7417

7e,j ;o ,v[{Ia [ v5 xtdv[wvmu 0a [g7nj vo;Pd'koxq d7v'8kcl' 44 csj ' lxx ]k; wfh Ia [dkolt|a [lt|6 o37'dko fh ko7;k,xvfwrmk'w-g[u 9kddv'g]0kvk-Po okpq d]a f4t,q o8u 1h P,1k,37'dko rt]a ''ko\6 o;Po3roltvkf 16 j g,n v'30' ]a f4t[ko]k; xtfa [s]Podk,y f8trk[ .sh m6 fdex6 g9p xt9e]k; ]6 d{s]ko[h ko|v'xkf wfh Ia [;a d-y o xh v'da ortpkf3x] u 3v lh k'r6 ,8h komkoIv[ 3 8 sq ;|j ;pvq 'dkoxq d7v'0A oc0;' [a o]5 dkolh k'c0;' gxa osq ;|j ;pp5 fmtlkf ;a o-kf mu 2 ma o;k c,j o;a omuj xt-k-q o]k; [a ofkgzqj k wfh gxa og9Q kxtgmf-kf1j k'cmh 9y ' ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 27.11.2026 ປີທີ 25 ສະບັບທີ 6.571ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K dkorQ o9kdlt4kotrk[ fh vpra fmtok1j k'3]j ']j Po ,u 75 ootrk[ c,j o7kf\kp l6h -q ow]ptpk;0v'ra d{]a f ທ່ານ ຄຳພັນ ພົມມະທັດ (ປະທານ) g]n vfm5 d4q '7n 7;k,s;a '0v'7q og9a [ F ອ່ານຕໍ່ໜ້າ 7່ າໍ່ ໜ້າ okpq d]a f4t,q o8u g0Q kIj ;,gxu f,tstde dkg2]k; c]t zt]y f8tra odtly de muj 9exkla d ທ່ານ ພົອ ວິໄລ ຫລ້າຄຳຟອງ (ຜູ້ທີ 4 ນັບຈາກຊ້າຍຫາຂວາ ແຖວໜ້າ) ທ່ານ ສົມຫວັງ ພິມມະວົງ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 3່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ທອງສະຫວັນ ພົມວິຫານ (ຂວາ) ຂປລ. ກອງປະຊຸມຄະນະກຳມະ ການວັດທະນະທຳ ແລະ ຖະແຫລງ ຂ່າວອາຊຽນ(ASEAN-COCI) ຄັ້ງທີ 61 ໄດ້ຮັບຟັງລາຍງານຜົນ ກອງປະຊຸມອະນຸກຳມະການວຽກ ງານຖະແຫລງຂ່າວ ຄັ້ງທີ 27-28 ຈາກຫົວໜ້າຄະນະຜູ້ແທນວຽກງານ ຖະແຫລງຂ່າວ. ໃນນັ້ນ, ສປປ ລາວ ໄດ້ສະເໜີໂຄງການກ່ຽວກັບການນຳ ໃຊ້ເຕັກໂນໂລຊີ-ປັນຍາປະດິດ(AI) ຢ່າງປອດໄພ ສຳລັບສື່ມວນຊົນຄົນ ຮຸ່ນໃໝ່ຊຶ່ງໂຄງການດັ່ງກ່າວໄດ້ຮັບ ການສະໜັບສະໜູນ ແລະ ຄວາມ ຍ້ອງຍໍຊົມເຊີຍຢ່າງຫລວງຫລາຍ ຂປລ. ຂະບວນການສັກ ແລະ ຢອດວັກຊິນປ້ອງກັນພະຍາດໂປລິ ໂອ (OPV) ຮອບທີ 3 ໂດຍບໍ່ເສຍ ຂປລ.ໃນວັນທີ25ພະຈິກ2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ຂປລ. ໃນໂອກາດເດີນທາງມາ ເຂົ້າຮ່ວມບຸນມະໂຫລານກາເຟ ແລະ ຜະລິດຕະພັນກະສິກຳລາວ ພູພຽງ ບໍລະເວນ 2026 ທີ່ແຂວງຈຳ ປາສັກ ໃນວັນທີ 25 ພະຈິກ 2026, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຢ້ຽມຢາມໂຄງ ການພະລັງງານໝູນວຽນ ໂພນສະ ອາດຢູ່ບ້ານໂພນສະອາດເມືອງໂຂງ ແຂວງຈຳປາສັກໂດຍການຕ້ອນຮັບ ຂອງ ທ່ານ ສາທິດ ປັດສາພັນ ເລ ຂາຄະນະບໍລິຫານງານພັກເມືອງ ຂປລ. ກອງປະຊຸມປະເມີນຜົນ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ(ສ້າງແຂວງເປັນຫົວໜ່ວຍຍຸດ ທະສາດ, ສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບດ້ານ ແລະ ສ້າງ ບ້ານເປັນຫົວໜ່ວຍພັດທະນາ) ໄລ ຍະ5ປີ(2021-2025)ຈັດຂຶ້ນໃນ ວັນທີ 25 ພະຈິກ 2026 ທີ່ສຳນັກ ຂປລ. ວັນຊາດທີ 2 ທັນວາ 1975 ເປັນວັນແຫ່ງໄຊຊະນະອັນ ຍິ່ງໃຫຍ່ແລະ ເປັນຂີດໝາຍປະຫວັດ ສາດອັນສຳຄັນຂອງຊາດລາວ ແມ່ນວັນທີ່ປະຊາຊົນລາວບັນດາ ເຜົ່າ ໄດ້ເປັນເຈົ້າປະເທດຊາດຢ່າງ ແທ້ຈິງ ແລະ ໄດ້ເປີດສັງກາດໃໝ່ ແຫ່ງການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດ ພາຍໃຕ້ອຸດົມ ການສັນຕິພາບ, ເອກະລາດ, ປະຊາ ທິປະໄຕ, ເອກະພາບ ແລະ ວັດທະ ນາຖາວອນ. ທ່ານ ສົມຫວັງ ພິມມະວົງ ຫົວ ໜ້າກົມປ່າໄມ້,ກະຊວງກະສີກຳແລະ ຂປລ. ພິທີເປີດມະຫະກຳກາເຟ ລາວ ແລະ ຜະລິດຕະພັນກະສິກຳ ຈັດຂຶ້ນໃນວັນທີ 25 ພະຈິກ 2026 ທີ່ແຂວງຈຳປາສັກ ໂດຍໃຫ້ກຽດ ເຂົ້າຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ພ້ອມ ຂປລ. ການຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາຢ່າງ ໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນ ຍົງແມ່ນຄາດໝາຍສູ້ຊົນໄລຍະຍາວ ຂອງພັກ, ລັດຖະບານ ແລະ ການ ຜ່ານເກນການປະເມີນການຫລຸດ ພົ້ນອອກຈາກສະຖານະພາບດ້ອຍ ພັດທະນາ ໃນໄລຍະຜ່ານມາ ສະ ແດງເຖິງຄວາມໝາຍໝັ້ນອັນໜັກ ແໜ້ນ ແລະ ຕັ້ງໜ້າຂອງ ສປປ ລາວ ທ່ານ ສະເຫລີມໄຊ ກົມມະສິດ (ຜູ້ທີ 2 ນັບຈາກຂວາຫາຊ້າຍ) ດ້ວຍພັນລະຍາ, ມີບັນດາລັດຖະ ມົນຕີ, ການນຳແຂວງຈຳປາສັກ, ຜູ້ ຕາງໜ້າອົງການຈັດຕັ້ງສາກົນປະ ຈຳລາວ, ຜູ້ປະກອບການແລະແຂກ ຖືກເຊີນ ເຂົ້າຮ່ວມ. ການຈັດງານຄັ້ງນີ້ ກໍເພື່ອສົ່ງ ເສີມກາເຟລາວ ໃຫ້ເປັນທີ່ຮູ້ຈັກ ກວ້າງຂວາງຫລາຍຂຶ້ນໃນຕະຫລາດ ສາກົນ ຂອງກຸ່ມທຸລະກິດຂະໜາດ ນ້ອຍ-ກາງ ແລະ ຫົວໜ່ວຍການ ຜະລິດຕ່າງໆ, ທັງກະຕຸ້ນການທ່ອງ ທ່ຽວລາວ ກໍຄືແຂວງຈຳປາສັກ ໂດຍສະເພາະ ຢູ່ເຂດພູພຽງບໍລະ ເວນ ທີ່ມີຄວາມສວຍງາມ, ອຸດົມ ສົມບູນ, ເປັນແຫລ່ງປູກກາເຟທີ່ມີ ລົດຊາດ-ກິ່ນຫອມ ແບບເອກະລັກ ງານນາຍົກລັດຖະມົນຕີ (ສນຍ) ໂດຍການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ຮອງນາຍົກ ພ້ອມດ້ວຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ ແລະ ພາກ ສ່ວນກ່ຽວຂ້ອງ. ໂຄງການກໍ່ສ້າງພະລັງງານ ໝູນວຽນ ໂພນສະອາດ ມີກຳລັງຕິດ ຕັ້ງ 150 ເມກາວັດ, ເນື້ອທີ່ທັງໝົດ 229,13 ເຮັກຕາ ແລະ ມູນຄ່າການ ລົງທຶນປະມານ 164,41 ລ້ານໂດ ລາສະຫະລັດ. ປັດຈຸບັນ ຄວາມຄືບ ໜ້າໂດຍລວມບັນລຸໄດ້ 89% ແລະ ພວມເລັ່ງປະຕິບັດວຽກທີ່ຍັງເຫລືອ ໃຫ້ສຳເລັດຕາມແຜນ. ອີງຕາມ ເຂົ້າຢ້ຽມອໍາລາ ຂອງ ທ່ານ ຮຸນ ກຣອງ ພະນອງ ເອກອັກຄະລາຊະ ທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກກຳປູເຈຍ ປະຈຳ ສິ່ງແວດລ້ອມໄດ້ໃຫ້ສຳພາດໃນວັນທີ 25 ພະຈິກ 2026 ເນື່ອງໃນໂອກາດ ຈາກກອງເລຂາອາຊຽນ ຊຶ່ງເປັນ ໜຶ່ງໃນ 4 ໂຄງການທີ່ພົ້ນເດັ່ນ ທ່ານ ນາງ ມາໄລວຽງ ວົງຈັນດີ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ຄ່າກຳລັງດຳເນີນຢູ່ເມືອງວຽງທອງ ແຂວງບໍລິຄຳໄຊ ໂດຍມີເປົ້າໝາຍ F ອ່ານຕໍ່ໜ້າ 2່ າໍ່ ໜ້າ

@ 0j k; c]t gsfdko j 27/11/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ນາຍົກລັດຖະມົນຕີ ເຂົ້າຮ່ວມ...ົັົີົ້່ 8 ຫົວໜ່ວຍ...ົ່ ນາຍົກລັດຖະມົນຕີ ຢ້ຽມຢາມ...ົັົີ້ ສະເພາະ ແລະ ມີຊື່ສຽງຂອງປະ ເທດ, ທັງເປັນການຊ່ວຍວາງພື້ນ ຖານອັນໜັກແໜ້ນ ໃຫ້ກາເຟລາວ ສາມາດກ້າວເຂົ້າເປັນສະມາຊິກ ຂອງອົງການກາເຟສາກົນ (ICO) ໃນອະນາຄົດ. ພ້ອມກັນນັ້ນ, ຍັງເປັນ ການສ້າງໂອກາດ ແລະ ເງື່ອນໄຂ ອັນດີ ໃນການນຳສະເໜີລົດຊາດ ທີ່ເປັນເອກະລັກ ແລະ ຄຸນນະພາບ ຂອງກາເຟລາວ, ເປັນເວທີແລກ ປ່ຽນຄວາມຮູ້, ບົດຮຽນ-ປະສົບ ການ ຕະຫລອດຮອດການພົວພັນ ເຊື່ອມຕໍ່ ລະຫວ່າງ ຊາວສວນກາເຟ ກັບຄູ່ຮ່ວມທຸລະກິດ ແລະ ຄູ່ຮ່ວມ ງານສາກົນ, ສັງຄົມ ໄດ້ຮັບຮູ້ຕ່ອງ ໂສ້ການຜະລິດ ແລະ ຈຳໜ່າຍກາເຟ ກໍຄືການພົວພັນຂອງບັນດາຊາວ ສວນ, ຜູ້ຜະລິດ, ຜູ້ປະກອບການ, ຜູ້ ຂົ້ວກາເຟ, ຜູ້ປຸງແຕ່ງ ແລະ ທຸກ ພາກສ່ວນທີ່ມີສ່ວນຮ່ວມໃນການ ຜະລິດ, ຈຳໜ່າຍ, ຊົມໃຊ້ ແລະ ດື່ມ ກາເຟ, ເຮັດໃຫ້ອຸດສາຫະກຳກາເຟ ລາວ ເຕີບໃຫຍ່ຂະຫຍາຍຕົວ ທັງຕະ ຫລາດພາຍໃນ ແລະ ຕ່າງປະເທດ. ຕິດພັນກັບການເຄື່ອນໄຫວເປີດ ມະຫະກຳກາເຟລາວ ແລະ ຜະລິດ ຕະພັນກະສິກຳ ຢູ່ແຂວງຈຳປາສັກ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງ ໄປຢ້ຽມຢາມໂຄງການປູກໝາກ ບລູເບີຣີ ຢູ່ເມືອງປາກຊ່ອງ ແລະ ໂຄງການພະລັງງານໄຟຟ້າແສງ ຕາເວັນ ຢູ່ເມືອງໂຂງ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ບົດລາຍງານຄວາມຄືບໜ້າປະຈຳ ເດືອນຕຸລາ2026,ໂຄງການສາມາດ ຜະລິດໄຟຟ້າໄດ້ສະເລ່ຍ 301,56 ຈີກາວັດໂມງຕໍ່ປີ ເພື່ອສົ່ງຜ່ານລະ ບົບສາຍສົ່ງ 230 ກິໂລໂວນ ຄວາມ ຍາວ 25 ກິໂລແມັດ ເຊື່ອມຕໍ່ເຂົ້າ ສະຖານີບ້ານຫາດ ສົ່ງອອກໄປປະ ເທດກຳປູເຈຍ. ສຳລັບຄວາມຄືບ ໜ້າວຽກຫລັກປະກອບມີ: ຕິດຕັ້ງ ເສົາເຂັມປະຕິບັດໄດ້ 98% (ແຜນ 89.850 ຕົ້ນ), ຕິດຕັ້ງໂຄງເຫລັກ ຮັບແຜງໂຊລາເຊວ ເຊິ່ງປະຕິບັດ ໄດ້ 95,4% (8.985 ໂຕະ), ຕິດ ຕັ້ງແຜງໂຊລາເຊວ ປະຕິບັດໄດ້ 84,86%(ຈາກແຜນ 70%), ຕິດ ຕັ້ງໝໍ້ແປງ MV 3,3 MVA (46 ຈຸດ) ແລະ ກໍ່ສ້າງຖານ Battery (22 ຈຸດ) ສຳເລັດ 100%. ກໍ່ສ້າງ ທາງພາຍໃນໂຄງການ (14 ກມ) ປະຕິບັດໄດ້ 90%. ນອກຈາກວຽກເຕັກນິກ ແລະ ການກໍ່ສ້າງ, ໂຄງການຍັງໄດ້ຊົດ ເຊີຍຜົນກະທົບດ້ານທີ່ດິນທຳການ ຜະລິດ ໃຫ້ປະຊາຊົນຜູ້ຖືກຜົນກະ ທົບ 45 ຄອບຄົວ (35 ຕອນດິນ) ລວມເປັນເງິນ 591 ລ້ານກວ່າກີບ. ພ້ອມກັນນີ້, ໄດ້ເອົາໃຈໃສ່ດ້ານ ຄວາມປອດໄພ ແລະ ສຸຂະພາບ ຂອງແຮງງານທັງໝົດ 624 ຄົນ ໂດຍບໍ່ມີລາຍງານອຸບັດເຫດເກີດ ຂຶ້ນໃນເດືອນຜ່ານມາ. ພ້ອມນີ້, ໂຄງການມີແຜນສຳເລັດການກໍ່ ສ້າງ ແລະ ກ້າວສູ່ການເປີດດຳເນີນ ງານຕາມກຳນົດໃນໄລຍະທ້າຍປີ 2026 ນີ້. ລັດຖະມົນຕີ, ລັດຖະມົນຕີກະຊວງ ຍຸຕິທຳ, ມີຄະນະຈັດຕັ້ງສູນກາງ ພັກ, ຫົວໜ້າກົມ-ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ຕາງໜ້າຈາກອົງການປົກ ຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະ ບົບກອງປະຊຸມທາງໄກ. ທ່ານ ວິໄລວັນ ບຸດດາຄຳ ຮອງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລາຍງານຜົນການຈັດຕັ້ງປະຕິ ບັດວຽກງານ 3 ສ້າງໄລຍະ 5 ປີ (2021-2025) ຜ່ານມາ ກໍຄືໃນ ໄລຍະຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ການຈັດຕັ້ງຜັນຂະ ຫຍາຍມະຕິຂອງກົມການເມືອງສູນ ກາງພັກ ວ່າດ້ວຍທິດທາງ, ເປົ້າ ໝາຍແລະມາດຕະການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງ ເມືອງເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ, ສ້າງບ້ານເປັນຫົວໜ່ວຍພັດ ທະນາ ສະບັບເລກທີ 25/ກມສພ, ລົງວັນທີ 22 ທັນວາ 2014 ແລະ ມະຕິວ່າດ້ວຍການແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງຂອງລະ ບົບບໍລິຫານລັດໃນໄລຍະໃໝ່ສະບັບ ເລກທີ 076/ກມສພ, ລົງວັນທີ 19 ສິງຫາ 2019 ຊຶ່ງອົງການ ປົກຄອງທ້ອງຖິ່ນແຕ່ລະຂັ້ນ ໄດ້ສຸມ ໃສ່ການສ້າງແຂວງເປັນຫົວໜ່ວຍ ຍຸດທະສາດ 7 ດ້ານ 66 ຕົວຊີ້ບອກ, ການສ້າງເມືອງເປັນຫົວໜ່ວຍເຂັ້ມ ແຂງຮອບດ້ານ 5 ດ້ານ 47 ຕົວຊີ້ ບອກ, ການສ້າງບ້ານເປັນຫົວໜ່ວຍ ພັດທະນາ 4 ດ້ານ 30 ຕົວຊີ້ບອກ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະ 5 ປີດັ່ງກ່າວ ສາມາດສະ ຫລຸບສັງລວມ ແລະ ປະເມີນຜົນໄດ້ ຄື: ມີ 8 ຫົວໜ່ວຍການປົກຄອງຂັ້ນ ແຂວງ ບັນລຸເງື່ອນໄຂແຂວງເປັນ ຫົວໜ່ວຍຍຸດທະສາດ ຊຶ່ງປະກອບ ມີ ນະຄອນຫລວງວຽງຈັນ, ຫລວງ ນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ວຽງຈັນ, ບໍລິຄຳໄຊ, ເຊກອງ ແລະ ຈຳປາ ສັກ; ມີ 55 ຫົວໜ່ວຍການປົກຄອງ ຂັ້ນເມືອງ ບັນລຸເງື່ອນໄຂເປັນຫົວ ໜ່ວຍເຂັ້ມແຂງຮອບດ້ານ ແລະ 5.200 ບ້ານ ບັນລຸເງື່ອນໄຂເປັນ ຫົວໜ່ວຍພັດທະນາ. ພ້ອມນີ້, ຜູ້ຕາງ ໜ້າການນຳນະຄອນຫລວງວຽງ ຈັນແລະ ບັນດາແຂວງທີ່ບັນລຸການ ສ້າງແຂວງເປັນຫົວໜ່ວຍຍຸດທະ ສາດ ໄດ້ລາຍງານ ແລະ ຢັ້ງຢືນຜົນ ການຈັດຕັ້ງປະຕິບັດການສ້າແຂວງ ເປັນຫົວໜ່ວຍຍຸດທະ ສາດຂອງຕົນ ຕື່ມອີກ. ໃນໂອກາດດັ່ງກ່າວ, ທ່ານປະ ທານກອງປະຊຸມ ໄດ້ມີຄຳເຫັນເນັ້ນ ໜັກຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະ ນະພັກ, ຄະນະນຳນະຄອນຫລວງ ວຽງຈັນແລະ ບັນດາແຂວງ ເອົາໃຈ ໃສ່ນຳພາ-ຊີ້ນຳ ແລະ ກວດກາທົບ ທວນຄືນຜົນການປະເມີນວຽກ ງານ 3 ສ້າງຂອງທ້ອງຖິ່ນຕົນ ໂດຍ ຕ້ອງມີການນຳພາ ແລະ ຕິດຕາມ ກວດກາຢ່າງໃກ້ຊິດ ເພື່ອຮັບປະກັນ ຄວາມຖືກຕ້ອງ ແລະ ຊັດເຈນ ຂອງ ຂໍ້ມູນ;ກວດກາຄືນທັງ7ດ້ານ(ການ ກໍ່ສ້າງພັກ-ພະນັກງານ; ການປົກ ຄອງ ແລະ ບໍລິຫານລັດ; ການຊຸກ ຍູ້ການຂະຫຍາຍຕົວຂອງເສດຖະ ກິດ; ການເງິນ; ການຄຸ້ມຄອງ-ຂຸດ ຄົ້ນ-ນຳໃຊ້ຊັບພະຍາກອນທຳມະ ຊາດ, ຊັບສິນຂອງລັດ, ພື້ນຖານ ໂຄງລ່າງ ແລະ ການປົກປັກຮັກສາ ສິ່ງແວດລ້ອມ; ການຄຸ້ມຄອງວັດ ທະນະທຳ-ສັງຄົມ ແລະ ການພັດ ທະນາຊັບພະຍາກອນມະນຸດ; ການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ) ໂດຍຖືສໍາຄັນເກນມາດຕະ ການ, ຂໍ້ມູນຕົວຈິງ ແລະ ຫລັກຖານ ທີ່ສາມາດກວດສອບຢືນຢັນໄດ້; ການປະເມີນ ຕ້ອງຊີ້ໃຫ້ເຫັນຜົນ ງານ ແລະ ຜົນປະໂຫຍດຕົວຈິງ ທີ່ປະຊາຊົນໄດ້ຮັບ ເປັນຕົ້ນການ ຈັດສັນນຳໃຊ້ຊັບພະຍາກອນຂອງ ທ້ອງຖິ່ນ, ຄວາມຄືບໜ້າໃນການພັດ ທະນາ-ການຜະລິດ, ການສ້າງ ລາຍຮັບ, ການກຸ້ມຕົນເອງ, ຜົນ ການແກ້ໄຂຄວາມທຸກຍາກ, ການ ພັດທະນາພື້ນຖານໂຄງລ່າງຮັບໃຊ້ ການຜະລິດ; ຫລີກລຽງການຢັ້ງຢືນ ເພື່ອເອົາຜົນງານ ກໍຄືຕົວເລກຜ່ານ ເກນ, ແຕ່ໃຫ້ຖືເອົາຄຸນນະພາບ ແລະ ມາດຕະຖານຕ່າງໆ ຕາມທີ່ກຳນົດ ໄວ້ ເປັນຕົວຊີ້ວັດຕັດສິນ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ວັນຊາດ ທີ 2 ທັນວາ ຄົບຮອບ 51 ປີ ທີ່ຈະມາເຖິງນີ້ ໂດຍໄດ້ສະແດງ ຄວາມປິຕິຊົມຊື່ນ ແລະ ພາກພູມໃຈ ຕໍ່ຜົນງານທີ່ປະເທດຊາດຍາດມາ ໄດ້ ພາຍໃຕ້ການນຳພາຂອງພັກປະ ຊາຊົນປະຕິວັດລາວ ແລະ ການບໍລິ ຫານຂອງລັດຖະບານ, ປະຊາຊົນ ລາວບັນດາເຜົ່າ ໄດ້ສາມັກຄີກັນ ຜ່ານຜ່າຄວາມຫຍຸ້ງຍາກ, ຟື້ນຟູ ປະເທດຈາກຜົນເສຍຫາຍຂອງສົງ ຄາມ ແລະ ສືບຕໍ່ສ້າງສາພັດທະນາ ຈົນມີການປ່ຽນແປງໃນຫລາຍ ດ້ານ. ຜົນງານດັ່ງກ່າວ, ເຮັດໃຫ້ຍິ່ງ ລະນຶກເຖິງບຸນຄຸນ ແລະ ຄວາມເສຍ ສະລະຂອງບັນພະບຸລຸດ, ບັນດາຜູ້ ນຳ ແລະ ນັກປະຕິວັດຮຸ່ນກ່ອນ ທີ່ ໄດ້ອຸທິດຊີວິດເພື່ອເອກະລາດ ແລະ ຄວາມຜາສຸກຂອງປະຊາຊົນ. ເສີມສ້າງພູມຕ້ານທານ ແລະ ປົກ ປ້ອງເດັກນ້ອຍອາຍຸ ຕໍ່າກວ່າ 5 ປີ ໃຫ້ປອດໄພຈາກພະຍາດໂປລິໂອ. ກິດຈະກຳສັກວັກຊິນດັ່ງກ່າວ ເລີ່ມ ດຳເນີນແຕ່ວັນທີ 23 ພະຈິກ ແລະ ຈະສືບຕໍ່ໄປຈົນຮອດທ້າຍເດືອນນີ້. ໂຄງການນີ້ດຳເນີນພາຍໃຕ້ ແຜນງານສັກວັກຊິນແຫ່ງຊາດ ຂອງກະຊວງສາທາລະນະສຸກ ໂດຍ ໄດ້ຮັບການສະໜັບສະໜູນຈາກ ອົງການ UNICEF ແລະ ຮ່ວມມື ກັບກົມສື່ມວນຊົນ ຄະນະໂຄສະນາ ອົບຮົມສູນກາງ. ໃນວັນທີ 26 ພະ ຈິກ 2026 ນີ້, ພໍ່ແມ່ຜູ້ປົກຄອງ ໃນ ບ້ານໜອງປາດ ໄດ້ພາລູກຫລານ ທີ່ມີອາຍຸຕ່ຳກວ່າ 5 ປີ ໄປຮັບວັກ ຊິນປ້ອງກັນພະຍາດໂປລິໂອ (ເປ້ຍ ລ່ອຍ) ຜ່ານຮູບແບບຢອດຢາທາງ ປາກ ແລະ ການສັກວັກຊິນ. ກິດຈະ ກຳການສັກວັກຊິນໃນຄັ້ງນີ້ດຳເນີນ ໂດຍທີມງານຮ່ວມມີຜູ້ຕາງໜ້າ ຈາກອົງການ UNICEF, ເຈົ້າໜ້າທີ່ ສຸຂະສຶກສາຈາກຫ້ອງການສາທາ ລະນະສຸກເມືອງ, ບຸກຄະລາກອນ ທາງການແພດຈາກສຸກສາລາບ້ານ ນ້ຳກ້າງ ແລະ ອຳນາດການປົກ ຄອງບ້ານ. ທ່ານໝໍ ສົມ ພອນປະເສີດ ວິຊາການປະຈຳ ສຸກສາລາບ້ານນ້ຳ ກ້າງ ໄດ້ກ່າວວ່າ: ພະຍາດໂປລິໂອ ເປັນພະຍາດຕິດຕໍ່ທີ່ແຜ່ລະບາດໄດ້ ງ່າຍ ແລະ ສາມາດສົ່ງຜົນກະທົບ ຮ້າຍແຮງຕໍ່ສຸຂະພາບຂອງເດັກ ນ້ອຍ ໂດຍອາດເຮັດໃຫ້ເປັນອຳມະ ພາດຢ່າງຖາວອນ. ດັ່ງນັ້ນ, ການ ໄດ້ຮັບວັກຊິນຢ່າງທັນເວລາ ຈຶ່ງມີ ຄວາມສຳຄັນຢ່າງຍິ່ງ ໃນການສ້າງ ພູມຕ້ານທານ ແລະ ປ້ອງກັນການ ແຜ່ລະບາດຂອງພະຍາດ. ການ ສັກວັກຊິນຮອບທີ 3 ນີ້ ມີເປົ້າໝາຍ ສັກໃຫ້ເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຈຳນວນ 169 ຄົນ ໃນບ້ານໜອງ ປາດ ເມືອງວຽງທອງ ໂດຍມີອັດຕາ ການສັກວັກຊິນບັນລຸ 100%. ໃນ ນັ້ນ, ໄດ້ໃຫ້ຄວາມສໍາຄັນເປັນພິເສດ ຕໍ່ການຄົ້ນຫາ ແລະ ເຂົ້າເຖິງເດັກ ນ້ອຍທີ່ພາດການຮັບວັກຊິນໃນຄັ້ງ ຜ່ານມາ ລວມທັງເດັກນ້ອຍທີ່ມີຂໍ້ ຈຳກັດໃນການເຂົ້າເຖິງບໍລິການ ສັກວັກຊິນປົກກະຕິ. ການສັກວັກຊິນຄັ້ງນີ້, ມີຂຶ້ນ ພາຍຫລັງການກວດພົບເຊື້ອໄວຣັສ ໂປລິໂອໃນເມືອງວຽງທອງຊຶ່ງເປັນ ສັນຍານທີ່ສະທ້ອນໃຫ້ເຫັນເຖິງ ຄວາມຈຳເປັນໃນການປິດຊ່ອງ ຫວ່າງດ້ານການສັກວັກຊິນ ແລະ ເພີ່ມອັດຕາການປົກຄຸມດ້ວຍວັກ ຊິນ ເພື່ອປ້ອງກັນການແຜ່ເຊື້ອພະ ຍາດຕໍ່ໄປ. ຂ່າວ+ພາບໂດຍ: ຢ່າຕົ່ງ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ ລັດຖະບານແຫ່ງສປປລາວປະດັບ ຫລຽນກາມິດຕະພາບ ໃຫ້ແກ່ ທ່ານທູດ ເພື່ອເປັນການຍ້ອງຍໍຊົມ ເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນ ການປະກອບສ່ວນອັນສໍາຄັນເຂົ້າ ໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ ລະ ຫວ່າງ ສປປ ລາວ ແລະ ລາຊະອາ ນາຈັກກຳປູເຈຍ ໃຫ້ມີບາດກ້າວຂະ ຫຍາຍຕົວ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ ຕະຫລອດໄລຍະການປະ ຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ທອງສະ ຫວັນ ພົມວິຫານ ໄດ້ສະແດງຄວາມ ປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກກຳປູເຈຍ ສືບຕໍ່ໄດ້ ຮັບການພັດທະນາ ແລະ ຂະຫຍາຍ ຕົວຂຶ້ນຢ່າງບໍ່ຢຸດຢັ້ງໃນຫລາຍຂົງ ເຂດການຮ່ວມມືຂອງທັງສອງຝ່າຍ, ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບົດບາດອັນສໍາ ຄັນ ແລະ ຕັ້ງໜ້າຂອງທ່ານທູດຕະ ຫລອດໄລຍະເວລາ 3 ປີຜ່ານມາ ດ້ວຍຜົນສໍາເລັດອັນຈົບງາມ(ນັບຕັ້ງ ແຕ່ຍື່ນສານຕາຕັ້ງໃນເດືອນກັນຍາ 2023 ເປັນຕົ້ນມາ) ຊຶ່ງໄດ້ປະກອບ ສ່ວນອັນສໍາຄັນເຂົ້າໃນການເສີມ ຂະຫຍາຍ ແລະ ຮັດແໜ້ນການພົວ ພັນຮ່ວມມື ລະຫວ່າງ ສປປ ລາວກໍາປູເຈຍ ໂດຍສະເພາະທາງດ້ານ ການເມືອງ-ຄວາມໝັ້ນຄົງ, ເສດຖະ ກິດ,ການຄ້າ,ການລົງທຶນ,ກະສິກໍາ, ການທ່ອງທ່ຽວແລະອື່ນໆລວມທັງ ການສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງຕໍ່ເນື່ອງ ລະຫວ່າງ ສອງ ປະເທດ ທັງໃນລະດັບເວທີພາກພື້ນ ແລະ ສາກົນ. ນອກຈາກນີ້, ທ່ານ ທູດໄດ້ມີບົດບາດສໍາຄັນໃນການເປັນ ຂົວຕໍ່ຊຸກຍູ້ສົ່ງເສີມການແລກປ່ຽນ ຢ້ຽມຢາມເຊິ່ງກັນແລະກັນຂອງຄະ ນະຜູ້ແທນຂັ້ນຕ່າງໆຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຢ່າງເປັນປົກກະຕິ ນັບແຕ່ຂັ້ນສູນ ກາງຮອດທ້ອງຖິ່ນ ລວມທັງໄດ້ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ ຍົກລະດັບສາຍພົວພັນການທູດ ລະ ຫວ່າງ ສອງປະເທດ ຂຶ້ນເປັນ “ຄູ່ ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ” ຊຶ່ງຖືເປັນຂີດ ໝາຍອັນສຳຄັນທາງປະຫວັດສາດ ຂອງການພົວພັນຮ່ວມມືລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ໃຫ້ ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ. ໃນໂອກາດດຽວກັນນີ້, ທ່ານເອກ ອັກຄະລາຊະທູດຮຸນກຣອງພະນອງ ກໍໄດ້ສະແດງຄວາມຂອບໃຈຢ່າງ ຈິງໃຈ ມາຍັງລັດຖະບານ ແລະ ປະ ຊາຊົນລາວ ກໍຄື ກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ ການຮ່ວມມື, ສະໜັບສະໜູນຊ່ວຍ ເຫລືອແລະອໍານວຍຄວາມສະດວກ ເປັນຢ່າງດີ ຕະຫລອດໄລຍະການ ປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດ ອັນຈົບງາມ, ພ້ອມທັງໄດ້ສະແດງ ຄວາມປິຕິຍິນດີ ແລະ ຂອບໃຈຕໍ່ລັດ ຖະບານ ແຫ່ງ ສປປ ລາວ ເປັນ ຢ່າງຍິ່ງ ທີ່ເຫັນໄດ້ເຖິງຜົນງານ, ຍ້ອງຍໍຊົມເຊີຍ ແລະ ປະດັບຫລຽນ ກາມິດຕະພາບອັນມີຄຸນຄ່າ ແລະ ສູງສົ່ງໃຫ້ແກ່ຕົນເອງໃນຄັ້ງນີ້ ຊຶ່ງ ຈະກາຍເປັນສັນຍະລັກອັນມີຄວາມ ໝາຍຄວາມສໍາຄັນ ໃນການສືບຕໍ່ ເຄື່ອນໄຫວຊຸກຍູ້ສົ່ງເສີມການພົວ ພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກກຳປູເຈຍ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ. ລັດຖະບານລາວ...ັ ວັນຊາດ ທີ 2 ທັນວາ...ັີັ ລູກ-ຫລານ...ູ ຈາກປະເທດທີ່ມີພື້ນຖານເສດ ຖະກິດ ແລະ ໂຄງລ່າງຈຳກັດ, ສປປ ລາວ ໄດ້ຄ່ອຍໆພັດທະນາລະບົບ ຄົມມະນາຄົມ, ໄຟຟ້າ, ການສື່ສານ ແລະ ການບໍລິການພື້ນຖານໃຫ້ຂະ ຫຍາຍຕົວ, ເສັ້ນທາງ, ຂົວ ແລະ ທາງລົດໄຟ ໄດ້ຊ່ວຍເຊື່ອມໂຍງ ການເດີນທາງ, ການຄ້າ, ການທ່ອງ ທ່ຽວ, ການສຶກສາ, ສາທາລະນະ ສຸກ ແລະ ການຜະລິດກະສິກຳ ແລະ ປ່າໄມ້ ໄດ້ຮັບການພັດທະນາເປັນ ກ້າວໆ. ຄຽງຄູ່ກັນນັ້ນ, ການພົວ ພັນຮ່ວມມືກັບປະເທດເພື່ອນມິດ ແລະ ອົງການສາກົນໄດ້ຂະຫຍາຍ ກວ້າງຂວາງຂຶ້ນ ສ້າງໂອກາດໃໝ່ ໃຫ້ແກ່ການລົງທຶນ, ການສ້າງວຽກ ເຮັດງານທຳ ແລະ ການປັບປຸງຊີ ວິດການເປັນຢູ່ຂອງປະຊາຊົນ. ສຳລັບຂະແໜງການປ່າໄມ້, ພັກ ແລະ ລັດຖະບານ ຍາມໃດກໍໃຫ້ ຄວາມສຳຄັນຕໍ່ການປົກປັກຮັກສາ, ຟື້ນຟູ, ພັດທະນາ ແລະ ນຳໃຊ້ຊັບພະ ຍາກອນປ່າໄມ້ ຢ່າງຍືນຍົງ ໂດຍຖື ເອົາປ່າໄມ້ເປັນຊັບພະຍາກອນອັນ ລ້ຳຄ່າ ແລະ ເປັນພື້ນຖານສຳຄັນ ຂອງການພັດທະນາສີຂຽວ. ໃນໄລ ຍະຜ່ານມາ, ພວກເຮົາໄດ້ເອົາໃຈ ໃສ່ປັບປຸງນະໂຍບາຍ, ກົດໝາຍ ແລະ ລະບຽບການ; ຈັດສັນ ແລະ ຄຸ້ມຄອງປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ; ສົ່ງເສີມການປູກ ໄມ້, ຟື້ນຟູປ່າຊຸດໂຊມ ແລະ ຄຸ້ມ ຄອງປ່າໄມ້ຂັ້ນບ້ານ. ພ້ອມນັ້ນ, ກໍ ໄດ້ເພີ່ມທະວີການຕິດຕາມກວດກາ ປ່າໄມ້, ການປ້ອງກັນໄຟປ່າ ແລະ ການປະສານງານຕ້ານການລັກ ລອບຕັດໄມ້ ແລະ ຄ້າສັດປ່າຜິດກົດ ໝາຍ. ຜົນງານອັນພົ້ນເດັ່ນ ແມ່ນ ການທີ່ອຸທິຍານແຫ່ງຊາດຫີນໜາມ ໜໍ່ ແຂວງຄຳມ່ວນ ໄດ້ຮັບການຂຶ້ນ ທະບຽນໃນບັນຊີມໍລະດົກໂລກ ໃນ ວັນທີ13ກໍລະກົດ 2025 ໃນຖານະ ສ່ວນຂະຫຍາຍຮ່ວມຊາຍແດນ ຂອງແຫລ່ງມໍລະດົກໂລກ ອຸທິຍານ ແຫ່ງຊາດຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ ຊຶ່ງມໍລະດົກໂລກ ທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ທີ່ສາກົນຮັບຮູ້ຄຸນຄ່າ ອັນໂດດເດັ່ນຂອງພູຫີນປູນ, ຖ້ຳ, ລະບົບນິເວດ ແລະ ຊີວະນາໆພັນ ອັນອຸດົມສົມບູນ. ນອກຈາກນີ້, ຍັງ ໄດ້ພັດທະນາກົນໄກການຄ້າຂາຍ ກາກບອນປ່າໄມ້, ສ້າງຜົນງານ ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ໂດຍການ ຫລຸດຜ່ອນການປ່ອຍທາດອາຍພິດ ເຮືອນແກ້ວ. ໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 51 ປີນີ້, ທ່ານ ສົມຫວັງ ພິມມະວົງ ໃນນາມພະນັກງານສະ ມາຊິກພັກ ແລະ ຜູ້ຮັບຜິດຊອບວຽກ ງານ ປ່າໄມ້ ຈະສືບຕໍ່ທຸ່ມເທສະຕິປັນ ຍາ, ຄວາມຮູ້ ແລະ ຄວາມສາມາດ ເພື່ອປະຕິບັດໜ້າທີ່ ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ສຳເລັດ ດ້ວຍຄວາມຮັບຜິດຊອບສູງ. ຈະ ຮ່ວມກັບພະນັກງານປ່າໄມ້ ແລະ ປະຊາຊົນບັນດາເຜົ່າ ປົກປັກຮັກສາ ຜືນປ່າອັນປຽບເໝືອນ “ຄຳຂຽວ” ຂອງຊາດ ໃຫ້ເປັນມໍລະດົກອັນລ້ຳ ຄ່າຂອງລູກຫລານ ແລະ ເປັນພະ ລັງຂັບເຄື່ອນການພັດທະນາຢ່າງ ຍືນຍົງ ເພື່ອປະກອບສ່ວນບັນລຸຈຸດ ໝາຍ ປະຊາຊົນຮັ່ງມີຜາສຸກ, ປະ ເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມ ມີຄວາມສາມັກຄີປອງດອງ, ປະຊາ ທິປະໄຕ, ຍຸຕິທຳ ແລະ ສີວິໄລ. ຂ່າວ: ກິດຕາ

ທັງສອງຝ່າຍຈຳເປັນຕ້ອງສົ່ງເສີມ ການຮ່ວມມືໃນກະສິກຳເຕັກໂນໂລ ຊີສູງ, ກະສິກຳອິນຊີ, ການລ້ຽງສັດ, ການລ້ຽງສັດນ້ຳ, ການປຸງແຕ່ງ ແລະ ການອະນຸລັກຜະລິດຕະພັນ ກະສິກຳ. ໃນເວລາດຽວກັນ, ຈຳ ເປັນຕ້ອງຊຸກຍູ້ການສ້າງລະບົບ ຕ່ອງໂສ້ການສະໜອງແບບປະສົມ ປະສານຕັ້ງແຕ່ການຜະລິດ, ການ ຈັດຊື້, ການປຸງແຕ່ງຈົນເຖິງການ ບໍລິໂພກ, ຊ່ວຍເພີ່ມມູນຄ່າສິນຄ້າ ແລະ ລາຍໄດ້ໃຫ້ແກ່ປະຊາຊົນ, ໂດຍ ສະເພາະປະຊາຊົນທີ່ຢູ່ລຽບຕາມ ບໍລິເວນຊາຍແດນຂອງສອງປະເທດ. 5. ການສົ່ງເສີມການສຶກສາ, ການພັດທະນາຊັບພະຍາກອນມະ ນຸດ, ວິທະຍາສາດ ແລະ ເຕັກໂນໂລ ຊີ ແລະ ການຫັນປ່ຽນດີຈິຕອນ. ຂ້າພະເຈົ້າ ຂໍສະແດງຄວາມ ຊົມເຊີຍ ແລະ ເຫັນຄຸນຄ່າການ ສະໜັບສະໜູນ ແລະ ການຮ່ວມມື ຂອງຫວຽດນາມ ໃນການພັດທະ ນາຊັບພະຍາກອນມະນຸດຂອງ ສປປ ລາວ ຊຶ່ງໃນປີ 2026, ຫວຽດນາມ ໄດ້ສືບຕໍ່ໃຫ້ທຶນການ ສຶກສາປະມານ 1.300 ທຶນ ໃຫ້ ແກ່ພະນັກງານ ແລະ ນັກສຶກສາ ລາວ ເພື່ອຮຽນຢູ່ສະຖາບັນການ ສຶກສາຂອງຫວຽດນາມ. ທັງສອງ ປະເທດ ຍັງສົ່ງເສີມໂຄງການກໍ່ ສ້າງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມໃນລາວ. ກິດ ຈະກຳເຫລົ່ານີ້ມີຄວາມໝາຍໃນ ໄລຍະຍາວສຳລັບການພັດທະນາ ຊັບພະຍາກອນມະນຸດ ແລະ ສົ່ງເສີມ ມິດຕະພາບລະຫວ່າງສອງປະເທດ ຕື່ມອີກ. ໃນໄລຍະຕໍ່ໜ້າ, ຂ້າພະເຈົ້າເຫັນ ວ່າພວກເຮົາຄວນສືບຕໍ່ຂະຫຍາຍ ການຮ່ວມມືໃນການພັດທະນາຊັບ ພະຍາກອນມະນຸດໃນຂົງເຂດທີ່ທັງ ສອງປະເທດມີຄວາມຕ້ອງການ ເຊັ່ນ: ເຕັກໂນໂລຊີຂໍ້ມູນຂ່າວສານ, ປັນຍາປະດິດ, ການຄຸ້ມຄອງເສດ ຖະກິດ, ການເງິນ, ການຂົນສົ່ງ, ພະລັງງານ ແລະ ກະສິກຳເຕັກໂນ ໂລຊີສູງ ແລະ ການບໍລິຫານລັດ. ໃນ ເວລາດຽວກັນ, ພວກເຮົາຈຳເປັນ ຕ້ອງສົ່ງເສີມການແລກປ່ຽນປະ ສົບການກ່ຽວກັບການຫັນເປັນດີ ຈິຕອນ, ການສ້າງລັດຖະບານດີຈິ ຕອນ, ເສດຖະກິດດີຈິຕອນ, ການ ຄ້າທາງອີເລັກໂຕຣນິກ ແລະ ການ ນຳໃຊ້ວິທະຍາສາດ ແລະ ເຕັກໂນ ໂລຊີເຂົ້າໃນການຄຸ້ມຄອງ ແລະ ການຜະລິດ. 6. ສົ່ງເສີມການທ່ອງທ່ຽວ, ການ ແລກປ່ຽນປະຊາຊົນແລະການຮ່ວມ ມືລະຫວ່າງທ້ອງຖິ່ນຕ່າງໆ. ທັງສອງປະເທດ ມີຂໍ້ໄດ້ປຽບ ຫລາຍຢ່າງໃນການພັດທະນາເສັ້ນ ທາງທ່ອງທ່ຽວທີ່ເຊື່ອມຕໍ່ກັນ, ນຳ ໃຊ້ຄຸນຄ່າທາງວັດທະນະທຳ, ປະ ຫວັດສາດ, ທຳມະຊາດ ແລະ ເອກະ ລັກສະເພາະຂອງແຕ່ລະປະເທດ. ຂ້າພະເຈົ້າເຫັນວ່າສອງປະເທດ ສືບຕໍ່ສົ່ງເສີມການເຊື່ອມຕໍ່ເສັ້ນທາງ ທ່ອງທ່ຽວລະຫວ່າງຫວຽດນາມ, ລາວ ແລະ ກຳປູເຈຍ, ພັດທະນາ ການທ່ອງທ່ຽວແບບນິເວດວິທະຍາ, ການທ່ອງທ່ຽວວັດທະນະທຳ, ການ ທ່ອງທ່ຽວປະຫວັດສາດ ແລະ ຜະລິດຕະພັນການທ່ອງທ່ຽວຂ້າມ ຊາຍແດນ. 27/11/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ I6 h ma odq ov5 [kpwrIh kp dkos]vds];'zj koln j vvo]kp [5 ody o9P''k,8k [+ 4Y ,0U gspN v-t-kp Ij ;,.9lh k'ly j 'c;f]h v,lu 0P; ບົດສະເໜີົີ ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ການຮ່ວມມືດ້ານພະລັງງານລະ ຫວ່າງ ສອງປະເທດ ຈະບໍ່ພຽງແຕ່ ຢຸດຢູ່ແຕ່ການຊື້-ຂາຍໄຟຟ້າເທົ່າ ນັ້ນ, ແຕ່ຍັງຂະຫຍາຍໄປສູ່ການ ລົງທຶນ, ເຕັກໂນໂລຊີ, ການຄຸ້ມຄອງ ແລະ ການພັດທະນາລະບົບຕ່ອງ ໂສ້ມູນຄ່າພະລັງງານສະອາດ, ດັ່ງນັ້ນ, ຈຶ່ງປະກອບສ່ວນເຂົ້າໃນ ການຮັບປະກັນຄວາມໝັ້ນຄົງດ້ານ ພະລັງງານ ແລະ ເປົ້າໝາຍການ ພັດທະນາແບບຍືນຍົງຂອງແຕ່ລະ ປະເທດ. 4. ການພັດທະນາກະສິກຳ, ການປຸງແຕ່ງແລະ ຮັບປະກັນຄວາມ ໝັ້ນຄົງດ້ານສະບຽງອາຫານ. ກະສິກຳ ເປັນຂະແໜງການທີ່ມີ ທ່າແຮງອັນໃຫຍ່ຫລວງໃນການ ຂະຫຍາຍເສດຖະກິດຂອງສອງ ປະເທດ. ລາວມີຊັບພະຍາກອນ ທີ່ດິນ, ສະພາບທຳມະຊາດ ແລະ ທ່າແຮງໃນການພັດທະນາຜະລິດ ຕະພັນກະສິກຳ; ຫວຽດນາມ ມີ ປະສົບການໃນດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ເຕັກໂນໂລຊີ ການປຸງແຕ່ງ, ການຄຸ້ມຄອງການ ຜະລິດ ແລະ ລະບົບຕະຫລາດ. ]k;{s;Pfok, ln [8glu ,lh k'lkprq ;ra o Ij ;,,n Iv[fh ko c]t s5 h olj ;op5 fmtlkf + ຂປລ. ໃນຍຸກທີ່ໂລກທັງໃບຫຍໍ້ ລົງມາຢູ່ໃນໜ້າຈໍສະມາດໂຟນ ພຽງ ແຕ່ປາຍນິ້ວມືສຳຜັດເຮົາກໍສາມາດ ເຊື່ອມຕໍ່, ຊື້-ຂາຍ ແລະ ເຮັດທຸລະກຳ ທາງການເງິນໄດ້ຢ່າງວ່ອງໄວ. ແຕ່ ໃນຂະນະທີ່ເຮົາກຳລັງເພີດເພີນກັບ ຄວາມສະດວກສະບາຍນັ້ນຮູ້ ຫລື ບໍ່ ວ່າໃນມຸມມືດຂອງໂລກອອນລາຍມີ ກຸ່ມມິດສາຊີບທີ່ກຳລັງຈອບເບິ່ງທຸກ ການເຄື່ອນໄຫວ ແລະ ພ້ອມທີ່ຈະໃຊ້ ຈິດຕະວິທະຍາເຂົ້າມາລ່າເຫຍື່ອຢູ່ ຕະຫລອດເວລາ. ບັນຫາການຕົວະ ຍົວະຫລອກລວງຜ່ານສື່ອອນລາຍ ບໍ່ແມ່ນເລື່ອງໄກຕົວອີກຕໍ່ໄປເພາະ ມັນໄດ້ສ້າງບາດແຜທາງໃຈ ແລະ ທຳລາຍຊັບສິນຂອງບຸກຄົນມານັບ ບໍ່ຖ້ວນ. ມາເບິ່ງນຳກັນວ່າ ກຸ່ມຄົນຮ້າຍ ເຫລົ່ານີ້ມີກົນອຸບາຍແນວໃດແດ່ ແລະ ເຮົາຈະປ້ອງກັນຕົນເອງໄດ້ ແນວໃດ?. ກຸ່ມມິດສາຊີບມັກຈະ ອາໄສຈຸດອ່ອນຂອງມະນຸດບໍ່ວ່າ ຈະເປັນຄວາມໂລບ, ຄວາມຢ້ານ ກົວ ຫລື ຄວາມເຫງົາ ເພື່ອສ້າງ ສະຖານະການຫລອກລວງ ດັ່ງນີ້: ຫລອກລົງທຶນ ແລະ ຫາເງິນອອນ ລາຍ ໂດຍການຍິງໂຄສະນາຊວນ ເຊື່ອວ່າ ເຮັດວຽກຢູ່ບ້ານກົດໄລ-ກົດ ແຊ ໄດ້ເງິນແທ້ ຫລື “ລົງທຶນໜ້ອຍ ກຳໄລງາມພາຍໃນ 10 ນາທີ. ໃນ ຊ່ວງທຳອິດເຂົາເຈົ້າຈະຍອມໂອນ ເງິນກຳໄລໃຫ້ເຮົາແທ້ໆ ເພື່ອລໍ້ ໃຫ້ຕາຍໃຈແຕ່ທັນທີທີ່ເຮົາໂອນ ເງິນກ້ອນໃຫຍ່ເຂົ້າໄປລະບົບຈະ ຂັດຂ້ອງທັນທີ ແລະ ອ້າງໃຫ້ໂອນ ເງິນເພີ່ມ ເພື່ອຖອນເງິນອອກຈົນ ສຸດທ້າຍກໍບລັອກໜີໄປພ້ອມເງິນ ທັງໝົດ. ວິທີສອງພວກເຂົາຈະ ແອບອ້າງວ່າຕົນເອງເປັນເຈົ້າໜ້າທີ່ (CallCenter) ໂດຍການໂທມາ ດ້ວຍນ້ຳສຽງເຄັ່ງຂຶມອ້າງວ່າເປັນ ຕຳຫລວດ, ສານ, ພະນັກງານທະ ນາຄານ ຫລື ບໍລິສັດຂົນສົ່ງແລ້ວ ສ້າງເລື່ອງໃຫ້ເຮົາຕົກໃຈວ່າບັນຊີ ຂອງທ່ານພົວພັນກັບການຟອກ ເງິນ ຫລື ມີພັດສະດຸຜິດກົດໝາຍສົ່ງ ເຖິງທ່ານ. ເມື່ອເຫຍື່ອເກີດຄວາມ ຢ້ານກົວ ແລະ ຂາດສະຕິເຂົາເຈົ້າຈະ ຫລອກໃຫ້ໂອນເງິນໄປກວດສອບ ຫລື ຫລອກຖາມລະຫັດ OTP ແລ້ວ ດູດເງິນຈົນກ້ຽງບັນຊີ. ວິທີສາມ ແມ່ນຫລອກໃຫ້ຮັກ ແລ້ວຫລອກ ໃຫ້ໂອນ ໂດຍການສ້າງໂປຣໄຟລ ໜ້າຕາດີ, ຖານະຮັ່ງມີ (ມັກອ້າງ ວ່າເປັນນັກທຸລະກິດຕ່າງປະເທດ) ເຂົ້າມາເອົາໃຈໃສ່, ເວົ້າມ່ວນເວົ້າ ຫວານຈົນເຫຍື່ອຫລົງຮັກ ແລະ ຂປລ. ບຸນກິນຈຽງ ຫລື ນໍ່ເປ້ເຈົາ ຂອງພີ່ນ້ອງຊົນເຜົ່າມົ້ງ ແມ່ນໜຶ່ງ ໃນມໍລະດົກທາງດ້ານວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ ທີ່ໄດ້ຮັບການປົກປັກ ຮັກສາ ແລະ ສືບທອດກັນມາແຕ່ ບູຮານນະການ. ໃນແຕ່ລະປີບຸນ ດັ່ງກ່າວ ໄດ້ກາຍເປັນຈຸດນັດພົບທີ່ ສຳຄັນທີ່ດຶງດູດເອົາປະຊາຊົນບັນດາ ເຜົ່າ ຕະຫລອດຮອດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຮ່ວມສະເຫລີມສະຫລອງ ແລະ ທ່ຽວຊົມຢ່າງຫລວງຫລາຍ. ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບ ບັນຍາກາດແຫ່ງຄວາມເບີກບານ ມ່ວນຊື່ນ ແລະ ຄວາມຄຶກຄື້ນນັ້ນ, ປະກົດການຫຍໍ້ທໍ້ທີ່ມັກເກີດຂຶ້ນ ເປັນປະຈຳ ແລະ ກາຍເປັນບັນຫາ ທ້າທາຍຕໍ່ການຈັດງານໃນທຸກໆ ປີ ກໍຄື ການຖິ້ມຂີ້ເຫຍື້ອຊະຊາຍ ຕາມບໍລິເວນເດີ່ນຈັດງານ ແລະ ສະຖານທີ່ສາທາລະນະ. ພາບ ຂອງຖົງຢາງ, ຕຸກນ້ຳດື່ມ, ກ່ອງ ອາຫານ ແລະ ສິ່ງເສດເຫລືອຕ່າງໆ ທີ່ກະແຈກກະຈາຍຢູ່ຕາມພື້ນທີ່ຈັດ ງານບໍ່ພຽງແຕ່ທຳລາຍທັດສະນີ ຍະພາບອັນສວຍງາມຂອງບຸນເທົ່າ ນັ້ນ, ແຕ່ຍັງສົ່ງຜົນກະທົບໂດຍກົງຕໍ່ ໂດຍ: ຢ່າາົຕົງ່ງ ໂດຍ: ສາວບ້ານໂນນ້ ວາງແຜນເຖິງອະນາຄົດຮ່ວມກັນ. ຈາກນັ້ນກໍຈະສ້າງສະຖານະການ ວ່າສົ່ງຂອງຂວັນລາຄາແພງມາໃຫ້ ແຕ່ຕິດຢູ່ດ່ານພາສີ ແລ້ວຂໍໃຫ້ເຮົາ ໂອນເງິນຄ່າທຳນຽມໄປໃຫ້ກ່ອນ. ວິທີທີສີ່ ແມ່ນລິ້ງມໍລະນະ ໂດຍການ ສົ່ງຂໍ້ຄວາມ SMS ຫລື ແຊັດພ້ອມ ລິ້ງປອມ ໂດຍໃຊ້ຂໍ້ຄວາມດຶງດູດ ເຊັ່ນ: ທ່ານໄດ້ຮັບສິດທິພິເສດ, ບັນຊີ ທະນາຄານຂອງທ່ານຈະຖືກປິດ ຫລື ອັບເດດຂໍ້ມູນດ່ວນ. ພຽງແຕ່ ເຮົາກົດເຂົ້າໄປ ແລະ ຕິດຕັ້ງແອັບ ປອມ ໂທລະສັບຂອງເຮົາກໍຈະຖືກ ຄວບຄຸມຈາກທາງໄກ ແລະ ເງິນ ໃນບັນຊີກໍຈະຖືກໂອນອອກໄປຕໍ່ໜ້າ ຕໍ່ຕາ ແລະ ອີກວິທີໜຶ່ງທີ່ຄົນເຮົາຕົກ ເປັນເຫຍື່ອຫລາຍທີ່ສຸດແມ່ນການ ຫລອກຂາຍສິນຄ້າ ແລະ ເງິນກູ້ ນອກລະບົບ ໂດຍປະກາດຂາຍສິນ ຄ້າລາຄາຖືກຈົນໜ້າຕົກໃຈ ແຕ່ພໍ ໂອນເງິນແລ້ວກໍຫາຍໂຕ; ສ່ວນແອັບ ເງິນກູ້ເຖື່ອນຈະໂຄສະນາວ່າກູ້ງ່າຍ ໄດ້ໄວ ບໍ່ຕ້ອງຄ້ຳປະກັນແຕ່ຄວາມ ຈິງຄືການຫລອກເກັບຄ່າທຳນຽມ ກ່ອນ ຫລື ຄິດດອກເບ້ຍມະຫາໂຫດ ພ້ອມທັງດູດຂໍ້ມູນເບີໂທໃນເຄື່ອງໄປ ຂົ່ມຂູ່ປະຈານໃຫ້ອັບອາຍ. ສະນັ້ນ, ເພື່ອບໍ່ໃຫ້ຕົກເປັນເຫຍື່ອ ຂອງກຸ່ມຄົນບໍ່ດີ ໃຫ້ປະຕິບັດດັ່ງ ຕໍ່ໄປນີ້: ໜຶ່ງ ຕັ້ງຄຳຖາມກັບທຸກ ຢ່າງທີ່ດີຄວາມເກີນຈິງ ຈື່ໄວ້ວ່າບໍ່ມີ ວຽກໃດທີ່ສະບາຍ ແລະ ໄດ້ເງິນ ງ່າຍ ໂດຍບໍ່ຕ້ອງອອກແຮງງານຖ້າ ຜົນຕອບແທນສູງຜິດປົກກະຕິໃຫ້ ສັນນິຖານໄວ້ກ່ອນເລີຍວ່າຕົວະ ແນ່ນອນ. ສອງ ຫ້າມກົດລິ້ງປອມ ຢ່າງເດັດຂາດ ໂດຍບໍ່ກົດລິ້ງທີ່ສົ່ງ ມາທາງ SMS ຫລື ແຊັດຈາກຄົນ ທີ່ບໍ່ຮູ້ຈັກ ແລະ ດາວໂຫລດແອັບ ພລິເຄຊັນຈາກ AppStore ຫລື Google Play Store ເທົ່ານັ້ນ. ສາມບໍ່ເປີດເຜີຍຂໍ້ມູນສ່ວນຕົວບໍ່ວ່າ ຈະເປັນລະຫັດຜ່ານ, ລະຫັດ PIN, ລະຫັດ OTP 6 ໂຕເລກ ແລະ ຮູບ ຖ່າຍບັດປະຈຳຕົວ ຊຶ່ງທັງໝົດນີ້ ປຽບເໝືອນກະແຈຕູ້ເຊັບຂອງທ່ານ ຫ້າມບອກ ຫລື ສົ່ງໃຫ້ໃຜເດັດຂາດ ແມ່ນແຕ່ຄົນທີ່ອ້າງວ່າເປັນພະນັກ ງານທະນາຄານກໍຕາມ. ສີ່ ຕັ້ງສະ ຕິແລ້ວວາງສາຍທັນທີຫາກມີຄົນ ໂທມາຂົ່ມຂູ່ວ່າມີຄະດີຄວາມຢ່າ ຕົກໃຈ ໃຫ້ກົດວາງສາຍທັນທີ ແລ້ວ ໂທກັບໄປສອບຖາມທີ່ເບີໂທສາຍ ດ່ວນທາງການຂອງໜ່ວຍງານ ນັ້ນໆດ້ວຍຕົນເອງ. ຫ້າ ລັອກບັນຊີ ໃຫ້ແໜ້ນໜາ ໂດຍການເປີດໃຊ້ງານ ລະບົບຢືນຢັນຕົວຕົນ 2 ຊັ້ນ ໃນທຸກ ແອັບສື່ສັງຄົມອອນລາຍ ເພື່ອເພີ່ມ ຄວາມປອດໄພອີກຂັ້ນໜຶ່ງ. ໄພອອນລາຍບໍ່ແມ່ນບັນຫາຂອງ ຄົນໃດຄົນໜຶ່ງແຕ່ເປັນໄພຄຸກຄາມ ຕໍ່ຄວາມໝັ້ນຄົງຂອງສັງຄົມທີ່ຕ້ອງ ອາໄສພະລັງຄວາມຮ່ວມມືຈາກ ທຸກພາກສ່ວນເປັນຕົ້ນ: ເຈົ້າໜ້າທີ່ ກ່ຽວຂ້ອງຄວນໃຫ້ເພີ່ມທະວີຄວາມ ເຂັ້ມງວດໃນການບັງຄັບໃຊ້ກົດ ໝາຍ, ເລັ່ງສືບສວນ-ສອບສວນ ແລະ ປາບປາມເຄືອຂ່າຍມິດສາຊີບ ໃຫ້ເຖິງຮາກເຫງົ້າ ພ້ອມທັງສ້າງ ລະບົບຮັບແຈ້ງເຫດ ແລະ ອາ ຍັດບັນຊີຄົນຮ້າຍໃຫ້ວ່ອງໄວທັນ ເວລາ. ຜູ້ໃຫ້ບໍລິການໂທລະຄົມ ແລະ ທະນາຄານ ຄວນຍົກລະດັບ ລະບົບກວດກາ ແລະ ບລັອກເບີໂທ, ຂໍ້ຄວາມຫລອກລວງລວມທັງເຂັ້ມ ງວດໃນການກວດສອບການເປີດ ບັນຊີ ແລະ ການລົງທະບຽນຊິມ ເພື່ອຕັດວົງຈອນບັນຊີມ້າໃຫ້ໝົດໄປ. ສື່ມວນຊົນໃຫ້ຊ່ວຍກັນເປັນກະບອກ ສຽງເຜີຍແຜ່ຂໍ້ມູນແຈ້ງເຕືອນກົນ ອຸບາຍໃໝ່ໆຢ່າງຕໍ່ເນື່ອງ ດ້ວຍ ຮູບແບບທີ່ເຂົ້າໃຈງ່າຍ ເພື່ອສ້າງ ພູມຄຸ້ມກັນໃຫ້ແກ່ສັງຄົມ. ຄອບຄົວ ແລະ ປະຊາຊົນທຸກຄົນຄວນໝັ່ນ ສື່ສານ ແລະ ເຕືອນສະຕິຄົນໃກ້ ຕົວ ໂດຍສະເພາະຜູ້ອາຍຸສູງແລະ ເຍົາວະຊົນ. ຫາກຕົກເປັນເຫຍື່ອ ຢ່າອາຍທີ່ຈະເວົ້າໃຫ້ຮີບຮ້ອນເກັບ ຫລັກຖານ ແລະ ແຈ້ງຕໍ່ເຈົ້າໜ້າທີ່ ຕຳຫລວດທັນທີ ເພື່ອບໍ່ໃຫ້ຄົນຮ້າຍ ໄປຫລອກລວງຜູ້ອື່ນຕໍ່. ໂລກອອນລາຍຈະປອດໄພ ບໍ່ ແມ່ນເພາະບໍ່ມີຄົນຮ້າຍແຕ່ເພາະ ພວກເຮົາທຸກຄົນຮູ້ທັນ ແລະ ບໍ່ຍອມ ຕົກເປັນເຫຍື່ອ. ມາຮ່ວມແຮງຮ່ວມ ໃຈກັນສ້າງສັງຄົມອອນລາຍທີ່ມີ ສະຕິ ແລະ ປອດໄພໄປພ້ອມໆກັນ! ພາບປະກອບ ສຸຂະອະນາໄມ, ສ້າງມົນລະພິດທາງ ສິ່ງແວດລ້ອມ, ເປັນແຫລ່ງແພ່ພັນ ຂອງເຊື້ອພະຍາດ ແລະ ເພີ່ມພາລະ ໜັກໜ່ວງໃຫ້ແກ່ພະນັກງານອະນາ ໄມ ກໍຄືຄະນະຮັບຜິດຊອບຈັດງານ. ຍິ່ງໄປກວ່ານັ້ນ, ການກະທຳດັ່ງ ກ່າວ ຍັງສົ່ງຜົນສະທ້ອນດ້ານລົບ ຕໍ່ພາບພົດການທ່ອງທ່ຽວ ແລະ ຄວາມສີວິໄລຂອງສັງຄົມ.ການ ສະເຫລີມສະຫລອງບຸນປະເພນີທີ່ ແທ້ຈິງ ຕ້ອງດຳເນີນໄປຄຽງຄູ່ກັບ ການຍົກສູງສະຕິເຄົາລົບລະບຽບ ກົດໝາຍ, ຄວາມສີວິໄລທາງດ້ານ ຈິດໃຈ ແລະ ຄວາມຮັບຜິດຊອບຕໍ່ ສັງຄົມ. ສະນັ້ນ, ເພື່ອຮັບປະກັນໃຫ້ການ ຈັດບຸນກິນຈຽງໃນປີນີ້ ດຳເນີນ ໄປດ້ວຍບັນຍາກາດທີ່ເບີກບານ ມ່ວນຊື່ນ, ມີຄວາມສະອາດງາມ ຕາ, ປອດໄພ ແລະ ສ້າງຄວາມ ປະທັບໃຈໃຫ້ແກ່ຜູ້ມາທ່ຽວຊົມ ຈຶ່ງ ຂໍຮຽກຮ້ອງມາຍັງທຸກພາກສ່ວນໃນ ສັງຄົມ ຈົ່ງພ້ອມກັນເປັນເຈົ້າການ ຈັດຕັ້ງປະຕິບັດຄວາມເປັນລະບຽບ ຮຽບຮ້ອຍດ້ານສິ່ງແວດລ້ອມ. ໃນ ນັ້ນ, ມວນຊົນ ແລະ ນັກທ່ອງທ່ຽວ ທີ່ເຂົ້າຮ່ວມງານ ຕ້ອງຍົກສູງສະຕິ ຕື່ນຕົວ ແລະ ຄວາມເປັນເຈົ້າການ ໃນການຮັກສາຄວາມສະອາດ ໂດຍຖິ້ມຂີ້ເຫຍື້ອໃສ່ຈຸດຮອງຮັບ ທີ່ຄະນະຈັດງານກຳນົດໄວ້ຢ່າງ ເຂັ້ມງວດ; ໃນກໍລະນີທີ່ຍັງບໍ່ພົບຖັງ ຂີ້ເຫຍື້ອ ຄວນເກັບຮັກສາໄວ້ກັບຕົວ ກ່ອນ ເພື່ອນຳໄປຖິ້ມໃຫ້ຖືກບ່ອນ. ສ່ວນຜູ້ປະກອບການ ແລະ ຊາວ ຄ້າຂາຍພາຍໃນງານ ຕ້ອງມີຄວາມ ຮັບຜິດຊອບຕໍ່ພື້ນທີ່ບໍລິການຂອງຕົນ ດ້ວຍການຈັດກຽມຖັງ ຫລື ຖົງບັນຈຸ ຂີ້ເຫຍື້ອໄວ້ປະຈຳຮ້ານຢ່າງພຽງພໍ ເພື່ອອຳນວຍຄວາມສະດວກໃຫ້ແກ່ ຜູ້ບໍລິໂພກ ພ້ອມທັງໝັ່ນທຳຄວາມ ສະອາດບໍລິເວນອ້ອມຂ້າງຮ້ານ ຢ່າງເປັນປົກກະຕິ. ຂະນະທີ່ຄະນະ ກຳມະການຈັດງານ ແລະ ອຳນາດ ການປົກຄອງທ້ອງຖິ່ນ ຄວນເພີ່ມທະ ວີວຽກງານໂຄສະນາປະຊາສຳພັນ ຜ່ານລະບົບໂທລະໂຄ່ງ ແລະ ປ້າຍ ຄຳຂວັນຕ່າງໆ ຢ່າງຕໍ່ເນື່ອງ, ພ້ອມ ທັງຈັດສັນຈຸດວາງຖັງຂີ້ເຫຍື້ອໃຫ້ ທົ່ວເຖິງ ແລະ ມີການຈັດເກັບມ້ຽນ ຢ່າງທັນການ. ການຮັກສາຄວາມສະອາດ ແລະ ຄວາມເປັນລະບຽບຮຽບຮ້ອຍ ແມ່ນ ພັນທະ ແລະ ຄວາມຮັບຜິດຊອບ ລວມຂອງພົນລະເມືອງທຸກຄົນ. ການບໍ່ຖິ້ມຂີ້ເຫຍື້ອຊະຊາຍ ບໍ່ ພຽງແຕ່ເປັນການປົກປັກຮັກສາ ສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນ ການສະແດງອອກເຖິງຄຸນນະພາບ, ລະບຽບວິໄນ ແລະ ວັດທະນະທຳ ອັນຈົບງາມຂອງຄົນໃນຊາດ. ຈົ່ງ ພ້ອມໃຈກັນສ້າງຂະບວນການ ຮັກສາຄວາມສະອາດໃນງານບຸນ ກິນຈຽງໃຫ້ເປັນຮູບປະທຳ ເພື່ອສືບ ສານປະເພນີອັນລ້ຳຄ່າໃຫ້ຍືນຍົງ ຄຽງຄູ່ກັບສິ່ງແວດລ້ອມທີ່ສີຂຽວ ແລະ ຍືນຍົງຕະຫລອດໄປ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==