ຂປລ
ພິທີເປີດມະຫະກຳກາເຟລາວ ແລະ ຜະລິດຕະພັນກະສິກຳຈັດຂຶ້ນໃນວັນທີ 25 ພະຈິກ 2026ທີ່ແຂວງຈຳປາສັກ.
ຂປລ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີພ້ອມດ້ວຍພັນລະຍາ, ມີບັນດາລັດຖະມົນຕີ, ການນຳແຂວງຈຳປາສັກ, ຜູ້ຕ່າງໜ້າອົງການຈັດຕັ້ງສາກົນປະຈຳລາວ, ຜູ້ປະກອບການ ແລະ ແຂກຖືກເຊີນເຂົ້າຮ່ວມ.

ການຈັດງານຄັ້ງນີ້ ກໍເພື່ອສົ່ງເສີມກາເຟລາວໃຫ້ເປັນທີ່ຮູ້ຈັກກວ້າງຂວາງຫລາຍຂຶ້ນໃນຕະຫລາດສາກົນ ຂອງກຸ່ມທຸລະກິດຂະໜາດນ້ອຍ-ກາງ ແລະ ຫົວໜ່ວຍການຜະລິດຕ່າງໆ, ທັງກະຕຸ້ນການທ່ອງທ່ຽວລາວ ກໍຄືແຂວງຈຳປາສັກ ໂດຍສະເພາະຢູ່ເຂດພູພຽງບໍລະເວນທີ່ມີຄວາມສວຍງາມ, ອຸດົມສົມບູນ, ເປັນແຫລ່ງປູກກາເຟທີ່ມີລົດຊາດ-ກິ່ນຫອມ ແບບເອກະລັກສະເພາະ ແລະ ມີຊື່ສຽງຂອງປະເທດ, ທັງເປັນການຊ່ວຍວາງພ້ືນຖານອັນໜັກແໜ້ນໃຫ້ກາເຟລາວ ສາມາດກ້າວເຂົ້າເປັນສະມາຊິກຂອງອົງການກາເຟສາກົນ (ICO) ໃນອະນາຄົດ. ພ້ອມກັນນັ້ນ, ຍັງເປັນການສ້າງໂອກາດ ແລະ ເງື່ອນໄຂອັນດີ ໃນການນຳສະເໜີລົດຊາດທີ່ເປັນເອກະລັກ ແລະ ຄຸນນະພາບຂອງກາເຟລາວ, ເປັນເວທີແລກປ່ຽນຄວາມຮູ້, ບົດຮຽນ-ປະສົບການ ຕະຫລອດຮອດການພົວພັນ ເຊື່ອມຕໍ່ ລະຫວ່າງ ຊາວສວນກາເຟ ກັບຄູ່ຮ່ວມທຸລະກິດ ແລະ ຄູ່ຮ່ວມ ງານສາກົນ, ສັງຄົມ ໄດ້ຮັບຮູ້ຕ່ອງ ໂສ້ການຜະລິດ ແລະ ຈຳໜ່າຍກາເຟ ກໍຄືການພົວພັນຂອງບັນດາຊາວ ສວນ, ຜູ້ຜະລິດ, ຜູ້ປະກອບການ, ຜູ້ ຂົ້ວກາເຟ, ຜູ້ປຸງແຕ່ງ ແລະ ທຸກພາກສ່ວນທີ່ມີສ່ວນຮ່ວມໃນການຜະລິດ, ຈຳໜ່າຍ, ຊົມໃຊ້ ແລະ ດື່ມກາເຟ, ເຮັດໃຫ້ອຸດສາຫະກຳກາເຟລາວເຕີບໃຫຍ່ຂະຫຍາຍຕົວ ທັງຕະຫລາດພາຍໃນ ແລະ ຕ່າງປະເທດ.
ຕິດພັນກັບການເຄື່ອນໄຫວເປີດມະຫະກຳກາເຟລາວ ແລະ ຜະລິດຕະພັນກະສິກຳ ຢູ່ແຂວງຈຳປາສັກ ຄັ້ງນີ້, ທ່ານນາຍົກລັດຖະມົນຕີພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມໂຄງການປູກໝາກ ບລູເບີຣີ ຢູ່ເມືອງປາກຊ່ອງ ແລະ ໂຄງການພະລັງງານໄຟຟ້າແສງຕາເວັນ ຢູ່ເມືອງໂຂງ ຕື່ມອີກ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ
KPL