ຄຳ: ຫລາບ-ລາບ-ຫລິດ-ລິດ ໃນພາສາລາວ

19/03/2025 20:19
Email Print 751
ຂປລ ໃນບັນດາຄໍາສັບທີ່ມີຕົວແກນເປັນອັກສອນສູງ ແລະ ຕໍ່າ ທີ່ມີສະຫລະຕົວດຽວກັນ, ປະກອບຕົວສະກົດຕາຍ (ກດບ) ແນ່ນອນແລ້ວວ່າການອ່ານອອກສຽງບາງຄໍາໃກ້ຄຽງກັນທີ່ສຸດ, ສະນັ້ນ ການຂຽນຈຶ່ງຕ້ອງເອົາໃຈໃສ່ເປັນພິເສດ ໂດຍອາໄສຄວາມຈື່ຈໍາດ້ານຫລັກໄວຍາກອນເປັນສໍາຄັນ.

    *ໃນບັນດາຄໍາສັບທີ່ມີຕົວແກນເປັນອັກສອນສູງ ແລະ ຕໍ່າ ທີ່ມີສະຫລະຕົວດຽວກັນ, ປະກອບຕົວສະກົດຕາຍ (ກດບ) ແນ່ນອນແລ້ວວ່າການອ່ານອອກສຽງບາງຄໍາໃກ້ຄຽງກັນທີ່ສຸດ, ສະນັ້ນ ການຂຽນຈຶ່ງຕ້ອງເອົາໃຈໃສ່ເປັນພິເສດ ໂດຍອາໄສຄວາມຈື່ຈໍາດ້ານຫລັກໄວຍາກອນເປັນສໍາຄັນ. ຜູ້ເຮັດວຽກຂີດຂຽນເພື່ອເຜີຍແຜ່ ແລະ ຮ່າງເນື້ອໃນເອກະສານທາງການ ຈຶ່ງບໍ່ອາດຖືເບົາໄດ້ແມ່ນແຕ່ເລັກນ້ອຍເພາະມັນຈະພາໃຫ້ຄວາມໝາຍບໍ່ກົງກັບເປົ້າໝາຍ. ດັ່ງຄໍາເວົ້າທີ່ວ່າ “ຄໍາສັບໜຶ່ງ ຖ້ານໍາໃຊ້ບໍ່ເໝາະສົມກໍ່ອາດເຮັດໃຫ້ທັງໝົດປະໂຫຍກເສຍຄວາມໝາຍ, ປະໂຫຍກໜຶ່ງໃຊ້ບໍ່ເໝາະສົມ ກໍ່ອາດຈະເຮັດໃຫ້ທັງໝົດບົດມີຄວາມໝາຍບໍ່ຖືກຈຸດປະສົງ”. ວັນນີ້ມາທົບທວນນໍາກັນສີ່ຄໍາ ລະອຽດຄື: ຄໍາ “ຫລາບ” ເປັນຄໍາກໍາມະ ຫລື ກິລິຍາ ໝາຍເຖິງເຂັດ, ຢ້ານ, ກົວ, ຍອມ; ເປັນຄໍານາມ ໝາຍເຖິງແຜ່ນເງິນ ຫລື ແຜ່ນຄໍາທີ່ເຈົ້າສັດທາ ຫລື ເຈົ້າບ້ານເຈົ້າເມືອງ ເຮັດຂຶ້ນໃສ່ກອງຫົດ ເພື່ອຫົດພະສົງພະພິກຂຸທີ່ມີອາຍພັນສາ ແລະ ມີຄວາມຮູ້ສົມຄວນທີ່ຈະປົກຄອງພະສົງສາມະເນນໄດ້ເອີ້ນ ຫລາບ, ຫລາບ ມີສອງແນວ ຄື ຫລາບເງິນ ແລະ ຫລາບຄໍາ. ຮູບຄໍານີ້ໄປປະກອບເປັນຄໍາສອງພະຍາງ ກໍ່ມີເຊັ່ນເຂັດຫລາບ, ຫລາບລາຍ. ສອງຄໍານີ້ ບໍ່ອະທິບາຍທ່ານຜູ້ອ່ານ ກໍ່ຮູ້ຄວາມໝາຍຢູ່ແລ້ວ ນໍ!

    ບັດນີ້ມາທົບທວນຄໍາວ່າ “ລາບ” ເປັນຄໍານາມ ໝາຍເຖິງຊື່ອາຫານຢ່າງໜຶ່ງເຮັດດ້ວຍຊີ້ນ ຫລື ປາຟັກ ໃຫ້ແຫລກໃສ່ເຂົ້າຂົ້ວ, ເຄື່ອງຫອມ, ປາແດກ, ແປ້ງນົວ. ປະເພດລາບຊ້ີນ, ຖ້າໃສ່ເລືອດ ເອີ້ນລາບເລືອດ; ລາບປາທີ່ໃສ່ເຂົ້າຂົ້ວສີດໍາຄົນໃຫ້ແຫລວໆ ເອີ້ນລາບແຫລວ, ຄົນລະອັນກັບ ລາບໂຕແຫລວ ຫລື ຊີ້ນໂຕແຫລວ ຄືເລື່ອງເລົ່າຊວນຫົວທົ່ວໄປ. ຮູບຄໍານີ້ ໄປຮວມເປັນຄໍາສອງພະຍາງກໍ່ມີ ເຊັ່ນ: ໂຊກລາບ, ຊາບລາບ...

    ສ່ວນຄໍາ “ຫລິດ” ກໍານົດໃນ ຮູບຄໍາສາມພະຍາງ ຄືປາສະຫລິດ ເປັນຄໍານາມໝາຍເຖິງຊື່ຂອງປາຊະນິດໜຶ່ງ ຄ້າຍຄືປາກະເດີດ ແຕ່ໂຕໃຫຍ່ກວ່າ.

   ສຸດທ້າຍບົດ, ຄໍາ “ລິດ” ມີຢູ່ໃນຮູບຄໍາສອງ-ສາມພະຍາງ ເຊັ່ນ ລິດເດດ, ລິດທາ, ລິດຈະນາ, ລິດສະຫຍາ, ລິດແລດ, ສໍາລິດ  ...ມີຄວາມໝາຍຕ່າງກັນໄປ ເຊິ່ງບັນດາຄໍາທີ່ຍົກຂຶ້ນແມ່ນຄໍາລາວເດີມ ແລະ ມີເຄົ້າມາຈາກພາສາປາລີ-ສັນສະກິດ, ດັ່ງຄໍາ ລິດຈະນາເປັນຄໍາກໍາມະໝາຍເຖິງ ຂຽນ, ແຕ່ງປະພັນ, ເປັນຄຸນນາມ ໝາຍເຖິ ງາມ. ລິດສະຫຍາ ເປັນຄໍານາມມີເຄົ້າມາຈາກພາສາສັນສະກິດ ໝາຍເຖິງຄວາມບ່ໍຢາກໃຫ້ຄົນອື່ນໄດ້ດີ, ຫຶງສາ, ຄວາມອິດສາບັງບຽດ. ລິດແລດ ເປັນຄໍາຄຸນນາມ ໝາຍເຖິງແນມເຫັນພຽງແວບດຽວ, ແນມເຫັນພໍວັບແວບ ຮຽກເຫັນພໍລິດແລດ.

ດັ່ງນັ້ນ ຈຶ່ງນໍາສຶກສາຮ່ວມກັນຄື ດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. 

ຮິບໂຮມໂດຍ: ພະກາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top