ຍີ່ປຸ່ນ ເລັ່ງຄວບຄຸມແຮງງານຕ່າງປະເທດ 4,26 ແສນຄົນ

25/12/2025 15:05
ຂປລ ລັດຖະບານ ຍີ່ປຸ່ນ ເປີດເຜີຍວ່າ ພວມພິຈາລະນາກຳນົດຈຳນວນແຮງງານຕ່າງປະເທດ ທີ່ຈະຮັບເຂົ້າມາ ພາຍໃຕ້ລະບົບຝຶກອົບຮົມ ແລະ ຈ້າງງານໃນຮູບແບບໃໝ່ ໄວ້ທີ່ປະມານ 426.000 ຄົນ ໃນໄລຍະ 2 ປີທຳອິດ

ຂປລ.ສຳນັກຂ່າວອິນໂຟເຄວສ:​ ລັດຖະບານ ຍີ່ປຸ່ນ ເປີດເຜີຍວ່າ ພວມພິຈາລະນາກຳນົດຈຳນວນແຮງງານຕ່າງປະເທດ ທີ່ຈະຮັບເຂົ້າມາ ພາຍໃຕ້ລະບົບຝຶກອົບຮົມ ແລະ ຈ້າງງານໃນຮູບແບບໃໝ່ ໄວ້ທີ່ປະມານ 426.000 ຄົນ ໃນໄລຍະ 2 ປີທຳອິດ ຫລັງເລີ່ມດຳເນີນໂຄງການ ໃນປີງົບປະມານ 2027.

ການຕັດສິນໃຈດັ່ງກ່າວ ມີຂຶ້ນໃນໄລຍະທີ່ ລັດຖະບານ ຍີ່ປຸ່ນ ຢູ່ລະຫວ່າງການທົບທວນ ນະໂຍບາຍກ່ຽວກັບຊາວຕ່າງປະເທດ ລວມເຖິງມາດຕະການ ຮັບມືກັບຜູ້ທີ່ ອາໄສຢູ່ ເກີນກຳນົດວີຊ່າ ຕາມຄຳສັ່ງຂອງ ທ່ານ ຊານາເອະ ທາຄາອິຈິ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່າມກາງຄວາມກັງວົນ ທີ່ເພີ່ມຂຶ້ນ ຕໍ່ການຫລັ່ງໄຫລ ເຂົ້າມາຂອງ ຊາວຕ່າງປະ ເທດ.ໃນຂະນະທີ່ ຍີ່ປຸ່ນ ພວມຜະເຊີນກັບບັນຫາ ການຂາດແຄນແຮງງານ ຈາກສັງຄົມຜູ້ສູງອາຍຸ.

ຍີ່ປຸ່ນ ຈະປ່ຽນໃຊ້ໂຄງການ ການຈ້າງງານ ເພື່ອພັດທະນາທັກສະ, ລະບົບໃໝ່ນີ້ ມີເປົ້າໝາຍສະໜັບສະໜູນໃຫ້ແຮງງານ ຕ່າງປະເທດ ປ່ຽນສະຖານະເປັນແຮງງານ ທັກສະສະ ເພາະທາງ, ຊຶ່ງເປີດໂອກາດ ໃຫ້ສາມາດອາໄສ ແລະ ເຮັດວຽກໃນ ຍີ່ປຸ່ນ ໄດ້ໄລຍະຍາວ ຫລັງຈາກເຮັດວຽກຄົບ 3 ປີ.

KPL

ຂ່າວອື່ນໆ

ads
ads

Top