ຂປລ
ໜັງສືພິມ The Times ຂອງ ອັງກິດ ໄດ້ຄັດສະເໜີ ແຫລ່ງຂ່າວ ດ້ານການທະຫານ ອັງກິດ ໂດຍໃຫ້ຮູ້ວ່າ: ບັນດາ ປະເທດ ເອີຣົບ ມີແຜນການຜັນຂະຫຍາຍ ກຳລັງ ຮັກສາ ສັນຕິພາບ ໄປຍັງ ອູແກຣນ ເມື່ອບັນດາຝ່າຍບັນລຸ ໄດ້ຂໍ້ຕົກລົງ ຢຸດຍິງ ລະຫວ່າງ ຣັດເຊຍ ແລະ ອູແກຣນ.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ໜັງສືພິມ The Times ຂອງ ອັງກິດ ໄດ້ຄັດສະເໜີ ແຫລ່ງຂ່າວ ດ້ານການທະຫານ ອັງກິດ ໂດຍໃຫ້ຮູ້ວ່າ: ບັນດາ ປະເທດ ເອີຣົບ ມີແຜນການຜັນຂະຫຍາຍ ກຳລັງ ຮັກສາ ສັນຕິພາບ ໄປຍັງ ອູແກຣນ ເມື່ອບັນດາຝ່າຍບັນລຸ ໄດ້ຂໍ້ຕົກລົງ ຢຸດຍິງ ລະຫວ່າງ ຣັດເຊຍ ແລະ ອູແກຣນ. ເຖິງວ່າ ກຳລັງສ່ວນຫລາຍ ຈະມາຈາກ ອັງກິດ ແລະ ຝຣັ່ງ ກໍ່ຕາມ, ແຕ່ ທ່ານ ເຄີດສະຕາມເມີ(Keir Starmer),ນາຍົກລັດຖະມົນຕີ ອັງກິດ ກໍ່ໄດ້ບັນລຸ ຜົນສຳເລັດ ໃນການດຶງດູດ ຫລາຍປະເທດ ເຂົ້າຮ່ວມກວ່າ ເມື່ອທຽບໃສ່ 3 ປະເທດ ໃນເບື້ອງຕົ້ນ ທີ່ສະເໜີ ຈັດສົ່ງ ກຳລັງ ທະຫານໄປ ອູແກຣນ. ຫລາຍກວ່າ 35 ປະເທດ ກໍ່ເຫັນດີ ສະໜອງ ອາວຸດ, ເຄື່ອງອຸປະກອນ, ໜູນຊ່ວຍດ້ານເຕັກນິກ ແລະ ສືບລາຊະການລັບ ໃຫ້ພາລະກຳ ມີຄວາມສາມາດບົ່ມຊ້ອນດັ່ງກ່າວ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL