ອາຣັບບີ ຊາອຸດິດ ປັບຫລຸດລາຄານໍ້າມັນດິບ ໃນອາຊີ

06/10/2026 17:04
ຂປລ ອາຣັບບີ ຊາອຸດິດ ເຊິ່ງເປັນ ຜູ້ສົ່ງອອກ ນໍ້າມັນດິບ ລາຍໃຫຍ່ທີ່ສຸດ ໃນຕາເວັນອອກກາງ ປະກາດ ປັບຫລຸດ ລາຄາ ນໍ້າມັນດິບ ງວດສົ່ງມອບ ເດືອນພະຈິກ ສໍາລັບ ລູກຄ້າ ໃນພາກພື້ນ ອາຊີ ເຊິ່ງຖືືເປັນ ການດຳເນີນການ ທີ່ເໜືອຄວາມ ຄາດໝາຍ

ຂປລ.ສຳນັກຂ່າວ ອິນໂຟເຄວສ:  ອາຣັບບີ ຊາອຸດິດ ເຊິ່ງເປັນ ຜູ້ສົ່ງອອກ ນໍ້າມັນດິບ ລາຍໃຫຍ່ທີ່ສຸດ ໃນຕາເວັນອອກກາງ ປະກາດ ປັບຫລຸດ ລາຄາ ນໍ້າມັນດິບ ງວດສົ່ງມອບ ເດືອນພະຈິກ ສໍາລັບ ລູກຄ້າ ໃນພາກພື້ນ ອາຊີ ເຊິ່ງຖືືເປັນ ການດຳເນີນການ ທີ່ເໜືອຄວາມ ຄາດໝາຍ; ແຕ່ໃນຂະນະດຽວກັນ ກັບປັບຂຶ້ນລາຄາ ນໍ້າມັນດິບ ສຳລັບລູກຄ້າໃນເຂດ ເອີຣົບຕາເວັນຕົກສ່ຽງເໜືອ ແລະ ເມດີເຕີເຣນຽນ.

ຂໍ້ມູນການກຳນົດ ລາຄາ ທີ່ມີການເຜີຍແຜ່ ໃນວັນທີ 5 ຕຸລາ ລະບຸວ່າ: ບໍລິສັດ ຊາອຸດິດ ອາຣັມໂກ (Saudi Aramco) ເປັນບໍລິສັດ ນໍ້າມັນ ຂອງ ລັດຖະບານ ອາຣັບບີ ຊາອຸດິດ ໄດ້ກຳນົດ ລາຄາຂາຍ ຢ່າງເປັນທາງການ (OSP) ສຳລັບ ນໍ້າມັນດິບ ຊະນິດ ອາຣັບ ໄລທ໌ (Arab Light) ງວດສົ່ງມອບ ເດືອນພະຈິກ ໃຫ້ແກ່ ລູກຄ້າ ໃນ ອາຊີ ໄວ້ໃນລະດັບຕ່ຳກວ່າ ຄ່າສະເລ່ຍ ຂອງ ລາຄານໍ້າມັນ ໂອມານ ແລະ ດູໄບ ຢູ່ທີ່ 5 ໂດລາ ສະຫະລັດຕໍ່ຖັງ ເຊິ່ືເປັນການ ປັບຫລຸດ ລາຄາລົງ 3 ໂດລາ ສະຫະລັດ ຈາກ ເດືອນກ່ອນໜ້າ ແລະ ເປັນການປັບຫລຸດລົງ ຫລາຍທີ່ສຸດ ນັບຕັ້ງແຕ່ເດືອນມິຖຸນາ 2020.

ການປັບຫລຸດລາຄາ ດັ່ງກ່າວ ກົງກັນຂ້າມກັບ ທີ່ ນັກວິເຄາະ ຄາດການໄວ້ວ່າ ອາຣັບບີ ຊາອຸດິດ ຈະປັບເພີ່ມລາຄາ OSP ເດືອນພະຈິກ ສຳລັບ ລູກຄ້າ ໃນອາຊີຂຶ້ນ 3 ໂດລາ ສະຫະລັດ ຕໍ່ຖັງ ເພື່ອໃຫ້ສອດຄ່ອງກັບ ທິດທາງລາຄາ ອ້າງອີງ ໃນເຂດຕາເວັນອອກກາງ ທີ່ປັບຕົວສູງຂຶ້ນ. ນອກຈາກນີ້ ຊາອຸດິດ ອາຣັບບີ ຍັງໄດ້ປັບ ຫລຸດລາຄາ OSP ສຳລັບ ນໍ້ມັນດິບ ຊະນິດ ອາຣັບ ມີດຽມ (Arab Medium) ແລະ ອາຣັບ ເຮວີ (Arab Heavy) ງວດການສົ່ງມອບເດືອນພະຈິກ ທີ່ຂາຍໃຫ້ກັບ ອາຊີ ລົງຫລາຍເຖິງ 5 ໂດລາ ສະຫະລັດຕໍ່ຖັງອີກດ້ວຍ./

KPL

ຂ່າວອື່ນໆ

ads
ads

Top