ຜູ້ນຳ ສ.ອາເມລິກາ ປັບຫລຸດພະນັກງານລັດເກືອບ 10.000 ຄົນ

17/02/2025 12:11
Email Print 177
ຂປລ ນະໂຍບາຍຂອງ ປະທານາທິບໍດີ ສ.ອາເມລິກາ ທ່ານ ໂດນັນທຣຳ ແລະ ທ່ານ ອີລອນ ມັດສ ໄດ້ມີການປະຕິຮູບລະບົບ ບໍລິຫານງານ ລັດຖະບານ ຂະຫຍາຍວົງກວ້າງ ຫລາຍຂຶ້ນ, ໂດຍມີການປັບຫລຸດ ພະນັກງານຂອງລັດ ຫລາຍກວ່າ 9.500 ຄົນ

ຂປລ.ອ້າງຕາມຂ່າວ ວໍຊິງຕັນຂອງ ສ.ອາເມລິກາ, ເມື່ອບໍ່ດົນມານີ້, ນະໂຍບາຍຂອງ ປະທານາທິບໍດີ ສ.ອາເມລິກາ ທ່ານ ໂດນັນທຣຳ ແລະ ທ່ານ ອີລອນ ມັດສ ໄດ້ມີການປະຕິຮູບລະບົບ ບໍລິຫານງານ ລັດຖະບານ ຂະຫຍາຍວົງກວ້າງ ຫລາຍຂຶ້ນ, ໂດຍມີການປັບຫລຸດ ພະນັກງານຂອງລັດ ຫລາຍກວ່າ 9.500 ຄົນ ຢູ່ໃນໜ່ວຍງານ ຫລາກຫລາຍປະເພດ ເລີ່ມຕັ້ງແຕ່ ການຈັດການທີ່ດິນ ຂອງລັດຖະບານກາງ ໄປຈົນເຖິງ ຜູ້ເບິ່ງແຍງ ນັກຮົບເກົ່າ.

ພະນັກງານ ທີ່ເຮັດວຽກໃນກະຊວງຕ່າງໆເຊັ່ນ: ກະຊວງກິດຈະການພາຍໃນ, ກະຊວງພະລັງງານ, ກະຊວງກິດຈະກຳ ນັກຮົບເກົ່າ, ກະຊວງກະສິກຳ ແລະ ກະຊວງສຸຂະພາບ ແລະ ບໍລິການມະນຸດ ສ.ອາເມ ລິກາ ຖືກປັບຫລຸດ, ຊຶ່ງໃນຂະນະນີ້ ຜູ້ທີ່ຕົກເປັນເປົ້າໝາຍ ຄືລູກຈ້າງທົດລອງວຽກ ທີ່ເຮັດວຽກເປັນປີທຳອິດ ແລະ ມີການຄຸ້ມຄອງ ການຈ້າງງານໜ້ອຍ .

ການປັບຫລຸດພະນັກງານ ດັ່ງກ່າວ ເພີ່ມເຕີມຈາກພະນັກງານ 75.000 ຄົນ ທີ່ຮັບຂໍ້ສະເໜີ ຂອງທ່ານ ໂດນັນທຣຳ ແລະ ທ່ານ ອີລອນ ມັສກ ທີ່ຈ້າງໃຫ້ອອກຈາກວຽກ ໂດຍສະໝັກໃຈ ຊຶ່ງທັງໝົດ ເທົ່າກັບປະມານ 3% ຂອງພະນັກງານລັດ ຈຳນວນ 2,3 ລ້ານຄົນ./.
KPL

ຂ່າວອື່ນໆ

ads
ads

Top