ສປ ຈີນ ທວງໃຫ້ ຈີ7 ສົ່ງເສີມຄວາມສາມັກຄີ-ການຮ່ວມມືສາກົນໃຫ້ຫລາຍຂຶ້ນ

18/03/2025 16:53
Email Print 164
ຂປລ ສປ ຈີນ​ ທວງ​ໃຫ້​ກຸ່ມ G7 ຈົ່ງ​ຮັບ​ຮູ້​ເຖິ​ງ​​ ທ່າ​ອ່ຽງໃຫຍ່​ ຂອງ​ໂລກ, ປະ​ລະ​ແນວ​ຄິດ​​ ແບບສົງ​ຄາມ​ເຢັນ ແລະ ຄວາມ​ເຫັນ​ລຳ​ອຽງ​ ໃນ​ດ້ານ​ຮູບ​ຖານ​ຈິດ​ສຳ​ນຶກ, ຍຸດ​ຕິ​ການ​ທຳ​ລາຍ​ອະ​ທິ​ປະ​ໄຕ​ຂອງ​ ສປ ຈີນ ແລະ ແຊກ​ແຊງ ວຽກ​ງານ​ພາຍ​ໃນ​ຂອງ​ ສປ ຈີນ, ຍຸດ​ຕິ​ການ​ປຸກ​ປັ່ນ​ ເພື່ອ​ຍຸ​ແຍ່​ໃຫ້​ເກີດ​ ການ​ປະ​ທະ​ກັນ, ການ​ເປັນ​ປໍ​ລະ​ປັກ​ກັນ ແລະ ເປັນ​ກຸ່ມ​ກ້ອນ ​ປໍ​ລະ​ປັກ​ກັນ, ສຸມ​ໃສ່​ຫົວ​ຂໍ້​ ສຳ​ຄັນ​ຕ່າງໆ

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ສປ ຈີນ​ ທວງ​ໃຫ້​ກຸ່ມ G7 ຈົ່ງ​ຮັບ​ຮູ້​ເຖິ​ງ​​ ທ່າ​ອ່ຽງໃຫຍ່​ ຂອງ​ໂລກ, ປະ​ລະ​ແນວ​ຄິດ​​ ແບບສົງ​ຄາມ​ເຢັນ ແລະ ຄວາມ​ເຫັນ​ລຳ​ອຽງ​ ໃນ​ດ້ານ​ຮູບ​ຖານ​ຈິດ​ສຳ​ນຶກ, ຍຸດ​ຕິ​ການ​ທຳ​ລາຍ​ອະ​ທິ​ປະ​ໄຕ​ຂອງ​ ສປ ຈີນ ແລະ ແຊກ​ແຊງ ວຽກ​ງານ​ພາຍ​ໃນ​ຂອງ​ ສປ ຈີນ, ຍຸດ​ຕິ​ການ​ປຸກ​ປັ່ນ​ ເພື່ອ​ຍຸ​ແຍ່​ໃຫ້​ເກີດ​ ການ​ປະ​ທະ​ກັນ, ການ​ເປັນ​ປໍ​ລະ​ປັກ​ກັນ ແລະ ເປັນ​ກຸ່ມ​ກ້ອນ ​ປໍ​ລະ​ປັກ​ກັນ, ສຸມ​ໃສ່​ຫົວ​ຂໍ້​ ສຳ​ຄັນ​ຕ່າງໆ ເຊັ່ນ: ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ ລະ​ດັບທົ່ວ​ໂລກ, ຊຸກ​ຍູ້​ການ​ພັດ​ທະ​ນາ ​ທົ່ວ​ໂລກ ແລະ​ອື່ນໆ ພ້ອມ​ທັງ ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ ສົ່ງ​ເສີມ​ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ສາ​ກົນ ​ໃຫ້ຫລາຍ​ຂຶ້ນ.ພາຍຫລັງ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ​ກະ​ຊວງ​ການ​ຕ່າງ​ປະ​ເທດກຸ່ມ 7 ປະ​ເທດ(G7) ​ໄດ້​ອອກ​ຖະ​ແຫລງ​ການ​ຮ່ວ​ມ ແລະ “ຖະ​ແຫລງ​ການ ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ​ທາງ​ທະ​ເລ” ໂດຍ​ໄດ້​ສ້າງ​ກະ​ແສ​ຂ່າວ ​ກ່ຽວ​ກັບ ​ຫົວ​ຂໍ້​ທີ່​ພົວ​ພັນ​ກັບ​ຈີນ ແລະ ໄດ້ສະ​ແດງ​ຄວາມ​ເຫັນ​ ໃນ​ທາງ​ທີ່​ບໍ່​ສ້າງ​ສັນ​ກ່ຽວ​ກັບ​ບັນ​ຫາ​ໄຕ້​ຫວັນ ແລະ ບັນ​ຫາ ​ທາງ​ທະ​ເລ ​ເປັນ​ຕົ້ນ. ທ່ານ ​ນາງ​ ມາວ​ນິງ ໂຄ​ສົກ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຈີນ ເປີດເຜີຍວ່າ: ຖະ​ແຫລງ​ການ​ທີ່​ກ່ຽວ​ຂ້ອງ ​ຂອງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ ຂອງກຸ່ມ G7 ບໍ່​ໄດ້​ເອົາ​ຫົວ​ຊາ ​ຕໍ່​ຄວາມ​ຈິງ, ປີ້ນ​ດຳ​ເປັນ​ຂາວ, ໃສ່​ຮ້າຍ​ປ້າຍ​ສີ​ຈີນ ແລະ ແຊກ​ແຊງວຽກ​ງານ ​ພາຍ​ໃນ​ຂອງ​ ສປ ຈີນ. ສປ ຈີນ ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ ຢ່າງ​ຮຸນ​ແຮງ ແລະ ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ຕໍ່​ເລື່ອງ​ນີ້ ພ້ອມ​ທັງ ​ໄດ້​ສະ​ແດງ​ຄວາມ​ຕໍ່​ວ່າ ​ທັກ​ທ້ວງ​ຢ່າງ​ເຄັ່ງ​ຂຶມ ​ຕໍ່​ປະ​ເທດ​ທີ່​ກ່ຽວ​ຂ້ອງ. ທ່ານ​ ນາງ​ ມາວ​ນິງ​ ກ່າວ​ຕື່ມ​ວ່າ: ບັນ​ຫາ​ໄຕ້​ຫວັນ ​ເປັນ​ບັນ​ຫາ​ສຳ​ຄັນ ​ເປັນ​ຢ່າງ​ຍິ່ງ ​ໃນ​ຜົນ​ປະ​ໂຫຍດ​ແກນ​ກາງ​ ຂອງສປ ​ຈີນ, ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ອິດ​ທິ​ກຳ​ລັງ​ພາຍ​ນອກ​ໃດໆ ​​ເຂົ້າ​ມາແຊກ​ແຊງ​ ຢ່າງ​ເດັດ​ຂາດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top