ຂປລ
ສະຫະພັນເຂົ້າແຫ່ງກຳປູເຈຍ ລາຍງານວ່າ: ກຳປູເຈຍ ສົ່ງອອກເຂົ້າສານ ໃນໄລຍະ 6 ເດືອນຕົ້ນປີ 2026 ລວມທັງໝົດ 630.319 ໂຕນ, ເພີ່ມຂຶ້ນ 63% ຈາກ 387.070 ໂຕນ
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສະຫະພັນເຂົ້າແຫ່ງກຳປູເຈຍ ລາຍງານວ່າ: ກຳປູເຈຍ ສົ່ງອອກເຂົ້າສານ ໃນໄລຍະ 6 ເດືອນຕົ້ນປີ 2026 ລວມທັງໝົດ 630.319 ໂຕນ, ເພີ່ມຂຶ້ນ 63% ຈາກ 387.070 ໂຕນ ໃນໄລຍະດຽວກັນ ຂອງ ປີຜ່ານມາ ແລະ ສາມາດສ້າງລາຍໄດ້ ຈາກ ການສົ່ງອອກເຂົ້າສານ ໃນໄລຍະເວລາດັ່ງກ່າວ ລວມເປັນ 367,1 ລ້ານໂດລາ ສະຫະລັດ, ເຊິ່ງເພີ່ມຂຶ້ນ 29,5% ເມື່ອທຽບໃສ່ປີຕໍ່ປີ. ໃນນັ້ນ ເຂົ້າຫອມກວມເອົາ ສ່ວນແບ່ງເຖິງ 60% ຂອງ ເຂົ້າສານ ສົ່ງອອກທັງໝົດ ຂອງ ກຳປູເຈຍ, ຖັດມາແມ່ນເຂົ້າຂາວ 22%, ເຂົ້າຫັກ 14% ແລະ ເຂົ້າປະເພດ 1 ລວມເຖິງ ເຂົ້າອິນຊີສາຍພັນອື່ນໆ 4%. ໂດຍມີ ບໍລິສັດທ້ອງຖິ່ນ 60 ແຫ່ງ ໄດ້ສົ່ງອອກເຂົ້າສານໄປຍັງ 64 ປະເທດ ແລະ ພາກພື້ນ. ໂດຍສະເພາະ ອາຊຽນ, ຈີນ ແລະ ສະຫະພາບ ເອີຣົບ ຍັງສືບຕໍ່ເປັນຜູ້ນຳເຂົ້າເປັນຫລັກ./.
KPL