ຂປລ
ກະຊວງກະສິກຳ ຂອງສ.ອາເມລິກາ (USDA) ປະເມີນວ່າ ສ.ອາເມລິກາ ຈະນຳເຂົ້າ ນ້ຳຕານ ຈາກເມັກຊິກ ຫລາຍເຖິງ 1,15 ລ້ານໂຕນ ໃນໄລຍະປີ 2026-2027 ເຊິ່ງ ເພີ່ມຂຶ້ນ ຢ່າງແຂງແຮງ ເຖິງ 512% ໃນໄລຍະປີ 2025-2026.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ທ່ານນາງ ຄລໍເດຍ ເຊນບາມ (Claudia Sheinbaum) ປະທານາທິບໍດີເມັກຊິກ ໄດ້ຖະແຫລງ ຜ່ານແພລດຟອມ X ໃນວັນທີ 12 ກໍລະ ກົດວ່າ: ກະຊວງກະສິກຳ ຂອງສ.ອາເມລິກາ (USDA) ປະເມີນວ່າ ສ.ອາເມລິກາ ຈະນຳເຂົ້າ ນ້ຳຕານ ຈາກເມັກຊິກ ຫລາຍເຖິງ 1,15 ລ້ານໂຕນ ໃນໄລຍະປີ 2026-2027 ເຊິ່ງ ເພີ່ມຂຶ້ນ ຢ່າງແຂງແຮງ ເຖິງ 512% ໃນໄລຍະປີ 2025-2026.
ຕົວເລກ ດັ່ງກ່າວ ໄດ້ຖືກເຜີຍແຜ່ ເປັນຄັ້ງທຳອິດ ໃນບົດລາຍງານ ຂອງ USDA ທີ່ ອ້າງອີງເຖິງ ການສະໜອງ ແລະ ຄວາມຕ້ອງການ ສິນຄ້າກະສິກຳນັ້ນ, ຈະສ້າງລາຍໄດ້ ໃຫ້ແກ່ ຜູ້ຜະລິດ ຊາວເມັກຊິກ ສູງເຖິງ 4.76 ຕື້ເປໂຊເມັກຊິ ຫລື ປະມານ 272 ລ້ານໂດລາ ສະຫະລັດ.
ກ່ອນໜ້ານີ້, ຄວາມຕ້ອງການ ນ້ຳຕານ ຈາກ ເມັກຊິກ ຂອງ ສ.ອາເມລິກາ ເຄີຍຫລຸດລົງ ເຫລືອພຽງແຕ່ 200.000 ໂຕນ ໃນຮອບປີທີ່ສິ້ນສຸດ ເມື່ອເດືອນກັນຍາ, ຫລຸດລົງ ຈາກ ລະດັບກວ່າ 1 ລ້ານໂຕນ ໃນຮອບປີທີ່ສິ້ນສຸດໃນປີ 2022. ສະຖານະການດັ່ງກ່າວ ສົ່ງຜົນໃຫ້ເຈົ້າໜ້າທີ່ ຂອງເມັກຊິກ ໄດ້ເລີ່ມເຈລະຈາກັບ ຝ່າຍ ສ.ອາເມລິກາ ໃນເດືອນພະຈິກ ປີຜ່ານ ມາ./.
KPL