ອູແກຣນ ອອກທະນະບັດ ມູນຄ່າ 2.000 ຮຣີຟເນຍ ຊູກຍູ້ບັນຫາຂາດແຄນເງິນສົດ

15/07/2026 13:53
ຂປລ ທີ່ຈະອອກທະນະບັດໃໝ່ ມູນຄ່າ 2.000 ຮຣີຟເນຍ (Hryvnia) ເຊິ່ງຈະເປັນທະນະບັດ ທີ່ມີ ມູນຄ່າສູງສຸດ ເພື່ອອຳນວຍ ຄວາມສະດວກ ໃນການ ເຮັດທຸລະກຳ ດ້ວຍເງິນສົດ, ເນື່ອງຈາກສົງຄາມ ເຮັດໃຫ້ເກີດ ພາວະເງິນເຟີ້ ແລະ ສົ່ງຜົນກະທົບ ຕໍ່ທະນາຄານ ລວມທັງການຊຳລະເງິນ ທາງອິເລັກໂຕຣນິກ.

ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ຄິຟ ປະເທດ ອູແກຣນວ່າ : ທະນາຄານກາງ ອູແກຣນ ປະກາດແຜນການ ເມື່ອບໍ່ດົນມານີ້ວ່າ: ທີ່ຈະອອກ ທະນະບັດໃໝ່ ມູນຄ່າ 2.000 ຮຣີຟເນຍ (Hryvnia) ເຊິ່ງຈະເປັນທະນະບັດ ທີ່ມີ ມູນຄ່າສູງສຸດ ເພື່ອອຳນວຍ ຄວາມສະດວກ ໃນການ ເຮັດທຸລະກຳ ດ້ວຍເງິນສົດ, ເນື່ອງຈາກສົງຄາມ ເຮັດໃຫ້ເກີດ ພາວະເງິນເຟີ້ ແລະ ສົ່ງຜົນກະທົບ ຕໍ່ທະນາຄານ ລວມທັງການຊຳລະເງິນ ທາງອິເລັກໂຕຣນິກ.

ທະນະບັດ ເປັນສີນ້ຳເງິນ, ປັດຈຸບັນ ມີມູນຄ່າປະມານ 45 ໂດລາສະຫະລັດ ແລະ ມີຮູບຄືກັນຂອງ ທ່ານ ວາຊິລ ສະຕຸສ (Vasyl Stus) ນັກກະວີ ແລະ ຜູ້ຕໍ່ຕ້ານລັດຖະບານ ອູແກຣນ ໃນຍຸກໂຊຫວຽດ ຈະເລີ່ມໝູນວຽນ ໃນວັນທີ 4 ກັນຍາ.

ໃນງານເປີດຕົວ ທະນະບັດດີໄຊໃໝ່, ທ່ານ ອັນດຣີ ປິຊນີ (Andriy Pyshnyy) ຜູ້ວ່າການ ທະນາຄານກາງ ກ່າວວ່າ: ເສດຖະກິດ ໄດ້ປ່ຽນແປງໄປ ລະດັບລາຍໄດ້, ລາຄາ, ປະລິມານເງິນສົດ ໝູນວຽນ ແລະ ພຶດຕິກຳ ການຊຳລະເງິນຂອງຜູ້ຄົນ ລ້ວນແຕ່ປ່ຽນແປງໄປ ທັງໝົດ./

KPL

ຂ່າວອື່ນໆ

ads
ads

Top