ຂປລ
ສະພາສະຫະພັນ ເຢຍລະມັນ ໄດ້ຮັບຮອງເອົາ ຮ່າງແຜນງົບປະມານ ດ້ານການປ້ອງກັນ ປີ 2027, ໂດຍຈະເພີ່ມຂຶ້ນ ເປັນ 139 ຕື້ກວ່າເອີໂຣ ເຊິ່ງໄດ້ສ້າງສະຖິຕິໃໝ່ ນັບແຕ່ສິ້ນສຸດສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ສະພາສະຫະພັນ ເຢຍລະມັນ ໄດ້ຮັບຮອງເອົາ ຮ່າງແຜນງົບປະມານ ດ້ານການປ້ອງກັນ ປີ 2027, ໂດຍຈະເພີ່ມຂຶ້ນ ເປັນ 139 ຕື້ກວ່າເອີໂຣ ເຊິ່ງໄດ້ສ້າງສະຖິຕິໃໝ່ ນັບແຕ່ສິ້ນສຸດ ສົງຄາມໂລກ ຄັ້ງທີ 2 ເປັນຕົ້ນມາ. ງົບປະມານຕົ້ນຕໍ ຈະຖືກນຳໃຊ້ເຂົ້າໃນການຈັດຊື້ ອາວຸດຍຸດໂທປະກອນ, ການບຳລຸງຮັກສາລະບົບອາວຸດ, ການຮັບປະກັນ ດ້ານບຸກຄະລາກອນ ແລະ ການກໍ່ສ້າງພື້ນຖານໂຄງລ່າງ ດ້ານການທະຫານ. ລາຍຈ່າຍ ດ້ານການປ້ອງກັນປະເທດ ຂອງເຢຍລະມັນ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນຊຸມປີມໍ່ໆມານີ້. ພາຍໃຕ້ ສະພາບການ ການປະທະກັນລະຫວ່າງ ລັດເຊຍ-ອູແກຣນ ດຳເນີນໄປຢ່າງຕໍ່ເນື່ອງ ແລະ ສະຖານະການ ດ້ານຄວາມໝັ້ນຄົງ ຂອງເອີຣົບ ນັບມື້ເຄັ່ງຕຶງ, ເຢຍລະມັນ ໄດ້ເພີ່ມງົບປະມານ ດ້ານການປ້ອງກັນປະເທດ ຕື່ມອີກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL