ພາຍໃຕ້ການນໍາພາຂອງພັກ ແຂວງໄຊສົມບູນ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງ

18/03/2025 16:51
Email Print 217
ຂປລ ຂປລ. ນັບ​ແຕ່​ມື້​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ໃນ​ວັນທີ 22 ມີນາ 1955 ​ເຖິງ​ປັດຈຸບັນ, ພັກປະຊາຊົນປະຕິວັດລາວ ມີການເຕີບໃຫຍ່ເຂັ້ມແຂງຮອບດ້ານ, ​ໄດ້​ນໍາພາ-ຊີ້​ນໍາ​ທຸກ​ຂົງ​ເຂດ​ວຽກ​ງານ ນັບ​ແຕ່​ສູນ​ກາງຮອດ​ທ້ອງ​ຖິ່ນ​ຮາກ​ ການເຮັດໃຫ້ປະເທດຊາດ ຂອງພວກເຮົາ ໄດ້ຮັບການພັດທະນາ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ​ແລະ ກ້າວຂຶ້ນໄປຢ່າງໜັກແໜ້ນ.

ຂປລ. ນັບ​ແຕ່​ມື້​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ໃນ​ວັນທີ 22 ມີນາ 1955 ​ເຖິງ​ປັດຈຸບັນ, ພັກປະຊາຊົນປະຕິວັດລາວ ມີການເຕີບໃຫຍ່ເຂັ້ມແຂງຮອບດ້ານ, ​ໄດ້​ນໍາພາ-ຊີ້​ນໍາ​ທຸກ​ຂົງ​ເຂດ​ວຽກ​ງານ ນັບ​ແຕ່​ສູນ​ກາງຮອດ​ທ້ອງ​ຖິ່ນ​ຮາກ​ ການເຮັດໃຫ້ປະເທດຊາດ ຂອງພວກເຮົາ ໄດ້ຮັບການພັດທະນາ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ​ແລະ ກ້າວຂຶ້ນໄປຢ່າງໜັກແໜ້ນ. ສະ​ເພາະ ຢູ່​ແຂວງ​ໄຊ​ສົມບູນ ກໍ​ໄດ້​ຮັບ​ການ​ນໍາພາ-ຊີ້​ນໍາຢ່າງ​ໃກ້ຊິດ ​ເຮັດ​ໃຫ້ແຂວງ​ໄຊ​ສົມບູນ ​ໄດ້​ຮັບ​ການ​ພັດທະນາ ​ແລະ ​ເຕີບ​ໃຫຍ່​ເຂັ້ມ​ແຂງ, ມີສະຖຽນລະພາບດ້ານການເມືອງໜັກແໜ້ນ, ປະຊາຊົນບັນດາເຜົ່າມີຄວາມຕື່ນຕົວ ທາງດ້ານການເມືອງສູງຂຶ້ນກວ່າເກົ່າ.

ທ່ານ ຄໍາພອຍ ຮຸ່ງບຸນຍວງ ເລຂາພັກແຂວງໄຊສົມບູນ ໄດ້ໃຫ້ສໍາພາດໃນໂອກາດເຂົ້າຮ່ວມ ສໍາມະນາວິທະຍາສາດ 70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ ຢູ່ແຂວງຊຽງຂວາງ ​ເມື່ອ​ບໍ່​ດົນ​ນີ້​ວ່າ: ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດ​ລາວ ທີ່ມີກຽດສະຫງ່າ, ນັບ​ແຕ່​ມື້​ສ້າງ​ຕັ້ງ​​ເປັນ​ເວລາກວ່າ 11 ປີ ຜ່ານ​ມາ ແຂວງ​ໄຊ​ສົມບູນ ໄດ້ຮັບການພັດທະນາຢ່າງຮອບດ້ານ ດ້ວຍບາດກ້າວທີ່ໜັກແໜ້ນ, ເສດຖະກິດ-ສັງຄົມ ຂອງແຂວງຂະຫຍາຍຕົວຕໍ່ເນື່ອງ, ໝັ້ນທ່ຽງສະເລ່ຍບໍ່ຫລຸດ 7% ຕໍ່ປີ, ທົ່ວແຂວງມີສະຖຽນລະພາບ ດ້ານການເມືອງໜັກແໜ້ນ, ປະຊາຊົນບັນດາ ເຜົ່າ ມີຄວາມຕື່ນຕົວທາງດ້ານການເມືອງສູງຂຶ້ນກວ່າເກົ່າ, ເປັນເຈົ້າການປະກອບສ່ວນ ປົກປັກຮັກສາ ແລະ ສ້າງສາພັດທະ ນາເສດຖະກິດ-ສັງຄົມຂອງແຂວງ, ເມືອງ, ບ້ານ, ເປັນເຈົ້າການປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ເປັນເຈົ້າການປັບປຸງປົວແປງ, ຍົກລະດັບຊີວິດການເປັນຢູ່ ຂອງຕົນເອງດີຂຶ້ນເທື່ອລະກ້າວ ດ້ວຍການທໍາການຜະລິດ, ປູກຝັງ-ລ້ຽງສັດ, ຄ້າຂາຍ, ເຮັດທຸລະກິດ, ການບໍລິການ ແລະ ອື່ນໆ ເຮັດໃຫ້ຄອບຄົວທຸກຍາກຫລຸດລົງເທື່ອລະກ້າວ.

ທ່ານ ຄໍາພອຍ ຮຸ່ງບຸນຍວງ ຍັງ​ໃຫ້​ຮູ້​ອີກ​ວ່າ: ນັບແຕ່ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1955 ພັກໄດ້ສຸມໃສນໍາພາ 4 ໜ້າທີ່ໃຫຍ່ສໍາຄັນຄື: ນໍາພາປະຊາຊົນລາວບັນດາເຜົ່າລຸກຂຶ້ນຕໍ່ສູ້ ຕ້ານກັບຈັກກະພັດລ່າເມືອງແບບເກົ່າ ແລະ ສັງຄົມອັນເໜົ່າເປື່ອຍ ໂດຍສະເພາະ ພັກໄດ້ກໍານົດໂຄງການ ການເມືອງ ຄັ້ງທີ 1 ຂຶ້ນ ເພື່ອເປັນແນວທາງ, ຍຸດທະສາດອັນຖືກຕ້ອງໃນການນໍາພາການປະຕິວັດຊາດປະຊາຊົນທິປະໄຕ ຈົນສາມາດເຮັດສໍາເລັດໜ້າທີ່ຍາດເອົາ ເອກະລາດມາໃຫ້ປະຊາຊົນບັນດາເຜົ່າ ແລະ ປະເທດຊາດ; ພັກໄດ້ສືບຕໍ່ນໍາພາ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ລຸກຂຶ້ນຕໍ່ສູ້ຕ້ານຈັກກະພັດ ຜູ້ຮຸກແບບໃໝ່ ທີ່ເຂັ້ມແຂງຈົນສາມາດ ນໍາພາການປະຕິວັດຊາດ ປະຊາທິປະໄຕ ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແບບບົວບໍ່ຊ້ານໍ້າບໍ່ຂຸ່ນ (ບໍ່ມີການສູນເສຍຊີວີດເລືອດເນື້ອ) ເຊິ່ງບໍ່ມີປະເທດໃດໃນໂລກເຮັດໄດ້ ແລະ ປະກາດເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ນໍາເອົາເອກະລາດ, ປະຊາທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ພັກໄດ້ສຸມໃສ່ນໍາພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະ ການສຸມໃສ່ນໍາພາປັບປຸງປົວແປງຮໍາບາດແຜສົງຄາມ ທີ່ແກ່ຍາວຍືດເຍື້ອມານານຫລາຍສິບປີ, ຈາກນັ້ນ ເຫັນໄດ້ສະພາບຄວາມຫຍຸ້ງຍາກ ຂອງປະເທດຊາດໃນເວລານັ້ນ ບວກໃສ່ສະພາບການຫັນປ່ຽນຂອງໂລກ ແລະ ພາກພື້ນ ເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດ, ນໍາພາສ້າງສາພັດທະນາປະເທດ ໃຫ້ຈະເລີນຮຸ່ງເຮືອງສີວິໄລ ພັກໄດ້ສຸມໃສ່ນໍາພາປ່ຽນແປງໃໝ່ ໃນປີ 1986 ໂດຍໄດ້ກໍານົດແນວທາງ ປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກ ຖືກຕ້ອງ, ສອດຄ່ອງກັບສະພາບຈຸດພິເສດຂອງປະເທດ.

ດ້ວຍການນໍາພາອັນສະຫລາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ ສາມາດບັນລຸໄດ້ຜົນງານອັນໃຫຍ່ຫລວງ ໃນການພັດທະນາປະເທດ, ເຮັດໃຫ້ປະເທດຊາດຂອງພວກເຮົາ ໄດ້ຮັບການພັດທະນານັບມື້ນັບເຕີບໃຫຍ່ ເຂັ້ມແຂງກ້າວຂຶ້ນໄປຢ່າງໜັກແໜ້ນ, ນໍາເອົາຜົນປະໂຫຍດອັນໃຫຍ່ຫລວງ, ຄວາມຢູ່ດີກິນດີ ມາໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນລໍາດັບ, ເສດຖະກິດຂອງປະເທດຂະຫຍາຍຕົວຢ່າງໝັ້ນທ່ຽງ, ມີສະຖຽນລະພາບດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີ, ດ້ານວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາ ເຕີບໃຫຍ່ເຂັ້ມແຂງ ໂດຍສະເພາະການຍົກລະດັບ ຄຸນນະພາບການສຶກສາ, ກໍ່ສ້າງຊັບພະຍາກອນມະນຸດ, ສີມືແຮງງານ, ມູນເຊື້ອ ແລະ ຄຸນຄ່າວັດທະນະທໍາອັນດີງາມຂອງຊາດ ໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ, ອໍານາດການປົກຄອງ, ກົງຈັກການຈັດຕັ້ງທຸກຂັ້ນໄດ້ຮັບການບູລະນະ, ປັບປຸງສອດຄ່ອງ, ໜັກແໜ້ນ ​ແລະ ເຂັ້ມແຂງ.


ຂ່າວ-ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ສສຊ ສະເໜີໃຫ້ພິຈາລະນາຄືນ ການລາພັກ ອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງການເມືອງ

      ສສຊ ສະເໜີໃຫ້ພິຈາລະນາຄືນ ການລາພັກ ອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ

      3/19/2025 6:31:46 PM

      ຂປລ. ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນ 19 ມີນາ 2025, ບັນດາສະມາຊິກສະພາແຫ່ງຊາດ ​ແຕ່ລະ​ເຂດ​ເລືອກ​ຕັ້ງ ໄດ້ພ້ອມກັນປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງໃນບາງໜວດ, ບາງມາດຕາ ເປັນຕົ້ນ ມາດຕາ 29 ປັບເວລາພັກອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ ເພື່ອໃຫ້ສອດຄ່ອງກັບຫລັກການສາກົນ ທີ່ ສປປ ລາວ ເຂົ້າເປັນພາຄີນັ້ນ, ສສຊ ຫລາຍທ່ານ ໄດ້ສະແດງຄວາມບໍ່ເຫັນດີ, ພ້ອມທັງ, ສະເໜີໃຫ້ກະຊວງພາຍໃນ ພິຈາລະນາຄືນຕໍ່ກັບມາດຕາດັ່ງກ່າວ.

    • ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປາຖະກະຖາວັນສ້າງ ຕັ້ງພັກ ຄົບຮອບ 70 ປີການເມືອງ

      ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປາຖະກະຖາວັນສ້າງ ຕັ້ງພັກ ຄົບຮອບ 70 ປີ

      3/19/2025 6:27:28 PM

      ຂປລ. ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະພັກ, ປະທານສະຫະພັນ ນັກຮົບເກົ່າແຫ່ງຊາດ, ມີຄະນະນໍາສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຄະນະນຳກະຊວງປ້ອງກັນປະເທດ, ຄະນະນໍາສະຫະພັນນັກຮົບເກົ່ານະຄອນຫລວງວຽງຈັນ, ຄະນະກົມ, ຫ້ອງການ, ພະນັກງານປະຕິວັດອາວຸໂສ, ສະມາຊິກສະຫະພັນນັກຮົບເກົ່າ 9 ເມືອງ ​ໃນນະຄອນຫລວງວຽງຈັນ

    • ຍທຂ ຫວນຄືນມູນເຊື້ອວັນສໍາຄັນຂອງພັກຄົບຮອບ 70 ປີການເມືອງ

      ຍທຂ ຫວນຄືນມູນເຊື້ອວັນສໍາຄັນຂອງພັກຄົບຮອບ 70 ປີ

      3/19/2025 1:46:13 PM

      ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດ​ປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ​ໃນ​ວັນ​ທີ 19 ມີນາ 2025 ​ໂດຍ​ການປາຖະກະຖາຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນ ກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາຄະນະພັກ, ຄະນະນຳ, ສະມາຊີກພັກ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ສະພາແຫ່ງຊາດ ພິຈາລະນາກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດ ພິຈາລະນາກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ

      3/19/2025 1:23:35 PM

      ຂປລ. ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ​ໃນວັນ 19 ມີນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານ ສະພາແຫ່ງຊາດ, ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ສະບັບປັບປຸງ

    • ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານການເມືອງ

      ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ຍທຂ ມີຜົນງານອັນພົ້ນເດັ່ນຫລາຍດ້ານ

      3/18/2025 5:42:08 PM

      ຂປລ. ພັກເຮົາຖືເອົາວຽກງານກໍ່ສ້າງພື້ນຖານໂຄງລ່າງ ເປັນຂະແໜງເສດຖະກິດ ໂດຍສະເພາະ ການຂະຫຍາຍເສັ້ນທາງຄົມມະນາຄົມ ລົງສູ່ຊົນນະບົດເປັນບູລິມະສິດທີ່ໜຶ່ງ ໂດຍເຫັນໄດ້ການປັບປຸງ ບັນດາເສັ້ນທາງຫລວງແຫ່ງຊາດ, ຂະຫຍາຍ ແລະ ປັບປຸງເສັ້ນທາງລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ຂະຫຍາຍຄົມມະນາຄົມ ລະຫວ່າງ ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ຂະຫຍາຍການຄົມ ມະນາຄົມຢູ່ຊົນນະບົດ.

ads
ads

Top