ສປ ຈີນ ເຂົ້າເປັນສະມາຊິກ ອົງການການຄ້າໂລກ ຄົບຮອບ 25 ປີ

27/11/2026 17:19
ຂປລ ສປ ຈີນ ​ໄດ້​ຈັດ​ກອງ​ປະ​ຊຸມ ​ສົນ​ທະ​ນາ ​ລະ​ດັບ​ສູງ​ ພາຍ​ໃຕ້​ຫົວ​ຂໍ້ “ 25 ປີ​ ແຫ່ງ​ການ​ເຂົ້າ​ ເປັນ​ສະ​ມາ​ຊິກ ອົງການ ການ ຄ້າໂລກ(WTO) ​ຂອງ ສປ ​ຈີນ: ການ​ເປີດ​ປະ​ຕູ ການ​ພັດ​ທະ​ນາ ແລະ ໂອ​ກາດ” ຢູ່​ສຳ​ນັກ​ງານ​ໃຫຍ່​ ອົງ​ການ​ການ​ຄ້າ​ໂລກ ທີ່​ນະ​ຄອນ​ເຊີ​ແນວ ​ປະ​ເທດ​ສະ​ວິ​ດ

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ສປ ຈີນ ​ໄດ້​ຈັດ​ກອງ​ປະ​ຊຸມ ​ສົນ​ທະ​ນາ ​ລະ​ດັບ​ສູງ​ ພາຍ​ໃຕ້​ຫົວ​ຂໍ້ “ 25 ປີ​ ແຫ່ງ​ການ​ເຂົ້າ​ ເປັນ​ສະ​ມາ​ຊິກ ອົງການການຄ້າໂລກ(WTO) ​ຂອງ ສປ ​ຈີນ: ການ​ເປີດ​ປະ​ຕູ  ການ​ພັດ​ທະ​ນາ ແລະ ໂອ​ກາດ” ຢູ່​ສຳ​ນັກ​ງານ​ໃຫຍ່​ ອົງ​ການ​ການ​ຄ້າ​ໂລກ ທີ່​ນະ​ຄອນ​ເຊີ​ແນວ ​ປະ​ເທດ​ສະ​ວິ​ດ, ໂດຍ​ໄດ້​ເຊື້ອ​ເຊີນ​ ຜູ້​ຊ່ຽວ​ຊານ ແລະ ນັກ​ວິ​ຊາ​ການ ​ທີ່​ມີ​ຊື່​ສຽງ​​ຈາກຈີນ ແລະ ຕ່າງ​ປະ​ເທດ​ ມາ​ຮ່ວມ​ປຶກ​ສາ​ຫາ​ລື ​ກ່ຽວ​ກັບ ​ພຶດ​ຕິ​ກຳ​ດ້ານ​ການ​ເປີດ​ປະ​ຕູ, ຜົນ​ສຳ​ເລັດ ​ດ້ານ​ການ​ພັດ​ທະ​ນາ ແລະ ​ການ​ປະ​ກອບ​ສ່ວນ​ຂອງ​ ສປ ຈີນ ​ຕໍ່​ໂລກ ນັບ​ແຕ່​ເຂົ້າ​ ເປັນ​ສະ​ມາ​ຊິກ WTO ເປັນ​ຕົ້ນ​ມາ, ​ພ້ອມ​ທັງ​ຄົ້ນ​ຄວ້າ​ວິ​ທີເຮັດ​ແນວ​ໃດ​ ເພື່ອ​ປົ​ກ​ປັກ​ຮັກ​ສາ ​ໂຄງ​ປະ​ກອບການ​ຄ້າ ຫລາຍ​ຝ່າຍ​ ໃຫ້​ດີກວ່າ​ເກົ່າ​ໃນ​ອະ​ນາ​ຄົດ ແລະ ຊຸກ​ຍູ້ໃຫ້​ໂລ​ກາ​ພິ​ວັດ​ ທາງເສດ​ຖະ​ກິດ ໃຫ້ຜົນປະໂຫຍດ ຢ່າງທົ່ວເຖິງ ແລະ ກວມລວມ. ທ່ານ ຫລີ​ເຊີງ​ກັ່ງ ຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຄ້າ​ຈີນ ກ່າວ​ວ່າ: ລັດ​ທິຫລາຍ​ຝ່າຍ​ແມ່ນ “ກະ​ແຈ​ຄຳ” ​ເພື່ອແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ​ຕ່າງໆທີ່​ໂລກ ພວມຜະ ​ເຊີນ​ຢູ່, ບັນ​ດາ​ຝ່າຍ​ຄວນ​​ໃຊ້​ໂອ​ກາດ​​ ຈາກການ​ປະ​ຕິ​ຮູບ WTO ເພື່ອ​ເພີ່ມ​ພະ​ລັງ​ແຮງ​ໃຫ້​ແກ່ ​ໂຄງ​ປະ​ກອບການ​ຄ້າ ຫລາຍ​ຝ່າຍ ແລະ ຊຸ​ກ​ຍູ້​ໃຫ້ WTO ເສີມ​ຂະ​ຫຍາຍ​ບົດ​ບາດ ຫລາຍກວ່າ​ເກົ່າ​​ ເຂົ້າໃນ​ການ​ບໍ​ລິ​ຫານ​ ເສ​ດ​ຖະ​ກິດ ​ທົ່ວ​ໂລກ.ທ່ານ ​ນາງ ໂງ​​ຊິ ໂອ​​ຄອນ​ໂຈ ອີ​ເວຍ​ລາ ຜູ້​ອຳ​ນວຍ​ການ​ໃຫຍ່ WTO ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ ສປ ຈີນ ​ທີ່​ປະ​ສົບຜົນ​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາ ແລະ ​ການ​ປະ​ກອບ​ສ່ວນ​​ຂອງ ສປ ​ຈີນ ​ຕໍ່​ໂລກ​ນັບ​ແຕ່​ ເຂົ້າ​ເປັນ​ສະ​ມາ​ຊິກ WTO ເປັນ​ຕົ້ນ​ມາ, ​ທັງ​ໄດ້​ກາຍ​ເປັນ ​ແບ​ບ​ຢ່າງ​​ໃຫ້​ແກ່​ ສະ​ມາ​ຊິ​ກ​ອື່ນ ​ທີ່​ເປັນ​ປະ​ເທດ​ ພວມ​ພັດ​ທະ​ນາ ໃນດ້ານ​ການ​ເຊື່ອມ​ໂຍງ​ ກັບ​​ໂຄງ​ປະ​ກອບ​ການ​ຄ້າຫລາຍ​ຝ່າຍ ແລະ ​ຫວັງ​ວ່າ​ ສປ ຈີນ​​ຈະສືບ​ຕໍ່ ​ເສີມ​ຂະ​ຫຍາຍ​ບົດ​ບາດ ​ທີ່​ສ້າງ​ສັນ ເຂົ້າ​ໃນ​ການ​ປະ​ຕິ​ຮູບ WT./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top