ຂປລ
ກິດຈະກຳ “ການສົນທະນາ ເຈົ້າຄອງນະຄອນໂລກ 2026 ທີ່ນະຄອນອຸຣຸມກີ” ໄດ້ຈັດຂຶ້ນຢູ່ເຂດຊິ່ນຈ່ຽງ ຂອງ ສປ ຈີນ.ເຈົ້າຄອງນະຄອນ ແລະ ຜູ້ຕາງໜ້າ ຈາກ26 ຕົວເມືອງໃນ 13 ປະເທດ ໄດ້ເຂົ້າຮ່ວມ ກິດຈະກຳດັ່ງກ່າວ
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ກິດຈະກຳ “ການສົນທະນາ ເຈົ້າຄອງນະຄອນໂລກ 2026 ທີ່ນະຄອນອຸຣຸມກີ” ໄດ້ຈັດຂຶ້ນຢູ່ເຂດຊິ່ນຈ່ຽງ ຂອງ ສປ ຈີນ.ເຈົ້າຄອງນະຄອນ ແລະ ຜູ້ຕາງໜ້າ ຈາກ26 ຕົວເມືອງໃນ 13 ປະເທດ ໄດ້ເຂົ້າຮ່ວມ ກິດຈະກຳດັ່ງກ່າວ ເພື່ອແລກປ່ຽນຄວາມຄິດເຫັນໂດຍປິ່ນອ້ອມ ການບໍລິຫານຕົວເມືອງທັນສະໄໝ, ການຮ່ວມມື ແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ແລະ ການອະນຸລັກ ສິ່ງແວດລ້ອມທຳມະຊາດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL