ຍີ່ປຸ່ນ ຈະເກັບຄ່າທຳທຽມ ນັກທ່ອງທ່ຽວຕ່າງປະເທດ 2.000-3.000 ເຢນ

24/12/2025 16:27
ຂປລ ລັດຖະບານ ຍີ່ປຸ່ນ ພວມພິຈາລະນາ ເກັບຄ່າທຳທຽມ ນັກທ່ອງທ່ຽວຕ່າງປະເທດ 2.000-3.000ເຢນ ສຳລັບ ລະບົບ ການກວດສອບ ຄົນເຂົ້າເມືອງ ຜ່ານຊ່ອງທາງ ອອນລາຍ ສຳລັບ ນັກທ່ອງທ່ຽວ ທີ່ຮຽກວ່າ JESTA.

ຂປລ.ສຳນັກຂ່າວກ່ຽວໂດ, ລັດຖະບານ ຍີ່ປຸ່ນ ພວມພິຈາລະນາ ເກັບຄ່າທຳທຽມ ນັກທ່ອງທ່ຽວຕ່າງປະເທດ 2.000-3.000ເຢນ ສຳລັບ ລະບົບ ການກວດສອບ ຄົນເຂົ້າເມືອງ ຜ່ານຊ່ອງທາງ ອອນລາຍ ສຳລັບ ນັກທ່ອງທ່ຽວ ທີ່ຮຽກວ່າJESTA.ໃນຂະນະທີ່ ຍີ່ປຸ່ນ ມີຈຸດປະສົງ ທີ່ຈະເປີດໃຊ້ ລະບົບ ການອະນຸມັດ ການເດີນທາງ ລ່ວງໜ້າ ທາງເອເລັກໂຕຣນິກ ພາຍໃນປີ ງົບປະມານ 2028 ທ່າມກາງ ການຫລັ່ງໄຫລ ເຂົ້າມາ ຂອງນັກທ່ອງທ່ຽວ ຕ່າງປະເທດ ຢ່າງຕໍ່ເນື່ອງ ໂດຍມີ ຈຳນວນນັກທ່ອງທ່ຽວ ທີ່ຄາດວ່າ ຈະເກີນ 40 ລ້ານເທື່ອຄົນ ໃນປີນີ້, ລັດຖະບານ ຍີ່ປຸ່ນ ຫວັງວ່າ ລະບົບດັ່ງກ່າວ ຈະກາຍເປັນ ແຫລ່ງ ລາຍຮັບ ທີ່ໝັ້ນຄົງ ຂອງປະເທດ.ປະຈຸບັນ, ສະຫະລັດ ອາເມລິກາ ແລະ ການາດາ ໃຊ້ລະບົບ ການກວດສອບ ທີ່ຄ້າຍຄືກັນ, ໂດຍຄິດຄ່າທຳນຽມ ປະມານ 1.000-6.000 ເຢນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top