ຂປລ
ກອງປະຊຸມ ລັດຖະມົນຕີ ພະລັງງານ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ນະຄອນຊີ່ງຕາວ ແຂວງສ່ານຕົ່ງ ທີ່ຢູ່ທາງທິດ ຕາເວັນອອກ ຂອງ ສປ ຈີນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 26 ພະຈິກນີ້,ກອງປະຊຸມ ລັດຖະມົນຕີ ພະລັງງານ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ນະຄອນຊີ່ງຕາວ ແຂວງສ່ານຕົ່ງ ທີ່ຢູ່ທາງທິດ ຕາເວັນອອກ ຂອງ ສປ ຈີນ. ທ່ານ ວາງຈື້ຮົງ ຫົວໜ້າອົງການພະລັງງານແຫ່ງຊາດຈີນ ກ່າວວ່າ: ໄລຍະ 10 ກວ່າປີມານີ້,ການຮ່ວມມື ດ້ານພະລັງງານ ລະຫວ່າງ ປະເທດຕ່າງໆ ທີ່ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ຮັບໝາກຜົນຢ່າງອຸດົມສົມບູນ. ທໍ່ສົ່ງອາຍແກັສ ທຳມະຊາດອາຊີກາງ ນັບລວມແລ້ວ ໄດ້ສົ່ງອາຍແກັສ ທຳມະຊາດ ປະມານ 500 ຕື້ແມັດກ້ອນ ຢູ່ເຂດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ສຳເລັດ ການສ້າງເຄືອຂ່າຍ ພະລັງງານໄຟຟ້າ ຂ້າມຊາຍແດນ ຂະໜາດ 110 ກິໂລໂວນ ຂຶ້ນໄປ 16 ສາຍ,ປະລິມານ ການແລກປ່ຽນພະລັງງານ ລວມແລ້ວ ມີຫາຍກວ່າ 80 ຕື້ກິໂລວັດໂມງ.ໄລຍະ 10 ປີຜ່ານມາ, ກຳລັງຕິດຕັ້ງໄຟຟ້າພະລັງງານໃໝ່ ຂອງປະເທດ ທີ່ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ນັບລວມແລ້ວ ໄດ້ເພີ່ມຂຶ້ນເປັນຫລາຍກວ່າ 600 ກິກາວັດ ເພີ່ມຂຶ້ນສອງເທົ່າ ພາຍໃນ 10 ປີ, ສປ ຈີນ ດຳເນີນ ການຮ່ວມມື ໃນໂຄງການພະລັງງານສີຂຽວ ກັບ 100 ກວ່າປະເທດ ແລະ ເຂດແຄວ້ນ.ປະເທດສະມາຊິກ ການພົວພັນຄູ່ຮ່ວມມື ດ້ານພະລັງງານ “ໜຶ່ງແລວ ໜຶ່ງເສັ້ນທາງ”ໄດ້ເພີ່ມຂຶ້ນເປັນ 35 ປະເທດ ແລະ ເຄືອຂ່າຍການຮ່ວມມື ລວມມີ ວິສາຫະກິດຈີນ ແລະ ຕ່າງປະເທດເກືອບ 300 ແຫ່ງ. ອີງຕາມສະຖິຕິຈາກອົງການຄົ້ນຄວ້າ ທີ່ກ່ຽວຂ້ອງ,ນັບມາຮອດທ້າຍປີ 2025,ຍອດມູນຄ່າການຮ່ວມມື ໃນດ້ານການລົງທຶນ ແລະ ການກໍ່ສ້າງໂຄງງານໃນຂົງເຂດ ພະລັງງານ ພາຍໃຕ້ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”ມີຫລາຍກວ່າ 3.330 ຕື້ຢວນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL