ຂປລ
ນັບແຕ່ ວັນທີ 16 ກັນຍາແລ້ວນີ້ ເປັນຕົ້ນມາ, ຢູ່ຫລາຍແຫ່ງຂອງໄທ ໄດ້ປະສົບໄພນ້ຳຖ້ວມ ຈົນແຜ່ລາມໄປເຖິງ 47 ແຂວງ ແລະ ນະຄອນຫລວງບາງກອກຂອງໄທ, ສົ່ງຜົນເຮັດໃຫ້ມີ ຫລາຍກວ່າ 1.45 ລ້ານຄອບຄົວ
ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ວັນທີ 5 ຕຸລານີ້, ກົມປ້ອງກັນ ແລະ ຊ່ວຍເຫລືອໄພພິບັດ ຂອງກະຊວງມະຫາດໄທ ໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ ວັນທີ 16 ກັນຍາແລ້ວນີ້ ເປັນຕົ້ນມາ, ຢູ່ຫລາຍແຫ່ງຂອງໄທ ໄດ້ປະສົບໄພນ້ຳຖ້ວມ ຈົນແຜ່ລາມໄປເຖິງ 47 ແຂວງ ແລະ ນະຄອນຫລວງບາງກອກຂອງໄທ, ສົ່ງຜົນເຮັດໃຫ້ມີ ຫລາຍກວ່າ 1.45 ລ້ານຄອບຄົວ ແລະ ປະມານ 4.14 ລ້ານຄົນ ປະສົບໄພ. ນອກຈາກນັ້ນ,ໄພນ້ຳຖ້ວມ ໄດ້ເຮັດໃຫ້ ມີຜູ້ເສຍຊີວິດໄປແລ້ວ 31 ຄົນ.ນັບມາຮອດວັນທີ 5 ຕຸລານີ້, ຢູ່ໄທຍັງມີ 26 ແຂວງ ແລະ ບາງເຂດຂອງນະຄອນຫລວງ ບາງກອກ ຢູ່ໃນສະພາບ ໄພນ້ຳຖ້ວມຄືເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL