮັດກຸມ

18/03/2025 17:05
Email Print 264
ຂປລ ຂປລ. ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ມີນາ 2025 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ​ແຕ່ລະ​ເຂດເລືອກຕັ້ງ ໄດ້ສຸມໃສ່ປະກອບຄິດຄຳເຫັນ ຢ່າງກົງໄປກົງມາ ​ໃສ່​ຮ່າງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ທີ່ສະ​ເໜີ​ໂດຍ ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ເຊິ່ງໂດຍລວມແລ້ວ ສສຊ ໄດ້ສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບ ຕໍ່ຄະນະຮັບຜິດຊອບປັບປຸງກົດໝາຍ ທີ່ໄດ້ສຸມໃສ່ກະກຽມ-ປັບປຸງກົດໝາຍສະບັບນີ້ ໃຫ້ມີເນື້ອໃນສອດຄ່ອງ, ຄົບຖ້ວນ, ສົມບູນຂຶ້ນກວ່າເກົ່າ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິຜົນ.



ຂປລ. ກອງປະຊຸມສະໄໝວິສາມັນເທື່ອທີ
2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ມີນາ 2025 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ​ແຕ່ລະ​ເຂດເລືອກຕັ້ງ ໄດ້ສຸມໃສ່ປະກອບຄິດຄຳເຫັນ ຢ່າງກົງໄປກົງມາ ​ໃສ່​ຮ່າງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ທີ່ສະ​ເໜີ​ໂດຍ ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ເຊິ່ງໂດຍລວມແລ້ວ ສສຊ ໄດ້ສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບ ຕໍ່ຄະນະຮັບຜິດຊອບປັບປຸງກົດໝາຍ ທີ່ໄດ້ສຸມໃສ່ກະກຽມ-ປັບປຸງກົດໝາຍສະບັບນີ້ ໃຫ້ມີເນື້ອໃນສອດຄ່ອງ, ຄົບຖ້ວນ, ສົມບູນຂຶ້ນກວ່າເກົ່າ  ແລະ ສາມາດນຳໄປຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິຜົນ.




ໂອກາດ​ນີ້, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄິດຄຳເຫັນຫລາຍບັນຫາສຳຄັນ ຢູ່ບາງໝວດ
, ບາງມາດຕາ ເປັນຕົ້ນ ເງື່ອນໄຂການສ້າງຕັ້ງນະຄອນຫລວງ, ແຂວງ, ເມືອງ, ສ້າງຕັ້ງຕາແສງ, ການແຕ່ງຕັ້ງຕາແສງ, ທີ່ຕັ້ງຂອງອົງການປົກຄອງທ້ອງຖິ່ນ, ສິດ ແລະ ໜ້າທີ່ ຂອງຄະນະກຳ ມະການປົກຄອງນະຄອນຫລວງ, ແຂວງ, ຂອງອົງການປົກຄອງທ້ອງຖິ່ນ ແລະ ອື່ນໆ ເຊິ່ງໂດຍລວມແລ້ວ ແມ່ນສະເໜີ ໃຫ້ຕັດອອກ, ຕື່ມໃສ່, ສັບຊ້ອນ, ປັບປຸງບາງເນື້ອໃນ ໃຫ້ເຂົ້າໃຈງ່າຍ, ສອດຄ່ອງ, ຮັດກຸມ, ຄົບຖ້ວນ, ສົມບູນ, ກະທັດຮັດ, ທັງສອດຄ່ອງກັບສະພາບການປັບປຸງໃໝ່ ຂອງລັດຖະທຳມະ ນູນ, ສອດຄ່ອງກັບເງື່ອນໄຂຕົວຈິງຂອງທ້ອງຖິ່ນ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະບານ ວາງອອກ ເພື່ອເຮັດໃຫ້ກົດໝາຍສະບັບນີ້ ສາມາດນຳໄປຈັດຕັ້ງປະຕິບັດ ຢ່າງມີປະສິດທິ ພາບ ແລະ ປະສິດທິຜົນສູງສຸດ.

 


ພາຍຫລັງກົດໝາຍສະບັບນີ້
, ຖືກຮັບຮອງ ແລະ ປະກາດ ໃຊ້ຢ່າງເປັນທາງການ ຈະເປັນບ່ອນອີງອັນສໍາຄັນໃຫ້ແກ່ອົງການປົກຄອງທ້ອງຖິ່ນ ໃນການປັບປຸງຂັ້ນການປົກຄອງ ໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະກັບສະພາບເງື່ອນໄຂຕົວຈິງ ໃນແຕ່ລະທ້ອງຖິ່ນ ໂດຍສະເພາະການສ້າງຕາແສງ ເປັນການປົກຄອງຂັ້ນລຸ່ມສຸດ ເພື່ອເອື້ອອໍານວຍໃຫ້ບ້ານ ເປັນຫົວໜ່ວຍບໍລິຫານຊຸມຊົນຢ່າງແທ້ຈິງ, ທັງເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ໃນການປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ໃຫ້ສອດຄ່ອງຕາມແນວທາງ ນະໂຍບາຍຂອງພັກ-ລັດຖະບານ ແລະ ເປັນການແບ່ງຄວາມຮັບຜິດຊອບ, ແບ່ງຂັ້ນຄຸ້ມຄອງ ໃຫ້ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໃຫ້ແທດເຖິງ ແລະ ອື່ນໆ.




ຜ່ານການຕີລາຄາ ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ໃນໄລຍະຜ່ານມາ ເຫັນວ່າ: ມີບາງບັນຫາທີ່ຄ້າງຄາ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນ ເປັນຕົ້ນແມ່ນເທສະບານ ທີ່ກຳນົດໄວ້ເປັນຫົວໜ່ວຍການປົກຄອງໜຶ່ງໃນຂັ້ນເມືອງ, ມາຮອດປັດຈຸບັນພວກເຮົາບໍ່ທັນສາມາດ ຈັດຕັ້ງປະຕິບັດໄດ້
; ນະຄອນຂັ້ນເມືອງ ທີ່ໄດ້ສ້າງຕັ້ງຂຶ້ນ 3 ແຫ່ງ ໃນປີ 2018 ຜ່ານການຈັດ ຕັ້ງປະຕິບັດ ເຫັນວ່າຍັງບໍ່ທັນສາມາດປະຕິບັດ ພາລະບົດບາດຂອງຕົນໄດ້ຢ່າງເຕັມສ່ວນ, ຍັງຂາດນິຕິກຳ ທີ່ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ ເປັນຕົ້ນ ນິຕິກໍາດ້ານການເງິນ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດ ບໍ່ໄດ້ຕ່າງຈາກເມືອງທົ່ວໄປພໍເທົ່າໃດ; ອົງການປົກກຄອງຂັ້ນບ້ານໃນທົ່ວປະເທດ ເຖິງແມ່ນວ່າຈະມີການ ຈັດຕັ້ງໃຫ້ມີ 5 ໜ່ວຍງານ ຕາມທີ່ກົດໝາຍນົດກໍຕາມ, ແຕ່ການຈັດຕັ້ງປະຕິບັດຕົວຈິງ ຢູ່ບາງທ້ອງຖິ່ນ ຍັງບໍ່ສອດຄ່ອງກັບເງື່ອນໄຂຕົວຈິງຂອງທ້ອງຖິ່ນ. ນອກນັ້ນ, ຍັງມີກຸ່ມບ້ານຊຶ່ງຖືກສ້າງຕັ້ງຂຶ້ນຕາມມະຕິ 09/ກມສພ ເປັນຂອດລະຫວ່າງກາງລະຫວ່າງ ເມືອງກັບບ້ານ ເຮັດວຽກຄ້າຍຄືຂັ້ນການປົກຄອງ ແຕ່ບໍ່ແມ່ນຂັ້ນຂອງການປົກຄອງ. ພ້ອມກັນນັ້ນ, ເນື້ອໃນຂອງກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ມີບາງມາດຕາ ຍັງບໍ່ທັນສອດຄ່ອງ ກັບກົດໝາຍອື່ນໆທີ່ກ່ຽວຂ້ອງ.



ຂ່າວ: ທະນູທອງ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ສສຊ ສະເໜີໃຫ້ພິຈາລະນາຄືນ ການລາພັກ ອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງການເມືອງ

      ສສຊ ສະເໜີໃຫ້ພິຈາລະນາຄືນ ການລາພັກ ອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ

      3/19/2025 6:31:46 PM

      ຂປລ. ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນ 19 ມີນາ 2025, ບັນດາສະມາຊິກສະພາແຫ່ງຊາດ ​ແຕ່ລະ​ເຂດ​ເລືອກ​ຕັ້ງ ໄດ້ພ້ອມກັນປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງໃນບາງໜວດ, ບາງມາດຕາ ເປັນຕົ້ນ ມາດຕາ 29 ປັບເວລາພັກອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ ເພື່ອໃຫ້ສອດຄ່ອງກັບຫລັກການສາກົນ ທີ່ ສປປ ລາວ ເຂົ້າເປັນພາຄີນັ້ນ, ສສຊ ຫລາຍທ່ານ ໄດ້ສະແດງຄວາມບໍ່ເຫັນດີ, ພ້ອມທັງ, ສະເໜີໃຫ້ກະຊວງພາຍໃນ ພິຈາລະນາຄືນຕໍ່ກັບມາດຕາດັ່ງກ່າວ.

    • ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປາຖະກະຖາວັນສ້າງ ຕັ້ງພັກ ຄົບຮອບ 70 ປີການເມືອງ

      ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປາຖະກະຖາວັນສ້າງ ຕັ້ງພັກ ຄົບຮອບ 70 ປີ

      3/19/2025 6:27:28 PM

      ຂປລ. ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະພັກ, ປະທານສະຫະພັນ ນັກຮົບເກົ່າແຫ່ງຊາດ, ມີຄະນະນໍາສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຄະນະນຳກະຊວງປ້ອງກັນປະເທດ, ຄະນະນໍາສະຫະພັນນັກຮົບເກົ່ານະຄອນຫລວງວຽງຈັນ, ຄະນະກົມ, ຫ້ອງການ, ພະນັກງານປະຕິວັດອາວຸໂສ, ສະມາຊິກສະຫະພັນນັກຮົບເກົ່າ 9 ເມືອງ ​ໃນນະຄອນຫລວງວຽງຈັນ

    • ຍທຂ ຫວນຄືນມູນເຊື້ອວັນສໍາຄັນຂອງພັກຄົບຮອບ 70 ປີການເມືອງ

      ຍທຂ ຫວນຄືນມູນເຊື້ອວັນສໍາຄັນຂອງພັກຄົບຮອບ 70 ປີ

      3/19/2025 1:46:13 PM

      ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດ​ປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ​ໃນ​ວັນ​ທີ 19 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນ ກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາຄະນະພັກ, ຄະນະນຳ, ສະມາຊີກພັກ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ສະພາແຫ່ງຊາດ ພິຈາລະນາກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດ ພິຈາລະນາກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ

      3/19/2025 1:23:35 PM

      ຂປລ. ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ​ໃນວັນ 19 ມີນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານ ສະພາແຫ່ງຊາດ, ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ສະບັບປັບປຸງ

    • ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານການເມືອງ

      ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານ

      3/18/2025 5:42:08 PM

      ຂປລ. ພັກເຮົາຖືເອົາວຽກງານກໍ່ສ້າງພື້ນຖານໂຄງລ່າງ ເປັນຂະແໜງເສດຖະກິດ ໂດຍສະເພາະ ການຂະຫຍາຍເສັ້ນທາງຄົມມະນາຄົມ ລົງສູ່ຊົນນະບົດເປັນບູລິມະສິດທີ່ໜຶ່ງ ໂດຍເຫັນໄດ້ການປັບປຸງ ບັນດາເສັ້ນທາງຫລວງແຫ່ງຊາດ, ຂະຫຍາຍ ແລະ ປັບປຸງເສັ້ນທາງລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ຂະຫຍາຍຄົມມະນາຄົມ ລະຫວ່າງ ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ຂະຫຍາຍການຄົມ ມະນາຄົມຢູ່ຊົນນະບົດ.

ads
ads

Top