ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 25.12.2025 ປີທີ 24 ສະບັບທີ 6.342ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ sk]n dtdP,7;k,rh v, .o[A ofegou odkog]n vd8A ' ]k;{9u o gruj ,mt;u dkoIj ;,,n ;Pd'kovq 'dko85 ]kdko slr g-nj v,-b ,gvdtlkole7a o0v'ra d{0v'-kf c]t xtdkfrtoa d'kora ddkoIa [v5 f|6 o[eoko dv'xt-5 ,lk,a o7q [7totde,tdko lo- 7A 'mu 5 ltw\mu XI ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ( ຜູ້ທີ 4 ນັບຈາກຊ້າຍຫາຂວາ ) dt-;'dko8j k'xtgmf lts]5 [;Pd'ko xu 2025 c]t my fmk'czodkoxu 2026 xu 2025 0q 'g0f;a fmtotme{la '7q , ,u gsfdkorQ ogfaj os]kpfh ko ສະຫາຍ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາ ) ອ່ານຕໍ່ໜ້າ 4່ າໍ່ ໜ້າ 7totz6 h cmora ddv,,6 oy f9u o g7nj vows;1h P,1k, lxx ]k; ຂປລ. ໃນວັນທີ 23 ທັນວາ 2025 ນີ້, ສະຫາຍ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນ ສູງສຸດ ແຫ່ງ ສປປລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ ຮອງປະທານ ສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະໃນໂອກາດທີ່ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກເປັນທາງການຢູ່ ສປປ ລາວ. ໂອກາດດັ່ງກ່າວ, ສະຫາຍ ນາງ ວຽງທອງ ສີພັນດອນ ໄດ້ ສະແດງຄວາມຊົມເຊີຍຕໍ່ສະຫາຍ ນາງ ຖາວ ຂາຍຢວນ ພ້ອມດ້ວຍ ຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການ ປະກອບສ່ວນສໍາຄັນເຂົ້າໃນການ ຊຸກຍູ້, ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ການ ຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງຍາວນານຕາມ ທິດ 4 ດີ ກໍຄື ການສ້າງຄູ່ຮ່ວມຊາ ຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ ຂະຫຍາຍຕົວດ້ວຍມາດຕະຖານ ສູງ, ຄຸນນະພາບສູງ ແລະ ລະດັບ ສູງກວ່າເກົ່າ ໂດຍສະເພາະແມ່ນ ການເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມືລະຫວ່າງອົງການ ຂປລ . ຄະນະກຳມະການ ເລືອກຕັ້ງນະຄອນຫລວງວຽງຈັນ (ນວ) ຈັດກອງປະຊຸມຄັ້ງປະຖົມ ມະລືກ ເພື່ອກະກຽມຄວາມພ້ອມ ໃນການດຳເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງ 1 ແລະ ສະມາຊິກສະພາປະຊາຊົນ ນວ ຊຸດ ທີ V ໃນວັນທີ 23 ທັນວາ 2025 ພາຍໃຕ້ການເປັນປະທານຂອງ ຂປລ. ກະຊວງການຕ່າງປະເທດ ຈັດກອງປະຊຸມສະຫລຸບວຽກງານ ປະຈໍາປີ 2025-ທິດທາງແຜນການ ສໍາລັບ ປີ 2026 ແລະ ພິທີປະດັບ ຫລຽນກາລະນຶກ 50 ປີ ວັນສະຖາ ປະນາ ສປປ ລາວ ໃນວັນທີ 24 ທັນວາ 2025 ທີ່ສູນການຮ່ວມມື ສາກົນ ແລະ ການຝຶກອົບຮົມ (ICTC) ພາຍໃຕ້ການເປັນປະ ຂປລ. ໃນປີ 2025 ນີ້, ຢູ່ ສປປ ລາວ ມີຫລາຍເຫດການສໍາຄັນ ທີ່ພົ້ນເດັ່ນເກີດຂຶ້ນທັງໃນຂົງເຂດ ການເມືອງ, ເສດຖະກິດ, ວັດທະ ນະທໍາ-ສັງຄົມ. ໃນນັ້ນ, ຂົງເຂດ ວັດທະນະທໍາ-ສັງຄົມກໍມີຫລາຍ ເຫດການທີ່ພົ້ນເດັ່ນເປັນຕົ້ນການ ຮັບຮອງເອົາອຸທິຍານແຫ່ງຊາດຫີນ ໜາມໜໍ່ ເມືອງບົວລະພາ ແຂວງ ຄໍາມ່ວນ ເຂົ້າເປັນມໍລະດົກໂລກ ທາງທຳມະຊາດຮ່ວມຊາຍແດນກັບ ອຸທິຍານແຫ່ງຊາດຟອງຫຍາ-ແກ ບາງ ມໍລະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ; ພິທີເປີດນໍາໃຊ້ສວນສາທາລະນະ ມິດຕະພາບລາວ-ຫວຽດນາມ; ຂປລ. ໃນລະຫວ່າງວັນທີ 2326 ທັນວາ 2025 ນີ້, ຄະນະຜູ້ແທນ ພັກກອມມູນິດຈີນ ນໍາໂດຍສະຫາຍ ເຊ້ຍ ຊູນທາວ ກໍາມະການສູນກາງ ພັກ, ຮອງຫົວໜ້າ, ຜູ້ປະຈໍາການ ໂຮງຮຽນພັກຂອງສູນກາງພັກກອມ ຂປລ. ຫ້ອງວ່າການສູນກາງພັກ (ຫສພ) ຈັດເຊື່ອມຊຶມເອກະສານ ສຳຄັນຂອງພັກ-ຂອງຊາດ ແລະ ປະກາດພະນັກງານ-ລັດຖະກອນ ສະຫາຍ ເພັດ ພົມພິພັກ ທ່ານ ທອງສະຫວັນ ພົມວິຫານ ທ່ານ ນາງ ລຳພອຍ ສີອັກຄະຈັນ gxu f37'dkog0Q kg4y 'ly foe.-h muj fy odtly de c]t dkora fmtokglf4tdy f0v'c,j py ']k; xtmko wdlvo rq ,;y sko pn opq '.ork]tdy fxt8y ;a f]k; 8ts]vfwxK ມູນິດຈີນ (ສະຖາບັນການປົກຄອງ ແຫ່ງຊາດ) ໄດ້ເດີນທາງມາຢ້ຽມ ຢາມ ສປປ ລາວ ຕາມແຜນການ ຮ່ວມມືລະຫວ່າງສອງພັກ ລາວຈີນ ປະຈຳປີ 2025 ເພື່ອຊຸກຍູ້ການ ພົວພັນຮ່ວມມືແບບຄູ່ຮ່ວມຍຸດທະ ສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ສືບຕໍ່ ກ້າວສູ່ລວງເລິກ ແລະ ເຜີຍແຜ່ຜົນ ສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູ ນິດຈີນ ທີ່ໄດ້ດໍາເນີນໃນເດືອນຕຸລາ ຜ່ານມາ. ໄລຍະຢ້ຽມຢາມຄັ້ງນີ້, ຄະນະ ພັກການ-ຮັບອຸດໜູນບຳນານໃນ ວັນທີ 24 ທັນວາ 2025 ໂດຍການ ເປັນປະທານຂອງສະຫາຍ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນ ກາງພັກ, ມີຄະນະພັກ, ຄະນະນຳ ພ້ອມດ້ວຍພະນັກງານພາຍໃນຫ້ອງ ວ່າການສູນກາງພັກເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ເພັດ ພົມພິພັກ ໄດ້ເຜີຍແຜ່ມະຕິກອງປະ ຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະ ບໍລິຫານງານສູນກາງພັກ ສະໄໝ ທີ XI ໂດຍໄດ້ຍົກໃຫ້ເຫັນກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ຂປລ. ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບອົງການ ຂອດ ປະຈໍາ ສປປ ລາວ (Cord) ແລະ ສະມາຄົມໄມ້ຮ່ວມໃຈພັດທະ ນາ (MHP) ເປີດໂຄງການ “ການ ເຂົ້າເຖິງສິດໃນການນໍາໃຊ້ທີ່ດິນ ກະສິກຳ ແລະ ການພັດທະນາ ເສດຖະກິດຂອງແມ່ຍິງລາວ” (ALLOWED) ຊຶ່ງຈະດຳເນີນ ອຸທິຍານແຫ່ງຊາດຫີນໜາມໜໍ່ໄດ້ຖືກຮັບຮອງເປັນມໍລະດົກໂລກທາງທຳມະຊາດ
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 25/12/2025 xtgmf]k; ລາວ-ຈີນ ເພີ່ມທະວີການຮ່ວມມື...ີີ່ີ່ື ກອງປະຊຸມສາມັນຄົບຄະນະ...ຸັົ ປີ 2025 ຂົງເຂດ...ີົ ຄະນະຜູ້ແທນພັກກອມມູນິດຈີນ...ູ້ັູິີ ຂປລ. ກອງປະຊຸມສາມັນຄົບ ຄະນະກຳມະການສູນກາງແນວ ລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ຈັດຂຶ້ນໃນວັນທີ 24 ທັນວາ 2025 ພາຍໃຕ້ການ ເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການ ເມືອງສູນກາງພັກ, ປະທານສູນກາງ ແນວລາວສ້າງຊາດ, ມີພະເຖຣານຸ ເຖຣະ, ບັນດາຮອງປະທານ, ຄະນະ ປະຈຳ, ກຳມະການ, ທີ່ປຶກສາ ແລະ ຄູ່ຮ່ວມງານ ສນຊ ເຂົ້າຮ່ວມ. ທ່ານ ສິນລະວົງ ຄຸດໄພທູນ ໄດ້ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ບັນດາຜູ້ແທນຈະໄດ້ພ້ອມກັນຄົ້ນ ຄວ້າປະກອບຄໍາເຫັນຕໍ່ບັນດາເນື້ອ ໃນສໍາຄັນຂອງກອງປະຊຸມຄື: ຕີລາຄາຜົນການເຄື່ອນໄຫວຮອບ ດ້ານວຽກງານແນວລາວສ້າງຊາດ ປະຈໍາປີ 2025 ແລະ ທິດທາງ ແຜນວຽກຈຸດສຸມ ປະຈໍາປີ 2026 ໂດຍສະເພາະແມ່ນກອງປະຊຸມ ໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII; ຕີລາຄາ ໝາກຜົນຂອງການຈັດຕັ້ງປະຕິບັດ ແຜນພັດທະນາອົງການແນວລາວ ສ້າງຊາດ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026; ປຶກສາ ຜູ້ແທນດັ່ງກ່າວໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຢູ່ຫ້ອງວ່າການສູນ ກາງພັກ ໃນຕອນເຊົ້າຂອງວັນທີ 24 ທັນວາ 2025 ໂດຍສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຊົມເຊີຍຕໍ່ການມາເຄື່ອນໄຫວຢ້ຽມ ຢາມ ແລະ ປາຖະກະຖາຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້, ຕີລາຄາ ສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຈີນ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດແຜນແມ່ ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາ ກໍາ ລາວ-ຈີນ ກໍຄື ບັນດາແຜນການ ຮ່ວມມືລະຫວ່າງສອງພັກ ປະຈໍາປີ 2025 ແລະ ຍິນດີຊຸກຍູ້ໃຫ້ຂະແໜງ ການທີ່ກ່ຽວຂ້ອງສືບຕໍ່ຮ່ວມກັບຝ່າຍ ຈີນ ຈັດຕັ້ງຜັນຂະຫຍາຍຄວາມຮັບ ຮູ້ທີ່ເປັນເອກະພາບລະຫວ່າງການ ນຳສູງສຸດຂອງສອງພັກ, ສອງ ລັດ ລາວ-ຈີນ; ສືບຕໍ່ຮັກສາການ ໄປມາຫາສູ່ກັນຢ່າງເປັນປົກກະຕິ, ແລກປ່ຽນບົດຮຽນໃນການຄຸ້ມຄອງ ພັກ-ບໍລິຫານປະເທດ, ການກໍ່ສ້າງ ພັກ-ພະນັກງານ ແລະ ການຊຸກຍູ້ ເພີ່ມທະວີແລກປ່ຽນດ້ານວັດທະນະ ທຳ-ສັງຄົມ ແລະ ການໄປມາຫາ ສູ່ກັນລະຫວ່າງປະຊາຊົນສອງຊາດ ລາວ-ຈີນ; ຕີລາຄາສູງຕໍ່ການປາຖະ ກະຖາຂອງສະຫາຍ ເຊ້ຍ ຊູນທາວ ຊຶ່ງເນື້ອໃນຈິດໃຈຂອງກອງປະຊຸມ ຄົບຄະນະເທື່ອທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ ກໍຄື ບົດ ຮຽນຂອງພັກ-ລັດຈີນ ໃນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຖືເປັນບົດ ຮຽນອັນລໍ້າຄ່າຕໍ່ການວາງແຜນ ແລະ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຂອງ ລາວ, ຈະເປັນໂອກາດດີໃຫ້ຝ່າຍ ລາວ ກໍາໄດ້ເນື້ອໃນສໍາຄັນຂອງກອງ ປະຊຸມດັ່ງກ່າວ ແລະ ນໍາມາໝູນໃຊ້ ເຂົ້າໃນວຽກງານຕົວຈິງ. ສະຫາຍ ເຊ້ຍ ຊູນທາວ ກໍໄດ້ ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນຂອງສະຫາຍ ທອງລຸນ ສີສຸລິດ ແລະ ເຫັນດີເປັນ ເອກະພາບຕໍ່ການຕີລາຄາການພົວ ພັນຮ່ວມມືລະຫວ່າງສອງພັກ, ສອງ ປະເທດ ຈີນ-ລາວ ໃນໄລຍະຜ່ານ ມາ ແລະ ປັດຈຸບັນຍິນດີຈະນໍາເອົາ ທິດຊີ້ນໍາອັນໜັກແໜ້ນຂອງສະຫາຍ ທອງລຸນ ສີສຸລິດ ໄປຈັດຕັ້ງຜັນ ຂະຫຍາຍ ເພື່ອຊຸກຍູ້ການພົວພັນ ຮ່ວມມື ຈີນ-ລາວ ໃນທຸກຂົງເຂດຂະແໜງການໃຫ້ກ້າວສູ່ລວງເລິກ ແລະ ງອກງາມຍິ່ງໆຂຶ້ນ, ພ້ອມທັງ ອວຍພອນໃຫ້ກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ ປປ ລາວ ທີ່ຈະໄຂ ຂຶ້ນໃນຕົ້ນປີ 2026 ນີ້ ປະສົບຜົນສໍາ ເລັດຢ່າງມີໄຊ. ໃນວັນດຽວກັນ, ສະຫາຍ ເຊ້ຍ ຊຸນທາວ ຍັງໄດ້ພົບປະເຮັດວຽກ ກັບສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າ ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ ແລະ ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະ ການສູນກາງພັກ, ຮອງຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ ບັ້ນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025; ເປີດນຳໃຊ້ອະນຸສອນ ສະຖານ ແລະ ຫໍມູນເຊື້ອທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ; ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫລື ນະຄອນຫລວງວຽງຈັນເກມ ທີ່ນະຄອນຫລວງວຽງຈັນ ເປັນ ເຈົ້າພາບ ແລະ ມະຫະກຳກິລາຄົນ ພິການແຫ່ງຊາດ ຄັ້ງທີ IV ຊຶ່ງມີ ລາຍລະອຽດດັ່ງນີ້: ເຫດການທີ 1ີ ອົງການອຸຍ ແນັສໂກ ໄດ້ຮັບຮອງເອົາອຸທິຍານ ແຫ່ງຊາດຫີນໜາມໜໍ່ ເມືອງບົວ ລະພາ ແຂວງຄໍາມ່ວນ ເຂົ້າເປັນ ມໍລະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບອຸທິຍານແຫ່ງ ຊາດຟອງຫຍາ-ແກບາງ ມໍລະ ດົກໂລກທາງທຳມະຊາດແຂວງ ກວາງຈິ ສສ ຫວຽດນາມ ຢ່າງເປັນ ທາງການໃນກອງປະຊຸມຄະນະ ກຳມະການມໍລະດົກໂລກ ຄັ້ງທີ 47 ໃນວັນທີ 13 ກໍລະກົດ 2025 ທີ່ ນະຄອນຫລວງປາຣີ ປະເທດຝຣັ່ງ. ອຸທິຍານແຫ່ງຊາດຫີນໜາມໜໍ່ເປັນ ພື້ນທີ່ ທີ່ມີຄວາມຫລາກຫລາຍ, ມີ ສັດປ່າ ແລະ ຊີວະນາໆພັນອັນ ມະຫັດສະຈັນທີ່ບໍ່ສາມາດພົບເຫັນ ໄດ້ທົ່ວໄປໃນໂລກແຕ່ສິ່ງເຫລົ່ານັ້ນ ຍັງຄົງມີຢູ່ໃນເຂດອຸທິຍານແຫ່ງນີ້ ເທົ່ານັ້ນ ຊຶ່ງເປັນຫລັກຖານໃຫ້ຮູ້ ວ່າຢູ່ແຂວງຄຳມ່ວນ ສປປ ລາວ ມີມໍລະດົກທາງທຳມະຊາດ ແລະ ສິ່ງແວດລ້ອມທີ່ມີຄວາມໝາຍລະ ດັບໂລກ. ໃນຕອນບ່າຍວັນທີ 22 ພະຈິກ 2025 ກໍໄດ້ມີພິທີແຫ່ໃບຢັ້ງຢືນຮັບ ຮອງເອົາອຸທິຍານແຫ່ງຊາດຫີນ ໜາມໜໍ່ເຂົ້າເປັນມໍລະດົກໂລກທາງ ທໍາມະຊາດ ໂດຍເລີ່ມຈາກສະ ໜາມ ບິນສາກົນວັດໄຕມາຫາທີ່ສວນປະຕູ ໄຊ ນະຄອນຫລວງວຽງຈັນ ໂດຍ ມີບັນດາການນໍາ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງເປັນ ຂະບວນຟົດຟື້ນ. ການຂຶ້ນທະບຽນ ເປັນມໍລະດົກໂລກຄັ້ງນີ້, ເກີດຈາກ ການຮັບຮອງເອົາຄຸນຄ່າທີ່ໂດດ ເດັ່ນລະດັບຈັກກະວານຂອງຫີນ ໜາມໜໍ່ໄດ້ແກ່: ພູມສັນຖານເປັນ ພູຫີນປູນທີ່ເກົ່າແກ່ ແລະ ໂດດເດັ່ນ ທີ່ສຸດໃນອາຊີຕາເວັນອອກສຽງໃຕ້; ຖໍ້າມະຫັດສະຈັນ “ຖໍ້ານໍ້າລອດເຊ ບັ້ງໄຟ” ເປັນແຫລ່ງທີ່ຢູ່ອາໄສອັນ ສຳຄັນຂອງສັດທີ່ຫາຍາກ ແລະ ຢູ່ໃນບັນຊີໃກ້ຈະສູນພັນເຊັ່ນ: ນົກ ກົກຄໍຄຳ, ຂະຍຸ(ໜູຫີນ) ແລະ ທະນີ ແກ້ມຂາວຖິ່ນໃຕ້. ເຫດການທີ 2ີ ພິທີເປີດນໍາໃຊ້ ສວນສາທາລະນະມິດຕະພາບ ຕຸລາການຂອງ 2 ປະເທດ ລາວຈີນ, ຈີນ-ລາວ ທີ່ມີມາແຕ່ຍາວນານ ໃຫ້ມີບາດກ້າວຂະຫຍາຍຕົວເລິກ ເຊິ່ງ ແລະ ໜັກແໜ້ນຂຶ້ນກວ່າເກົ່າ. ພ້ອມນີ້ ສະຫາຍ ນາງ ວຽງທອງ ສີພັນດອນ ກໍໄດ້ສະເໜີໃຫ້ອົງການ ຕຸລາການຂອງ 2 ປະເທດ ລາວຈີນ ສືບຕໍ່ຮັດແໜ້ນຄວາມສາມັກຄີ, ສົ່ງເສີມການພົວພັນ ແລະ ຮ່ວມມືໃຫ້ ຫລາຍຂຶ້ນ ເພື່ອຊ່ວຍເຫລືອເຊິ່ງກັນ ແລະ ກັນ ແນໃສ່ສ້າງພະນັກງານຜູ້ພິພາກສາໃຫ້ມີຄວາມຮູ້-ຄວາມ ສາມາດ ແລະ ກາຍເປັນບຸກຄະລາ ກອນຕຸລາການທີ່ມີຄຸນນະພາບ; ສະເໜີໃຫ້ສານປະຊາຊົນສູງສຸດ ແຫ່ງ ສປ ຈີນ ຊ່ວຍກໍ່ສ້າງພະນັກ ງານ-ຜູ້ພິພາກສາຜ່ານການແລກ ປ່ຽນບົດຮຽນໃນດ້ານການດຳເນີນ ຄະດີແພ່ງ, ການບໍລິຫານຄະດີ, ເພື່ອລົງເລິກແລກປ່ຽນຄໍາຄິດເຫັນ ກ່ຽວກັບການພົວພັນຮ່ວມມືສອງ ຝ່າຍອີກດ້ວຍ. ການມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະນະຍັງຈະໄດ້ປາຖະກະຖາ ຜົນສໍາເລັດຂອງກອງປະຊຸມຄົບ ຄະນະເທື່ອທີ 4 ສະໄໝທີ XX ຂອງ ພັກກອມມູນິດຈີນ ຢູ່ຫ້ອງປະຊຸມ ໃຫຍ່ຫ້ອງວ່າການສູນກາງພັກ ແລະ ໄປຢ້ຽມຢາມແຂວງຫລວງພະ ບາງ ໂດຍຈະໄດ້ພົບປະກັບການນໍາ ແຂວງ ແລະ ປາຖະກະຖາຢູ່ແຂວງ ຫລວງພະບາງ ຕື່ມອີກ. ພາບ: ຂັນໄຊ ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນ ວັນທີ 2 ທັນວາ 2025 ທີ່ບ້ານ ດ່ານຊ້າງ ເມືອໄຊທານີ ນະຄອນ ຫລວງວຽງຈັນ ເປັນກຽດເຂົ້າຮ່ວມ ໂດຍສະຫາຍ ທອງລຸນ ສີສຸດລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກກອມມູນິດ ຫວຽດນາມ. ໂຄງການສວນສາທາ ລະນະມິດຕະພາບລາວ-ຫວຽດ ນາມ ເປັນໂຄງການຮ່ວມມືລະ ຫວ່າງສອງລັດຖະບານລາວຫວຽດນາມ ຊຶ່ງໄດ້ເຊັນສັນຍາ ເລີ່ມລົງມືກໍ່ສ້າງໃນວັນທີ 31 ມີນາ 2025, ມີມູນຄ່າທັງໝົດ 340.471.500.000 ດົງ. ໃນ ນັ້ນ ທຶນສົມທົບຂອງລັດຖະບານ ສປປ ລາວ ແມ່ນ 9 ຕື້ກີບ ຫລື 10.471.500.000 ດົງ ແລະ ທຶນ ຊ່ວຍເຫລືອລ້າຂອງລັດຖະບານ ສສ ຫວຽດນາມ ແມ່ນ 330 ຕື້ດົງ; ເປັນ ໂຄງການໜຶ່ງທີ່ມີຄວາມໝາຍສໍາ ຄັນທາງດ້ານປະຫວັດສາດ-ການ ເມືອງຢ່າງເລິກເຊິ່ງລະຫວ່າງສອງ ພັກ-ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ຊຶ່ງບໍ່ພຽງ ແຕ່ເປັນສັນຍະລັກແຫ່ງການພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຂອງສອງຊາດພວກເຮົາເທົ່ານັ້ນ, ແຕ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ທີ່ສວຍສົດງົດ ງາມແຫ່ງນີ້ ໄດ້ກາຍເປັນບ່ອນ ທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທຳທີ່ສຳຄັນ, ເປັນສະ ຖານທີ່ຈັດກິດຈະກຳຕ່າງໆ, ເປັນ ບ່ອນພັກຜ່ອນ, ອອກກຳລັງກາຍ, ບ່ອນຫລິ້ນຂອງເດັກນ້ອຍ-ເຍົາວະ ຊົນຄົນຮຸ່ນໜຸ່ມ ແລະ ເປັນບ່ອນສຶກ ສາຮ່ຳຮຽນຂອງຄົນຮຸ່ນສືບທອດ ໄດ້ເຂົ້າມາທັດສະນະສຶກສາຄົ້ນຄວ້າ ກ່ຽວກັບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງ ຊາດ ລາວ-ຫວຽດນາມ. ເຫດການທີ 3ີ ພິທີໂຮມຊຸມນຸມ ປະກາດບັ້ນການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຈັດຂຶ້ນໃນວັນທີ 28 ກຸມພາ 2025 ຢູ່ນະຄອນຫລວງ ວຽງຈັນ ຊຶ່ງການສໍາຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສແມ່ນ ການສໍາຫລວດໜຶ່ງທີ່ມີຄວາມສໍາ ຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງ ປະຕິບັດສໍາລັບບັນດາປະເທດທີ່ ຢູ່ໃນພາກພື້ນ ແລະ ສາກົນໃນທຸກໆ 10 ປີ ພາຍໃຕ້ຂໍ້ແນະນໍາຂອງໜ່ວຍ ງານສະຖິຕິຂອງອົງການສະຫະ ປະຊາຊາດ. ສປປ ລາວ ໄດ້ດຳເນີນ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດໃນທຸກໆ 10 ປີ ໂດຍປະຕິບັດຕາມກົດໝາຍວ່າດ້ວຍ ສະຖິຕິ ຊຶ່ງຈະເກັບກຳຂໍ້ມູນທີ່ສຳຄັນ ກ່ຽວກັບເສດຖະກິດ ແລະ ສັງຄົມ ປະກອບມີ: ຂໍ້ມູນປະຊາກອນ ທີ່ແບ່ງ ຕາມເພດ, ອາຍຸ, ຊົນເຜົ່າ, ພື້ນທີ່ພູມ ສັນຖານ, ການສຶກສາ, ແຮງງານ, ຄວາມພິການ, ການຍົກຍ້າຍຖິ່ນ ຖານ, ການເກີດ ແລະ ການຕາຍ, ການຂຶ້ນທະບຽນພົນລະເມືອງ, ພ້ອມທັງຂໍ້ມູນກ່ຽວກັບທີ່ຢູ່ອາໄສ ແລະ ພື້ນຖານໂຄງລ່າງ, ບັນດາ ຂໍ້ມູນເຫລົ່ານີ້ຈະເປັນບ່ອນອີງໃຫ້ ລັດຖະບານສາມາດຕິດຕາມ ແລະ ປະເມີນຄວາມຄືບໜ້າຂອງການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ. ນອກ ຈາກນີ້, ຂໍ້ມູນດັ່ງກ່າວຈະຊ່ວຍໃຫ້ ລັດຖະບານປະເມີນຜົນຂອງການ ຈັດຕັ້ງປະຕິບັດເປົ້າໝາຍການພັດ ທະນາແບບຍືນຍົງຂອງອົງການ ສະຫະປະຊາຊາດ ຊຶ່ງຖືກສ້າງຂຶ້ນ ແນໃສ່ເພື່ອຮັບປະກັນວ່າຈະບໍ່ມີໃຜ ຖືກປະປ່ອຍໄວ້ທາງຫລັງ. ເຫດການທີ 4 ີພິທີເປີດນຳໃຊ້ ອະນຸສອນສະຖານ ແລະ ຫໍມູນ ເຊື້ອທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ຈັດຂຶ້ນໃນຕອນເຊົ້າ ວັນທີ 19 ທັນວາ 2025 ທີ່ສວນ ມິດຕະພາບຫົວພັນ-ແທັງຮວາ ເມືອງຊຳເໜືອ ແຂວງຫົວພັນ. ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນໜຶ່ງໃນນັກຮົບປະຕິວັດຮຸ່ນທໍາ ອິດໃນຂະບວນການຕໍ່ສູ້ປົດປ່ອຍ ຊາດ, ເປັນຜູ້ຮ່ວມກໍ່ຕັ້ງກອງໂຄສະ ນາປະກອບອາວຸດຮ່ວມກັບປະທານ ໄກສອນ ພົມວິຫານປະກາດສ້າງຕັ້ງ ກອງລາດຊະວົງ ຊຶ່ງແມ່ນກອງທັບ ປະຊາຊົນລາວ ໃນປັດຈຸບັນ. ນັບແຕ່ ມື້ທໍາອິດທີ່ເຂົ້າຮ່ວມການປະຕິວັດ ເພິ່ນໄດ້ຮັບຫລາຍໜ້າທີ່, ຫລາຍຕໍາ ແໜ່ງແຕ່ຕໍ່າຫາສູງ, ຈາກນັກຮົບ ໂຄສະນາໃນກຳລັງປະກອບອາວຸດ ຈົນກ້າວຂຶ້ນເປັນນາຍທະຫານ ຊັ້ນພົນເອກ, ຈາກຫົວໜ້າກອງ ລາດຊະວົງກ້າວຂຶ້ນເປັນຫົວໜ້າ ເສນາທິການສູງສຸດຂອງກອງທັບ, ເປັນຜູ້ວາງແຜນສູ້ຮົບ ແລະ ບັນຊາ ສູ້ຮົບຫລາຍບັ້ນຮົບ, ບັ້ນຕີທີ່ສໍາ ຄັນ ແລະ ເດັ່ນກວ່າໝູ່ແມ່ນ ບັ້ນຮົບ ປົດປ່ອຍຊໍາເໜືອ, ປົດປ່ອຍຊຽງ ຂວາງ, ປົດປ່ອຍຫລວງນໍ້າທາ, ປົດປ່ອຍຫ້ວຍຊາຍ, ການວາງສາມ ບາດຄ້ອນຍຸດທະສາດ ແລະ ບັ້ນ ຮົບອື່ນໆ ນໍາໄປເຖິງການປົດປ່ອຍ ທົ່ວປະເທດ, ສາມາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975. ຈາກຄວາມໝາຍ ສໍາຄັນ, ມູນເຊື້ອວິລະກໍາ, ຄຸນງາມ ຄວາມດີ ແລະ ຜົນງານການປະຕິ ວັດອັນໃຫຍ່ຫລວງທີ່ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ ສ້າງໄວ້ໃຫ້ແກ່ປະເທດຊາດ ແລະ ຜືນແຜ່ນດິນແມ່. ດັ່ງນັ້ນ, ພັກລັດຖະບານ ກໍຄື ກະຊວງປ້ອງກັນ ປະເທດ, ອົງການປົກຄອງແຂວງ ຫົວພັນ ພ້ອມດ້ວຍຄອບຄົວ ແກ້ວບຸນ ພັນ ຈຶ່ງໄດ້ສ້າງຮູບປັ້ນທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ມາສະຖິດ ໄວ້ໃນອະນຸສອນສະຖານ ແລະ ຫໍ ມູນເຊື້ອທີ່ເມືອງຊໍາເໜືອ ແຂວງຫົວ ພັນ ແຫ່ງນີ້. ເຫດການທີ 5ີ ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫລື ນະຄອນ ຫລວງວຽງຈັນເກມ ທີ່ນະຄອນ ຫລວງວຽງຈັນ ເປັນເຈົ້າພາບໄດ້ ເປີດຂຶ້ນຢ່າງເປັນທາງການໃນວັນ ທີ 15 ພະຈິກ ແລະ ປິດລົງດ້ວຍ ຜົນສຳເລັດໃນວັນທີ 25 ພະຈິກ 2025 ໂດຍໄດ້ຈັດແຂ່ງຂັນໃນ 33 ປະເພດກິລາ, ຊີງຫລຽນທັງໝົດ 1.563 ຫລຽນ. ໃນນີ້, ຫລຽນຄໍາ 424 ຫລຽນ, ຫລຽນເງິນ 425 ຫລຽນ ແລະ ຫລຽນທອງ 631 ຫລຽນ; ມີ 21 ພາກສ່ວນ ຈາກ 3 ກະຊວງ, ນະຄອນຫລວງວຽງ ຈັນ ແລະ 17 ແຂວງ ໃນທົ່ວປະເທດ ເຂົ້າຮ່ວມແຂ່ງຂັນ. ຜ່ານການແຂ່ງ ຂັນກິລາແຕ່ລະປະເພດ ອັນດັບທີ I ໄດ້ແກ່ນະຄອນຫລວງວຽງຈັນ ໄດ້ 109 ຫລຽນຄໍາ, 91 ຫລຽນເງິນ ແລະ 119 ຫລຽນທອງ, ລວມທັງ ໝົດ 319 ຫລຽນ; ອັນດັບທີ II ໄດ້ ແກ່ກະຊວງປ້ອງກັນປະເທດໄດ້ 68 ຫລຽນຄໍາ, 43 ຫລຽນເງິນ ແລະ 57 ຫລຽນທອງ, ລວມທັງໝົດ 168 ຫລຽນ; ອັນດັບທີ III ໄດ້ແກ່ ແຂວງຄໍາມ່ວນ ໄດ້ 56 ຫລຽນຄໍາ, 41 ຫລຽນເງິນ ແລະ 77 ຫລຽນ ທອງ, ລວມທັງໝົດ 174 ຫລຽນ. ມະຫາກຳກິລາແຫ່ງຊາດຄັ້ງນີ້, ໄດ້ສ້າງຄວາມສາມັກຄີມິດຕະພາບ, ຄວາມເບີກບານມ່ວນຊື່ນໃຫ້ແກ່ ປະຊາຊົນບັນດາເຜົ່າ, ທັງເປັນການ ປຸກລະດົມຈິດໃຈຂອງປວງຊົນລາວ ກໍຄື ຊາວນະຄອນຫລວງວຽງຈັນ ໃນການສ້າງຂະບວນການຮອບ ດ້ານ ເພື່ອຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ວັນ ເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ທັງເປັນຂີດໝາຍ ແຫ່ງມະຫາສາມັກຄີຂອງປວງຊົນ ລາວ ຊຶ່ງມັນສະແດງອອກຂອງ ບັນດາແຂວງ ແລະ ກະຊວງທີ່ໄດ້ ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 9.400 ກວ່າ ຄົນ ກໍຄື ການເຂົ້າຮ່ວມຊົມ, ຮ່ວມ ເຊຍ, ຮ່ວມພິທີເປີດ ແລະ ຮ່ວມ ພິທີປິດ, ມີມວນຊົນເຂົ້າຮ່ວມຢ່າງ ຫລວງຫລາຍ. ສ່ວນມະຫະກຳກິລາຄົນພິການ ແຫ່ງຊາດ ຄັ້ງທີ IV ໄດ້ຈັດຂຶ້ນໃນ ລະຫວ່າງວັນທີ 14-19 ທັນວາ 2025 ເປັນການແຂ່ງຂັນກິລາ ຫລາຍປະເພດຕາມລະບຽບກຳນົດ ແລະ ຈັດຂຶ້ນໃນທຸກໆ 3 ປີພາຍຫລັງ ສິ້ນສຸດການຈັດງານມະຫະກຳ ກິລາແຫ່ງຊາດແຕ່ລະຄັ້ງ ເພື່ອເປັນ ການສົ່ງເສີມສິດທິຄວາມເທົ່າທຽມ ຂອງຄົນພິການ ແລະ ຄົນບໍ່ພິການ ໃນການປະກອບສ່ວນເຂົ້າຮ່ວມ ຂະບວນການເຄື່ອນໄຫວກິລາ-ກາຍ ຍະກຳ ເພື່ອສຸຂະພາບ ແລະ ມິດຕະ ພາບຂອງມວນມະນຸດພວກເຮົາແນ ໃສ່ເຮັດໃຫ້ສຸຂະພາບຂອງທຸກຄົນ ແຂງແຮງໄດ້ຄວາມຊົງຈຳທີ່ດີໄດ້ ໄມຕີຈິດ-ມິດຕະພາບແບບສະຫາຍ ອ້າຍນ້ອງ ເພື່ອນຮ່ວມຊາດດຽວກັນ ສໍາຄັນແມ່ນເຮັດໃຫ້ຄົນຢູ່ໃນສັງຄົມ ຮັບຮູ້ບົດບາດຄວາມສາມາດຂອງ ຄົນພິການຢູ່ໃນເວທີສາກົນ ກໍຄື ຢູ່ໃນຂະບວນກິລາ-ກາຍຍະກຳທັງ ພາຍໃນ ແລະ ຕ່າງປະເທດ ເປັນ ຜົນງານການປະກອບສ່ວນທີ່ສໍາ ຄັນເຂົ້າໃນການສ້າງສາພັດທະນາ ປະເທດຊາດ ແລະ ກິລາ. ມະຫະກຳກິລາຄົນພິການແຫ່ງ ຊາດ ຄັ້ງທີ IV ນີ້ ລວມມີທັງໝົດ 9 ປະເພດກິລາ ຄື: ກິລາ ຍົກນໍ້າໜັກ, ແລ່ນ-ລານ, ລອຍນໍ້າ, ບານບ້ວງ ລໍ້ເລື່ອນ, ໂກນບານ, ບ໊ອດເຊຍ, ບານເຕະຄົນພິການຕາ 5 ຄົນ, ດອກ ປີກໄກ່ ແລະ ຟັນດາບ, ມີການແຂ່ງ ຂັນທັງໝົດ 172 ລາຍການ, ຊີງ ຫລຽນຄໍາ, ຫລຽນເງິນ, ຫລຽນ ທອງ ຢ່າງລະ 172 ຫລຽນ. ງານດັ່ງກ່າວຈັດຂຶ້ນ ຄັ້ງທີ I ປີ 2012 ທີ່ແຂວງຫລວງພະບາງ, ຄັ້ງ ທີ II ປີ 2015 ຈັດຂຶ້ນທີ່ແຂວງອຸດົມ ໄຊ, ຄັ້ງທີ III ປີ 2023 ຈັດຂຶ້ນທີ່ ແຂວງຊຽງຂວາງ ແລະ ຄັ້ງທີ IVຄັ້ງ ນີ້ຈັດຂຶ້ນ ທີ່ນະຄອນຫລວງວຽງຈັນ. ຫາລືວຽກງານສຳຄັນເພື່ອກຽມ ຄວາມພ້ອມດໍາເນີນກອງປະຊຸມ ໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວ ປະເທດ ຄັ້ງທີXII; ຕີລາຄາຜົນການ ສະເຫລີມສະຫລອງວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ; ປະກອບຄຳເຫັນຕໍ່ຮ່າງຂໍ້ຕົກລົງ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບສ້າງຕັ້ງມູນນິທິສາມັກຄີ ພັດທະນາແນວລາວສ້າງຊາດ; ລາຍງານກ່ຽວກັບເປົ້າໝາຍທີ່ຈະ ໄດ້ຮັບການຍ້ອງຍໍຂອງ ສນຊ, ເປົ້າໝາຍທີ່ຈະສະເໜີໃຫ້ຍ້ອງຍໍ ລະດັບຊາດ ແລະ ຕົວແທນຂອງ ສນຊ ລົງສະໝັກເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ຊຸດທີ X; ປະເມີນຜົນ ແລະ ສະເໜີບຸກຄະ ລາກອນແນວລາວສ້າງຊາດ ສະໄໝ ທີ XII. ໂອກາດນີ້, ທ່ານ ສິນລະວົງ ຄຸດໄພທູນ ໄດ້ຮຽກຮ້ອງມາຍັງບັນ ດາຜູ້ແທນກອງປະຊຸມຈົ່ງເຊີດຊູ ຄວາມຮັບຜິດຊອບຂອງຕົນໃຫ້ສູງ, ສຸມສະຕິປັນຍາຂອງຕົນ ເພື່ອປະ ກອບຄໍາຄິດຄໍາເຫັນຢ່າງສ້າງສັນ ແລະ ຮັບປະກັນໃຫ້ກອງປະຊຸມ ຂອງພວກເຮົາເທື່ອນີ້ ສໍາເລັດຜົນ ຢ່າງຈົບງາມ. ຂ່າວ: ສົມຫວັງ ການບໍລິຫານສານ ໂດຍສະເພາະ ການນຳໃຊ້ເຕັກໂນໂລຊີທັນສະໄໝ ເຂົ້າມາຊ່ວຍວຽກບໍລິຫານສານ ແລະ ບໍລິຫານຄະດີ, ຊ່ວຍສະໜັບ ສະໜູນດ້ານວິຊາການໃນການກະ ກຽມເປັນເຈົ້າພາບກອງປະຊຸມ ປະ ທານສານຈີນ-ອາຊຽນ ທີ່ສານປະ ຊາຊົນສູງສຸດ ແຫ່ງ ສປປ ລາວ ຈະ ໄດ້ເປັນເຈົ້າພາບໃນປີ 2027. ໂອກາດດຽວກັນ, ສະຫາຍຮອງ ປະທານສານສູງສຸດ ແຫ່ງ ສປ ຈີນ ກໍໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນຂອງສະຫາຍ ນາງ ວຽງທອງ ສີພັນດອນ ທີ່ ໄດ້ສະລະເວລາຕ້ອນຮັບໃນຄັ້ງນີ້, ພ້ອມທັງຖືກໂອກາດນີ້ລາຍງານ ຈຸດປະສົງຂອງການເດີນທາງມາຄັ້ງ ນີ້ ໃຫ້ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຮັບຊາບ. ຂ່າວ: ຍຸພິນທອງ
ຂປລ. ເມື່ອບໍ່ດົນມານີ້, ເມືອງ ເລົ່າງາມຈັດປາຖະກະຖາຫວນຄືນ ມູນເຊື້ອ 2 ວັນປະຫວັດສາດຂອງ ພັກ ເຊິ່ງໃນພິທີໄດ້ຮັບຊົມວິດີໂອ ມູນເຊື້ອການຕໍ່ສູ້ຕິດພັນກັບການ ເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ແລະ ໄດ້ຮັບຟັງປະຫວັດ ຂອງການປະຕິວັດຊາດ ປະຊາທິ ປະໄຕຢູ່ປະເທດເຮົາໂດຍສະເພາະ ໃນປີ 1934 ຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນໂດຍພັກ ກອມມູນິດອິນດູຈີນ, ພາຍໃຕ້ການ ນໍາພາຂອງຄະນະພັກແຄວ້ນລາວ ຂະບວນການຕໍ່ສູ້ຂອງປະຊາຊົນ ລາວສາມາດຍາດໄດ້ໄຊຊະນະຢ່າງ ຕໍ່ເນື່ອງ,ຈົນສາມາດຢຶດອໍານາດ ການປົກຄອງ ແລະ ປະກາດເອ ກະລາດໃນວັນທີ 12 ຕຸລາ 1945, ໄຊຊະນະດັ່ງກ່າວ ມີຄວາມໝາຍ ທາງປະຫວັດສາດອັນສໍາຄັນທີ່ສຸດ, ມັນເປັນເທື່ອທຳອິດທີ່ປະຊາຊົນ ລາວບັນດາເຜົ່າໄດ້ກັບຄືນມາເປັນ ເຈົ້າຂອງປະເທດຊາດ ແລະ ເປັນ ເຈົ້າຂອງຊາຕາກຳຂອງຕົນພາຍ ຫລັງທີ່ຕົກເປັນຂ້ອຍຂ້າ, ຖືກກົດຂີ່ ມາເປັນເວລາ 100 ກວ່າປີ, ປະເທດ ລາວມີເອກະລາດໄດ້ບໍ່ດົນ ມາໃນ ເດືອນມີນາ ປີ 1946, ພວກລ່າ ເມືອງຂຶ້ນຝຣັ່ງກໍໄດ້ກັບຄືນມາຮຸກ ຮານ ປະເທດຂອງພວກເຮົາ ອີກຄັ້ງ (ເທື່ອທີສອງ), ຫລັງຈາກນັ້ນກອງ ທັບ ແລະ ປະຊາຊົນລາວເຮົານັບ ມື້ຍາດໄດ້ໄຊຊະນະໃຫຍ່ຫລວງໃນ ທົ່ວສະໜາມຮົບອິນດູຈີນ, ຈົນພວກ ລ່າເມືອງຂຶ້ນຝຣັ່ງຈໍາຕ້ອງເຊັນສັນ ຍາເຊີແນວປີ 1954 ກ່ຽວກັບອິນ ດູຈີນ, ຮັບຮູ້ເອກະລາດ, ອະທິປະ ໄຕ, ເອກະພາບ ແລະ ຜືນແຜ່ນດິນ ອັນຄົບຖ້ວນຂອງ 3 ປະເທດ, ລາວ, ຫວຽດນາມ ແລະ ກໍາປູເຈຍ ເຮັດ ໃຫ້ແອກຄອບຄອງເປັນເວລາ 60 ກວ່າປີຂອງພວກລ່າເມືອງຂຶ້ນຝຣັ່ງ ຢູ່ປະເທດເຮົາສິ້ນສຸດລົງ, ປະກອບ 25/12/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K (ແຫລ່ງຂໍ້ມູນຈາກ: ໜັງສືພິມສາລະວັນ)່ໍູ້ັືິັ ບົດສະເໜີົີ g,n v'g]qj k'k, s;o7n o,6 og-N v 2 ;a oxts;a flkf0v'ra d glu ,0tspkplkprq ;ra olk,a d7u ry glf ]k;{s;Pfok, pn opq '8ts]vfwx ຈົດງາມ, ເຂັ້ມແຂງ ແລະ ມີປະ ສິດທິຜົນໃນທຸກຂົງເຂດ ໂດຍສະ ເພາະການພົວພັນທາງດ້ານການ ເມືອງໄດ້ຮັບການເພີ່ມທະວີ ໂດຍ ຜ່ານການຢ້ຽມຢາມ ແລະ ການ ແລກປ່ຽນພົບປະລະຫວ່າງການ ນຳຂັ້ນສູງ ແລະ ທຸກຂັ້ນ; ການແລກ ປ່ຽນຂໍ້ມູນ, ແລກປ່ຽນປະສົບການ ລະຫວ່າງບັນດາກະຊວງ, ອົງການ ຂອງພັກ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງສັງຄົມ ແລະ ປະຊາ ຊົນສອງປະເທດນັບມື້ນັບຟົດຟື້ນ ແລະ ອຸດົມສົມບູນ; ການຮ່ວມມື ດ້ານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ສືບຕໍ່ແມ່ນເສົາຄ້ຳໃນການ ພົວພັນສອງປະເທດ, ປະກອບສ່ວນ ຮັກສາສະຖຽນລະພາບດ້ານການ ເມືອງ, ຄວາມໝັ້ນຄົງ, ຄວາມເປັນ ລະບຽບຮຽບຮ້ອຍທາງສັງຄົມຢູ່ ແຕ່ລະປະເທດ ແລະ ເຂດຊາຍແດນ ລະຫວ່າງ 2 ປະເທດ; ການຮ່ວມມື ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໄດ້ຮັບການຊຸກຍູ້ຢ່າງ ແຂງແຮງ. ຕະຫລອດໄລຍະ 1 ປີຜ່ານ ມາ ອັນໄດ້ນໍາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວຫວຽດນາມ ອ້າຍນ້ອງ ຊຶ່ງສາມາດ ສະຫລຸບບາງດ້ານອັນພົ້ນເດັ່ນ ເປັນ ຕົ້ນ ການພົວພັນຮ່ວມມືດ້ານການ ເມືອງ, ການຕ່າງປະເທດ ສືບຕໍ່ມີ ຄວາມໜັກແໜ້ນ,ໝັ້ນທ່ຽງ,ມີຫລາຍ ຮູບ, ຫລາຍແບບ, ສ້າງໄດ້ຄວາມ ເຊື່ອໝັ້ນເຊິ່ງກັນ ແລະ ກັນໃນລະດັບ ສູງ, ມີການໄປມາລະຫວ່າງການ ນໍາຂັ້ນສູງ ແລະ ທຸກລະດັບເປັນປົກ ກະຕິ, ເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການພົວພັນພິເສດ ຂອງສອງ ຊາດໃນດ້ານອື່ນໆ ສະໜັບສະໜູນ ໃນຂອບປະຊາຄົມອາຊຽນ, ເວທີ ພົບປະຫລາຍຝ່າຍ ໃນພາກພື້ນ ແລະ ສາກົນ. ສຳລັບການຮ່ວມມື ດ້ານປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ, ສືບຕໍ່ໄດ້ຮັບການເສີມ ຂະຫຍາຍຢ່າງມີປະສິດທິຜົນ ແລະ ໃກ້ຊິດສະໜິດສະໜົມ ທັນການ, ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ. ສ່ວນການຮ່ວມມືດ້ານເສດຖະກິດ ສອງຝ່າຍ ລ້ວນແຕ່ມີຄວາມພະຍາ ຍາມ ຈັດຕັ້ງຜັນຂະຫຍາຍບັນດາ ຂໍ້ຕົກລົງ ຂອງສອງກົມການເມືອງ ມີທ່ວງທ່າທີ່ດີຂຶ້ນເປັນກ້າວໆມາ ໂດຍສະເພາະດ້ານການຄ້າ ມູນຄ່າ ການຄ້າ ລາວ-ຫວຽດນາມ ຄາດ ຄະເນໝົດປີສາມາດບັນລຸໄດ້ຕາມ ຄາດໝາຍທີ່ກຳນົດໄວ້ໃນກອງປະ ຊຸມຄັ້ງທີ 46 ໃນປີ 2024 ບັນລຸ ໄດ້ 2,2 ຕື້ໂດລາ, ເພີ່ມຂຶ້ນ 34% ເມື່ອທຽບໃສ່ປີ 2023. ດ້ານການ ລົງທຶນ ໃນປີ 2024, ລັດຖະບານ ລາວ ໄດ້ອະນຸຍາດໃຫ້ວິສາຫະກິດ ຫວຽດນາມ ເຂົ້າມາລົງທຶນ 12 ໂຄງການ ແລະ ສອງຝ່າຍກໍໄດ້ພະ ຍາຍາມ, ເປັນເຈົ້າການຮ່ວມກັນ ເພື່ອຊອກຫາກົນໄກ,ທາງອອກເພື່ອ ຊ່ວຍເຊິ່ງກັນ ແລະ ກັນ ໃນການ ຊຸກຍູ້ການຮ່ວມມື-ລົງທຶນ ຂອງ ສອງປະເທດ ໃຫ້ມີຄວາມສະດວກ, ຄ່ອງຕົວຫລາຍຂຶ້ນ. ອັນພົ້ນເດັ່ນ ແມ່ນການລົງທຶນໃນຂົງເຂດພະ ລັງງານລົມ ເປັນຕົ້ນ ພະລັງງານ ລົມເຈື່ອງເຊິນ, ໂຄງການພະລັງ ງານລົມສະຫວັນ 1 ໄດ້ຮັບການ ຊຸກຍູ້ຈັດຕັ້ງປະຕິບັດໄດ້ເປັນຢ່າງ ດີ. ພ້ອມນີ້, ການເຊື່ອມຈອດດ້ານ ຄົມມະນາຄົມ ສອງຝ່າຍ ໄດ້ເອົາໃຈ ໃສ່ປະສານສົມທົບ ແລະ ຊຸກຍູ້ກັບ ພາກສ່ວນກ່ຽວຂ້ອງຂອງສອງ ຝ່າຍ ຮ່ວມກັນພັດທະນາພື້ນຖານ ໂຄງລ່າງຕ່າງໆ ເພື່ອອໍານວຍ ຄວາມສະດວກໃຫ້ແກ່ການໄປມາ ຫາສູ່ ແລະ ຂົນສົ່ງສິນຄ້າ ລະຫວ່າງ ສອງປະເທດ ກໍຄື ລະຫວ່າງບັນດາ ປະເທດໃນພາກພື້ນ ເຊັ່ນ: ໂຄງ ການທ່າທຽບເຮືອຫວຸງອາງ 1, 2 ແລະ 3; ໂຄງການເສັ້ນທາງ ລົດໄຟ ລາວ-ຫວຽດນາມ ແລະ ໂຄງການທາງດ່ວນວຽງຈັນ-ຮ່າ ໂນ້ຍ. ການຮ່ວມມືດ້ານວັດທະນະ ທໍາ-ສັງຄົມ ກໍໄດ້ຮັບການຂະຫຍາຍ ຕົວເຂົ້າສູ່ລວງເລິກ ອັນໄດ້ສ້າງ ເງື່ອນໄຂໃຫ້ບັນດາຊາວໜຸ່ມ ເຊິ່ງ ເປັນອະນາຄົດຂອງປະເທດຊາດ ລາວ-ຫວຽດນາມ ໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງມູນເຊື້ອຄວາມສາມັກຄີ ພິເສດ ລະຫວ່າງ ລາວ-ຫວຽດນາມ ອ້າຍນ້ອງ. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ຢືນຢັນຄືນ ໃນທົດສະວັດ ໃໝ່ທີ່ຈະມາເຖິງນີ້ ສອງຝ່າຍຈະ ເອົາໃຈໃສ່ຍົກສູງຄຸນນະພາບຂອງ ການເລືອກເຟັ້ນນັກສຶກສາລາວ ທີ່ ຈະມາສຶກສາຕໍ່ຢູ່ ສສ ຫວຽດນາມ ໃຫ້ໄດ້ຄຸນນະພາບໃໝ່. ໃນປີ 2025 ລັດຖະບານ ຫວຽດນາມ ໄດ້ສືບຕໍ່ ຊ່ວຍທຶນກໍ່ສ້າງພະນັກງານ, ນັກ ຮຽນ, ນັກສຶກສາລາວ ໄປຮຽນຢູ່ ສສ ຫວຽດນາມ ແມ່ນ 1.160 ທຶນ. ໃນຍຸກສະໄໝແຫ່ງການເຊື່ອມ ໂຍງ ແລະ ການຮ່ວມມືເພື່ອການ ພັດທະນາ, ສະພາບການໃນພາກພື້ນ ແລະ ສາກົນແມ່ນຜັນແປໄປຢ່າງ ວ່ອງໄວ ແລະ ສະຫລັບສັບຊ້ອນ ເຊິ່ງມີຫລາຍດ້ານທີ່ເປັນເງື່ອນໄຂ ສະດວກພື້ນຖານ ເປັນຕົ້ນແມ່ນ ການເສີມສ້າງສັນຕິພາບ, ມິດຕະ ພາບ ແລະ ການຮ່ວມມື ເພື່ອການ ພັດທະນາ ກໍຄືການເຊື່ອມໂຍງຂອງ ບັນດາປະເທດໃນພາກພື້ນຕ່າງໆ ທາງດ້ານເສດຖະກິດ, ວັດທະນະ ທຳ-ສັງຄົມ ແລະ ຄວາມໝັ້ນຄົງ, ແຕ່ຂະນະດຽວກັນນັ້ນ ກໍມີບາງ ດ້ານທີ່ເປັນສິ່ງທ້າທາຍ ເປັນຕົ້ນ ການແຂ່ງຂັນກັນພາຍໃຕ້ກະແສ ໂລກາພິວັດ ລວມເຖິງສະພາບການ ຕ່າງໆທີ່ເກີດຂຶ້ນໃນພາກພື້ນແລະ ສາກົນ ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ສະຖຽນລະພາບ ແລະ ໝັ້ນຄົງ ກໍຄືການສ້າງສາ ແລະ ພັດທະນາຂອງບັນດາປະເທດ ໃນພາກພຶ້ນ ແລະ ສາກົນ, ລວມທັງ ສປປ ລາວ ແລະ ສສ ຫວຽດນາມ. ສະນັ້ນ ເພື່ອຮັກສາສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ໄປຄຽງຄູ່ກັບການເສີມຂະຫຍາຍ ສາຍພົວພັນພິເສດອັນຍິ່ງໃຫຍ່ຂອງ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມູນເຊື້ອອັນ ດີງາມມາແຕ່ດົນນານແລ້ວນັ້ນ ໃຫ້ ກ້າວຂຶ້ນສູ່ສັງກາດໃໝ່ ແລະ ຍິ່ງ ໃຫຍ່ກວ່າເກົ່າ, ສອງຊາດລາວຫວຽດນາມ ຈະສືບຕໍ່ຮັດແໜ້ນການ ພົວພັນຮ່ວມມື ເພື່ອສາມາດຍາດ ແຍ່ງ ແລະ ນໍາໃຊ້ກາລະໂອກາດ ແຫ່ງຍຸກສະໄໝ ເຂົ້າໃນການຍົກ ສູງປະສິດທິພາບ, ປະສິດທິຜົນຂອງ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ໃຫ້ມີບົດບາດສູງເດັ່ນ ຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ໄປຄຽງຄູ່ກັບການຂຸດຄົ້ນທ່າແຮງ ບົ່ມຊ້ອນ, ປັບປຸງບັນດາກົນໄກແລະ ນະໂຍບາຍ ໃນການຮ່ວມມືຂອງ ສອງຊາດ ລາວ-ຫວຽດນາມ ໃຫ້ ສອດຄ່ອງກັບເງື່ອນໄຂໃໝ່ ແນໃສ່ ນໍາເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊົນ, ເຮັດໃຫ້ຊີວິດການເປັນ ຢູ່ຂອງປະຊາຊົນທັງສອງຊາດ ໄດ້ ຮັບການປັບປຸງດີຂຶ້ນເທື່ອລະກ້າວ. ສິ່ງສໍາຄັນທີ່ສຸດແມ່ນສືບຕໍ່ຍຶດໝັ້ນ ແລະ ຍົກສູງສາຍພົວພັນມິດຕະພາບ ແບບພິເສດ ແລະ ການຮ່ວມມືຮອບ ດ້ານ ລາວ-ຫວຽດນາມ ເຊິ່ງເປັນ ປັດໄຈພື້ນຖານຂອງການຕັດສິນ ໄຊຊະນະຂອງການປະຕິວັດໃນ ເມື່ອກ່ອນ ແລະ ກາຍເປັນກົດເກນ ແຫ່ງການດໍາລົງຄົງຕົວຂອງສອງ ປະເທດໃນປັດຈຸບັນ ກໍຄືໃນອະ ນາຄົດ. ສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວຫວຽດນາມ, ຫວຽດນາມ-ລາວ ທີ່ເປັນສາຍພົວພັນແບບພິເສດອັນ ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອ ນໍາເອົາຄວາມຮຸ່ງເຮືອງສີວິໄລ ມາ ສູ່ສອງຊາດລາວ-ຫວຽດນາມ ຕະ ຫລອດກາລະນານ. ຂປລ. ປີ 2025 ເປັນປີພິເສດ ສຳລັບທັງ ລາວ ແລະ ຫວຽດນາມ ເປັນປີທີ່ມີຫລາຍເຫດການສໍາຄັນ ທາງປະຫວັດສາດຂອງສອງພັກ, ສອງປະເທດ ລາວ-ຫວຽດນາມ: 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ, ສະເຫລີມສະຫລອງ 95 ປີ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ, 135 ປີ ວັນເກີດ ປະທານ ໂຮ່ຈີ່ມິງ, 105 ປີ ວັນເກີດ ຂອງປະທານ ໄກສອນ ພົມວິຫານ, 50 ປີ ວັນປົດປ່ອຍພາກໃຕ້ທ້ອນ ໂຮມປະເທດຊາດ, 80 ປີ ວັນຊາດ ຫວຽດນາມ, 50 ປີວັນຊາດລາວ, ທັງສອງປະເທດກໍາລັງກະກຽມ ຢ່າງຕັ້ງໜ້າກອງປະຊຸມໃຫຍ່ຂອງ ແຕ່ລະພັກໃນຕົ້ນປີ 2026 ທີ່ຈະ ມາເຖິງນີ້. ປັດຈຸບັນ, ລາວ ແລະ ຫວຽດ ນາມ ພວມກ້າວໄປໃນເສັ້ນທາງ ກໍ່ສ້າງສັງຄົມນິຍົມຢ່າງໜັກແໜ້ນ, ພ້ອມກັນນັ້ນ ກໍໄດ້ມີການເຊື່ອມ ໂຍງສາກົນຢ່າງກວ້າງຂວາງ. ບັນ ດາບົດຮຽນປະສົບການ ແລະ ແຜນ ນະໂຍບາຍ, ຍຸດທະສາດອັນສະເໝີ ຕົ້ນສະເໝີປາຍຂອງພັກ, ລັດ ລາວ ແລະ ຫວຽດນາມ ສືບຕໍ່ສາຍພົວ ພັນພິເສດລະຫວ່າງສອງປະເທດ. ການພົວພັນແບບພິເສດ ລາວຫວຽດນາມ ສືບຕໍ່ພັດທະນາຢ່າງ ສ່ວນເຂົ້າໃນການເປີດສາກ ແລະ ຊຸກຍູ້ຂະບວນວິວັດແຫ່ງການພັງ ທະລາຍ ຂອງລັດທິລ່າເມືອງຂຶ້ນ ແບບເກົ່າ ໃນຂອບເຂດທົ່ວໂລກ. ວັນທີ 2 ທັນວາ 1975 ກອງປະຊຸມ ໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ທີ່ດໍາເນີນຢູ່ນະຄອນຫລວງວຽງຈັນ ໄດ້ປະກາດຢ່າງສະຫງ່າຜ່າເຜີຍ ລົບລ້າງລະບອບລາຊາທິປະໄຕທີ່ ພົ້ນສະໄໝ, ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຂຶ້ນແທນ, ເຮັດໃຫ້ການ ປະຕິວັດຊາດປະຊາທິປະໄຕ ຢູ່ ປະເທດເຮົາ ໄດ້ຮັບໄຊຊະນະຢ່າງ ສະຫງ່າງາມ ແລະ ເປັນການສິ້ນສຸດ ແອກຄອບຄອງອັນໂຫດຮ້າຍສາ ມານຂອງສັກດີນາ ແລະ ລະບອບ ລ່າເມືອງຂຶ້ນ ຢູ່ປະເທດເຮົາລົງ ໂດຍສິ້ນເຊີງ, ໄຂສັງກາດໃໝ່ສັງ ກາດແຫ່ງຄວາມເປັນເອກະລາດ ອິດສະລະພາບ ແລະ ກ້າວຂຶ້ນສັງ ຄົມນິຍົມ ຂອງຊາດລາວເຮົາ, ແມ່ນ ໄຊຊະນະປະຫວັດສາດ ທີ່ມີຄວາມ ໝາຍຍຸກສະໄໝອັນເລິກເຊິ່ງ, ເປັນ ໝາກຜົນລວມຍອດແຫ່ງການຕໍ່ສູ້ ປະຕິວັດ ທີ່ເຕັມໄປດ້ວຍຄວາມເສຍ ສະລະ, ຄວາມຍາກລໍາບາກຕະ ຫລອດໄລຍະຫລາຍສິບປີ ຂອງ ປະຊາຊົນເຮົາ ພາຍໃຕ້ການນໍາພາ ຂອງພັກກອມມູນິດ ອິນດູຈີນ ໃນ ເມື່ອກ່ອນ ແລະ ຂອງພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ. ພ້ອມນັ້ນ, ຍັງໄດ້ຮັບຟັງມູນເຊື້ອ ປະຫວັດການ ເຄື່ອນໄຫວປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຕະຫລອດໄລຍະແຫ່ງການເປັນຜູ້ ນຳສູງສຸດຂອງພັກ ແລະ ລັດເຮົາ ຍາມໃດປະທານກໍຊີ້ທິດເຍືອງທາງ ແຫ່ງການກ້າວເດີນໄປສູ່ໄຊຊະນະ ຂອງການປະຕິວັດລາວ; ເພິ່ນເປັນ ຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະ ດິດສ້າງກ້າຄິດ, ເປັນແວ່ນແຍງ ອັນໃສແຈ້ງ, ເປັນແບບຢ່າງອັນປະ ເສິດເລີດລໍ້າດ້ານຄຸນທາດການ ການເມືອງ, ຄຸນສົມບັດສິນທຳປະ ຕິວັດ, ແບບແຜນວິທີເຮັດວຽກກໍຄື ແບບແຜນດໍາລົງຊີວິດໃຫ້ແກ່ພະນັກ ງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ເພິ່ນໄດ້ອຸທິດຊີວິດຂອງຕົນດ້ວຍ ຄວາມບໍລິສຸດ ຜ່ອງໃສ ເພື່ອຜົນ ປະໂຫຍດຂອງຊາດ ແລະ ຂອງປະ ຊາຊົນຢ່າງແທ້ຈິງ, ເປັນຜູ້ທີ່ມີແນວ ຄິດລິເລີ່ມປ່ຽນແປງໃໝ່, ແນວຄິດ ກ່ຽວກັບປ່ຽນແປງໃໝ່ບໍ່ໄດ້ເກີດຂຶ້ນ ໂດຍບັງເອີນ, ແຕ່ຫາກເກີດຂຶ້ນບົນ ພື້ນຖານການຄົ້ນຄວ້າຢ່າງເລິກ ເຊິ່ງກ່ຽວກັບນະໂຍບາຍປ່ຽນແປງ ໃໝ່ໃນແຕ່ລະຂົງເຂດ, ມີປະດິດ ສ້າງໃນການໝູນໃຊ້ທິດສະດີຂອງ ນັກມາກຊິດເຂົ້າກັບເງື່ອນໄຂ ແລະ ສະພາບຈຸດພິເສດຂອງປະເທດ ເຮົາ, ເພື່ອເຮັດໃຫ້ແນວທາງປ່ຽນ ແປງໃໝ່ດໍາເນີນໄປຢ່າງຖືກຕ້ອງ ຕາມທິດທາງ ແລະ ຈຸດໝາຍທີ່ ວາງໄວ້ທັງຮັບປະກັນສະຖຽນລະ ພາບ ແລະ ຄວາມໝັ້ນຄົງຂອງລະ ບອບປະຊາທິປະໄຕປະຊາຊົນ. ເພື່ອ ສຶບຕໍ່ເສີມຂະຫຍາຍມູນເຊື້ອຂອງ ວັນຊາດທີ 2 ທັນວາ ເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດທຸກພາກ ສ່ວນໃນສັງຄົມຕ້ອງໄດ້ຍຶດໝັ້ນ ອຸດົມການສັງຄົມນິຍົມ ທີ່ພັກກຳນົດ ໄວ້ຢ່າງໜັກແໜ້ນ, ຕັ້ງໜ້າສຶກສາ ອົບຮົມການເມືອງ-ນໍາພາແນວຄິດ, ເຊີດຊູນໍ້າໃຈຮັກຊາດ, ຮັກລະບອບ ປະຊາທິປະໄຕກ້າວຂຶ້ນສັງຄົມນິຍົມ ພາຍໃຕ້ການນໍາພາຂອງພັກ, ຮໍ່າ ຮຽນເອົາຄຸນສົມບັດສິນທໍາປະຕິ ວັດ, ຝຶກຝົນຫລໍ່ຫລອມນໍ້າໃຈຮັກ ຊາດ, ນໍ້າໃຈເສຍສະລະອັນສູງສົ່ງ, ຮໍ່າຮຽນເອົານໍ້າໃຈປະຢັດມັດທະ ຍັດ, ຄວາມດຸໝັ່ນ ໃນການອອກ ແຮງງານ, ຖືເອົາແບບຢ່າງຄວາມ ສາມັກຄີເປັນບັນຫາໃຈກາງໃນ ການພັດທະນາອົງການແລະປະເທດ ຊາດດ້ວຍການເພີ່ມທະວີຄວາມສາ ມັກຄີພາຍໃນ ແລະ ເພື່ອນມິດຍຸດ ທະສາດໃຫ້ແໜ້ນແຟ້ນ, ເພື່ອສ້າງ ໄດ້ກໍາລັງທີ່ເຂັ້ມແຂງ ຮັບໃຊ້ແກ່ ການປົກປັກຮັກສາ ແລະ ສ້າງສາ ປະເທດຊາດໃຫ້ນັບມື້ເຕີບໃຫຍ່ເຂັ້ມ ແຂງຮອບດ້ານ. ພິທີປາຖະກະຖາວັນສະຖາປາ ນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໄດ້ມີ ຂຶ້ນທີ່ສະໂມສອນເມືອງເລົ່າງາມ ໂດຍໃຫ້ກຽດປາຖະກະຖາ ຂອງສະ ຫາຍນາງບຸນທະວີດວງລາສີຮອງ ເລຂາພັກແຂວງສາລະວັນ ຜູ້ຊີ້ນຳ ວຽກງານການເມືອງແນວຄິດ- ວຽກພັກພະນັກງານ, ມີສະຫາຍ ໂພສີ ຫລວງສຸລິວັນ ກຳມະການ ພັກແຂວງ ເລຂາພັກເມືອງເລົ່າ ງາມ, ສະຫາຍ ມະໄລວອນ ສີປະ ເສີດ ກຳມະການພັກແຂວງ ຫົວໜ້າ ຄະນະໂຄສະນາອົບຮົມແຂວງສາ ລະວັນ ພ້ອມດ້ວຍຄະນະນຳຂອງ ເມືອງ, ຫົວໜ້າ, ຮອງຫົວໜ້າ ຫ້ອງການ, ຄູ-ອາຈານ, ພະນັກ ງານບໍານານ, ທະຫານ, ຕໍາຫລວດ ເຂົ້າຮ່ວມ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==