ເສດຖະກິດເມືອງວຽງໄຊ ມີຈັງຫວະເຕີບໂຕ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ

12/03/2025 09:36
Email Print 792
ຂປລ ໃນໄລຍະ 5 ປີຜ່ານມາ, ເສດຖະກິດ ເມືອງວຽງໄຊ ແຂວງຫົວພັນ ມີຈັງຫວະເຕີບໂຕ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍຢູ່ ໃນລະດັບ 3,85% ຕໍ່ປີ, ລວມມູນຄ່າຜະລິດຕະພັນພາຍໃນບັນລຸ 948 ຕື້ກວ່າກີບ, ທຽບໃສ່ແຜນປະຕິບັດໄດ້ 88,49% ສະເລ່ຍໃສ່ຫົວຄົນໄດ້ 6 ລ້ານກວ່າກີບຕໍ່ຄົນຕໍ່ປີ.

    *ໃນໄລຍະ 5 ປີຜ່ານມາ, ເສດຖະກິດ ເມືອງວຽງໄຊ ແຂວງຫົວພັນ ມີຈັງຫວະເຕີບໂຕ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍຢູ່ ໃນລະດັບ 3,85% ຕໍ່ປີ, ລວມມູນຄ່າຜະລິດຕະພັນພາຍໃນບັນລຸ 948 ຕື້ກວ່າກີບ, ທຽບໃສ່ແຜນປະຕິບັດໄດ້ 88,49% ສະເລ່ຍໃສ່ຫົວຄົນໄດ້ 6 ລ້ານກວ່າກີບຕໍ່ຄົນຕໍ່ປີ. ສຳລັບຂະແໜງກະສິກໍາຂະຫຍາຍຕົວ 1,84% ກວມເອົາ 64,05% ຂອງຈີດີພີ, ຂະແໜງອຸດສາຫະກຳ-ການຄ້າຂະຫຍາຍຕົວ 1% ກວມເອົາ 19,10% ຂອງຈີດີພີ, ຂະແໜງການບໍລິການຂະຫຍາຍຕົວ 1,01% ກວມເອົາ 16,99%. ທົ່ວເມືອງມີເນື້ອທີ່ປູກຝັງ 28 ພັນກວ່າເຮັກ ຕາ, ຜົນການຜະລິດ 149 ກວ່າ ໂຕນ, ທຽບແຜນການປະຕິບັດໄດ້ 107,95%.

     ສະຫາຍ ສິງພອນ ທິດສະຫວັນ ຮອງເລຂາພັກເມືອງວຽງໄຊ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງວຽງໄຊ ຄັ້ງ ທີ XII ເມ່ືອບໍ່ດົນມານີ້ວ່າ: ການ ນໍາພາ-ຊີ້ນໍາຜັນຂະຫຍາຍ ແລະ ຈັດຕ້ັງປະຕິບັດມະຕິກອງປະຊຸມໃຫຍ່ ອົງຄະນະພັກເມືອງ ຄັ້ງທີ XI, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ຂອງເມືອງໃນໄລຍະ 5 ປີຜ່ານມາ ໄດ້ດໍາເນີນໄປໃນເງື່ອນໄຂສະພາບແວດລ້ອມສາກົນ ແລະ ພາກພື້ນມີການຜັນແປໄປຢ່າງສັບສົນບວກກັບການລະບາດຂອງພະຍາດ, ແຕ່ດ້ວຍຄວາມຮັບຜິດຊອບສູງ ຂອງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ທະຫານ,  ຕຳຫລວດ ແລະ ປະຊາຊົນບັນດາເຜົ່າໄດ້ສືບຕໍ່ນຳໃຊ້ທຸກເງື່ອນໄຂອຳນວຍຄວາມສະດວກ, ແກ້ໄຂຂອດອຸດຕັນການພັດທະນາສາມາດຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກເມືອງ ມີຜົນສຳເລັດຫລາຍດ້ານ ເປັນຕົ້ນສ້າງເມືອງວຽງໄຊ ເປັນເມືອງທີ່ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ໄດ້ພ້ອມກັນຈັດຕັ້ງຕາມວາລະແຫ່ງຊາດ ແກ້ໄຂບັນຫາຢາເສບຕິດ, ດຳເນີນຍຸດທະສາດຫັນລົງກໍ່ສ້າງຮາກຖານການເມືອງ ສ້າງບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບການພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສ້າງຄວາມໄວ້ວາງໃຈ ແລະ ອຳນວຍຄວາມສະດວກໃຫ້ປະຊາຊົນ, ຍູທ່າງທຳມາຫາກິນ, ໄປມາຫາສູ່, ແລກປ່ຽນຊື້-ຂາຍສະດວກ, ນັກທຸລະກິດ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາເມືອງວຽງໄຊ ນັບມື້ຫລາຍຂຶ້ນ.

     ພ້ອມນີ້, ໄດ້ລົງເລິກ ຕິດແທດເຖິງຮາກຖານ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ປະຕິບັດບ້ານປ້ອມໝັ້ນສູ້ຮົບໄດ້ 3 ບ້ານ, ບ້ານປ້ອງກັນຊາດເຂັ້ມແຂງ ໄດ້ 47 ບ້ານ ຂອງຈຳນວນບ້ານທັງໝົດ, ບ້ານປ້ອງກັນຄວາມສະຫງົບດີໄດ້ 78 ບ້ານ ປະຕິບັດໄດ້ 117,87%, ບ້ານປອດຢາເສບຕິດໄດ້ 67 ບ້ານ ທຽບໃສ່ມະຕິ XI ປະຕິບັດໄດ້ 100%, ເມືອງວຽງໄຊ ຍັງໄດ້ສ້າງຕັ້ງກອງທຶນຕ້ານຢາເສບຕິດ ເພື່ອໝູນໃຊ້ເຂົ້າໃນວຽກງານສະກັດກັ້ນ-ຕ້ານຢາເສບຕິດຢູ່ຂັ້ນເມືອງ. ພ້ອມນີ້, ທົ່ວເມືອງສ້າງລາຍຮັບໄດ້ 18 ຕື້ກວ່າກີບ ທຽບໃສ່ແຜນ ປະຕິບັດໄດ້ 115,60%, ປະຕິບັດ ລາຍຈ່າຍໄດ້ 46 ຕື້ກວ່າກີບ ທຽບ ໃສ່ແຜນປະຕິບັດໄດ້ 130,18%; ລະດົມເງິນຝາກ 168,8 ຕື້ກວ່າກີບ ທຽບໃສ່ແຜນປະຕິບັດໄດ້ 75,3%, ປ່ອຍກູ້ 69,9 ຕື້ກວ່າກີບ ທຽບ ໃສ່ແຜນປະຕິບັດໄດ້ 70,96%; ມີວິສາຫະກິດຂຶ້ນທະບຽນ 455 ຫົວໜ່ວຍ, ໂຮງງານນໍ້າດື່ມ 7 ແຫ່ງ, ໂຮງງານດິນຈີ່ 1 ແຫ່ງ, ໂຮງປັ້ນດິນບ໋ອກ 32 ຫົວໜ່ວຍ; ມູນຄ່າສົ່ງອອກສິນຄ້າບັນລຸ 104 ຕື້ກວ່າກີບ ທຽບໃສ່ແຜນປະຕິບັດ ໄດ້ 45,92%, ມູນຄ່ານໍາເຂົ້າສິນຄ້າ 37 ຕ້ືກວ່າກີບ ທຽບໃສ່ແຜນ ປະຕິບັດໄດ້ 21,46%, ມີເສັ້ນທາງ ທຽວໄດ້ 2 ລະດູກວມ 76,4% ຂອງບ້ານທົ່ວເມືອງ ມີບໍລິສັດເຂົ້າມາດໍາເນີນກິດຈະການແຮ່ທາດ 39 ໂຄງການ, ທ່ົວເມືອງມີໄຟຟ້າໃຊ້ 99 ບ້ານກວມ 95,19% ຂອງບ້ານທົ່ວເມືອງ, ອອກໃບຕາດິນຖາວອນໃຫ້ແກ່ບຸກຄົນ, ນິຕິ ບຸກຄົນໄດ້ 7.429 ຕອນທຽບ ແຜນປະຕິບັດໄດ້ 148,58%, ມີ ສັນຍານໂທລະສັບຄວບຄຸມພື້ນທີ່ກວມເອົາ 86,4% ຂອງບ້ານທົ່ວເມືອງ. ນອກຈາກນີ້, ຄະນະບໍລິຫານງານພັກເມືອງຍັງໄດ້ເອົາໃຈໃສ່ນໍາພາຊີ້ນໍາຂົງເຂດວັດທະນະທໍາ, ວຽກງານກໍ່ສ້າງຮາກຖານການ ເມືອງ ແລະ ພັດທະນາຊົນນະບົດ, ປັບປຸງ ແລະ ເພີ່ມທະວີການຄຸ້ມຄອງລັດໃຫ້ເຂ້ັມແຂງ, ສັກສິດຕາມກົດໝາຍ, ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ ເປັນຈິດໜຶ່ງໃຈດຽວປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາ ແລະ ພັດທະນາເມືອງວຽງໄຊຕະຫລອດມາ ພ້ອມທັງເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ ບົນພື້ນຖານແນວທາງການຕ່າງປະເທດຂອງພັກ, ສຶກສາອົບຮົມການເມືອງ-ແນວຄິດ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ. 

      ສະຫາຍ ສິງພອນ ທິດສະຫວັນ ກ່າວຕື່ມວ່າ: ສຳລັບທິດທາງແຜນການໃນຕໍ່ໜ້າ, ເມືອງວຽງໄຊ ຈະສືບຕໍ່ເສີມຂະຫຍາຍໝາກຜົນທີ່ຍາດມາໄດ້, ພ້ອມແກ້ໄຂຈຸດຄົງຄ້າງ ແລະ ສືບຕໍ່ພັດທະນາເມືອງວຽງໄຊຕາມ 5 ຄຸນລັກສະນະ; 5 ວິໄສທັດ; 4 ທ່າແຮງ; 5 ມູນເຊື້ອໃຫ້ປະກົດເປັນຈິງ ພັດທະນາເມືອງວຽງໄຊ ຕາມຄໍາຂວັນ “ເສີມຂະຫຍາຍມູນເຊື້ອປະຕິວັດ, ພັດທະນາເປັນເມືອງກະສິກໍາ, ການທ່ອງທ່ຽວປະຫວັດສາດ-ທຳມະຊາດແບບຍືນຍົງ, ສົ່ງເສີມການຜະລິດສິນຄ້າຫັດຖະກຳ ແລະ ອຸດສາຫະກຳປຸງແຕ່ງຂະໜາດນ້ອຍ”.

ໂດຍ: ໄອແກ້ວ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top