ປີ 2024 ນວ ມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວ 1,7 ລ້ານກວ່າເທື່ອຄົນ

06/02/2025 15:52
Email Print 169
ຂປລ ຂປລ. ໃນປີ 2024 ຜ່ານມາ, ການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ ຢູ່ນະຄອນ ຫລວງວຽງຈັນ (ນວ) ໄດ້ມີຜົນສຳເລັດຕາມລະດັບຄາດໝາຍ, ສາມາດດຶງດູດນັກທ່ອງທ່ຽວ ຕ່າງປະ ເທດ ເຂົ້າມາທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ຈໍານວນ 1,7 ລ້ານກວ່າເທື່ອຄົນ, ສ້າງລາຍຮັບທົ່ວສັງຄົມຈາກການທ່ອງທ່ຽວ ໄດ້ 490 ລ້ານກວ່າໂດລາສະຫະລັດ.

ຂປລ. ໃນປີ 2024 ຜ່ານມາ, ການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ ຢູ່ນະຄອນ ຫລວງວຽງຈັນ (ນວ) ໄດ້ມີຜົນສຳເລັດຕາມລະດັບຄາດໝາຍ, ສາມາດດຶງດູດນັກທ່ອງທ່ຽວ ຕ່າງປະ ເທດ ເຂົ້າມາທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ຈໍານວນ 1,7 ລ້ານກວ່າເທື່ອຄົນ, ສ້າງລາຍຮັບທົ່ວສັງຄົມຈາກການທ່ອງທ່ຽວ ໄດ້ 490 ລ້ານກວ່າໂດລາສະຫະລັດ.

ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນວ ໄດ້ໃຫ້ຮູ້ ໃນກອງປະຊຸມສະຫລຸບວຽກງານການຈັດຕັ້ງປະຕິບັດ ກິດຈະກຳປີທ່ອງທ່ຽວລາວ 2024 ໃນວັນທີ 5 ກຸມພາ 2025 ນີ້ວ່າ: ໃນປີ 2024 ຜ່ານມາ, ນະຄອນຫລວງວຽງຈັນ ໄດ້ສຸມໃສ່ຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ 2024 ຢ່າງມີຜົນສຳເລັດ, ຜ່ານກິດຈະກຳຕ່າງໆ ເຊິ່ງສາ ມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ໄດ້ທັງໝົດ 1,7 ລ້ານກວ່າເທື່ອຄົນ, ທຽບໃສ່ປີ 2023 ເພີ່ມຂຶ້ນ 30,45%, ສ້າງລາຍຮັບທົ່ວສັງຄົມຈາກການທ່ອງທ່ຽວ ໄດ້ 490 ລ້ານກວ່າໂດລາສະຫະລັດ, ທຽບໃສ່ປີ 2023 ເພີ່ມຂຶ້ນ 39,88%, ໄດ້ກຳນົດກິດຈະກຳສົ່ງເສີມການທ່ອງທ່ຽວ, ບຸນປະເພນີຕ່າງໆລະດັບຊາດ, ລະດັບນະຄອນຫລວງ ແລະ ເມືອງ ເພື່ອສ້າງເປັນປະຕິທິນປີທ່ອງທ່ຽວ ໃນປີທ່ອງທ່ຽວລາວ 2024 ໂດຍກຳນົດ ກິດຈະກຳບຸນປະເພນີ ລະດັບຊາດ  2 ກິດຈະກຳ, ປະຕິບັດໄດ້ 100%, ກິດຈະກຳບຸນປະເພນີ ລະດັບນະຄອນຫລວງ ແລະ ເມືອງ ມີ 8 ກິດຈະກຳ, ທຽບໃສ່ແຜນການ ເພີ່ມຂຶ້ນ 4 ກິດຈະກຳ, ກິດຈະກຳງານນິທັດສະການ ແລະ ວາງສະແດງ ມີ 6 ກິດຈະກຳ, ເພີ່ມຂຶ້ນ 2 ກິດຈະກຳ (ເພີ່ມຂຶ້ນ 50%), ກິດຈະກຳສົ່ງເສີມການທ່ອງທ່ຽວທາງກົງ (ບໍລິການ ແລະ ສົ່ງເສີມການທ່ອງທ່ຽວ) ມີ 6 ກິດຈະກຳ, ເພີ່ມຂຶ້ນ 3 ກິດຈະກຳ, ກິດຈະກຳວາງສະແດງ ຜະລິດຕະພັນການທ່ອງທ່ຽວ ຮ່ວມກັບປະເທດເພື່ອນມິດຍຸດທະສາດ ໄດ້ 2 ຄັ້ງ, ປະສານສົມທົບ ແລະ ຊຸກຍູ້ພາກທຸລະກິດພາຍໃນລົງທຶນພັດທະນາ ແລະ ເປີດແຫລ່ງທ່ອງທ່ຽວໃໝ່ ໄດ້ 2 ແຫ່ງ, ລວມມີ 3 ກິດຈະກຳ. ນອກນີ້, ຍັງໄດ້ຈັດງານ ວັນມົດສະກູຢູ່ນະຄອນຫລວງວຽງຈັນ. ພ້ອມກັນນີ້, ຍັງໄດ້ປັບປຸງສິ່ງອໍານວຍຄວາມສະດວກຢູ່ສະຖານທີ່ທ່ອງທ່ຽວ, ຫ້ອງນໍ້າສາທາລະນະ, ການຈັດ ການສິ່ງເສດເຫລືອ-ຂີ້ເຫຍື້ອ, ຍົກລະດັບຄຸນນະພາບການບໍລິການ, ເອົາໃຈໃສ່ປະເມີນມາດຕະຖານການທ່ອງທ່ຽວອາຊຽນ, ປະດັບປະດາຮັກສາຄວາມສະອາດບັນດາ ສະຖານທີ່ພັກ ແຮມ-ຮ້ານອາຫານ, ຈັດຕັ້ງຝຶກອົບຮົມໃຫ້ພະນັກງານບໍລິການຢູ່ຮ້ານອາຫານ, ສະຖານທີ່ພັກແຮມ, ສະຖານທີ່ທ່ອງທ່ຽວ ແລະ ພະນັກງານນໍາທ່ຽວໃຫ້ມີຄຸນນະພາບດີ, ພ້ອມທັງໄດ້ເອົາໃຈໃສ່ໂຄສະນາຜ່ານສື່ຕ່າງໆ ຂອງນະ ຄອນຫລວງ, ສື່ຂັ້ນສູນກາງ ແລະ ສື່ສັງຄົມ ຜ່ານຊ່ອງທາງ ວິທະຍຸ, ໂທລະພາບ, ໜັງສືພິມ, ສື່ອອນລາຍ ແລະ ພາບວິດີໂອ ຜ່ານຈໍ LED ເພື່ອໃຫ້ປະຊາຊົນ ນະຄອນຫລວງວຽງຈັນ, ນັກທ່ອງທ່ຽວ ໄດ້ຮັບຮູ້, ພ້ອມກັນເປັນເຈົ້າພາບທີ່ດີຕ້ອນຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ກໍຄື ເຂົ້າຮ່ວມບັນດາກອງປະຊຸມສໍາຄັນ ຂອງບັນດາປະເທດ ສະມາຊິກອາຊຽນ.

ທ່ານນາງ ວຽງພອນ ແກ້ວຄູນສີ ຍັງໃຫ້ຮູ້ອີກວ່າ: ໃນປີ 2024 ການລົງທຶນເຂົ້າໃນພື້ນຖານໂຄງລ່າງສ້າງສິ່ງຮອງຮັບດ້ານການທ່ອງທ່ຽວ ຂອງນັກລົງທຶນ ພາຍໃນ ແລະ ຕ່າງປະເທດ ມີຈຳນວນ 137 ຫົວໜ່ວຍ, ມູນຄ່າການລົງທຶນ 1.497 ຕື້​ກວ່າກີບ. ສຳລັບ ທິດທາງແຜນການ ໃນປີ 2025 ຈະສຸມໃສ່ ບຸນປະເພນີ ແລະ ກິດຈະກຳສົ່ງເສີມການທ່ອງທ່ຽວ ຕິດພັນກັບວັນສໍາຄັນ ຂອງຊາດ, ຂອງພັກ ທັງໝົດ 16 ກິດຈະກຳ. ໃນນີ້, ບຸນປະເພນີ ແລະ ກິດຈະກຳລະດັບຊາດ 5 ກິດຈະກຳ. ພ້ອມທັງ ຄົ້ນຄວ້າຜະລິດເຄື່ອງທີ່ລະນຶກ ທີ່ເປັນເອກະລັກ ຂອງນະຄອນຫລວງວຽງຈັນ ຕື່ມອີກ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ພູຜາມ່ານ ພ້ອມຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດທ່ອງທ່ຽວ

      ພູຜາມ່ານ ພ້ອມຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ

      2/7/2025 9:47:42 AM

      ແຫລ່ງທ່ອງທ່ຽວພູຜາມ່ານ ມີຄວາມພ້ອມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທ່ີສົນໃຈຢາກມາສຳຜັດກັບບັນຍາກາດທີ່ເປັນທຳມະຊາດ ແລະ ຫລິ້ນກິດຈະກຳທີ່ທ້າທາຍ ເປັນຕົ້ນ ຂີ່ສະລິງ, ໄຕ່ຂົວ, ປີນຜາ, ຂີ່ເຮືອລອດຖ້ຳ ແລະ ກິດຈະກໍາອື່ນໆ ທີ່ນັກທ່ອງ ທ່ຽວສາມາດເລືອກລາຍການທ່ອງທ່ຽວຕາມຄວາມຕ້ອງການໄດ້.

    • ປີ 2024 ນັກທ່ອງທ່ຽວເຂົ້າມາທ່ຽງຊົມ ແຂວງຄຳມ່ວນ 852,000 ກວ່າຄົນທ່ອງທ່ຽວ

      ປີ 2024 ນັກທ່ອງທ່ຽວເຂົ້າມາທ່ຽງຊົມ ແຂວງຄຳມ່ວນ 852,000 ກວ່າຄົນ

      2/5/2025 10:05:56 AM

      ໃນປີທ່ອງທ່ຽວລາວ 2024 ຜ່ານມາ, ແຂວງຄໍາມ່ວນ ໄດ້ສຸມໃສ່ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທຽ່ວຊົມສະຖານທີ່ທ່ອງທ່ຽວຕ່າງໆພາຍໃນແຂວງໃຫ້ນັບມື້ຫລາຍຂຶ້ນ.

    • ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມ

      1/30/2025 1:41:47 PM

      ຂປລ. ຂຸນກອງແລງ ຕັ້ງຢູ່ບ້ານນາຄື ເມືອງຫີນບູນ ແຂວງຄໍາມ່ວນ ຫ່າງຈາກເມືອງທ່າແຂກ ປະມານ 55 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວ ແບບອະນຸລັກທໍາມະຊາດຍືນຍົງ ແລະ ສີຂຽວ ໂດຍແມ່ນບໍລິສັດອິນທຣາ ໂຄໂປເຣຊັ່ນ ຈຳກັດຜູ້ດຽວ ເປັນຜູ້ສຳປະທານ ແລະ ພັດທະນາ ດ້ວຍການສົ່ງ ເສີມການມີສ່ວນຮ່ວມ ຂອງປະຊາຊົນ, ຄາດວ່າຈະເປີດໃຫ້ບໍລິການ ໃນເດືອນເມສາ 2025 ນີ້.

    • ປີ 2024 ນັກທ່ອງທ່ຽວເຂົ້າມາ ທ່ຽວຊົມ ແຂວງຄໍາມ່ວນ 852.000 ກວ່າຄົນທ່ອງທ່ຽວ

      ປີ 2024 ນັກທ່ອງທ່ຽວເຂົ້າມາ ທ່ຽວຊົມ ແຂວງຄໍາມ່ວນ 852.000 ກວ່າຄົນ

      1/28/2025 2:48:32 PM

      ຂປລ. ​ໃນ​ປີ​ທ່ອງ​ທ່ຽວ​ລາວ 2024 ຜ່ານ​ມາ, ​​ແຂວງ​ຄໍາ​ມ່ວນ ໄດ້​ສຸມ​ໃສ່​ພັດທະນາ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ ທຳມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ​ເພື່ອ​ດືດິງດູດ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ​ເຂົ້າມາທ່ອງ​ທ່ຽວ​ໃຫ້​ນັບ​ມື້​ຫລາຍ​ຂຶ້ນ. ໃນ​ປີ 2024 ສາມາດໂຄສະນາດຶງດູດ ເຂົ້າມາຢ້ຽມຢາມ ແຂວງຄໍາມ່ວນ ເຖິງ 852.080 ຄົນ.

    • ຮັບຮອງເອົາເມືອງວັງວຽງ ເປັນແຫລ່ງທ່ອງທ່ຽວລະດັບຊາດທ່ອງທ່ຽວ

      ຮັບຮອງເອົາເມືອງວັງວຽງ ເປັນແຫລ່ງທ່ອງທ່ຽວລະດັບຊາດ

      1/28/2025 11:39:37 AM

      ລັດຖະບານ ເຊັນຂ້ໍຕົກລົງຮັບຮອງ ແລະ ປະກາດໃຊ້ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ ເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025 – 2035.

ads
ads

Top