ເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ງວດທີສອງ ຈາກ ສປ ຈີນ ໄດ້ສົ່ງເຖິງ ເວເນຊູເອລາ

02/11/2026 17:29
ຂປລ ພິ​ທີ​ມອບ​ຮັບ​ເຄື່ອງ​ຊ່ວຍ​ເຫລືອ​​ ດ້ານມະ​ນຸດ​ສະ​ທຳ​ງວດ​ທີ​ສອງ​ ທີ່​ລັດ​ຖະ​ບານ​ຈີນ ​ຊ່ວຍ​ເຫລືອ ​​ປະ​ເທດເວ​ເນ​ຊູ​ເອ​ລາ​ ໄດ້​ຈັດ​ຂຶ້ນ​ຢູ່​ທ່າ​ກຳ​ປັ່ນ​ຄາ​ເບວ​ໂລ​ ຂອງ​ປະ​ເທດ​ເວ​ເນ​ຊູ​ເອ​ລາ

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ພິ​ທີ​ມອບ​ຮັບ​ເຄື່ອງ​ຊ່ວຍ​ເຫລືອ​​ ດ້ານມະ​ນຸດ​ສະ​ທຳ​ງວດ​ທີ​ສອງ​ ທີ່​ລັດ​ຖະ​ບານ​ຈີນ ​ຊ່ວຍ​ເຫລືອ ​​ປະ​ເທດເວ​ເນ​ຊູ​ເອ​ລາ​ ໄດ້​ຈັດ​ຂຶ້ນ​ຢູ່​ທ່າ​ກຳ​ປັ່ນ​ຄາ​ເບວ​ໂລ​ ຂອງ​ປະ​ເທດ​ເວ​ເນ​ຊູ​ເອ​ລາ.ຂ່າວ​ແຈ້ງວ່າ: ​​ນ້ຳ​ໜັກ​ຂອງເຄື່ອງ​ຊ່ວຍ​ເຫລືອງວດ​ນີ້ ​ມີ​ເຖິງ​ປະ​ມານ 5 ພັນ​ໂຕນ ລວມ​ທັງ ​ເຮືອນສຳ​ເລັດ​ຮູບ​ເຄື່ອນ​ທີ່ 1.800 ຊຸດ,​ລົດ​ບັນ​ທຸກ​ໜັກ ​ພ້ອມ​ອຸ​ປະ​ກອນ​ໜັກ 87 ຄັນ​ ແລະ ​ອື່ນໆ. ອຸ​ປະ​ກອນ​ກົນ​ຈັກ​ໜັກ​ເຫລົ່າ​ນີ້​ ຈະ​ໃຊ້ເຂົ້າ​ໃນ​ການ​​ຊຳ​ລະ​ສິ່ງ​ເສດຫລັງ​ໄພ, ແຕ່​ລະ​ມື້​ ຈະ​ສາ​ມາດ​ແກ້​ໄຂຊາກຫັກ​ພັງ​ ອາ​ຄານ​ຫລາຍ​ທີ່​ສຸດ ​ປະ​ມານ 12.000 ໂຕນ. ຫລັງ​ຈາກ​ ສຳ​ເລັດ ​ວຽກ​ງານ​ຊຳ​ລະ​ແລ້ວ, ເຄື່ອງ​ກົນ​ຈັກ​ທີ່​ກ່ຽວ​ຂ້ອ​ງ​ ຍັງ​ຈະ​ໃຊ້​ເຂົ້າ​ໃນ​ການ​ສ້ອມ​ແປງ​ ທາງ​ນ້ຳ,ການ​ລະ​ບາຍ​ນ້ຳ​ ແລະ ການ​ຕ້ານ​ໄພນ້ຳ​ຖ້ວມ ​ແລະ ​ຫລຸດ​​ຜ່ອນ​ ໄພ​ພິ​ບັດ​ອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top