ກຳປູເຈຍ ສົ່ງອອກສິນຄ້າໄປອາຊຽນ-ເອີຣົບ ບັນລຸ 9,71 ຕື້ໂດລາສະຫະລັດ

25/12/2025 15:05
ຂປລ ໃນໄລຍະ 11 ເດືອນຂອງປີ 2025 ກຳປູເຈຍ ມີລາຍໄດ້ຈາກການສົ່ງອອກສິນຄ້າໄປກຸ່ມ ປະເທດ ອາຊຽນ ແລະ ສະຫະພາບ ເອີຣົບ (EU) ລວມ 9,71 ຕື້ໂດລາສະຫະລັດ.

ຂປລ.ສຳນັກຂ່າວອິນໂຟເຄວສ:​ລາຍງານຈາກກະຊວງ ການຄ້າ ກຳປູເຈຍ ລະບຸວ່າ: ​ໃນໄລຍະ 11 ເດືອນຂອງປີ 2025 ກຳປູເຈຍ ມີລາຍໄດ້ຈາກການສົ່ງອອກສິນຄ້າໄປກຸ່ມ ປະເທດ ອາຊຽນ ແລະ ສະຫະພາບ ເອີຣົບ (EU) ລວມ 9,71 ຕື້ໂດລາສະຫະລັດ. ໃນນັ້ນ ສົ່ງອອກສິນຄ້າໄປປະເທດ ອາຊຽນ ມູນຄ່າ 5,13 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 8,9% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ຂະນະທີ່ ຍອດສົ່ງອອກໄປຕະຫລາດ ອີຢູ ຢູ່ທີ 4,58 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 13,6%.

ໂດຍໃນໄລຍະ 11 ເດືອນຂອງປີນີ້ ຕະຫລາດອາຊຽນ ມີອັດຕາສ່ວນເປັນ 18,1% ແລະ ຕະຫລາດ ອີຢູ 16,1% ຂອງມູນຄ່າການສົ່ງອອກທັງໝົດຂອງ ກຳປູເຈຍ ຊຶ່ງຢູ່ທີ 2,83 ໝື່ນລ້ານໂດລາສະຫະລັດ.

KPL

ຂ່າວອື່ນໆ

ads
ads

Top