ຂປລ
ກອງປະຊຸມ ສປຊ ກ່ຽວກັບ ການຄ້າ ແລະ ການພັດທະນາ (UNCTAD) ໄດ້ເຫັນດີເປັນເອກະພາບຮັບຮອງເອົາມະຕິ ຮຽກຮ້ອງເພີ່ມທະວີ ການໜູນຊ່ວຍ ໃຫ້ແກ່ ປະຊາຊົນ ປາແລັດສະຕິນ ແລະ ໜູນຊ່ວຍການຟື້ນຟູ ພື້ນຖານເສດຖະກິດ.

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ,ວັນທີ 26 ພະຈິກ, ກອງປະຊຸມ ສປຊ ກ່ຽວກັບ ການຄ້າ ແລະ ການພັດທະນາ (UNCTAD) ໄດ້ເຫັນດີເປັນເອກະພາບຮັບຮອງເອົາມະຕິ ຮຽກຮ້ອງເພີ່ມທະວີ ການໜູນຊ່ວຍ ໃຫ້ແກ່ ປະຊາຊົນ ປາແລັດສະຕິນ ແລະ ໜູນຊ່ວຍການຟື້ນຟູ ພື້ນຖານເສດຖະກິດ. ມະຕິນີ້ ໄດ້ສ້າງຂີດໝາຍເປັນຄັ້ງທຳອິດ ພາຍຫລັງ 30 ປີ ທີ່ບັນດາປະເທດສະມາຊິກ UNCTAD ບັນລຸ ໄດ້ຄວາມເຫັນດີເຫັນພ້ອມ ກ່ຽວກັບ ການນຳບັນດາມາດຕາທີ່ກ່ຽວຂ້ອງເຖິງລັດ ປາແລັດສະຕິນ ເຂົ້າໃນໂຄງການດຳເນີນງານ ທີ່ໄດ້ຮັບຄວາມເຫັນດີ ເປັນເອກະພາບໃນອົງການ. ມະຕິໄດ້ຍົກໃຫ້ເຫັນ ຢ່າງຈະແຈ້ງ ກ່ຽວກັບ ການກຳນົດທິດ ອະນາຄົດຂອງ UNCTAD ໂດຍອີງຕາມໝາກຜົນ ກອງປະຊຸມປີກ່ອນ, ຮຽກຮ້ອງເພີ່ມທະວີ ອົງການໜູນຊ່ວຍປະຊາຊົນ ປາແລັດສະຕິນ ຂອງ UNCTAD ແລະ ເພີ່ມທະວີການປະກອບສ່ວນ ເຂົ້າບັນດາຄວາມມານະພະຍາຍາມ ຟື້ນຟູພື້ນຖານເສດຖະກິດ ປາແລັດສະຕິນ. ຕາມອົງການສະຖິຕິ ປາແລັດສະຕິນ ແລ້ວ, ນັບແຕ່ເວລາເກີດສົງຄາມຢູ່ ເຂດ ກາຊາ, ອັດຕາຜູ້ວ່າງງານ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ເພີ່ມຂຶ້ນ 28%, ສູງກວ່າທົບສອງເທົ່າ ເມື່ອທຽບໃສ່ກັບ ເວລາກ່ອນເກີດສົງຄາມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL