ທຫລ ແລະ ກະຊວງການເງິນ ຫາລືແກ້ໄຂບັນຫາດ້ານການເງິນ

10/02/2025 15:50
Email Print 464
ຂປລ ຂປລ. ເມື່ອບໍ່ດົນມານີ້, ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດກອງປະຊຸມພົບປະສອງຝ່າຍລະຫວ່າງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ




ຂປລ.  ເມື່ອບໍ່ດົນມານີ້, ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດກອງປະຊຸມພົບປະສອງຝ່າຍລະຫວ່າງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ ພ້ອມຄະນະ ແລະ ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມຄະນະ ເພື່ອສືບຕໍ່ປະສານງານລະຫວ່າງ ສອງຂະແໜງການ
, ສືບຕໍ່ແກ້ໄຂຂໍ້ຫຍຸ້ງຍາກ ດ້ານການປະສານງານ ແລະ ຮ່ວມກັນປະຕິບັດໜ້າທີ່ ການ ເມືອງໃນການຈັດຕັ້ງປະຕິບັດແຜນງົບປະມານ ແລະ ແຜນເງິນຕາ ທີ່ກໍານົດໄວ້ໃນປີ 2025 ໃຫ້ມີຜົນສໍາເລັດ.




ກອງປະຊຸມ ໄດ້ຮັບຟັງການລາຍງານ ຄວາມຄືບໜ້າຜົນການຈັດຕັ້ງປະຕິບັດ ວຽກງານຮ່ວມກັນຂອງທັງສອງຂະແໜງການ ຕາມຜົນຂອງກອງປະຊຸມໃນຄັ້ງຜ່ານມາ
, ພ້ອມທັງໄດ້ປຶກສາຫາລື, ແລກ ປ່ຽນຄວາມຄິດເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານຈໍານວນໜຶ່ງ ເປັນຕົ້ນ ການຈັດຕັ້ງປະຕິບັດ ການລວມສູນງົບປະມານແຫ່ງລັດ ຜ່ານບັນຊີລວມສູນຄັງເງິນແຫ່ງຊາດ ຢູ່ ທຫລ (TSA); ການຈັດຕັ້ງປະຕິບັດ ການຈັດເກັບລາຍຮັບງົບປະມານແຫ່ງລັດ ເປັນເງິນກີບ; ການສໍາຮອງເງິນຕາຕ່າງປະເທດຂອງ ທຫລ ໃຫ້ກະຊວງການເງິນ; ການຈັດຕັ້ງປະຕິບັດ ການດັດສົມສິນຄ້ານໍາເຂົ້າ ແລະ ຫົວໜ່ວຍນໍາເຂົ້າ, ແລະ ບັນຫາອື່ນໆ.




ນອກຈາກນີ້
, ທັງສອງຝ່າຍຍັງໄດ້ສຸມໃສ່ ການຄົ້ນຄວ້າພິຈາລະນາ ແລະ ປະກອບຄໍາຄິດເຫັນ ຕໍ່ກັບບັນຫາຕ່າງໆ ເຮັດໃຫ້ກອງປະຊຸມ ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ຈະພ້ອມກັນສືບຕໍ່ນໍາໄປຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ພາກປະຕິບັດຕົວຈິງໃນຕໍ່ໜ້າ ໃຫ້ເກີດໝາກຜົນໃນແຕ່ລະດ້ານ ແລະ ມີປະສິດທິຜົນສູງ.


ຂໍ້ມູນຈາກ: ທຫລ

KPL

ຂ່າວອື່ນໆ

    • ໄຂກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ຄັ້ງທີ Iການເມືອງ

      ໄຂກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ຄັ້ງທີ I

      3/27/2025 4:56:44 PM

      ຂປລ. ກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ໄຂຂຶ້ນໃນວັນທີ 25 ມີນາ 2025 ທີ່ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ (ສນຊ) ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາຮອງປະທານ ສນຊ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳຂອງແນວລາວສ້າງຊາດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການການເມືອງ

      ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ

      3/27/2025 4:49:56 PM

      ຂປລ. ສະພາແຫ່ງຊາດ ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ ພາຍຫລັງໄດ້ພິຈາລະນາຢ່າງຖີ່ຖ້ວນ ເລິກເຊິ່ງ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາ ພ້ອມທັງລົງຄະແນນສຽງຮັັບຮອງເອົາລັດຖະທຳມະນູນ ສະບັບດັ່ງກ່າວ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດ ສະບັບເລກທີ 037/ປປທ ລົງວັນທີ 22 ມີນາ 2025 ກ່ຽວກັບການປະກາດໃຊ້ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ.

    • ກຽມສຶກສາຄວາມເປັນໄປໄດ້ ໂຄງການໄຟຟ້າພະລັງງານແສງຕາເວັນ ຢູ່ສອງແຂວງການເມືອງ

      ກຽມສຶກສາຄວາມເປັນໄປໄດ້ ໂຄງການໄຟຟ້າພະລັງງານແສງຕາເວັນ ຢູ່ສອງແຂວງ

      3/27/2025 2:04:23 PM

      ຂປລ. ພິທີເຊັນບົດບັນທຶນຄວາມເຂົ້າໃຈ (MOU) ສຶກສາສຳຫລວດຄວາມເປັນໄປໄດ້ ໃນການພັດທະນາໂຄງການ ໄຟຟ້າພະລັງງານແສງຕາເວັນ ຢູ່ເຂດເມືອງປາກກະດິງ ແຂວງບໍລິຄຳໄຊ ແລະ ເມືອງລະມາມ ແຂວງເຊກອງ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບບໍລິສັດເອບີ (AB) ກໍ່ສ້າງຂົວ-ທາງ ແລະ ສ້ອມແປງເຄຫາສະຖານ ຈຳກັດຜູ້ດຽວ ແລະ ບໍລິສັດຊາວຊຸ່ນ ຮຸ່ງເຮືອງ ຈຳກັດຜູ້ດຽວ ຈັດຂຶ້ນວັນທີ 26 ມີນາ 2025 ທີ່ນະຄອນຫລວງວຽງຈັນ

    • ລັດຖະມົນຕີ ກຊສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທູດລາວ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດການເມືອງ

      ລັດຖະມົນຕີ ກຊສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທູດລາວ ທີ່ຈະໄປດໍາລົງຕໍາແໜ່ງຢູ່ຕ່າງປະເທດ

      3/27/2025 2:00:07 PM

      ຂປລ. ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ຈະໄປດໍາລົງຕໍາແໜ່ງເປັນທູດ ຢູ່ຕ່າງປະເທດ ໃນວັນທີ 26 ມີນາ 2025

    • ພັກ ປປ ລາວ ຍຶດໝັ້ນເອົາພຶດຕິກຳຕົວຈິງ ເປັນມາດຕະຖານ ຢືນຢັນຄວາມຖືກຕ້ອງການເມືອງ

      ພັກ ປປ ລາວ ຍຶດໝັ້ນເອົາພຶດຕິກຳຕົວຈິງ ເປັນມາດຕະຖານ ຢືນຢັນຄວາມຖືກຕ້ອງ

      3/27/2025 1:53:40 PM

      ຂປລ. ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ຍາມໃດກໍຍຶດໝັ້ນຫລັກການ ແລະ ທັດສະນະກ່ຽວກັບ ການເຄົາລົບກົດເກນພາວະວິໄສ, ການປົດປ່ອຍແນວຄິດຄອງເດີມ, ອັດຕະວິໄສ, ຕ້ານລັດທິຄຳພີຕາຍຕົວ ໂດຍເນັ້ນໜັກມາໂດຍຕະຫລອດວ່າ ໃນການນໍາພາ-ຊີ້ນໍານັ້ນ ຕ້ອງຍຶດໝັ້ນຄວາມເປັນຈິງ, ເອົາພຶດຕິກຳຕົວຈິງ ເປັນມາດຕະຖານ ຢືນຢັນຄວາມຖືກຕ້ອງ ຂອງທັດສະນະ ກໍຄື ທິດສະດີຕ່າງໆຂອງພັກ.

ads
ads

Top