ສ.ເກົາຫລີ ນໍາເຂົ້ານໍ້າມັນດິບ ຈາກ ອາຣັບບີຊາອຸດິດ ຫລຸດລົງຕ່ຳກວ່າ 30% ເປັນຄັ້ງທຳອິດ

06/10/2026 17:04
ຂປລ ສ.ເກົາຫລີ ເປີດເຜີຍວ່າ: ອັດຕາສ່ວນ ນໍ້າມັນດິບ ທີ່ນຳເຂົ້າຈາກ ອາຣັບບີ ຊາອຸດິດ ຫລຸດລົງ ຕ່ຳກວ່າ ລະດັບ 30% ຂອງ ການນຳເຂົ້າ ນໍ້າມັນດິບ ທັງໝົດ ໃນໄລຍະ 8 ເດືອນທຳອິດຂອງປີນີ້

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ສ.ເກົາຫລີ ເປີດເຜີຍວ່າ: ອັດຕາສ່ວນ ນໍ້າມັນດິບ ທີ່ນຳເຂົ້າຈາກ ອາຣັບບີ ຊາອຸດິດ ຫລຸດລົງ ຕ່ຳກວ່າ ລະດັບ 30% ຂອງ ການນຳເຂົ້າ ນໍ້າມັນດິບ ທັງໝົດ ໃນໄລຍະ 8 ເດືອນທຳອິດຂອງປີນີ້; ໃນຂະນະທີ່ ໂຮງກັ່ນພາຍໃນປະເທດ ພະຍາຍາມ ກະຈາຍ ແຫລ່ງຈັດຫາ ນໍ້າມັນດິບ ເພື່ອຫລີກລ່ຽງຄວາມສ່ຽງ ທາງພູມມີລັດຖະສາດ ໃນເຂດຕາເວັນອອກກາງ.

ຂໍ້ມູນ ຈາກບໍລິສັດ ນໍ້າມັນ ແຫ່ງຊາດ ສ.ເກົາຫລີ (Korea National Oil Corp.) ແລະ ສະມາຄົມປິໂຕລ່ຽມມ ແຫ່ງ ສ.ເກົາຫລີ (Korea Petroleum Association) ລະບຸວ່າ: ນໍ້າມັນດິບ ຈາກ ອາຣັບບີ ຊາອຸດິດ ກວມເອົາ 29,9% ຂອງ ການນຳເຂົ້າ ນໍ້າມັນດິບ ທັງໝົດ ຂອງ ສ.ເກົລຫີ ໃນໄລຍະເດືອນ ມັງກອນ-ສິງຫາ ເຊິ່ງຫລຸດລົງ ຈາກ 30,91% ໃນໄລຍະເດືອນມັງກອນ-ກໍລະກົດ.

ເຖິງແມ່ນວ່າ ອາຣັບບີ ຊາອຸດິດ ຈະຍັງຄົງເປັນແຫລ່ງນຳເຂົ້າ ນໍ້າມັນດິບ ທີ່ໃຫຍ່ທີ່ສຸດ ຂອງ ສ.ເກົາຫລີ, ແຕ່ກໍ່ຖືເປັນຄັ້ງທຳອິດ ໃນຮອບ 5 ປີທີ່ ອັດຕາສ່ວນ ການນຳເຂົ້າ ນໍ້າມັນດິບ ຈາກ ອາຣັບບີຊາອຸດິດ ຫລຸດລົງຕ່ຳກວ່າ 30% ໂດຍຄັ້ງຫລ້າສຸດ ທີ່ ອັດຕາສ່ວນ ດັ່ງກ່າວ ຕ່ຳກວ່າ 30% ເກີດຂຶ້້ນ ໃນປີ 2021, ເຊິ່ງເປັນ ໄລຍະ ທີ່ຄວາມຕ້ອງການ ນໍ້າມັນດິບ ທົ່ວໂລກ ຢຸດຈຶ້ງ ທ່າມກາງ ຄວາມເຄັ່ງຕຶງ ໃນຕາເວັນອອກກາງ ແລະ ການແພ່ລະບາດ ຂອງ ພະຍາດໂຄວິດ-19 (COVID-19)./

KPL

ຂ່າວອື່ນໆ

ads
ads

Top