ຂປລ
ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານ 3 ສ້າງ (ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ) ໄລຍະ 5 ປີ (2021-2025) ຈັດຂຶ້ນໃນ ວັນທີ 25 ພະຈິກ 2026 ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ).
ຂປລ. ໂດຍການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ, ມີຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ-ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ຕາງໜ້າຈາກອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ. ທ່ານ ວິໄລວັນ ບຸດດາຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານ 3 ສ້າງໄລຍະ 5 ປີ (2021-2025) ຜ່ານມາ ກໍຄືໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ການຈັດຕັ້ງຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ສະບັບເລກທີ 25/ກມສພ, ລົງວັນທີ 22 ທັນວາ 2014 ແລະ ມະຕິວ່າດ້ວຍການແບ່ງຂັ້ນຄຸ້ມຄອງເພື່ອສ້າງຄວາມເຂັ້ມແຂງຂອງລະບົບບໍລິຫານລັດ ໃນໄລຍະໃໝ່ ສະບັບເລກທີ 076/ກມສພ, ລົງວັນທີ 19 ສິງຫາ 2019 ຊ່ຶງອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໄດ້ສຸມໃສ່ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ 7 ດ້ານ 66 ຕົວຊີ້ບອກ, ການສ້າງເມືອງເປັນຫົວໜ່ວຍເຂ້ັມແຂງຮອບດ້ານ 5 ດ້ານ 47 ຕົວຊີ້ບອກ, ການສ້າງບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ 30 ຕົວຊີ້ບອກ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະ 5 ປີດັ່ງກ່າວສາມາດສະຫລຸບສັງລວມ ແລະ ປະເມີນຜົນໄດ້ ຄື: ມີ 8 ຫົວໜ່ວຍການປົກຄອງຂັ້ນແຂວງ ບັນລຸເງື່ອນໄຂແຂວງເປັນຫົວໜ່ວຍຍຸດທະສາດ ຊຶ່ງປະກອບມີ ນະຄອນຫລວງວຽງຈັນ, ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ວຽງຈັນ, ບໍລິຄຳໄຊ, ເຊກອງ ແລະ ຈຳປາສັກ; ມີ 55 ຫົວໜ່ວຍການປົກຄອງຂັ້ນເມືອງ ບັນລຸເງື່ອນໄຂເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ 5.200 ບ້ານ ບັນລຸເງື່ອນໄຂເປັນຫົວໜ່ວຍພັດທະນາ. ພ້ອມນີ້, ຜູ້ຕາງໜ້າການນຳນະຄອນຫລວງວຽງຈັນ ແລະ ບັນດາແຂວງ ທີ່ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ໄດ້ລາຍງານ ແລະ ຢັ້ງຢືນຜົນການຈັດຕັ້ງປະຕິບັດການສ້າແຂວງ ເປັນຫົວໜ່ວຍຍຸດທະສາດຂອງຕົນ ຕື່ມອີກ.
ໃນໂອກາດດັ່ງກ່າວ, ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນເນັ້ນໜັກຕື່ມບາງດ້ານ ເປັນຕົ້ນໃຫ້ຄະນະພັກ, ຄະນະນຳນະຄອນຫລວງວຽງຈັນ ແລະ ບັນດາແຂວງ ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ກວດກາທົບທວນຄືນຜົນການປະເມີນວຽກງານ 3 ສ້າງຂອງທ້ອງຖິ່ນຕົນ ໂດຍຕ້ອງມີການນຳພາ ແລະ ຕິດຕາມກວດກາຢ່າງໃກ້ຊິດ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ຊັດເຈນ ຂອງຂໍ້ມູນ; ກວດກາຄືນທັງ 7 ດ້ານ (ການກໍ່ສ້າງພັກ-ພະນັກງານ; ການປົກຄອງ ແລະ ບໍລິຫານລັດ; ການຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ; ການເງິນ; ການຄຸ້ມຄອງ-ຂຸດຄົ້ນ-ນຳໃຊ້ຊັບພະຍາກອນທຳມະຊາດ, ຊັບສິນຂອງລັດ, ພື້ນຖານໂຄງລ່າງ ແລະ ການປົກປັກຮັກສາສິ່ງແວດລ້ອມ; ການຄຸ້ມຄອງວັດທະນະທຳ-ສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດ; ການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ) ໂດຍຖືສໍາຄັນເກນມາດຕະການ, ຂໍ້ມູນຕົວຈິງ ແລະ ຫລັກຖານທີ່ສາມາດກວດສອບຢືນຢັນໄດ້; ການປະເມີນຕ້ອງຊີ້ໃຫ້ເຫັນຜົນງານ ແລະ ຜົນປະໂຫຍດຕົວຈິງທີ່ປະຊາຊົນໄດ້ຮັບເປັນຕົ້ນການຈັດສັນນຳໃຊ້ຊັບພະຍາກອນຂອງທ້ອງຖ່ິນ, ຄວາມຄືບໜ້າໃນການພັດທະນາ-ການຜະລິດ, ການສ້າງລາຍຮັບ, ການກຸ້ມຕົນເອງ, ຜົນການແກ້ໄຂຄວາມທຸກຍາກ, ການພັດທະນາພື້ນຖານໂຄງລ່າງຮັບໃຊ້ການຜະລິດ; ຫລີກລຽງການຢັ້ງຢືນເພື່ອເອົາຜົນງານ ກໍຄືຕົວເລກຜ່ານ ເກນ, ແຕ່ໃຫ້ຖືເອົາຄຸນນະພາບ ແລະ ມາດຕະຖານຕ່າງໆ ຕາມທີ່ກຳນົດໄວ້ເປັນຕົວຊີ້ວັດຕັດສິນ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ
KPL