ຂປລ
ກູເກິລ (Google) ໄດ້ສົ່ງ ດາວທຽມ ຕົ້ນແບບ ທີ່ ບັນທຸກຊິບ ປະມວນຜົນ ເອໄອ (AI) ຫລື ເທນເຊີ ໂປຣເຊສຊິງ ຍູນິດ (TPUs) ຂອງ ບໍລິສັດ ຈຳນວນ 4 ຕົວ ຂຶ້ນໄປສູ່ ອະວະກາດ ໄປພ້ອມກັບ ພາລະກິດ ຖ້ຽວບິນຮ່ວມ ທຣານສປໍເຕີ-18 (Transporter-18)
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ: ກູເກິລ (Google) ໄດ້ສົ່ງ ດາວທຽມ ຕົ້ນແບບ ທີ່ ບັນທຸກຊິບ ປະມວນຜົນ ເອໄອ (AI) ຫລື ເທນເຊີ ໂປຣເຊສຊິງ ຍູນິດ (TPUs) ຂອງ ບໍລິສັດ ຈຳນວນ 4 ຕົວ ຂຶ້ນໄປສູ່ ອະວະກາດ ໄປພ້ອມກັບ ພາລະກິດ ຖ້ຽວບິນຮ່ວມ ທຣານສປໍເຕີ-18 (Transporter-18) ຂອງສະເປຊເອກສ໌ (SpaceX) ເມື່ອວັນພະຫັດ (1 ຕຸລາ) ທີ່ຜ່ານມາ ເພື່ອປະເມີນ ການເຮັດວຽກ ຂອງຊິບ ໃນອະວະກາດ.
ທີມງານ ຂອງ ກູເກິລ ໄດ້ຢືນຢັນ ການຕິດຕໍ່ ກັບ ດາວທຽມແລ້ວ ແລະ ດາວທຽມ ສາມາດ ເຮັດວຽກໄດ້ຕາມທີ່ຄາດການໄວ້ ໂດຍການປ່ອຍ ດາວທຽມ ໃນຄັ້ງນີ້ ຖືເປັນ ບາດກ້າວທຳອິດ ຂອງ ໂຄງການ ຊັນແຄສເຊີ (Project Suncatcher) ເຊິ່ງເປັນ ໂຄງການ ວິໄຈ ໄລຍະຍາວ ຮ່ວມກັບ ບໍລິສັດ ແພລນເນັດ ແຄບສ໌ ພີບີຊີ (Planet Labs PBC) ເພື່ອສຶກສາ ຄວາມເປັນໄປໄດ້ ໃນການ ນຳໂຄງສ້າງ ພື້ນຖານ ດ້ານການ ຮຽນຮູ້ ຂອງ ເຄື່ອງຈັກ ທີ່ສາມາດ ຂະຫຍາຍ ລະບົບໄດ້ ໃນການໄປໃຊ້ງານ ໃນອະວະກາດ.
ກູເກິລ ຈະເກັບກຳຂໍ້ມູນ ໃນວົງໂຄຈອນ ເພື່ອເບິ່ງວ່າ ຊິບດັ່ງກ່າວ ສາມາດ ຮັບມືກັບ ແຮງກົດດັນ ທາງກາຍະພາບ, ລັງສີ ແລະ ອຸນຫະພູມທີ່ສູງຫລາຍ ໃນອະວະກາດ ໄດ້ແນວໃດ ໃນຊຸມອາທິດຕໍ່ໜ້າ, ພ້ອມທັງ ຈະນຳຂໍ້ມູນນີ້ ໄປປັບປຸງ ການອອກແບບ ໃນອະນາຄົດ. ນອກຈາກນີ້, ກູເກິລ ຍັງລະບຸວ່າ: ໃນອະນາຄົດ ອາດຈະ ສາມາດ ເຊື່ອມໂຍງດາວທຽມ ຫລາຍກຸ່ມເຂົ້າ ດ້ວຍກັນ ເພື່ອຮອງຮັບ ການປະມວນຜົນ ວຽກງານເອໄອ ທີ່ມີ ຂະໜາດໃຫຍ່ຂຶ້ນ ໃນວົງໂຄຈອນ./
KPL