ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

19/03/2025 19:53
Email Print 136
ຂປລ ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    *ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ. ຊື່ເອີ້ນ: ຊົນເຜົ່າໄຕ໋ ແຂວງອຸດົມ ໄຊ ມີຫລາຍຊື່ເອີ້ນທີ່ແຕກຕ່າງກັນ. ຊື່ເດີມ ແລະ ຊື່ທີ່ເຂົາເຈົ້າມັກທີ່ສຸດກ່ໍແມ່ນເຜ່ົາໄຕ໋ແມ່ນຖືກຕ້ອງກັບສຳນຽງເອີ້ນຂອງເຂົາເຈົ້າເອງ, ສ່ວນຊົນເຜົ່າອື່ນໆ ເອີ້ນແມ່ນບໍ່ຖືກກັບສໍານຽງຂອງຊົນເຜົ່າໄຕ໋ ຈະອອກເປັນສໍານຽງເປັນ “ໄທ” ຫລາຍກວ່າ ເຖິງແມ່ນວ່າຈະເອ້ີນວ່າ: “ໄຕ໋” ຫລື  “ໄທ” ລ້ວນແຕ່ມີຄວາມໝາຍແມ່ນ “ຄົນ”.,

   ຊົນເຜົ່າໄຕ໋ ແມ່ນຊື່ເອີ້ນຕາມການນຸ່ງຫົ່ມເຄື່ອງແຕ່ງກາຍຂອງເຂົາເຈົ້າເປັນສ່ວນໃຫຍ່ ເຊັ່ນວ່າ: ຖ້ານຸ່ງສີດຳກໍ່ ເອີ້ນວ່າ: “ໄຕ໋ດຳ”, ຖ້ານຸ່ງສີຂາວກໍ່ເອີ້ນວ່າ: “ໄຕ໋ຂາວ”, ນຸ່ງສີແດງ ກໍ່ເອີ້ນວ່າ: “ໄຕ໋ແດງ” ແລະ ອື່ນໆ. ຊົນເຜົ່າໄຕ໋ ຢູ່ແຂວງອຸດົມໄຊ ປະກອບມີສອງແຊງ ຄື: ໄຕ໋ດໍາ ແລະ ໄຕ໋ຂາວ. ສ່ວນພາສາ: ຊົນເຜົ່າໄຕ໋ ຢູ່ແຂວງ ອຸດົມໄຊ ໄດ້ຈັດເຂົ້າໃນໝວດພາສາລາວ-ໄຕ໋; ຊົນເຜົ່າໄຕ໋ ມີຕົວໜັງສືຂອງຊົນເຜົ່າຕົນເອງ, ມີພາສາປາກເວົ້າເປັນຂອງຕົນເອງ ແຕ່ຕົວໜັງສືມີລັກສະນະຄ້າຍໆກັບຕົວໜັງສືລາວບູຮານ, ແຕ່ມີສໍານຽງສຽງປາກເວົ້າແຕກຕ່າງກັນ. ໜັງສືຂຽນຂອງຊົນເຜົ່າໄຕ໋ນີ້ມີແຕ່ຄົນເຖົ້າຄົນແກ່ຈໍານວນໜຶ່ງເທົ່ານັ້ນຈຶ່ງຮູ້ອ່ານ ແລະ ຮູ້ຂຽນ. ສ່ວນຄົນຮຸ່ນໜຸ່ມເກີດໃໝ່ໃຫຍ່ລຸນ ບໍ່ສາມາດອ່ານໄດ້ຂຽນເປັນຈັກຄົນເລີຍ.

     ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມຂອງຊົນເຜົ່າໄຕ໋ ຢູ່ ແຂວງອຸດົມໄຊ: ແມ່ນສຸດທີ່ອຸດົມສົມບູນ ແລະ ໄດ້ສືບທອດກັນແຕ່ສະໄໝບູຮານຫລາຍຮ້ອຍພັນປີມາແລ້ວ, ຊົນເຜົ່າໄຕ໋ ມີຄວາມເຊື່ອຖືບັນດາຜີເຊັ່ນ: ຜີພໍ່, ຜີແມ່, ຜີເຮືອນ, ຜີບ້ານ, ຜີເມືອງ, ຜີເງືອກ, ຜີປ່າ ແລະ ຜີອື່ນໆ ຊຶ່ງແຕ່ລະເຮືອນຈະມີຮ້ານຜີໄວ້ຢູ່ແຈເຮືອນ ຫລື ຢູ່ເທິງສີໜ້າເຮືອນ (ທັງເທວະດາເຮືອນສະຖານທີ່ບ່ອນສໍາຄັນ, ບ່ອນສັກສິດ ແລະ ບ່ອນສັກກະລະບູຊາກວ່າໝູ່ໃນເຮືອນແມ່ນເທວະດາເຮືອນ, ຫໍຜີບ້ານ, ຫໍຜີເມືອງ ແລະ ບ່ອນຜີປ່າຊ້າຂອງຊາວບ້ານແມ່ນແຕະຕ້ອງບໍ່ໄດ້ເດັດຂາດ. ລັກສະນະເຮືອນຂອງຊົນເຜົ່າໄຕ໋: ແມ່ນມີລັກສະນະເຮືອນບູຮານ, ພວກເຮົາຈະພົບເຫັນແຕ່ລະບ້ານຂອງເຜົ່າໄຕ໋ ແມ່ນປຸກສ້າງເຮືອນຮ້ານ, ເສົາເຮືອນເຮັດດ້ວຍໄມ້ແກ່ນລ້ອນທີ່ແຂງແຮງທີ່ສຸດ. ເສົາເຮືອນຝັງ ຫລື ເອົາກ້ອນຫີນມາໝູນ (ເສົາຕັ້ງ) ປູພື້ນເຮືອນດ້ວຍຝາກ, ແອ້ມດ້ວຍໄມ້ເຮ້ຍ, ໄມ້ຊອດ ແລະ ມຸງດ້ວຍຫຍ້າຄາ ຫລື ໃບຫວາຍ, ໃບຄໍ້ ແລະ ອື່ນໆ ຊຶ່ງເຮືອນຂອງເຜົ່າໄຕ໋ ແຕ່ລະຫລັງບໍ່ວ່າຈະນ້ອຍ ຫລື ໃຫຍ່ ລ້ວນແຕ່ມີຊານ, ຢູ່ກ້ອງຕາລ່າງເປັນບ່ອນເກັບມ້ຽນເຄື່ອງຂອງທໍາການຜະລິດຕ່າງໆ ໃນເຮືອນຂອງເຜ່ົາໄຕ໋ ບ່ໍໄດ້ຂ້ຶນຫ້ອງນອນຄືຊົນເຜົ່າອື່ນໆ. ເຂົາເຈົ້າພຽງແຕ່ໃຊ້ ຜ້າກັ້ງຍາວແຕ່ຝາເບື້ອງນ້ີເຖິງຝາເບື້ອງນັ້ນ, ແຕ່ໃນກໍໍລະນີພິທີກຳທາງຮີດຄອງປະເພນີພາຍໃນເຮືອນເຜົ່າໄຕ໋ຈະມີການຄະລໍາ ແລະ ຂໍ້ຫ້າມຕ່າງໆ, ເຊັ່ນ: ບໍ່ໃຫ້ຂ້ວມຈອກນ້ຳ ແລະ ຈອກເຫລົ້າ.

      ດ້ານຄອບຄົວ: ເລືອດເນື້ອເຊື້ອສາຍ ແລະ ການສືບທອດຕະກູນຂອງເຜົ່າໄຕ໋ ແມ່ນລູກຊາຍຈະໄດ້ສືບທອດຕະກຸນທາງພໍ່, ສ່ວນແມ່ຍິງແຕ່ງງານແລ້ວແມ່ນຕ້ອງໄດ້ໄປເອົານຳຕະກຸນທາງຜົວ. ເຜົ່າໄຕ໋ ໄດ້ປະຕິບັດຮີດຄອງປະເພນີແບບຜົວ-ດຽວເມຍດຽວ, ການແບ່ງປັນມູນມໍລະດົກຂອງພໍ່ແມ່ຜູ້ເປັນລູກຊາຍກົກຈະໄດ້ຮັບຫລາຍກວ່າໝູ່ ຍ້ອນຜູ້ເປັນລູກຊາຍກົກຕ້ອງໄດ້ລ້ຽງພໍ່ແມ່ຫລາຍກວ່າໝູ່, ສ່ວນລູກຊາຍຜູ້ອື່ນໆ ກໍ່ໄດ້ຮັບມູນມໍລະດົກຂອງພໍ່ແມ່ຄືກັນ. ສ່ວນລູກຍິງພໍ່ແມ່ຈະແບ່ງປັນສັດລ້ຽງໃຫ້ເຊັ່ນ: ງົວ, ຄວາຍ ແລະ ອື່ນໆ. ສໍາລັບປະເພນີການເກີດລູກ: ຢູ່ໃນເຮືອນແຄມເຕົາໄຟ, ມີການເບິ່ງແຍງຊ່ວຍເຫລືອຈາກແມ່ຍິງ ທີ່ມີປະສົບການຕິດຕາມຊ່ວຍປະສູດເວລາເກີດຍາກ, ພາຍຫລັງເກີດແລ້ວມີການຢູ່ກໍາເດືອນ, ດື່ມນ້ຳຕົ້ມຈົນຮອດເວລາອອກກຳ.

    ພິທີກາໍສົ່ງສະການ: ເວລາມີຄົນຕາຍຂອງເຜົ່າໄຕ໋ ແມ່ນຈັດພິທີກຳໃຫຍ່ທີ່ສຸດ ເພື່ອສົ່ງວິນຍານຂອງຜູ້ຕາຍໄປຮອດໂລກໃໝ່, ຫລັງຈາກນັ້ນ ຈຶ່ງສົ່ງສະການດ້ວຍວິທີຂຸດຂຸມຝັງສົບຢູ່ປ່າຊ້າຂອງບ້ານເຜົ່າໄຕ໋, ມີຮີດຄອງປະເພນີ ແລະ ວັດທະນະທໍາທີ່ສືບທອດກັນມາແຕ່ບູຮານນະການໃນປີໜຶ່ງໆ ຈະມີບັນດາບຸນຄື: ບຸນກິນຈຽງ, ບຸນລ້ຽງຜີເຮືອນ, ບຸນລ້ຽງຜີບ້ານ, ບຸນລ້ຽງຜີເມືອງ ແລະ ບຸນອື່ນໆ. ຊົນເຜ່ົາໄຕ: ຊົນເຜ່ົານ້ີກ່ໍແມ່ນອີກຊົນເຜົ່າໜຶ່ງທີ່ຂຶ້ນກັບວົງຄະນະຍາດແຫ່ງຊາດລາວໂດຍສະເພາະແມ່ນແຂວງອຸດົມໄຊ ປະກອບມີ  2 ແຊງຄື: ໄຕ ແລະ ໄຕຂາວ, ເຮົາຈະສັງເກດເຫັນ ໃນການນຸ່ງຖືຂອງເຂົາເຈົ້າ ເຊັ່ນວ່າ: ຖ້ານຸ່ງສີດໍາເອີ້ນວ່າ: ໄຕ໋ດໍາ ແລະ ຖ້ານຸ່ງສີຂາວ ເອີ້ນວ່າ: ໄຕ໋ຂາວ, ແຕ່ວ່າຊົນເຜົ່າໄຕຈະແຕກຕ່າງກັບຊົນເຜົ່າອື່ນ ເຊັ່ນ: ໃນໝວດພາສາດຽວກັນຊົນເຜົ່າໄຕ໋ ຈະມີການຫລິ້ນບຸນກິນຈຽງຄືກັບຊົນເຜ່ົາໃນໝວດພາສາມົ້ງ- ອີວມຽນ ແລະ ມີທັງການກິນທານ ແລະ ປະຕິບັດທໍາຄືຊົນເຜົ່າໃນໝວດພາສາລາວ-ໄຕ໋.

KPL

ຂ່າວອື່ນໆ

ads
ads

Top