ຂປລ
ທ່ານ ນາງ ອູຊູລາ ວອນ ເດີ ເລເອີນ, ປະທານ ຄະນະ ກຳມະການ ສະຫະພາບ ເອີຣົບ ໄດ້ກ່າວຄຳປາໄສ ໃນກອງປະຊຸມ ສະພາເອີຣົບ ທີ່ຈັດຂຶ້ນຢູ່ນະຄອນ ສຕາສເບີກ ຂອງຝຣັ່ງ ໂດຍຮຽກຮ້ອງ ໃຫ້ປະເທດ ໃນທະວີບ ເອີຣົບ ຈົ່ງເພີ່ມລາຍຈ່າຍ ດ້ານການປ້ອງກັນ ປະເທດ ເປັນຈຳນວນ ຫລວງຫລາຍ
ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ນາງ ອູຊູລາ ວອນ ເດີ ເລເອີນ, ປະທານ ຄະນະ ກຳມະການ ສະຫະພາບ ເອີຣົບ ໄດ້ກ່າວຄຳປາໄສ ໃນກອງປະຊຸມ ສະພາເອີຣົບ ທີ່ຈັດຂຶ້ນຢູ່ນະຄອນ ສຕາສເບີກ ຂອງຝຣັ່ງ ໂດຍຮຽກຮ້ອງ ໃຫ້ປະເທດ ໃນທະວີບ ເອີຣົບ ຈົ່ງເພີ່ມລາຍຈ່າຍ ດ້ານການປ້ອງກັນ ປະເທດ ເປັນຈຳນວນ ຫລວງຫລາຍ, ປະຖິ້ມຈິນຕະນາການ ທີ່ມີຕໍ່ ສ.ອາເມລິກາ ແລະ ຣັດເຊຍ.ພາຍຫລັງ ສົງຄາມເຢັນ ສິ້ນສຸດລົງ, ມີຄົນຈຳນວນໜຶ່ງ ເຫັນວ່າຣັດເຊຍ ສາມາດ ເຊື່ອມໂຍງເຂົ້າກັບ ໂຄງປະກອບ ເສດຖະກິດ ແລະ ຄວາມໝັ້ນຄົງ ຂອງທະວີບ ເອີຣົບ, ຂະນະດຽວກັນ ທະວີບ ເອີຣົບ ຕ້ອງແບກຫາບໜ້າທີ່ຄວາມຮັບຜິດຊອບດ້ານການປ້ອງກັນປະເທດຂອງຕົນໃຫ້ຫລາຍກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL