ອະນຸສັນຍາ ການຍົກລະດັບ ສັນຍາການຄ້າເສລີ ຈີນ-ເປຣູ ມີຜົນບັງຄັບໃຊ້ ຢ່າງເປັນທາງການ

02/11/2026 17:30
ຂປລ ອະນຸສັນຍາ ກ່ຽວກັບ ການຍົກລະດັບ “ສັນຍາການຄ້າເສລີ ລະຫວ່າງລັດຖະບານສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານ ສາທາລະນະລັດເປຣູ” ເລີ່ມມີຜົນບັງຄັບໃຊ້ ຢ່າງ ເປັນທາງການ ໃນວັນທີ 1 ພະຈິກນີ້.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ກະຊວງການຄ້າຈີນ ປະກາດໃນວັນທີ 1 ພະຈິກນີ້ວ່າ: ອະນຸສັນຍາ ກ່ຽວກັບ ການຍົກລະດັບ “ສັນຍາການຄ້າເສລີ ລະຫວ່າງລັດຖະບານສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານ ສາທາລະນະລັດເປຣູ” ເລີ່ມມີຜົນບັງຄັບໃຊ້ ຢ່າງ ເປັນທາງການ ໃນວັນທີ 1 ພະຈິກນີ້. ສປ ຈີນ ແລະ ເປຣູ ໄດ້ດຳເນີນການເຈລະຈາກ່ຽວກັບ ການຍົກລະດັບ ຂອງສັນຍາການຄ້າເສລີ ນັບແຕ່ເດືອນພະຈິກປີ 2018 ເປັນຕົ້ນມາ ແລະ ໄດ້ລົງນາມໃນ ອະນຸສັນຍາການຍົກລະດັບ ໃນວັນທີ 14 ພະຈິກປີ 2024. ອະນຸສັນຍາໄດ້ ຍົກລະດັບສັນຍາການຄ້າເສລີ ສະບັບເກົ່າ, ໂດຍໄດ້ປັບປຸງ 7 ພາກທີ່ມີຢູ່ແລ້ວ, ລວມທັງໄດ້ປັບປຸງກົດລະບຽບແຫລ່ງຜະລິດ, ລະບຽບການດ່ານພາສີີ ແລະ ການອຳນວຍຄວາມສະດວກ ດ້ານການຄ້າ, ນອກນີ້,  ໄດ້ເພີ່ມ 5 ພາກໃໝ່ ເຊັ່ນ: ການຮ່ວມມືດ້ານມາດຕະຖານ ແລະ ການປະເມີນຄວາມສອດຄ່ອງ, ນະໂຍບາຍ ການແຂ່ງຂັນ, ການຄ້າເອເລັກໂຕຣນິກ ແລະ ອື່ນໆ. ສອງຝ່າຍ ຍັງໄດ້ກຳນົດ ຂໍ້ກຳນົດໃນອະນາຄົດ ສຳລັບ ການເຈລະຈາກ່ຽວກັບ ການຄ້າການບໍລິການແລະບັນຊີລາຍການທາງລົບ ດ້ານການລົງທຶນຕື່ມອີກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top